ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ບັນດາປະເທດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ສົນທະນາ ຫາຣື ກ່ຽວກັບການສ້າງຕັ້ງ ປະຊາຄົມ ເອເຊັຽຕາເວັນອອກ


ອາຊ່ຽນ: ບັນດາປະເທດ ໃນເຂດເອເຊັຽ ຕາເວັນອອກ ສຽງໃຕ້ ພວມທຳການ ປະຊຸມສຸດຍອດ ທີ່ປະເທດໄທ ໃນວັນເສົາມື້ນີ້ ກ່ຽວກັບການຮ່ວມມື ຢູ່ໃນພູມີພາກ ການສົນທະນາຫາຣື ໃນການສ້າງຕັ້ງ ກຸ່ມເສຖກິດ ຢູ່ໃນຂົງເຂດ ແລະຮຽກຮ້ອງ ໃຫ້ມຽນມາ ແລະເກົາຫລີເໜືອ ດຳເນີນມາຕການ ຈຳນວນນຶ່ງ. ເຈົ້າໜ້າທີ່ ຂອງປະເທດເຫລົ່ານີ້ ພວມພິຈາຣະນາ ເບິ່ງຄວາມເປັນໄປໄດ້ ໃນການສ້າງຕັ້ງ ປະຊາຄົມເສຖກິດ ໃນເຂດເອເຊັຽຕາເວັນອອກ ທີ່ເອົາແບບມາຈາກ ສະຫະພາບຢູໂຣບ. ພວກຜູ້ນຳ ໄດ້ມີຄວາມເຫັນ ບໍ່ລົງຮອຍກັນ ກ່ຽວກັບບົດບາດ ຂອງສະຫະຣັດ ຢູ່ໃນປະຊາຄົມ ດັ່ງກ່າວ. ຍີ່ປຸ່ນຊຸກຍູ້ໃຫ້ ມີການຮັບເອົາ ສະຫະຣັດ ເຂົ້າຮ່ວມນຳ ໃນຮອບໃດຮູບນຶ່ງ ໂດຍເວົ້າວ່າ ການເປັນພັນທະມິດ ລະຫວ່າງສະຫະຣັດ ກັບຍີ່ປຸ່ນນັ້ນ ແມ່ນເປັນເສົາຫລັກ ໃນດ້ານການທູດ ຂອງພວກເຂົາເຈົ້າ. ໃນຖແລງການ ທີ່ນຳອອກເຜີຍແຜ່ ໃນວັນເສົາມື້ນີ້ ພວກຜູ້ຂອງນຳ ຂອງ 10 ປະເທດ ໃນສະມາຄົມ ບັນດາປະຊາຊາດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ ຍັງໄດ້ຮຽກຮ້ອງ ໃຫ້ມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ ຈັດການເລືອກຕັ້ງ ແບບເສຣີ ແລະຍຸຕິທັມ ໃນປີ 2010 ແລະໃຫ້ເກົາຫລີເໜືອ ປະຕິບັດຕາມ ພັນທະນາໆຊາດ ກ່ຽວກັບການປົດ ອາວຸດນິວເຄລັຽ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ທະຫານຢຶດໄດ້ ບ້ານເກີດຂອງນາຍ HAKIMULLAH MEHSUD ຜູ້ນຳຂອງ ກຸ່ມທາລີບານແລ້ວ. ແຫລ່ງຂ່າວ ຂອງພວກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ແຈ້ງວ່າ ທະຫານ ປາກິສຖານ ໄດ້ເຂົ້າຢຶດເອົາ ເມືອງ KOTKAI ໃນວັນເສົາມື້ນີ້ ຫລັງຈາກໄດ້ ສູ້ຣົບກັນຢ່າງໜັກ ເປັນເວລາຫລາຍໆມື້. ການປະຕິບັດງານ ທີ່ວ່ານີ້ ແມ່ນພາກສ່ວນນຶ່ງ ໃນແຜນການ ບຸກໂຈມຕີ ຂອງພວກທະຫານ ຕໍ່ພວກກະບົດ ທາລີບານ ໃນເຂດ WAZIRISTAN ໃຕ້. ນອກນັ້ນແລ້ວ ໃນເຂດພາກ ຕາເວັນຕົກສຽງເໜືອ ຂອງປາກິສຖານ ໃນວັນເສົາມື້ນີ້ເຈົ້າ ໜ້າທີ່ເວົ້າວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍວ່າ ເປັນຂອງສະຫະຣັດ ໄດ້ເຮັດໃຫ້ ມີຜູ້ເສັຽຊີວິດ 14 ຄົນ ໃນເຂດຊົນເຜ່ົາ BAJAUR. ເຈົ້າໜ້າທີ່ ຣັຖບານປາກິສຖານ ຄົນນຶ່ງກ່າວວ່າ ການໂຈມຕີ ທີ່ວ່ານີ້ ໄດ້ແນເປົ້າໝາຍໃສ່ ເຮືອນຫລັງນຶ່ງ ທີ່ເຊື່ອກັນວ່າ ເປັນບ່ອນພັກຂອງ ຜູ້ບັນຊາການສຳຄັນຜູ້ນຶ່ງ ຂອງກຸ່ມທາລີບານ ທີ່ສາມາດ ຫລົບໜີໄປໄດ້. ມາຮອດ ວັນສຸກວານນີ້ ກອງທັບປາກິສຖານ ກ່າວວ່າ ຕົນໄດ້ສັງຫານ ພວກຫົວຮຸນແຮງ 142 ຄົນ ໃນການປະຕິບັດງານ ບຸກໂຈມຕີຂອງຕົນ ຂະນະທີ່ທາງກອງທັບ ສູນເສັຽທະຫານ ແຕ່ພຽງ 20 ຄົນ.

ອັຟການິສຖານ: ພວກກະບົດ ທາລີບານ ໄດ້ເຕືອນບໍ່ໃຫ້ປະຊາຊົນ ຊາວອັຟການິສຖານ ໄປປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີຮອບ 2 ຊຶ່ງຈະມີຂຶ້ນ ໃນວັນທີ 7 ເດືອນໜ້າ ແລະຂູ່ວ່າ ຈະເກີດຄວາມຮຸນແຮງ ກັບພວກທີ່ໄປປ່ອນບັດ. ໃນຖແລງການ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນເສົາມື້ນີ້ ພວກທາລີບານ ໄດ້ປະນາມ ການເລືອກຕັ້ງວ່າ ເປັນຂັ້ນຕອນ ຂອງສະຫະຣັດ ແລະໄດ້ປະກາດວ່າ ຕົນຈະດຳເນີນ ມາຕການ ເພື່ອຍຸຕິ ຂັ້ນຕອນດັ່ງກ່າວ. ພວກທາລີບານ ກ່າວຕື່ມວ່າ ຖ້າຜູ້ໃດກໍຕາມ ທີ່ໄດ້ຮັບບາດເຈັບ ໃນລະຫວ່າງ ການໄປປ່ອນບັດນັ້ນ ຈະຖືວ່າ ເປັນຄວາມຜິດ ຂອງເຂົາເຈົ້າເອງ ທີ່ໄດ້ໄປຮ່ວມ. ການໂຄສະນາຫາສຽງ ໃນການເລືອກຕັ້ງ ປະທານາທິບໍຮອບສອງ ລະຫວ່າງ ປະທານາທິບໍດີ HAMID KARZAI ແລະຜູ້ທ້າທາຍ ທ່ານ ABDUL LAH ABDULLAH ໄດ້ເລີ້ມຂຶ້ນ ໃນວັນເສົາມື້ນີ້. ການເລືອກຕັ້ງ ປະທານາທີບໍດີ ທີ່ມີການສໍ້ໂກງ ຄະແນນສຽງຢ່າງຮ້າຍແຮງ ໃນເດືອນສິງຫາ ຜ່ານມາ ພາໃຫ້ເຈົ້າໜ້າທີ່ ຈັດການເລືອກຕັ້ງ ຮອບສອງຂຶ້ນ.

ອີຣ່ານ: ຄະນະກວດການິວເຄລັຽ ຂອງອົງການ ສະຫະປະຊາຊາດ ກຳລັງເດີນທາງ ໄປອີຣ່ານ ເພື່ອກວດເບິ່ງ ບ່ອນກັ່ນທາດ ຢູເຣນຽມ ທີ່ເປັນບັນຫາໂຕ້ແຍ້ງ ຂອງປະເທດດັ່ງກ່າວ. ຄະນະກວດກາ ຈາກອົງການ ພະລັງງານ ປະຣະມະນູສາກົນ ມີກຳນົດ ທີ່ຈະເດີນທາງ ໄປເຖິງອີຣ່ານ ໃນວັນເສົາມື້ນີ້ ແລະໄປເບິ່ງ ໂຮງກັ່ນທາດ ຢູເຣນຽມທີ່ເມືອງ QOM ໃນມື້ອື່ນ. ອີຣ່ານຫາກໍຮັບຮູ້ ເມື່ອບໍ່ດົນຜ່ານມານີ້ວ່າ ຕົນໄດ້ສ້າງ ໂຮງກັ່ນທາດ ຢູເຣນຽມ. ຫົວໜ້ານິວເຄລັຽ ຂອງອີຣ່ານ ທ່ານ ALI AKBAR SALEHI ກ່າວໃນເດືອນແລ້ວນີ້ວ່າ ເຕຫະຣ່ານ ຈະອະນຸຍາດໃຫ້ ຄະນະກວດກາ ເຂົ້າໄປກວດເບິ່ງ ສະຖານທີ່ດັ່ງກ່າວ. ເວລານີ້ ອີຣ່ານກຳລັງ ພິຈາຣະນາເບິ່ງ ການຈັດແຈງ ທີ່ໄດ້ຮັບການ ສນັບສນຸນ ຈາກອົງການ ສະຫະປະຊາຊາດ ທີ່ຈະໃຫ້ຣັດເຊັຽ ກັ່ນທາດຢູເຣນຽມ ໃຫ້ແກ່ອີຣ່ານ ເພື່ອນຳໄປໃຊ້ ກັບເຕົາແຍກນິວເຄລັຽ ສຳລັບການຄົ້ນຄວ້າ. ຂໍ້ຕົກລົງ ຊຶ່ງໄດ້ຮັບເອົາ ໂດຍຣັດເຊັຽ ສະຫະຣັດ ແລະຝຣັ່ງ ແມ່ນແນໃສ່ ເພື່ອປ້ອງກັນ ບໍ່ໃຫ້ອີຣ່ານ ກັ່ນທາດຢູເຣນຽມເອງ ໃນຈຸດທີ່ອີຣ່ານ ສາມາດນຳໄປໃຊ້ ເພື່ອເຮັດອາວຸດ ນິວເຄລັຽໄດ້.

ສະຫະຣັດ - ເກົາຫລີເໜືອ: ທູດພິເສດຄົນນຶ່ງ ຂອງເກົາຫລີເໜືອ ກຳລັງຢູ່ທີ່ ນະຄອນນິວຢອກ ໃນການຢ້ຽມຢາມ ສະຫະຣັດ ທີ່ບໍ່ຄ່ອຍໄດ້ເຫັນກັນ ອາດຈະໄດ້ພົບປະ ແບບເຊິ່ງໜ້າ ກັບນັກເຈຣະຈາ ຂອງສະຫະຣັດ ຊຶ່ງພາໃຫ້ ມີຄວາມຫວັງ ກ່ຽວກັບການສ້າງ ຄວາມກ້າວໜ້າ ໃນການເຈຣະຈາ ປົດອາວຸດນິວເຄລັຽ ທີ່ຕົກຢູ່ໃນສະພາບ ບໍ່ໄປບໍ່ມານັ້ນ. ທ່ານ RI GUN ໄດ້ເດີນທາງ ມາເຖິງສະຫະຣັດ ໃນມື້ວານນີ້ ແລະມີກຳນົດ ທີ່ຈະເຂົ້າຮ່ວມ ກອງປະຊຸມ ອະພິປາຍ ໃນດ້ານການສຶກສາ ທີ່ນະຄອນນິວຢອກ ແລະຣັດແຄລີຟໍເນັຽ. ແຕ່ໂຄສົກຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ສະຫະຣັດ ໄດ້ພິຈາຣະນາ ທີີ່ຈະໃຫ້ມີການພົບປະ ລະຫວ່າງທ່ານ RI ແລະທູດພິເສດ ຂອງສະຫະຣັດ ຮັບຜິດຊອບ ກ່ຽວກັບການເຈຣະຈາ ຫລຸດກຳລັງອາວຸດ ທ່ານ SUNG KIM. ໂຄສົກເວົ້າວ່າ ທ່ານບໍ່ມີຫຍັງ ທີ່ຈະປະກາດໃຫ້ຊາບ ແຕ່ຈະບໍ່ຍົກເວັ້ນ ໃນຄວາມເປັນໄປໄດ້ ກ່ຽວກັບການ ພົບປະດັ່ງກ່າວ. ທ່ານ RI ແມ່ນນັກການທູດ ໝາຍເລກ 2 ຂອງເກົາຫລີເໜືອ ໃນການເຈຣະຈາ ນາໆຊາດ ທີ່ແນໃສ່ເພື່ອຍຸຕິ ໂຄງການສ້າງອາວຸດນິວເຄລັຽ ຂອງພຽງຢາງ.

ຈີນ - ໃຕ້ຫວັນ: ຈີນແລະໃຕ້ຫວັນ ຕ່າງກໍໄດ້ ສົ່ງເຈົ້າໜ້າທີ່ ທ່ອງທ່ຽວຂອງຕົນ ໄປປະຈຳ ຢູ່ໃນດິນແດນ ຂອງອີກຝ່າຍນຶ່ງ ຊຶ່ງເປັນການເຄື່ອນໄຫວ ທີ່ມີຄວາມສຳຄັນ ໃນຄວາມສັມພັນ ທີ່ກຳລັງອົບອຸ່ນຂຶ້ນ ລະຫວ່າງ ຄູ່ປໍຣະປັກທັງສອງ. ນີ້ແມ່ນເທື່ອທຳອິດ ນັບແຕ່ໃຕ້ຫວັນ ໄດ້ແຍກອອກຈາກ ຈີນແຜ່ນດິນໃຫຍ່ ໃນປີ 1949 ທີ່ຣັຖບານ ຂອງທັງສອງຝ່າຍ ໄດ້ສົ່ງເຈົ້າໜ້າທີ່ ຂ້າມຊ່ອງແຄບໃຕ້ຫວັນ ເພື່ອໄປປະຈຳການ ໃນດິນແດນ ຂອງອີກຝ່າຍນຶ່ງ. ສຳນັກງານ ຂອງແຕ່ລະຝ່າຍ ຈະມີເຈົ້າໜ້າທີ່ 10 ຄົນ ແລະສຳນັກງານທີ່ວ່ານີ້ ອາດຈະເລີ້ມເປີດ ໃນຕົ້ນປີໜ້ານີ້. ເຈົ້າໜ້າທີ່ກ່າວວ່າ ການເຄື່ອນໄຫວທີ່ວ່ານີ້ ໄດ້ມີຂຶ້ນຫລັງຈາກ ມີພວກນັກທ່ອງທ່ຽວ ຈາກຈີນແຜ່ນດິນໃຫຍ່ ເປັນຈຳນວນຫລວງຫລາຍ ເດີນທາງໄປຍັງໃຕ້ຫວັນ. ພວກນັກທ່ອງທ່ຽວ ຈາກຈີນແຜ່ນດິນໃຫຍ່ ຫລາຍກວ່າ 5 ແສນຄົນ ໄດ້ເດີນທາງ ຂ້າມຊ່ອງແຄບ ໄປຍັງໃຕ້ຫວັນ ນັບແຕ່ປະທານາທິບໍດີ ທີ່ເປັນມິດກັບປັກກິ່ງ ຂອງໃຕ້ຫວັນ ໄດ້ເພີ້ມໂຄຕ້າ ອະນຸຍາດໃຫ້ຊາວຈີນ ຈາກແຜ່ນດິນໃຫຍ່ ເດີນທາງໄປຢ້ຽມຢາມ ໃຕ້ຫວັນໄດ້ 3 ພັນຄົນຕໍ່ມື້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG