ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດຈະປົດ ເຈົ້າໜ້າທີ່ເລືອກຕັ້ງ ອັຟການິສຖານ 200 ກວ່າຄົນ ກ່ອນການເລືອກຕັ້ງຮອບ 2


ອັຟການິສຖານ: ອົງການ ສະຫະປະຊາຊາດ ກ່າວວ່າ ຕົນມີແຜນການ ທີ່ຈະປົດ ແລະແຕ່ງຕັ້ງໃໝ່ ເຈົ້າໜ້າທີ່ອະວຸໂສ ຫລາຍກວ່າເຄິ່ງ ທີ່ພົວພັນ ໃນການກຳກັບເບິ່ງແຍງ ການເລືອກຕັ້ງ ປະທານາທິບໍດີ ທີ່ມີບັນຫາ ຂອງອັຟການິສຖານ ກ່ອນການເລືອກຕັ້ງ ຮອບສອງ ຊຶ່ງຈະມີຂຶ້ນ ໃນວັນທີ 7 ພະຈິກ ຈະມານີ້. ເຈົ້າໜ້າທີ່ ສະຫະປະຊາຊາດ ກ່າວວ່າ ການສືບສວນພົບວ່າ ມີຫົວໜ້າເລືອກຕັ້ງ ຂອງ 200 ເຂດ ຈາກຈຳນວນທັງໝົດ 380 ເຂດ ໃນການເລືອກຕັ້ງ ປະທານາທິບໍດີ ໄດ້ມີການພົວພັນນຳ ການປ່ອນບັດ ທີ່ຜິດຣະບຽບການ ຫລືການສໍ້ໂກງ ຄະແນນສຽງ. ການສໍ້ໂກງ ຄະແນນສຽງຢ່າງໃຫຍ່ ໄດ້ກໍ່ໃຫ້ເກີດ ສະພາບການບໍ່ໄປບໍ່ມາ ທາງດ້ານການເມືອງ ກ່ອນທີ່ເຈົ້າໜ້າທີ່ ໄດ້ປະກາດໃນມື້ວານນີ້ ໃຫ້ຊາບຜົນ ການເລືອກຕັ້ງ ທີ່ວ່າບໍ່ມີຜູ້ໃດ ໄດ້ຮັບຄະແນນສຽງ ຫລາຍກວ່າ 50% ຊຶ່ງເປັນຈຳນວນຕ້ອງການ ເພື່ອບໍ່ໃຫ້ ມີການເລືອກຕັ້ງ ຮອບສອງນັ້ນ. ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ແລະຄູ່ແຂ່ງ ຄົນສຳຄັນຂອງທ່ານ ຄືອະດີດ ຣັຖມຸນຕຣີ ການຕ່າງປະເທດ ABDULLAH ABDULLAH ໃນເວລາຕໍ່ມາ ໄດ້ປະກາດໃຫ້ ການສນັບສນຸນ ຕໍ່ການເລືອກຕັ້ງ ຮອບສອງ.

ປາກິສຖານ: ເຮືອບິນເຮຣີຄອບເຕີ້ ຕິດປືນກົນ ແລະທະຫານ ປາກິສຖານ ໃນພາກຕາເວັນຕົກ ສຽງເໜືອ ຂອງປະເທດ ຍັງສືບຕໍ່ບຸກໂຈມຕີ ທີ່ໝັ້ນຂອງພວກຫົວຮຸນແຮງ ເປັນມື້ທີ 5 ລຽນຕິດ ໃນວັນພຸດມື້ນີ້. ລາຍງານຂ່າວ ທີ່ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ສືບລັບ ທີ່ກ່າວວ່າ ທະຫານ ແລະປືນໃຫຍ່ ໄດ້ຍິງໂຈມຕີ ທີ່ຕັ້ງຂອງພວກຫົວຮຸນແຮງ ໃນເມືອງ ຊຶ່ງເປັນບ້ານ ເກີດຂອງນາຍ HAKIMULLAH MEHDUD ຜູ້ນຳຄົນໃໝ່ ຂອງທາລີບານ ໃນປາກິສຖານ. ເນື່ອງຈາກເຂດດັ່ງກ່າວ ໄດ້ຖືກປິດ ຈາກໂລກພາຍນອກ ແລະບໍ່ມີການສົ່ງ ພວກນັກຂ່າວ ໄປນຳກຳລັງ ຂອງທະຫານ ປາກິສຖານ ຈຶ່ງບໍ່ສາມາດ ໃຫ້ການຢືນຢັນ ກ່ຽວກັບການກ່າວອ້າງ ຂອງທັງກອງທັບ ແລະຂອງພວກທາລີບານ. ໃນເຂດອື່ນໆ ຂອງປະເທດນັ້ນ ໂຮງຮຽນສ່ວນໃຫຍ່ ໄດ້ຖືກປິດນຶ່ງມື້ ຫລັງຈາກໄດ້ມີ ການໂຈມຕີສະລະຊີບ ດ້ວຍຣະເບີດ 2 ຄັ້ງ ທີ່ມະຫາວິທຍາລັຍ ນາໆຊາດ ຂອງສາສນາອິສລາມ ທີ່ນະຄອນຫລວງ ອິສລາມາບັດ ເຮັດໃຫ້ມີຜູ້ເສັຽຊີວິດ 4 ຄົນ.

ອີຣ່ານ - ນິວເຄລັຽ: ການເຈຣະຈາ ລະຫວ່າງອີຣ່ານ ແລະ 3 ປະເທດ ມະຫາອຳນາດ ຂອງໂລກ ໄດ້ດຳເນີນ ຢູ່ຕໍ່ມາ ໃນວັນພຸດມື້ນີ້ ຂະນະທີ່ ພວກເຈົ້າໜ້າທີ່ ພວມຊອກຫາຊ່ອງທາງ ທີ່ຈະໃຫ້ມີການບັນລຸ ການຕົກລົງ ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງ ກ່ຽວກັບໂຄງການນິວເຄລັຽ ທີ່ຍັງເປັນບັນຫາ ຖົກຖຽງໂຕ້ແຍ້ງ ຂອງອີຣ່ານ. ພວກນັກການທູດ ຈາກອີຣ່ານ ຣັດເຊັຽ ຝຣັ່ງ ແລະສະຫະຣັດ ໄດ້ເລີ້ມການ ເຈຣະຈາຫາຣື ໃນມື້ທີ 3 ທີ່ສຳນັກງານໃຫຍ່ ຂອງອົງການ ພະລັງານ ປະຣະມະນູສາກົນ ທີ່ນະຄອນ VIENNA. ການເຈຣະຈາ ໃນມື້ວານນີ້ ໄດ້ຕົກຢູ່ໃນ ສະພາບບໍ່ໄປບໍ່ມາ ຫລັງຈາກອີຣ່ານ ໄດ້ສະແດງການຄັດຄ້າ ນກ່ຽວກັບຂໍ້ສເນີ ທີ່ຢາກໃຫ້ມີການ ສົ່ງທາດຢູເຣນຽມສ່ວນໃຫຍ່ ທີ່ມີຄຸນນະພາບຕ່ຳ ຂອງອີຣ່ານ ໄປຍັງຣັດເຊັຽ ແລະຝຣັ່ງ ເພື່ອກັ່ນເປັນເຊື້ອ ໄຟທີ່ນັ້ນ. ອີຣ່ານໄດ້ຄັດຄ້ານ ເປັນພິເສດ ກ່ຽວກັບບົດບາດ ຂອງຝຣັ່ງ ໃນຂໍ້ຕົກລົງ ທີ່ວ່ານີ້.

ທ່ານເກດສ໌ - ເອເຊັຽ: ຣັຖມຸນຕຣີ ກະຊວງປ້ອງກັນປະເທດ ສະຫະຣັດ ທ່ານ ROBERT GATES ກ່າວວ່າ ວໍຊິງຕັນ ຈະບໍ່ຍອມຮັບເດັດຂາດ ກ່ຽວກັບການມີ ອາວຸດນິວເຄລັຽ ຂອງເກົາຫລີເໜືອ. ທ່ານ GATES ໃຫ້ທັສນະດັ່ງກ່າວ ໃນວັນພຸດມື້ນີ້ ຕໍ່ເຈົ້າໜ້າທີ່ ທະຫານກຸ່ມນຶ່ງ ຂອງສະຫະຣັດ ແລະເກົາຫລີໃຕ້ ບໍ່ດົນຫລັງຈາກ ໄດ້ເດີນທາງ ໄປເຖິງກຸງໂຊລ. ທ່ານກ່າວຕໍ່ ພວກທະຫານຈຸນີ້ວ່າ ພັຍຂົ່ມຂູ່ ທີ່ມາຈາກ ອຳນາດການປົກຄອງ ທີ່ໂດດດ່ຽວ ເກົາຫລີເໜືອ ໄດ້ກາຍເປັນ ພັນອັນຕະລາຍຮ້າຍແຮງ ແລະສ້າງ ຄວາມບໍ່ທຸ່ນທ່ຽງ. ສະຫະຣັດ ແມ່ນພາກສ່ວນນຶ່ງ ຂອງການເຈຣະຈາ 6 ຝ່າຍ ທີ່ແນ່ໃສ່ ເພື່ອຊັກຊວນ ໃຫ້ເກົາຫລີເໜືອ ປະຖິ້ມໂຄງການ ສ້າງອາວຸດນິວເຄລັຽ ແລກກັບໂຄງການ ໃຫ້ຄວາມຊ່ອຍເຫລືອ ທາງດ້ານເສຖກິດ. ເກົາຫລີເໜືອ ໄດ້ຍ່າງອອກຈາກ ກອງປະຊຸມ 6 ຝ່າຍ ໃນເດືອນທັນວາ ປີກາຍ ແລະຖອນໂຕ ຢ່າງເປັນທາງການ ອອກຈາກ ການເຈຣະຈາດັ່ງກ່າວ ໃນເດືອນມັງກອນ ຕົ້ນປີນີ້ ຫລັງຈາກ ປະຊາຄົມນາໆຊາດ ໄດ້ຕິຕຽນ ການຍິງຈະຣວດ ຂອງເກົາຫລີເໜືອ ທີ່ສົງສັຍວ່າ ເປັນການທົດລອງ ເທັກໂລໂລຈີ ລູກສອນໄຟ ໄລຍະໄກນັ້ນ.

ທ່ານຄາຣ໌ເຕີ - ເອເຊັຽ: ເປັນທີ່ຄາດກັນວ່າ ອະດີດ ປະທານາທິບໍດີ JIMMY CARTER ຂອງສະຫະຣັດ ຈະເດີນທາງ ໄປຢ້ຽມຢາມ ເຂດເອເຊັຽ ໃນເດືອນໜ້ານີ້ ເພື່ອຊ່ອຍສ້າງເຮືອນຊານ ໃຫ້ແກ່ພວກທີ່ທຸກຍາກ ຢູ່ໃນ 5 ປະເທດ ຊຶ່ງເປັນ ພາກສ່ວນນຶ່ງ ໃນການເດີນທາງ ເພື່ອການກຸສົນ ທີ່ພົວພັນກັບ ອາສາສະມັກ ຫລາຍໆພັນຄົນ. ອົງການບ່ອນຢູ່ ສຳລັບມະນຸດຊາດ ຫລື HABITAT FOR HUMANITY ທີ່ມີສຳນັກງານ ໃນສະຫະຣັດ ໄດ້ປະກາດ ໃນວັນອັງຄານ ວານນີ້ວ່າ ທ່ານ CARTER ແລະພັລຍາຂອງທ່ານ ຄືອະດີດ ສະຕຣີໝາຍເລກນຶ່ງ ROSALYNN ຈະເຮັດວຽກ ກ່ຽວກັບໂຄງການ ສ້າງແລະສ້ອມແປງເຮືອນ 166 ຫລັງ ເລາະຕາມບໍຣິເວນ ແຄມຝັ່ງແມ່ນ້ຳຂອງ ໃນປະເທດໄທ ວຽດນາມ ຈີນ ກຳປູເຈັຽ ແລະລາວ. ກຸ່ມດັ່ງກ່າວນີ້ ຈະສ້າງເຮືອນໃໝ່ 82 ຫລັງໃນໄທ ເພື່ອມອບຖວາຍ ເປັນກຽດ ເນື່ອງໃນໂອກາດ ວັນປະສູດ ຄົບຮອບ 82 ພັນສາ ຂອງກະສັດ ພູມີພົລ ອະດຸນຍະເດດ. ທ່ານ CARTER ເວົ້າວ່າ ໂຄງການຂອງທ່ານ ບໍ່ພຽງແຕ່ ຈະເຮັດໃຫ້ ມີເຮືອນມີຊານຢູ່ ທີ່ດີຂຶ້ນເທົ່ານັ້ນ ແຕ່ຍັງຈະເປັນ ການດຶງດູດເອົາ ຄວາມສົນໃຈ ມາສູ່ສະພາບ ການຂາດເຮືອນຊານ ບ່ອນຢູ່ຂອງຫລາຍໆຄອບຄົວ ໃນພາກສ່ວນນີ້ ຂອງໂລກ.

ຈີນ - ຊິນຈຽງ: ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ກ່າວວ່າ ເຈົ້າໜ້າທີ່ຈີນ ໄດ້ຈັບກຸມຄຸມຂັງ ແບບລັບໆ ພວກຜູ້ຊາຍ ຊາວວີເກີ້ ຫລາຍກວ່າ 40 ຄົນ ໃນເຂດຊີນຈຽງ ທາງພາກຕາເວັນຕົກຂອງຈີນ ລຸນຫລັງທີ່ໄດ້ເກີດ ການຈະລາຈົນຮຸນແຮງ ຫລາຍໆຄັ້ງ ໃນປີນີ້. ກຸ່ມປົກປ້ອງ ສິດທິມະນຸດ ທີ່ມີສຳນັກງານໃຫຍ່ ຢູ່ນະຄອນນິວຢອກ ໄດ້ອອກລາຍງານ ສະບັບນຶ່ງ ກ່ຽວກັບ ການຈັບກຸມຄຸມຂັງ ຊາວວີເກີ້ ໃນວັນພຸດມື້ນີ້ ໂດຍອີງຕາມ ການສຳພາດ ກັບປະຊາຊົນ ທີ່ນະຄອນອຸຣຸມຈີ ເມືອງເອກຂອງ ເຂດຊິນຈຽງ. ພວກທີ່ເຫັນເຫດການ ກ່າວວ່າ ກຳລັງຮັກສາ ຄວາມສະງົບຂອງຈີນ ໄດ້ປິດລ້ອມ ຫລາຍໆຄຸ້ມ ແລະຫລັງຈາກນັ້ນ ກໍກວດເບິ່ງ ພວກຜູ້ຊາຍ ແລະຊາວໜຸ່ມ ທີ່ໄດ້ຮັບບາດເຈັບ ຊຶ່ງບາງທີ ອາດເກີດຈາກ ການເຂົ້າຮ່ວມ ການກໍ່ຈະລາຈົນ ເມື່ອບໍ່ນານມານີ້. ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ເວົ້າວ່າ ຕົນໄດ້ຈົດບັນທຶກ ມີພວກຜູ້ຊາຍ ຊາວວີເກີ້ 43 ກໍຣະນີ ໄດ້ຫາຍສາບສູນ ແຕ່ກໍເວົ້າວ່າ ຈຳນວນດັ່ງກ່າວນີ້ ເປັນພຽງພາກສ່ວນນ້ອຍໆ ຂອງຊາວພວກວີເກີ້ ທີ່ຫາຍສາບສູນ ໄປເປັນຈຳນວນ ຫລວງຫລາຍນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG