ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ບັນຫາການຄ້າມະນຸດຂ້າມຊາດໃນລາວນັບມື້ຮ້າຍແຮງຂຶ້ນ


ຜູ້​ຕາງ​ໜ້າອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ຕ້ານ​ຢາ​ເສບ​ຕິດ ​ແລະ ອາດ​ສະຍາ​ກຳ​ໃນ​ລາວ​ລະບຸ​ວ່າ ລາວ​ເປັນ​ປະ​ເທດ​ນຶ່ງ​ທີ່ປະເຊີນກັບ​ບັນ​ຫາ​ການຄ້າມະນຸດຫຼາຍທີ່​ສຸດ​ຢູ່ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​.

ທ່ານ​ລິກ ບຸນ​ວັດ ຜູ້​ຕາງ​ໜ້າ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ຕ້ານ​ຢາ​ເສບ​ຕິດ ​ແລະ​ອາດ​ສະຍາກຳຂ້າມ ຊາດ​ ​ຫຼື UNODC ປະຈຳ​ປະ​ເທດ​ລາວນັ້ນ ລະບຸ​ວ່າການ​ຄ້າມະນຸດ ຂ້າມຊາດຢູ່​ໃນ ​ເຂດ​ລຸ່ນ​ແມ່ນ້ຳຂອງ​ ນັບ​ເປັນ​ບັນ​ຫາ​ທີ່​ມີ​ລະ​ດັບ​ຄວາມ​ຮຸນ​ແຮງ​ຫຼາຍຂຶ້ນ​ນັບ​ມື້ ​ໂດຍ​ມີ​ການ​ປະ​ເມີນ​ສະ​ຖານະ​ການ​ວ່າ ​ໃນ​ແຕ່ລະ​ປີນັ້ນຈະ​ມີ​ບຸ​ຄົນ​ທີ່​ຕົກ​ໄປ​ເປັນເຫຍື່ອຂອງ​ຂະ​ບວນການຄ້າມະນຸດຂ້າມຊາດ ຈຳນວນ​ເຖິງ 450.000 ຄົນ.

​ເຊິ່ງ​ໃນ​ຈຳນວນ​ດັ່ງ​ກ່າວ​ນີ້​ກໍລວມ​ເຖິງ​ຄົນ​ລາວ​ດ້ວຍ ​ແລະ​ຈາກ​ການ​ສຳ​ຫຼວດກໍພົບ​ວ່າ​ຫຼາຍກວ່າ 90% ຂອງ​ຄົນ​ລາວ​ທີ່​ຕົກ​ໄປເປັນເຫຍື່ອຂອງ​ຂະ​ບວນການຄ້າມະນຸດຂ້າມຊາດ ນັ້ນແມ່ນ​ເກີດ​ຂື້ນ ຢູ່​ໃນ​ປະ​ເທ​ດ​ໄທ​ ໂດຍ​ສວນ​ໃຫຍ່​ກໍ່​ຈະ​ເປັນ​ຜູ້ຍິງລາວ​ທີ່​ມີ​ອາຍຸ​ຫວ່າງ 12-18 ປີ ຫຼື ຄິດ​ເປັນ​ສັດ​ສວນ​ເຖິງ 35% ທີ່​ຖືກບີບ​ບັງ​ຄັບ​ໃຫ້​ຕ້ອງ​ຂາຍບໍລິການ​ທາງ​ເພດ ຢູ່ໃນປະເທດໄທ. ສ່ວນ​ຮອງລົງ​ມາກໍ​ຄື 32% ກໍຈະ​ຖື​ກບີບບັງຄັບ​ໃຊ້​ແຮງ​ງານ​ໂດຍ ບໍ່​ໄດ້​ຄ່າ​ຈ້າງ ​ແລະ 21% ກໍເປັນແຮງງານຢູ່​ໃນເຮືອປະໂມງ ​ແລ​ະ​ໂຮງງານ​ອຸດ​ສະ​ຫາ​ກຳເຖື່ອນ​ເປັນຕົ້ນ.

ກ່ອນ​ໜ້າ​ນີ້ ທາງ​ການ​ກະຊວງ​ແຮງ​ງານ ​ແລະ​ສະ​ຫວັດ​ດີກາ​ນສັງ​ຄົມ​ຂອງ​ລາວ​ເອງ​ກໍ​ຍອມຮັບ​ວ່າ ​ມີ​ແຮງ​ງານ​ລາວ​ຈຳນວນຫຼາຍກວ່າ 250.000 ຄົນ​ທີ່ຢູ່​ໃນໄທ. ​ໃນ​ຂະນະ​ທີ່​ອົງການທີ່​ບໍ່​ຂຶ້ນ​ຕໍ່​ລັດຖະບານ​ໃນ​ໄທນັ້ນ ກັບ​ໄດ້​ລາຍ​ງານ​ວ່າ​ມີ​ແຮງ​ງານ​ລາວ​ຫຼາຍກວ່າ 4 ​ແສນຄົນ ທີ່ໄດ້​ພາ​ກັນ​ລັກລອບ​ທຳ​ງານ​ຢູ່​ໃນ​ໄທໂດຍ​ຜິດ​ກົດໝາຍ ຊຶ່ງ​ມີ ຄວາມສ່ຽງຢ່າງ​ສູງ​ທີ່​ຈະ​ຕ້ອງ​ຕົກ​ໄປ​ເປັນເຫຍື່ອ ຂອງ​ຂະ​ບວນການ​ຄ້າມະນຸດຂ້າມຊາດ ຢູ່​ໃນ​ປະ​ເທດ​ໄທ.

ທັ້ງນີ້​ໂດຍຄະນະກຳມະການ​ຄຸ້ມຄອງ​ແຮງ​ງານຕ່າງ​ດ້າວ​ຈາກພະມ້າ ລາວ ​ແລະ​ກຳ​ປູ​ເຈຍ ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂື້ນ​ຕໍ່​ລັດຖະບານ​ໃນ​ໄທ​ນັ້ນ ກໍໄດ້ລາຍ​ງານ​ວ່າ​ໃນ​ສ່ວນ​ຂອງແຮງ​ງານ​ລາວ 4 ​ແສນ​ກວ່າ​ຄົນ​ໃນ​ໄທ​ ສ່ວນໃຫຍ່​ໄດ້​ພາ​ກັນ​ເດີນທາງ​ເຂົ້າມາ​ລັກລອບ​ທຳງານ​ຢູ່ໃນ​ໄທ​ ໂດຍ​ຜ່ານ​ນາຍ​ໜ້າ​ຄ້າ​ແຮງ​ງານທີ່​ຢູ່​ຕາມ​ຊາຍ​ແດນ​ໄທກັບລາວ​ຊຶ່ງ ​ແຮງ​ງານ​ລາວ​ແຕ່ລະຄົນ​ນັ້ນຈະ​ມີຄ່າ​ໃຊ້​ຈ່າຍ​ປະມານ 5.000 ບາດ. ​ໃນ​ຂະນະ​ທີ່​ນາຍ​ໜ້າ​ຄ້າ​ແຮງ​ງານ​ກໍ່​ຈະ​ຊ່ວຍ​ເຫຼືອທັ້ງ​ໃນ​ດ້ານ​ການ​ເດີນທາງ ​ແລະ ​ການຈັດ​ຫາ​ງານຢູ່​ໃນ​ປະເທດໄທໃຫ້​ດ້ວຍ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ເຫຼົ່ານີ້ ​ເລືອກ​ໃຊ້​ບໍລິ​ການ​ຈາກບັນດານາຍ​ໜ້າຫຼາຍກວ່າ ບໍລິສັດ ຈັດ​ຫາ​ງານ​ທີ່​ໄດ້​ຮັບ​ອານຸຍາດ​ຈາກ​ທາງ​ການ​ລາວ​ທີ່​ມີ​ຂັ້ນຕອນ​ຫຍຸ້ງຍາກ ​ແລະ​ຄ່າ​ໃຊ້​ຈ່າ​ຍສູງ​ກວ່າ​ເຖິງ 4 ​ເທົ່ານັ້ນ​ເອງ.

ສ່ວນທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະ​ຊວງ​ແຮງ​ງານ ​ແລະ​ສະຫ​ວັດ​ດີກາ​ນສັງ​ຄົມ​ຂອງ​ລາວ​ນັ້ນກໍ່​ຍອມຮັບ​ວ່າ​ສາ​ເຫດ​ທີ່​ສຳຄັນ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ​ສ່ວນຫລາຍ ຕ້ອງ​ພາກັນ​ເດີນທາງເຂົ້າມາ​ລັກລອບ​ທຳງານ​ຢູ່​ໃນ​ໄທ​ນັ້ນ ກໍ່​ເພາະວ່າ​ຢູ່​ໃນ​ລາວ​ມີ​ຕຳແໜ່ງງານ​ຮອງ​ຮັບບໍ່​ພຽງພໍ ​ແລະມີ​ອັດຕາ​ຄ່າ​ຈ້າງທີ່​ຕໍ່າຫຼາຍອີກດ້ວຍ.


XS
SM
MD
LG