ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາລກາຍດາ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ ສະລະຊີບ ໃນອີຣັກ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ 155 ຄົນ


ອີຣັກ: ເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ AL-QAIDA ກຸ່ມນຶ່ງ ໃນອີຣັກ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ດ້ວຍຣະເບີດຣົດ ອັນຮ້າຍແຮງ ໃນມື້ວັນອາທິດ ຜ່ານມາ ທີ່ນະຄອນຫລວງແບັກແດັດ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 155 ຄົນ ແລະໄດ້ຮັບ ບາດເຈັບອີກ ຫລາຍກວ່າ 500 ຄົນ. ພວກຫົວຮຸນແຮງ ທີ່ມີຊື່ວ່າ ຣັດອິສລາມ ໃນອີຣັກ ໄດ້ປະກາດວ່າ ຕົນເປັນຜູ້ຢູ່ເບື້ອງຫລັງ ການໂຈມຕີ ດ້ວຍຣະເບີດ ສະລະຊີບທັງ 2 ໃນຖແລງການ ທີ່ນຳອອກເຜີຍແຜ່ ທາງເວັບໄຊທ໌ ຂອງພວກຫົວຮຸນແຮງນັ້ນ. ນາຍົກຣັຖມຸນຕຣີອີຣັກ ທ່ານ NOURI AL-MALIKI ໄດ້ຖິ້ມໂທດ ໃນການໂຈມຕີດັ່ງກ່າວ ໃສ່ກຸ່ມກໍ່ການຮ້າຍ AL-QAIDA ແລະອະດີດ ສະມາຊິກຂອງພັກ BAATH. ທ່ານກ່າວວ່າ ພວກໂຈມຕີ ແມ່ນແນໃສ່ ຈະສ້າງຄວາມບໍ່ທຸ່ນທ່ຽງ ແລະສະກັດກັ້ນ ບໍ່ໃຫ້ອີຣັກ ຈັດການເລືອກຕັ້ງ ໃນເດືອນມັງກອນຈະມາ. ການໂຈມຕີ ທີ່ມີຂຶ້ນ ເກືອບພ້ອມໆກັນ ທີ່ວ່ານີ້ ແມ່ນເກີດຂຶ້ນ ໃກ້ໆກັບເຂດ GREEN ZONE ໃນກຸງແບັກແດັດ ທີ່ມີການຍາມ ຮັກສາຄວາມປອດພັຍ ຢ່າງເຄັ່ງຄັດ ແລະເບິ່ງຄືວ່າ ໄດ້ແນເປົ້າໝາຍ ໃສ່ຕຶກໂຮງການແຂວງ ແລະກະຊວງ ຍຸຕິທັມ ຂອງອີຣັກ.

ອັຟການິສຖານ: ປະທານາທິບໍດີ ອັຟການິສ ຖານ ທ່ານ HAMID KARZAI ໄດ້ປະຕິເສດ ຕໍ່ການຮຽກຮ້ອງ ຂອງທ່ານ ABDULLAH ABDULLAH ຄູ່ແຂ່ງຂອງທ່ານ ໃນການເລືອກຕັ້ງ ປະທານາທິບໍດີ ຮອບສອງ ໃນເດືອນໜ້ານີ້ ທີ່ຢາກໃຫ້ປົດ ຫົວໜ້າຄະນະ ກັມມະການເລືອກຕັ້ງ ທີ່ເປັນອິສຣະນັ້ນ ອອກຈາກຕຳແໜ່ງ. ໃນຖແລງຂ່າວ ມື້ວານນີ້ ທ່ານ KARZAI ເວົ້າວ່າ ການປ່ຽນແປງ ຢ່າງໃຫຍ່ ພາຍໃນໄລຍະສັ້ນໆ ກ່ອນການປ່ອນບັດ ໃນວັນທີ 7 ພະຈິກ ຈະບໍ່ເປັນຜົນດີ ຕໍ່ສະວັດດີພາບ ຂອງປະເທດ. ທ່ານ ABDULLAH ກ່າວວ່າ ຫົວໜ້າຄະນະ ກັມມະການເລືອກຕັ້ງ ທ່ານ AZIZULLAH LODIN ແມ່ນບໍ່ເປັນ ທີ່ເຊື່ອຖືໄດ້ ຫລັງຈາກມີ ລາຍງານຫຼາຍໆຄັ້ງ ກ່ຽວກັບການ ສໍ້ໂກງຄະແນນສຽງ ໃນລະຫວ່າງ ການເລືອກຕັ້ງ ປະທານາທິບໍດີ ຮອບທຳອິດ ໃນເດືອນສິງຫາ ຜ່ານມາ. ນອກນັ້ນ ອະດີດຣັຖມຸນຕຣີ ການຕ່າງປະເທດ ອັຟການິສຖານ ຍັງໄດ້ຮຽກຮ້ອງ ໃຫ້ທ່ານ KARZAI ສັ່ງໃຫ້ຣັຖມຸນຕຣີ 3 ທ່ານ ພັກການ ຍ້ອນບໍ່ປະຕິບັດຕາມ ຣະບຽບການ ຂອງການບໍ່ເຂົ້າຂ້າງອອກຂາ ແລະການໂຄສະນາ ຢ່າງເປີດເຜີຍ ໃຫ້ແກ່ທ່ານ KARZAI.

ອິສຣາແອລ - ນ້ຳ: ອົງການນິຣະໂທດກັມ ສາກົນ ຫລື AMNESTY INTERNATIONAL ໄດ້ອອກລາຍງານ ສຳຄັນສະບັບນຶ່ງ ກ່າວຫາອິສຣາແອລວ່າ ໄດ້ຂັດຂວາງ ບໍ່ໃຫ້ຊາວປາແລສໄຕນ໌ ໃນເຂດຢຶດຄອງ ຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ແລະກາຊາ ໄດ້ຮັບນ້ຳກິນນ້ຳໃຊ້ ຢ່າງພຽງພໍ. ລາຍງານ ທີ່ນຳອອກເຜີຍແຜ່ ໃນວັນອັງຄານມື້ນີ້ ເວົ້າວ່າ ອິສຣາແອລ ໄດ້ດູດນ້ຳ ຈາກແຫລ່ງນ້ຳໃຕ້ດິນ ທີ່ຕົນຄວບຄຸມຢູ່ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຂຶ້ນມາໃຊ້ ຫລາຍເກີນກວ່າ ພາກສ່ວນທີ່ ເປັນຂອງຕົນ. ອີງຕາມ ອົງການນິຣະໂທດກັມສາກົນແລ້ວ ຖ້າຈະເວົ້າ ໃນອັດຕຣາສະເລັ່ຽ ອິສຣາແອລ ແມ່ນໄດ້ໃຊ້ນ້ຳ 4 ເທົ່າ ຫລາຍກວ່າຊາວປາແລສໄຕນ໌ ຊຶ່ງໄດ້ຮັບນ້ຳກິນນ້ຳໃຊ້ ຕ່ຳກວ່າຣະດັບຕ່ຳສຸດ ທີ່ທາງອົງການ ອະນາມັຍໂລກ ໄດ້ແນະນຳໃຫ້ນັ້ນ. ເຈົ້າໜ້າທີ່ ອິສຣາແອລ ກ່າວວ່າ ລາຍງານຂອງ ອົງການນິຣະໂທດກັມສາກົນ ແມ່ນເປັນລາຍງານ ທີ່ມີຄວາມໂນ້ມອຽງ ແລະບໍ່ຖືກຕ້ອງ. ອິສຣາແອລ ໂຕ້ແຍ້ງວ່າ ການຂາດແຄນນ້ຳ ແມ່ນມີຜົນ ມາຈາກຄວາມບໍ່ສາມາດ ຂອງຊາວປາແລສໄຕນ໌ ໃນການພັທນາ ໂຄງລ່າງພື້ນຖານ ກ່ຽວກັບເຣື່ອງນີ້ ຂອງພວກເຂົາເຈົ້າ.

ອິສຣະພາບທາງສາສນາ: ກະຊວງ ການຕ່າງປະເທດ ສະຫະຣັດ ໄດ້ພິມເຜີຍແຜ່ ລາຍງານສະບັບນຶ່ງ ທີ່ໄດ້ຣະບຸຊື່ ມຽນມາ ຈີນ ແລະຄິວບາ ຮວມຢູ່ໃນ ບັນດາປະເທດ ທີ່ໄດ້ລ່ວງລະເມີດ ອິສຣະພາບ ໃນການເຊື່ອຖື ສາສນາ ຮ້າຍແຮງທີ່ສຸດ. ລາຍງານປະຈຳປີ ກ່ຽວກັບອິສຣະພາບ ໃນການນັບຖື ສາສນານາໆຊາດ ຊຶ່ງໄດ້ຈົດບັນທຶກ ກ່ຽວກັບການນັບຖື ອິສຣະພາບ ໃນດ້ານດັ່ງກ່າວ ຢູ່ໃນທຸກໆປະເທດ ໄດ້ນຳອອກເຜີຍແຜ່ ໃນມື້ວານນີ້. ລາຍງານສະບັບນີ້ ແມ່ນໄດ້ກວມເອົາ ໄລຍະແຕ່ ເດືອນກໍຣະກົດ ປີ 2008 ມາຈົນຮອດ ເດືອນມິຖຸນາ ປີ 2009. ລາຍງານ ໄດ້ລະບຸຊື່ ອັຟການິສຖານ ອີຣ່ານ ແລະເກົາຫລີເໜືອ ຢູ່ໃນບັນດາ ປະເທດທີ່ໄດ້ ພົວພັນນ ຳການລະເມີີດ ອິສຣະພາບ ໃນການນັບຖື ສາສນາ ຢ່າງຮ້າຍແຮງ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວໃນ ມື້ວານນີ້ວ່າ ສະຫະຣັດ ຈະຄັດຄ້ານຕລອດໄປ ຕໍ່ການຈຳແນກກີດກັນ ໃນດ້ານສາສນາ ແລະການປະຫັດປະຫານ ກ່ຽວກັບເຣື່ອງນີ້.

ທິເບດ: ກຸ່ມທີ່ຕິດຕາມ ເບິ່ງການເຄົາຣົບນັບຖື ສິດທິມະນຸດ ໃນທິເບດກ່າວວ່າ ສະຖານທູດຈີນ ທີ່ກຸງລອນດອນ ໄດ້ໃຫ້ການ ຢືນຢັນວ່າ ມີຊາວທິເບດ 2 ຄົນ ໄດ້ຖືກປະຫານຊີວິດ ທີ່ນະຄອນຫຼວງ LHASA ຍ້ອນຖືກກ່າວຫາວ່າ ມີບົດບາດ ໃນການປະທ້ວງ ແລະການກໍ່ຈະລາຈົນ ເມື່ອປີກາຍນີ້. ກຸ່ມປຸກຣະດົມ ນາໆຊາດ ເພື່ອທິເບດ ກ່າວວ່າ ຜູ້ຊາຍທັງ 2 ມີການຣະບຸຊື່ວ່າ ນາຍ LOBSANG GYALTSEN ແລະນາຍ LOYAK ໄດ້ຖືກ ຕັດສິນໂທດ ປະຫານຊີວິດ ໃນເດືອນເມສາປີນີ້ ຍ້ອນເປັນຜູ້ວາງເພີງຮ້າຍແຮງ ໃນລະຫວ່າງ ການເດີນຂະບວນ ປະທ້ວງ ເມື່ອວັນທີ 14 ມີນາ ປີກາຍນີ້ ທີ່ນະຄອນຫຼວງ ຂອງທິເບດ. ກຸ່ມປົກປ້ອງ ສິດທິມະນຸດ ກ່າວວ່າ ການໃຫ້ການຢືນຢັນ ຢ່າງເປັນທາງການ ຂອງຈີນ ມີຂຶ້ນຫລັງຈາກ ເຈົ້າໜ້າທີ່ອັງກິດ ປະນາມ ການປະຫານຊີວິດ ລະຫວ່າງການຢ້ຽມຢາມ ນະຄອນຫຼວງ LHASA ຂອງທ່ານ ໃນເດືອນກັນຍາ ແລ້ວນີ້. ເຈົ້າໜ້າທີ່ອັງກິດທ່ານນັ້ນ ກໍຄື ທ່ານ IVAN LEWIS ຣັຖມຸນຕຣີ ສຳນັກງານ ການຕ່າງປະເທດ ຂອງອັງກິດ ໄດ້ອອກຖແລງຂ່າວ ສະບັບນຶ່ງ ໃນທ້າຍສັບປະດາແລ້ວນີ້ ກ່ຽວກັບການ ປະຫານຊີວິດ ຊາວທິເບດ.

ເກົາຫລີ: ອົງການຂ່າວ ຂອງທາງການເກົາຫລີ ເໜືອ ລາຍງານວ່າ ມີປະຊາຊົນ ເກົາຫລີໃຕ້ຄົນນຶ່ງ ໄດ້ໂຕນໜີ ໄປຍັງຄອມມູນິສ ເກົາຫລີເໜືອ. ອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ທີ່ເອີ້ນຫຍໍ້ວ່າ KCNA ລາຍງານວ່າ ນາຍ KANG DONG-RIM ອາຍຸ 30 ປີ ໄດ້ຂ້າມຊາຍແດນ ທີ່ມີການຍາມ ຮັກສາການ ຢ່າງແໜ້ນໜາ ໄປຍັງເກົາຫລີເໜືອ ໃນວັນຈັນວານນີ້. ອົງການຂ່າວ KCNA ເວົ້າວ່າ ເວລານີ້ ນາຍ KANG ກຳລັງໄດ້ຮັບ ໃນອັນທີ່ ເກົາຫລີເໜືອເອີ້ນວ່າ “ການປົກປ້ອງຢ່າງອົບອຸ່ນ” ຈາກເກົາຫລີເໜືອ. ໃນໄລຍະ ສອງສາມປີ ຜ່ານມານີ້ ມີຊາວເກົາຫລີເໜືອ ຫລາຍພັນຄົນ ໄດ້ພາກັນ ໂຕນໜີໄປຍັງ ເກົາຫລີໃຕ້ ແຕ່ບໍ່ຄ່ອຍໄດ້ເຫັນ ຊາວເກົາຫລີໃຕ້ ໂຕນໜີໄປຍັງ ຄອມມູນິສ ເກົາຫລີເໜືອ ທີ່ທຸກຍາກນັ້ນ. ກະຊວງ ທ້ອນໂຮມຊາດ ຂອງເກົາຫລີໃ ຕ້ກ່າວວ່າ ມີຫລາຍກວ່າ 16 ພັນ ຄົນໄດ້ພາກັນ ໂຕນໜີໄປຍັງ ເກົາຫລີໃຕ້ ນັບແຕ່ສົງຄາມ ເກົາຫຼີສິ້ນສຸດລົງ. ສ່ວນໃຫຍ່ ຂອງພວກທີ່ໂຕນ ໄປຍັງເກົາຫລີໃຕ້ ແມ່ນມີຂຶ້ນ ໃນໄລຍະ 10 ປີຜ່ານມານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG