ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສັກຢາປ້ອງກັນພະຍາດໄຂ້ຫວັດໃຫຍ່ຊະນິດ H1N1 ຢູ່ສະ ຫະຣັດ


ບັນດາປະເທດຢູ່ໃນຊີກໂລກເໜືອກຳລັງເລີ້ມ ແຈກຈ່າຍຢາ ປ້ອງກັນພະຍາດໄຂ້ຫວັດ ໃຫຍ່ H1N1. ແຕ່ວ່າ ຜູ້ເປັນ ພໍ່ແມ່ຂອງເດັກ ແລະ ນັກວິຊາການມີຄວາມເປັນຫ່ວງຕໍ່ຄວາມປອດ ໄພຂອງຢາ ວັກຊິນດັ່ງກ່າວ ໃນຂະນະທີ່ທ່ານ ໝໍບາງຄົນ ຜັດຢ້ານ ວ່າໂຮງໝໍຈະບໍ່ສາ ມາດຮັບມືໄຫວ ຖ້າຫາກມີຄົນປ່ວຍຍ້ອນເຊື້ອ ພະຍາດດັ່ງ ກ່າວນີ້ໃນຈຳນວນຫລວງຫລາຍ ໃນເວລານີ້.

ຄວາມຕ້ອງການຢາປ້ອງກັນພະຍາດໄຂ້ຫວັດ ໃຫຍ່ສາຍພັນໃໝ່ ຊະນິດ H1N1 ໄດ້ເຮັດໃຫ້ ຜູ້ຄົນຈຳນວນຫລວງຫລາຍຫລັ່ງໄຫລ ເຂົ້າໄປສັກ ຢາຢູ່ຄລີນິກສັກຢາວັກຊິນໃນທົ່ວ ອາເມຣິກາ.

ແລະພວກຜູ້ຍິງຖືພາ ຫລື ແມ່ມານ ແມ່ນມີຄວາມສ່ຽງສູງກວ່າໝູ່ ທີ່ຈະຕິດເຊື້ອໄວຣັສ ຊະນິດ H1N1ນີ້. ແລະ ເທົ່າເຖິງເວລານີ້ ຢ່າງໜ້ອຍມີເດັກນ້ອຍ 86 ຄົນ ເສຍຊີວິດ ຍ້ອນເຊື້ອໄວຣັສ ສາຍ ພັນໃໝ່ຊະນິດນີ້ ແລ້ວຢູ່ໃນສະຫະຣັດ.

ສູນຄວບຄຸມພະຍາດຂອງສະຫະຣັດ ຫລື CDC ລາຍງານວ່າ ເຊື້ອໄວຣັສ ສາຍພັນໃໝ່ນີ້ ໄດ້ແຜ່ລາມ ໄປເກືອບທົ່ວສະຫະຣັດແລ້ວ ໃນເວລານີ້. ແຕ່ເຖິງແມ່ນວ່າຈະເປັນແນວນັ້ນ ກໍຕາມ, ຄົນອາ ເມຣິກັນບາງຄົນຍັງເວົ້າວ່າເຂົາເຈົ້າຈະບໍ່ສັກຢາກັນພະຍາດນີ້. ຍ້ອນວ່າ ເຂົາ ເຈົ້າມີຄວາມເປັນ ຫ່ວງກ່ຽວກັບຄວາມປອດໄພຂອງຢາຍ້ອນວ່າມັນຖືກຜະຫລິດ ອອກໄວ ໂພດ, ແລະ ມັນມີທາດກັນບູດຢູ່ນຳ ເຊິ່ງອາດສາມາດເຮັດໃຫ້ບາງຄົນເປັນໂຣກ ປັນຍາອ່ອນ ໄດ້.

ແຕ່ວ່າ Dr. Anne Schuchatຈາກສູນ ຄວບຄຸມພະຍາດຂອງສະຫະຣັດກ່າວວ່າ:ພວກເຮົາບໍ່ໄດ້ຕັດຂັ້ນຕອນຂອງການເຮັດ ຢານີ້ຫລື ຫລຸດການທົດລອງ ແລະ ຄວບ ຄຸມຢາວັກຊິນນີ້ລົງແຕ່ຢ່າງໃດ, ແລະ ພວກ ເຮົາກໍພະຍາຍາມເຮັດຂັ້ນຕອນ ດັ່ງ ກ່າວນັ້ນໃຫ້ດຳເນີນໄປຢ່າງມີຄວາມລະມັດ ລະວັງ ແລະ ປອດໄພ.

ເຈົ້າໜ້າທີ່ ສາທາລະນະສຸກ ແລະ ທ່ານໝໍ ທັງຫລາຍ ກຳລັງໃຊ້ຄວາມພະຍາຍາມ ເພີ້ມຂຶ້ນ ເປັນສອງເທົ່າໃນການເຮັດໃຫ້ຜູ້ຄົນເຂົ້າໃຈ ວ່າ ການສັກຢາກັນພະຍາດນີ້ ແມ່ນເປັນວິທີປ້ອງກັນ ເຊື້ອໄວຣັສໄຂ້ຫວັດໃຫຍ່ຊະນິດ H1N1ນີ້ໄດ້ດີທີ່ສຸດ.

Dr. Peter Holbrook ທີ່ສູນກາງປິ່ນປົວເດັກນ້ອຍແຫ່ງຊາດຢູ່ກຸງວໍຊິງຕັນເວົ້າວ່າ ຖ້າຄົນ ພາກັນຄິດວ່າ ໄຂ້ຫວັດໃຫຍ່ນີ້ ເປັນຄ້າຍຄືກັນກັບໄຂ້ຫວັດທຳມະດາແລ້ວ ແມ່ນເຂົາເຈົ້າ ເຂົ້າໃຈຜິດ.

ເພາະທີ່ຈິງແລ້ວ ການເປັນໄຂ້ຫວັດຍ້ອນເຊື້ອໂຣກນີ້ ບໍ່ແມ່ນການເປັນຫວັດ ທຳມະດາ ມັນເປັນການເຈັບປ່ວຍທີ່ຮ້າຍແຮງຫລາຍ.

Dr. Peter Holbrook ເນັ້ນຢ້ຳອີກວ່າແມ່ນແຕ່ຄົນເຈັບປ່ວຍບໍ່ໜັກປານໃດກໍສາມາດເຮັດ ໃຫ້ມີອາການປ່ວຍຮ້າຍແຮງຂຶ້ນໄດ້.ສະນັ້ນຖ້າຫາກມີຜູ້ປ່ວຍໜັກມັນກໍຍິ່ງຈະເຮັດໃຫ້ມີ ອາການຮ້າຍແຮງຂຶ້ນຢ່າງໄວວາ.

ພວກທ່ານໝໍທັງຫລາຍມີຄວາມເປັນຫ່ວງກັນວ່າໂຮງໝໍຈະບໍ່ສາມາດມີທ່ານໝໍ ແລະ ພະນັກ ງານພຽງພໍ ເພື່ອຮັບມືກັບການລະບາດຢ່າງໃຫຍ່ຂອງເຊື້ອໄຊ້ຫວັດ H1N1ນີ້. Dr. Arthur Kellermann ທີ່ ມະຫາວິທະຍາໄລແພດສາດ Emory ມີຄວາມກັງ ວົນໃຈເພາະບໍ່ຮູ້ວ່າຈະ ເອົາຄົນປ່ວຍທີ່ຕ້ອງການ ການ ດູແລປິ່ນປົວຢ່າງຫລວງຫລາຍໄປ ໄວ້ໃສ. ທ່ານເວົ້າວ່າ:

ພວກເຮົາຕ້ອງກະກຽມຫ້ອງປິ່ນປົວສຳລັບຮັບມືກັບກໍລະນີທີ່ມີຄົນປ່ວຍຢູ່ໃນອາການສາ ຫັດ ແລະ ເຮັດໃຫ້ລະບົບການແພດຂອງພວກເຮົາສາມາດ ທຳການຕັດສິນໃຈໄດ້ ຢ່າງຖືກຕ້ອງ.

ຖ້າວ່າເຊື້ອໄວຣັສໄຂ້ຫວັດໃຫຍ່ຊະນິດ H1N1ນີ້ ເປັນຄືກັນກັບ ເທົ່າທີ່ມັນເປັນມາໃນ ໄລຍະ ມັນລະບາດຂຶ້ນໃນເດືອນ ມີນານັ້ນ ກໍສະແດງວ່າ ພະຍາດນີ້ໄດ້ຖີບຕົວສູ່ຈຸດ ສູງສຸດແລ້ວເລີ້ມຮ້ວຍລົງໃນ ເວລາປະມານ 7 ອາທິດ.

ຖ້າຫາກວ່າເປັນແນວນັ້ນແທ້, ທ່ານໝໍ Holbrook ເວົ້າວ່າ ການລະບາດຂອງເຊື້ອ ໂຣກນີ້ ຢູ່ໃນອາເມຣິກາ ອາດຈະຮອດຈຸດສູງສຸດແລ້ວດຽວນີ້.

ແຕ່ວ່າສິ່ງທີ່ພວກນັກຊ່ຽວຊານທັງຫລາຍຕ່າງກໍເຫັນພ້ອມນຳກັນວ່າ ພະຍາດໄຂ້ຫວັດສາຍ ພັນໄໝ່ນີ້ ບໍ່ສາມາດທຳນາຍລ່ວງໜ້າ ໄດ້ວ່າມັນຈະເປັນໄປແນວໃດ. ແລະ ກໍເວົ້າ ເປັນສຽງດຽວກັນວ່າ ເວລານີ້ບໍ່ມີຢາກັນເຊື້ອໄວຣັສໄຂ້ຫວັດໃຫຍ່ H1N1ນີ້ ໄວ້ ແຈກຢາຍໃຫ້ປະຊາ ຊົນຢ່າງພຽງພໍ ແມ່ນແຕ່ຢູ່ໃນ ສະຫະຣັດອາເມຣິກາກໍເຊັ່ນກັນ.

ສ່ວນທາງດ້ານ ອົງການ ອະນາໄມໂລກເວົ້າວ່າ ການບໍລິຈາກ ຢາວັກຊິນນີ້ ໂດຍອົງການ ສາກົນໃຫ້ແກ່ ບັນດາປະເທດ ທີ່ກຳ ລັງພັດທະນາ ຈະໄປເຖິງພວກເຂົາເຈົ້າໃນ 2-3 ອາທິດ ຂ້າງໜ້ານີ້.

XS
SM
MD
LG