ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳຊາວມົ້ງຢືນຢັນວ່າຊາວມົ້ງທຸກຄົນຈະບໍ່ກັບຄືນໄປລາວ ຖ້າຫາກບໍ່ມີ UN ເຂົ້າມາຂ້ອງກ່ຽວນຳ


ຜູ້ນຳ​ຂອງ​ຊາວ​ມົ້ງ​ໄດ້​ຖະ​ແຫລ​ງເນັ້ນຢ້ຳຢືນ, ຢັນ​ວ່າ ຊາວ​ມົ້ງທຸກ​ຄົນທີ່​ພັກ​ອາ​ໃສຢູ່​ສູນ ຮອງຮັບຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວ, ຈະ ຍອມ​ສະມັກ​ໃຈເດີນ​ທາງກັບຄືນ​ໄປ​ລາວກໍ ຕໍ່​ເມື່ອ​ວ່າ ມີໜ່ວຍງານ​ຂອງ​ຕ່າງປະ​ເທດ ຫລື ອົງການ​ສະຫະ​ປະຊາ​ຊາດ​ເຂົ້າມາ​ ກ່ຽວຂ້ອງ​ກັບ​ຂັ້ນຕອນ​ການຈັດ​ສົ່ງ​ເຂົາ​ເຈົ້າ.

ເຖິງແມ່ນວ່າ ທາງການໄທ ໂດຍມີກໍາລັງ ຂອງ​ກອງທັບ​ພາກ​ທີ່ 3 ຂອງ​ກອງທັບ​ບົກ ໄທ ຈະດຳເນີນມາດຕະການໃນທຸກວິທີທາງ ເພື່ອຈະກົດດັນຊາວມົ້ງກັບຄືນໄປລາວກໍຕາມ ຫາກແຕ່ ກໍຍັງຄົງມີຊາວມົ້ງພຽງສ່ວນນ້ອຍເທົ່ານັ້ນ ທີ່ໄດ້ພາກັນສະມັກໃຈເດີນທາງກັບຄືນ ໄປລາວ ເນື່ອງຈາກວ່າ ພວກເຂົາເຈົ້າຍັງຄົງບໍ່ໝັ້ນໃຈໃນຄວາມປອດໄພຂອງພວກຕົນເມື່ອ ໄດ້ກັບຄືນໄປລາວແລ້ວ.

ດ້ວຍເຫດນີ້ ເພື່ອຮັບປະກັນວ່າ ຊາວມົ້ງທຸກຄົນຈະມີຄວາມປອດໄພພາຍຫລັງ ທີ່ໄດ້ເດີນ ທາງກັບຄືນໄປລາວນັ້ນ ແກນນຳຂອງຊຸມຊົນຊາວມົ້ງໄດ້ຮຽກຮ້ອງຂໍໃຫ້ ອົງການ​ສະຫະ​ປະ ຊາ​ຊາດ ເຂົ້າມາ​ກ່ຽວຂ້ອງ​ ເພື່ອໃຫ້ການເບິ່ງແຍງ​ຊາວມົ້ງທີ່ຖືກສົ່ງກັບຄືນໄປລາວແລ້ວ ຢ່າງໃກ້ຊິດ.

ແຕ່ຢ່າງໃດກໍຕາມ ທາງການລາວ ແລະ ໄທກໍໄດ້ຢືນຢັນມາໂດຍຕະຫລອດວ່າ ຈະບໍ່ ຍອມໃຫ້ພາກ ສ່ວນທີ 3 ເຂົ້າມາຫຍຸ້ງກ່ຽວໃນບັນຫາຊາວມົ້ງລາວ ຢູ່ຫ້ວຍນ້ຳຂາວ, ຢ່າງເດັດຂາດ ເນື່ອງຈາກ ເຂົາເຈົ້າຖືວ່າ ຊາວມົ້ງເຫລົ່ານີ້ ບໍ່ແມ່ນບັນຫາຊາວອົບພະຍົບ ໜີໄພສົງຄາມ ຫລື ມີຄວາມຂັດແຍ້ງທາງການເມືອງ ແຕ່ຢ່າງໃດ. ຫາກແຕ່ເປັນພຽງ ບັນຫາການເຂົ້າເມືອງໄທຜິດກົດໝາຍ. ສະນັ້ນ ຈະຕ້ອງຖືກ ສົ່ງກັບຄືນໄປລາວສະຖານ ດຽວ ແລະ ທາງການລາວກໍຢືນຢັນມາໂດຍຕະຫລອດວ່າ ກຽມພ້ອມທີ່ຈະຮັບເອົາຊາວ ມົ້ງຕະຫລອດເວລາ.

ທັ້ງນີ້ ທາງການໄທໄດ້ຢືນຢັນ ທີ່ຈະດຳເນີນການສົ່ງຊາວມົ້ງທຸກຄົນກັບຄືນໄປລາວໃຫ້ ແລ້ວພາຍໃນ ເດືອນພະຈິກ ຫຼື ກ່ອນທີ່ລາວຈະເປັນເຈົ້າພາບຈັດການແຂ່ງຂັນກິລາ SEA ເກມຄັ້ງທີ່ 25 ໃນລະຫວ່າງ ວັນທີ 9-18 ທັນວາ ປີນີ້ ຢູ່ວຽງຈັນ ໂດຍຈະບໍ່ມີການພິຈາ ລະນາວ່າຊາວມົ້ງເຄີຍເປັນ CIA ຂອງສະຫາຣັດ ໃນສົງຄາມອິນໂດຈິນ ຫຼືບໍ່ ແຕ່ຢ່າງໃດ ເຖິງແມ່ນວ່າກ່ອນໜ້ານີ້ ທາງການໄທຈະຍອມຮັບວ່າ ໃນຈຳນວນຊາວມົ້ງລາວທັງໝົດ ທີ່ຢູ່ບ້ານຫ້ວຍນ້ຳຂາວນັ້ນ, ມີອາດີດ CIA ລວມຢູ່ດ້ວຍປະມານ 8% ກໍ່ຕາມ.

ຍິ່ງໄປກວ່ານັ້ນ ທາງການສະຫາຣັດເອງ ກໍ່ໄດ້ຢືນຢັນຢ່າງຈະແຈ້ງແລ້ວວ່າ ບໍ່ມີນະໂຍ ບາຍທີ່ຈະຮັບເອົາຊາວມົ້ງເພີ່ມຕື່ມຂື້ນອີກແຕ່ຢ່າງໃດ. ໃນປະຈຸບັນນີ້ ຍັງເຫຼືອຊາວມົ້ງ ລາວທີ່ພັກອາໄສຢູ່ສູນຮອງຮັບ ຈຳນວນ 4,000 ກວ່າຄົນ. ສ່ວນທີ່ຖືກທາງການໄທສົ່ງ ໄປໃຫ້ທາງການລາວແລ້ວນັ້ນ ກໍ່ມີຈຳນວນເກີນກວ່າ 3,000 ຄົນ ໂດຍທາງການລາວຢືນ ຢັນວ່າໄດ້ໃຫ້ການເບິ່ງແຍງພວກເຂົາເຈົ້າເປັນຢ່າງດີດ້ວຍການສົ່ງພວກເຂົາເຈົ້າ ກັບຄືນ ໄປພູມລຳເນົາເດີມ ຫຼືຖ້າຫາກວ່າບໍ່ມີທີ່ຢູ່ອາໃສ ແລະ ທີ່ດິນທຳກິນຢູ່ໃນລາວແລ້ວ ທາງ ການລາວກໍ່ຈະສົ່ງຊາວມົ້ງດັ່ງກ່າວ ໄປຢູ່ໃນໝູ່ບ້ານ ຈັດສັນ ໃໝ່ ນັ້ນກໍ່ຄືບ້ານຜາຫຼັກ, ເມືອງກາສີໃນແຂວງວຽງຈັນ ນັ້ນເອງ.

XS
SM
MD
LG