ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາປະເທດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ສົນທະນາ ຫາຣື ກ່ຽວກັບ ຄວາມເປັນເອກກະພາບ ຂອງເອເຊັຽ


ອາຊ່ຽນ: ບັນດາຜູ້ນຳ ຂອງປະເທດຕ່າງໆ ໃນ ເຂດເອເຊັຽ ຕາເວັນອອກສຽງໃຕ້ ໄດ້ປະຊຸມກັນ ເປັນມື້ທີ 3 ຢູ່ທີ່ປະເທດໄທ ໃນວັນອາທິດ ມື້ນີ້ ເພື່ອປຶກສາຫາຣືກ່ຽວກັບການຮ່ວມມື ທາງດ້ານ ເສຖກິດ ການຄຸ້ມຄອງພັຍພິບັດ ແລະການປ່ຽນ ແປງ ຂອງດິນຟ້າອາກາດ. ກອງປະຊຸມສຸດຍອດ ຂອງສະມາຊິກ 10 ປະເທດ ຈາກກຸ່ມສະມາຄົມ ບັນດາປະຊາຊາດ ໃນເຂດ ເອເຊັຽຕາເວັນອອກ ສຽງໃຕ້ ຫລືອາຊ່ຽນ ບວກຈີນ ຍີ່ປຸ່ນ ເກົາຫລີໃຕ້ ອິນເດັຽ ອອສເຕຣເລັຽ ແລະນິວຊີແລນ ແມ່ນໄດ້ຄອບງຳ ໂດຍການສົນທະນາຫາຣື ກ່ຽວກັບການສ້າງ ຄວາມເປັນເອກກະພາບ ເພີ້ມຕື່ມ. ກຸ່ມ 16 ປະເທດດັ່ງກ່າວ ແມ່ນປະກອບເປັນ ເກືອບເຄິ່ງນຶ່ງ ຂອງຈຳນວນ ປະຊາກອນໂລກ. ນາຍົກຣັຖມຸນຕຣີຍີ່ປຸ່ນ ທ່ານ YUKIO HATOYAMA ກ່າວວ່າ ມີການ ໃຫ້ຄວາມສນັບສນຸນ ຕໍ່ຂໍ້ສເນີຂອງທ່ານ ກ່ຽວກັບການສ້າງຕັ້ງ ກຸ່ມການຄ້າ ແບບສະຫະພາບຢູໂຣບຂຶ້ນ. ທ່ານ HATOYAMA ກ່າວຕໍ່ພວກນັກຂ່າວວ່າ ການຈັດຕັ້ງ ສະຫະພາບທີ່ວ່ານີ້ ອາດຈະໃຊ້ເວລາ ດົນເຖິງ 10 ກວ່າປີ ແລະອາດຈະຮວມທັງ ການສ້າງຕັ້ງ ເງິນຕຣາປະຈຳຂົງເຂດ ໃນຮູບໃດຮູບນຶ່ງ.

ອີຣັກ: ຕຳຣວດອີຣັກກ່າວວ່າ ຣະເບີດທີ່ຫ້າງ ໃສ່ຣົດຂນາດແຮງ 2 ລູກໄດ້ແຕກຂຶ້ນໃນເຂດ ໃຈກາງ ນະຄອນຫຼວງແບັກແດັດ ເຮັດໃຫ້ມີຜູ້ ເສັຽຊີວິດ ຢ່າງນ້ອຍ 65 ຄົນ ແລະບາດເຈັບ ຫລາຍກວ່າ 150 ຄົນ ໃນການໂຈມຕີ ທີ່ນອງ ເລືອດທີ່ສຸດ ໃນຮອບຫຼາຍໆເດືອນ. ໂທຣະພາບ ຂອງທາງການອີຣັກ ລາຍງານວ່າ ເຫດຣະເບີດ ໃນວັນອາທິດມື້ນີ້ ແມ່ນແນໃສ່ ຕຶກໂຮງການແຂວງ ແລະກະຊວງຍຸຕິທັມ ຂອງອີຣັກ. ເຫດຣະເບີດ ທີ່ວ່ານີ້ ໄດ້ສັ່ນສະເທືອນ ຕຶກອາຄານ ໃນນະຄອນຫຼວງແບັກແດັດ ແລະມີຄວັນ ພຸ່ງຂຶ້ນສູ່ທ້ອງຟ້າ ຈາກບ່ອນທີ່ມີການໂຈມຕີ ດ້ວຍຣະເບີດທັງ 2. ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ດັ່ງກ່າວນີ້ເທື່ອ. ຄວາມຮຸນແຮງ ຢູ່ໃນປະເທດອີຣັກ ໄດ້ຫລຸດລົງ ຢ່າງຫລວງຫລາຍ ໃນຮອບປີຜ່ານມາ ແຕ່ພວກກະບົດ ຍັງສືບຕໍ່ ທຳການໂຈມຕີ ແບບກະຈັດກະຈາຍ ຕໍ່ກຳລັງ ຮັກສາຄວາມສະງົບ ຂອງອີຣັກ ແລະພົລເຮືອນ.

ອັຟການິສຖານ: ອົງການນາໂຕ້ກ່າວວ່າ ກຳ ລັງຮັກສາ ຄວາມສະງົບ ຂອງອັຟການິສຖານ ແລະຂອງນາໆຊາດ ໄດ້ປະຕິບັດງານ ໃນວັນ ອາທິດມື້ນີ້ ຢູ່ໃນພາກຕາເວັນອອກ ແລະພາກ ໃຕ້ອັຟການິສຖານ ທີ່ຍັງຜົນໃຫ້ ພວກຫົວຮຸນ ແຮງ ຈຳນວນນຶ່ງ ຖືກຂ້າຕາຍ. ກຳລັງປະຕິບັດ ງານຮ່ວມ ໄດ້ສັງຫານ ພວກຫົວຮຸນແຮງ ຫລາຍໆຄົນ ທີ່ແຂວງ GHAZNI ລະຫວ່າງການ ປະທະກັນ ຂະນະທີ່ພວມ ຊອກຄົ້ນຫາ ຜູ້ບັນຊາການ ທາລີບານ. ທີ່ແຂວງ WARDAK ກຳລັງປະຕິບັດງານຮ່ວມ ໄດ້ຈັບຜູ້ຕ້ອງສົງສັຍວ່າ ເປັນພວກຫົວຮຸນແຮງ 2 ຄົນ ຫລັງຈາກໄດ້ກວດຄົ້ນ ສະຖານທີ່ແຫ່ງນຶ່ງ ທີ່ສົງສັຍວ່າ ຜູ້ບັນຊາການ ທາລີບານຄົນນຶ່ງ ເຄີຍໃຊ້ມາກ່ອນ. ໃນອີກດ້ານນຶ່ງນັ້ນ ພວກເດີນຂະບວນ ທີ່ມີຄວາມໂກດແຄ້ນ ໄດ້ຈູດຫຸ່ນ ຂອງປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃນການປະທ້ວງ ກ່ຽວກັບ ການກ່າວຫາວ່າ ທະຫານຂອງ ປະເທດຕາເວັນຕົກ ໄດ້ຈູດປື້ມ ພຣະຄຳພີໂກຣ່ານ. ພວກປະທ້ວງ ຊຶ່ງສ່ວນໃຫຍ່ ເປັນພວກນັກຮຽນ ໄດ້ເດີນຂະບວນ ໄປຍັງຕຶກ ສະພາແຫ່ງຊາດ ທີ່ນະຄອນຫລວງກາບູລ ໃນວັນອາທິດມື້ນີ້.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຜູ້ໂຈມຕີ ສະລະຊີບໄດ້ບີບຄະນວນຣະເບີດ ໃຫ້ ແຕກຂຶ້ນ ທີ່ບ່ອນຈ່າຍ ຄ່າທຳນຽມທາງດ່ວນໃນ ເຂດກ້ຳຕາເວັນອອກ ຂອງນະຄອນຫລວງ ອິສລາມາບັດ ເຮັດໃຫ້ຕຳຣວດຄົນນຶ່ງ ເສັຽຊີວິດ. ເຈົ້າໜ້າທີ່ເວົ້າວ່າ ຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ເວລາຕຳຣວດ ທີ່ໄດ້ຮັບຂ່າວລ່ວງໜ້າ ໄດ້ສັ່ງໃຫ້ຢຸດຣົດຜູ້ກ່ຽວ ເພື່ອກວດຄົ້ນ. ຕຳຣວດກ່າວວ່າ ມີ 2 ຄົນ ຢູ່ໃນຣົດຄັນນັ້ນ ແຕ່ຜູ້ນຶ່ງ ໄດ້ອອກຈາກຣົດໄປ ກ່ອນທີ່ຜູ້ໂຈມຕີ ດ້ວຍຣະເບີດສະລະຊີບ ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ. ຕຳຣວດເວົ້າວ່າ ຜູ້ຊາຍ ທີ່ອອກຈາກຣົດໄປນັ້ນ ໄດ້ຖືກເຈົ້າໜ້າທີ່ ຈັບໂຕໄວ້. ພວກຫົວຮຸນແຮງ ໄດ້ໂຈມຕີຕຳຣວດ ແລະເປົ້າໝາຍອື່ນໆ ຢູ່ຕາມຫົວເມືອງ ໃຫຍ່ນ້ອຍ ຂອງປາກິສຖານ ຂະນະທີ່ກອງທັບ ປາກິສຖານ ພວມທຳການສູ້ຣົບ ໃນເຂດທີ່ໝັ້ນ ຂອງພວກຫົວຮຸນແຮງ ໃກ້ໆຊາຍແດນ ອັຟການິສຖານ.

ອີຣ່ານ - ນິວເຄລັຽ: ຄະນະກວດການິວເຄລັຽ ຂອງອົງການ ສະຫະປະຊາຊາດ ເລີ້ມການຢ້ຽມ ຢາມປັນເວລາ 3 ມື້ ເພື່ອກວດເບິ່ງ ນຶ່ງໃນໂຮງ ກັ່ນທາດຢູເຣນຽມ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ຂອງອີຣ່ານ. ຄະນະກວດກາ ຂອງອົງການ ພະ ລັງງານ ປະຣະມະນູສາກົນ ມີກຳນົດ ທີ່ຈະເດີນທາງ ໄປກວດເບິ່ງ ໂຮງກັ່ນທາດ ຢູເຣນຽມ ທີ່ເມືອງ QOM ໃນວັນອາທິດມື້ນີ້. ອີຣ່ານ ຫາກໍຍອມຮັບ ເມື່ອບໍ່ດົນມານີ້ວ່າ ຕົນໄດ້ສ້າງ ໂຮງກັ່ນທາດ ຢູເຣນຽມ. ຫົວໜ້າອົງການ ປະຣະມະນູ ຂອງອີຣ່ານ ທ່ານ ALI AKBAR SALEHI ກ່າວວ່າ ອີຣ່ານອະນຸຍາດໃຫ້ ຄະນະກວດກາ ຂອງອົງການ ສະຫະປະຊາຊາດ ເຂົ້າໄປກວດເບິ່ງ ສະຖານທີ່ ດັ່ງກ່າວໄດ້ ເພື່ອພິສູດ ໃຫ້ເຫັນເຖິງ “ຊື່ສຽງ” ຂອງອີຣ່ານ ແລະໃຫ້ການຄ້ຳປະກັນ ແກ່ປະຊາຄົມໂລກ ກ່ຽວກັບ ກິຈການນິວເຄລັຽ ເພື່ອຈຸດປະສົງ ໃນທາງສັນຕິ ຂອງອີຣ່ານ. ອີຣ່ານກຳລັງ ພິຈາຣະນາ ກ່ຽວກັບການຈັດແຈງ ທີ່ໄດ້ຮັບການສນັບສນຸນ ຈາກອົງການ ສະຫະປະຊາຊາດ ທີ່ຈະໃຫ້ຣັດເຊັຽ ກັ່ນທາດຢູເຣນຽມ ໃຫ້ແກ່ອີຣ່ານ ສຳລັບນຳໃຊ້ ກັບເຕົາແຍກນິວເຄລັຽ ເພື່ອການຄົ້ນຄວ້າ ຂອງອີຣ່ານ.

ອິສຣາແອລ - ປາແລສໄຕນ໌: ຕຳຣວດອິສ ຣາແອລ ໄດ້ເຂົ້າໄປໃນບໍຣິເວນວັດ AL-AQSA ຂອງສາສນາ ອິສລາມ ທີ່ນະຄອນ ເຈຣູຊາແລັມ ໃນວັນອາທິດມື້ນີ້ ຫລັງຈາກ ຊາວປາແລສໄຕນ໌ ໄດ້ແກວ່ງກ້ອນຫີນ ໃສ່ພວກນັກທ່ອງທ່ຽວ ຢູ່ໃນ ເຂດເມືອງເກົ່າ. ໂຄສົກຄົນນຶ່ງ ຂອງຕຳຣວດ ກ່າວວ່າ ມີພວກປະທ້ວງ 12 ຄົນ ໄດ້ຖືກຈັບ. ເຈົ້າໜ້າທີ່ກ່າວວ່າ ພວກປະທ້ວງ ຊາວປາແລສ ໄຕນ໌ໄດ້ເອົານ້ຳມັນລາດໃສ່ດິນ ເພື່ອໃຫ້ຕຳຣວດ ໝື່ນພະລາດລົ້ມ. ກຳລັງຮັກສາ ຄວາມສະງົບ ຂອງອິສຣາແອລ ໄດ້ໃຊ້ຣະເບີດມື ທີ່ມີສຽງດັງ ແລະແສງເຫລື້ອມ ສຳລັບພາໃຫ້ ເກີດຄວາມງົງ ງວຍ ເພື່ອຍຸຕິ ພວກປະທ້ວງ ຊາວປາແລສໄຕນ໌. ວັດດັ່ງກ່າວ ຊຶ່ງເປັນທີ່ຮູ້ກັນ ສຳລັບຊາວມຸສລິມ ໃນນາມ ບ່ອນລີ້ພັຍ ຂອງພວກຂຸນນາງ ຫລື NOBLE SANCTUARY ແລະສຳລັບ ຊາວຢິວແລ້ວ ແມ່ນວັດພູ ຫລື TEMPLE MOUNT ຊຶ່ງໄດ້ເປັນຈຸດສູນກາງ ໃນການປະທະກັນ ໃນໄລຍະ ຫລາຍໆອາທິດ ຜ່ານມານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG