ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຣື່ອງສິດທິມະນຸດ ເສຖກິດ ແມ່ນເປັນຫົວຂໍ້ສຳຄັນ ທີ່ກອງປະຊຸມ ສຸດຍອດ ຂອງສະມາຄົມອາຊ່ຽນ


ອາຊ່ຽນ: ມີການສົ່ງກຳລັງຕຳຣວດແລະທະຫານ ຫລາຍກວ່າ 30 ພັນຄົນ ໄປຮັກສາຄວາມສະງົບ ທີ່ເມືອງຫົວຫີນ ຊຶ່ງເປັນເມືອງ ຕາກອາກາດຂອງ ໄທ ໃນວັນສຸກມື້ນີ້ ສຳລັບໃນຕອນເລີ້ມຕົ້ນ ຂອງ ກອງປະຊຸມສຸດຍອດປະຈຳປີ ຂອງສະມາຄົມບັນ ດາປະຊາຊາດ ໃນເຂດເອເຊັຽ ຕາເວັນອອກສຽງ ໃຕ້ ຫລືອາຊ່ຽນ. ພວກຜູ້ນຳຈາກ 10 ປະເທດ ສະມາຊິກຂອງ ສະມາຄົມອາຊ່ຽນ ເລີ້ມກອງປະ ຊຸມສຸດຍອດ ເປັນເວລາ 3 ມື້ ດ້ວຍການສ້າງຕັ້ງ ຢ່າງເປັນທາງການ ຄະນະກັມມາທິການສິດທິມະ ນຸດ ຊຶ່ງເປັນອົງການຈັດຕັ້ງ ລະຫວ່ງຣັຖບານ ຂອງກຸ່ມອາຊ່ຽນ. ພວກນັກເຄື່ອນໄຫວ ກ່າວວ່າ ຄະນະກັມມາທິການ ທີ່ຫາກໍຕັ້ງຂຶ້ນໃໝ່ນີ້ ຈະບໍ່ມີຜົນຫຍັງຫລາຍ ຕໍ່ບັນດາປະເທດ ທີ່ໄດ້ລ່ວງລະເມີດ ສິດທິມະນຸດ ເຊັ່ນມຽນມາ ທັງນີ້ກໍຍ້ອນ ຄະນະກັມທິການດັ່ງກ່າວ ຈະເພັ່ງເລັງໃສ່ ການຊຸກຍູ້ ແທນທີ່ຈະແມ່ນ ໃຫ້ການປົກປ້ອງ ຄຸ້ມຄອງ ສິດທິມະນຸດ. ແຕ່ນາຍົກຣັຖມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ ກ່າວວ່າ ຄະນະກັມມາທິການ ສິດທິມະນຸດ ແມ່ນຂີດໝາຍອັນສຳຄັນ ໃນປະວັດສາດ 42 ປີ ຂອງສະມາຄົມອາຊ່ຽນ.

ສິດທິມະນຸດ - ສະຫະປະຊາຊາດ: ເຈົ້າໜ້າທີ່ສືບສວນ ໃນດ້ານສິດທິມະນຸດ 2 ທ່ານ ຂອງອົງການສະຫະປະຊາ ຊາດ ໄດ້ກ່າວປະນາມ ອຳນາດການປົກຄອງທີ່ກົດຂີ່ຂອງ ເກົາຫລີເໜືອ ແລະມຽນມາ. ທ່ານ VITIT MUNTAR BHOR ທີ່ໄດ້ຖືກແຕ່ງຕັ້ງພິເສດ ໃຫ້ເປັນຜູ້ຂຽນລາຍງານ ຂອງອົງການ ສະຫະປະຊາຊາດ ກ່ຽວກັບສະພາບ ການ ເຄົາຣົບນັບຖື ສິດທິມະນຸດໃນເກົາຫລີເໜືອ ກ່າວຕໍ່ຄະນະກັມມະການ ຂອງກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໃນມື້ວັນພະຫັດ ວານນີ້ວ່າ ສະຖານະການ ໃນເກົາຫຼີເໜືອ ແມ່ນຮ້າຍແຮງຫຼາຍ. ທ່ານ MUNTARBHOR ກ່າວວ່າ 9 ລ້ານຄົນ ຈາກປະຊາກອນ ຈຳນວນທັງໝົດ 24 ລ້ານຄົນ ຂອງຄອມມູນິສ ເກົາຫລີເໜືອ ກຳລັງປະເຊີນ ກັບຄວາມອຶດຢາກ. ທ່ານໄດ້ຖິ້ມໂທດ ກ່ຽວກັບເຣື່ອງນີ້ ໃສ່ການໃຫ້ຄວາມຊ່ອຍເຫລືອ ທີ່ບໍ່ພຽງພໍ ຂອງນາໆຊາດ ທັງນີ້ກໍຍ້ອນ ການທົດລອງ ລູກສອນໄຟ ແລະອາວຸດນິວເຄລັຽ ຂອງພຽງຢາງ. ທ່ານ MUNTARBHOR ເວົ້າວ່າ ເກົາຫລີເໜືອ ມີຊັພຍາກອນ ທັມມະຊາດ ຫລາຍກວ່າເກົາຫລີໃຕ້ ທີ່ເປັນຄູ່ປໍຣະປັກ ແຕ່ບໍ່ມີ ການໃຊ້ຈ່າຍເງິນ ທີ່ໄດ້ມາຈາກ ຊັພຍາກອນເຫລົ່ານີ້ ໃຫ້ກັບປະຊາຊົນ.

ກະສັດໄທ: ກະສັດພູມີພົນ ອະດຸນຍະເດດຊຶ່ງ ເປັນທີ່ເຄົາຣົບ ແລະສັກກາຣະບູຊາຂອງປະຊາ ຊົນຊາວໄທນັ້ນໄດ້ຊົງປາກົດໂຕ ຕໍ່ທີ່ສາທາຣະນະ ເປັນເທື່ອທຳອິດ ນັບແຕ່ໄດ້ສະເດັດ ເຂົ້າຮັບການ ປິ່ນປົວພະຍາບານ ເມື່ອນຶ່ງເດືອນກວ່າໆຜ່ານມາ. ກະສັດ ທີ່ກຳລັງປ່ວຍ ວັຍ 81 ພັນສາຂອງໄທ ໄດ້ຖືກເຂັນ ໄປຍັງບໍຣິເວນ ທີ່ມີການປິດລ້ອມ ແຫ່ງນຶ່ງຂອງໂຮງພະຍາບານ ສິຣິຣາດ ໃນບາງ ກອກ ໃນວັນສຸກມື້ນີ້ ໂດຍພວກທ່ານໝໍ ຂະນະທີ່ປະຊາຊົນ ຈຳນວນຫລາຍຮ້ອຍຄົນ ທີ່ໄປຕ້ອນຮັບ ໄດ້ພາກົ້ມລົງ ເວລາກະສັດພູມີພົນ ສະເດັດຜ່ານໄປ. ກະສັດພູມີພົນ ທີ່ໄດ້ຊົງໃສ່ເສື້ອເຊີດ ສີຟ້າແຂນສັ້ນ ໄດ້ວາງພວງມາລາ ທີ່ຮູບພາບຂອງມື້ລາງ ພຣະຣາຊມານດາ ຂອງພຣະອົງ ໃນລະຫວ່າງ ທີ່ຊົງປາກົດໂຕ ເປັນເວລາສັ້ນໆ. ກະສັດພູມີພົນ ໄດ້ສະເດັດເຂົ້າ ໂຮງພະຍາບານ ທີ່ບາງກອກ ໃນວັນທີ 19 ກັນຍາ ຜ່ານມາ ຍ້ອນມີພຣະອາການເປັນໄຂ້ ອິດເມື່ອຍ ແລະສເວີຍ ພຣະກາຍະຫານບໍ່ໄດ້. ທຳນຽບພຣະຣາຊວັງຂອງໄທ ໄດ້ອອກຖແລງຂ່າວ ປະຈຳວັນ ສະບັບນຶ່ງ ກ່ຽວກັບພຣະອາການ ຂອງກະສັດພູມີີພົນ ຊຶ່ງສະແດງໃຫ້ເຫັນວ່າ ພຣະອາການ ຂອງພຣະອົງ ກຳລັງດີຂຶ້ນ ຈາກການລົ້ມປ່ວຍ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ 2 ຄັ້ງ ແລະເຫດຣະ ເບີດອີກບ່ອນນຶ່ງເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 23 ຄົນ. ໃນເຫດຮ້າຍ ບ່ອນທຳອິດ ໃນວັນສຸກ ມື້ນີ້ ຕຳຣວດເວົ້າວ່າ ການໂຈມຕີ ສະລະຊີບ ໃກ້ໆຄ້າຍ ທະຫານແຫ່ງນຶ່ງ ເຮັດໃຫ້ມີຜູ້ເສັຽຊີວິດ 8 ຄົນ ແລະໄດ້ຮັບບາດເຈັບ ບໍ່ຕ່ຳກວ່າ 13 ຄົນ. ການໂຈມຕີ ມີຂຶ້ນທີ່ດ່ານກວດແຫ່ງນຶ່ງ ຢູ່ນອກ ສູນກາງການບິນ KAMRA ຂອງປາກິສຖານ ທີ່ຕັ້ງຢູ່ທາງທິດ ຕາເວັນຕົກ ຂອງນະຄອນຫລວງ ອິສລາມາບັດ. ຕໍ່ມາ ການໂຈມຕີ ດ້ວຍຣະເບີດຣົດ ຢູ່ນອກຮ້ານອາຫານແຫ່ງນຶ່ງ ທີ່ເມືອງ PESHAWAR ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບ ຢ່າງນ້ອຍ 8 ຄົນ ແລະທີ່ເຂດຊົນເຜົ່າ MOHMAND ໄດ້ເກີດເຫດຣະເບີດ ກັບຣົດໂດຍສານຄັນນຶ່ງ ທີ່ບັນທຸກແຂກ ໄປແຕ່ງງານ ເຮັດໃຫ້ມີຜູ້ ເສັຽຊີວິດ ຢ່າງນ້ອຍ 15 ຄົນ. ຍັງມີລາຍງານຂ່າວ ທີ່ຂັດແຍ້ງກັນຢູ່ ກ່ຽວກັບວ່າ ເຫດຣະເບີດ ທີ່ວ່ານີ້ ເປັນຣະເບີດຝັງດິນ ຫລືຣະເບີດ ທີ່ຄວບຄຸມ ຈາກໄລຍະໄກ.

ອີຣ່ານ: ອີຣ່ານກຳລັງປະເຊີນໜ້າກັບກຳນົດເວລາຕາຍ ໂຕ ໃນວັນສຸກມື້ນີ້ ເພື່ອຕັດສິນໃຈວ່າ ຈະຮັບເອົາຂໍ້ສເນີ ກ່ຽວກັບການ ກັ່ນທາດຢູເຣນຽມ ທີ່ແນ່ໃສ່ເພື່ອຫລຸດຜ່ອນ ຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄລັຽ ຂອງອີຣ່ານ ຫລືບໍ່? ອີຣ່ານ ບໍ່ໄດ້ສະແດງ ໃຫ້ເຫັນວ່າ ຕົນຈະຮັບເອົາ ການຈັດແຈງ ທີ່ວ່ານີ້ຫລືບໍ່ ຊຶ່ງຈະບັງຄັບໃຫ້ ອີຣ່ານຕ້ອງ ໄດ້ຈັດສົ່ງ ທາດຢູເຣນຽມ ທີ່ມີຄຸນນະພາບຕ່ຳຂອງຕົນ ໄປ ຍັງຕ່າງປະເທດ ເພື່ອຫັນປ່ຽນ ໃຫ້ເປັນເຊື້ອໄຟ ສຳລັບໃຊ້ ໃນເຕົາແຍກນິວເຄລັຽ ເພື່ອການຄົ້ນຄວ້າ ຂອງອີຣ່ານ. ແຜນການດັ່ງກ່າວນີ້ ຈະອຳນວຍໃຫ້ອີຣ່ານ ໄດ້ຮັບທາດ ຢູເຣນຽມ ຣະດັບຕ່ຳ ທີ່ກັ່ນແລ້ວ ເພື່ອໃຊ້ໃນດ້ານພົລເຮືອນ ແຕ່ຕ່ຳກວ່າຣະດັບ ທີ່ອີຣ່ານຕ້ອງການ ສຳລັບສ້າງ ອາວຸດນິວເຄລັຽ. ໃນມື້ວານນີ້ ສື່ມວນຊົນຂອງອີຣ່ານ ໄດ້ອ້າງຄຳເວົ້າ ຂອງຫົວໜ້າ ອົງການພະລັງງານ ປະຣະມະນູຂອງອີີຣ່ານ ທ່ານ ALI AKBAR SALEHI ທີ່ກ່າວວ່າ ເຕຫະຣ່ານ ຈະບໍ່ປະຖິ້ມ ຫລືຈຳກັດກິຈການ ໃນການກັ່ນທາດ ຢູເຣນຽມຂອງຕົນ.

ຮອນດູຣັສ: ຄະນະເຈຣະຈາ ຂອງທ່ານ MA NUEL ZELAYA ປະທານາທິບໍດີທີ່ຖືກໂຄ່ນ ລົ້ມຂອງຮອນດູຣັສກ່າວໃນວັນສຸກ ມື້ນີ້ວ່າການ ເຈຣະຈາ ເພື່ອແກ້ໄຂວິກິຕການ ທາງດ້ານການ ເມືອງ ໃນຮອນດູຣັສ ໄດ້ພັງທະລາຍ ລົງແລ້ວ. ທ່ານ ZELAYA ໄດ້ກຳນົດເອົາ ທ່ຽງຄືນວັນພະ ຫັດວານນີ້ ເປັນເສັ້ນຕາຍ ສຳລັບການກັບຄືນ ເຂົ້າກຳອຳນາດ ອີກຄັ້ງນຶ່ງຂອງທ່ານ. ທ່ານໄດ້ ປະກາດວ່າ ຈະຢຸດເຊົາ ການເຈຣະຈາ ຖ້າຫາກຣັຖບານ ຮັກສາການຊົ່ວຄາວ ພາຍໃຕ້ການນຳພາ ຂອງທ່ານ ROBERTO MICHELETTI ບໍ່ສາມາດບັນລຸ ການຕົກລົງ ກ່ຽວກັບເຣື່ອງນີ້. ຣັຖບານ ຮັກສາການຊົ່ວຄາວ ຂອງຮອນດູຣັສ ເວົ້າວ່າ ຕົນຈະທຳ ຂໍ້ສເນີຕອບ ໃນຕອນເຊົ້າວັນສຸກມື້ນີ້. ຣັຖບານຂອງທ່ານ MICHELETTI ໄດ້ຄັດຄ້ານ ຢ່າງແນ່ວແນ່ ຕໍ່ການກັບຄືນ ເຂົ້າກຳອຳນາດຄືນໃໝ່ ຂອງທ່ານ ZELAYA. ທ່ານ ZELAYA ໄດ້ຖືກໂຄ່ນລົ້ມ ແລະໄປລີ້ພັຍ ຢູ່ຕ່າງປະເທດ ໃນການກໍ່ຣັຖປະຫານ ເມື່ອວັນທີ 28 ມິຖຸນາຜ່ານມາ ຫລັງຈາກພວກຝ່າຍຄ້ານ ໄດ້ກ່າວຫາທ່ານວ່າ ພະຍາຍາມ ທີ່ຈະປ່ຽນແປງ ຣັຖທັມມະນູນ ຢ່າງຜິດກົດໝາຍ ເພື່ອຕໍ່ອາຍຸ ໃນການເປັນ ປະທານາທິບໍດີ ຂອງທ່ານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG