ທັງນີ້ກໍ່ເນື່ອງຈາກວ່າ ເນື້ອທີ່ໄຮ່ທີ່ນາສ່ວນໃຫຍ່ຂອງປະຊາຊົນໃນເຂດອັດຕະປີນັ້ນໄດ້ເສຍ ຫາຍໄປຢ່າງສີ້ນເຊີງ ຍ້ອນໄພນ້ຳຖ້ວມໃນຄັ້ງຫລ້າສຸດນີ້,ເຊິ່ງໃນນັ້ນ ເຮືອນຊານສ່ວນ ຫລາຍກໍ່ໄດ້ຖືກກະແສນ້ຳພັດທຳລາຍໄປທັ້ງເປັນຫລັງຊຶ້ນລວມທັງເຄື່ອງໃຊ້ຂອງສອຍຢູ່ໃນ, ຄົວເຮືອນ, ສັດລ້ຽງແລະປັດໃຈການຜະຫລິດຕ່າງໆອີກດ້ວຍ. ໂດຍເພາະແມ່ນຢູ່ໃນເຂດ 4 ເມືອງຂອງແຂວງອັດຕະປື ຄືເມືອງສາມັກຄີໄຊ, ເມືອງສະໜາມໄຊ, ເມືອງໄຊເສດຖາ ແລະ ເມືອງພູວົງ. ເຊິ່ງກໍມີລາຍງານວ່າພື້ນທີ່ເກີນກວ່າ 90% ຂອງ ເນື້ອທີ່ທັງໝົດໄດ້ຖືກ ນ້ຳຖ້ວມຢ່າງໜັກຫນ່ວງຊຶ່ງ ກໍ່ໄດ້ເປັນຜົນເຮັດໃຫ້ປະຊາຊົນ 1.000 ກວ່າຄອບຄົວບໍ່ມີທີ່ຢູ່ ອາໃສໃນຂະນະທີ່ເສັ້ນທາງຄົມມະນາຄົມ-ຂົນສົ່ງ ແລະ ການສື່ສານຕ່າງໆນັ້ນກໍ່ຖືກຕັດ ຂາດຢ່າງສີ້ນເຊີງ.
ທາງດ້ານອົງການສະພາກາແດງແຫ່ງຊາດລາວ ກໍ່ລາຍງານວ່າມີຜູ້ເສຍຊີວິດແລ້ວຈຳນວນເຖິງ 24 ຄົນໂດຍສາມາດລະບຸໄດ້ວ່າເປັນປະຊາຊົນລາວ 7 ຄົນ ສ່ວນຜູ້ເສຍ ຊີວິດທີ່ເຫຼືອອີກ 17 ຄົນນັ້ນ ສ່ວນໃຫຍ່ເປັນຊາວຫວຽດນາມທີ່ເປັນຄົນງານຂອງໂຄງການກໍ່ສ້າງເຂື່ອນເຊກະໝານ 3 ໃນແຂວງອັດຕະປື. ສາເຫດທີ່ເຮັດໃຫ້ມີການເສຍຊີວິດ ເກີດຂື້ນກໍ່ຍ້ອນວ່າຜູ້ເສຍ ຊີວິດໄດ້ພາກັນປະຕິເສດການ ອົບພະຍົບອອກໄປຈາກພື້ນທີ່ ກ່ອນທີ່ລົມພະຍຸຈະຊັດເຂົ້າໃສ່.
ຍິ່ງໄປກວ່ານັ້ນ ເນື່ອງຈາກວ່າພື້ນທີ່ສ່ວນໃຫຍ່ມີຂໍ້ຈຳກັດໃນດ້ານການຄົມມະນາຄົມ-ຂົນສົ່ງຊຶ່ງກໍຍາກລຳບາກທີ່ຈະເຂົ້າໄປເຖິງໄດ້ ແລະ ໃນຂະນະດຽວກັນພື້ນທີ່ສ່ວນໃຫຍ່ກໍ່,ຍັງຖືກ ນ້ຳຖ້ວມເປັນບໍລະເວນກ້ວາງອີກດ້ວຍນັ້ນ, ຈຶ່ງເຮັດໃຫ້ເປັນການຍາກທີ່ຈະສາມາດເຂົ້າໄປ ເກັບກຳຂໍ້ມູນ, ເພື່ອປະເມີນຄວາມເສຍຫາຍທີ່ເກີດຂຶ້ນຈິງໄດ້ໃນເວລານີ້. ຫາກແຕ່ຈາກ ການທີ່ທາງການລາວໄດ້ຮັບແຈ້ງຂໍ້ມູນໃນເບື້ອງຕົ້ນຈາກປະຊາຊົນລາວໃນພື້ນທີ່ກໍ່ເຮັດໃຫ້ ຊາບອີກດ້ວຍວ່າຍັງຄົງມີຜູ້ສູນຫາຍໄປ 20 ຄົນເປັນຢ່າງນ້ອຍຢູ່ໃນແຂວງອັດຕະປື.
ສ່ວນຢູ່ແຂວງເຊກອງຊຶ່ງກໍມີທີ່ຕັ້ງຢູ່ງເຂດທາງທິດເໜືອຂອງແຂວງອັດຕະປືນັ້ນ ກໍ່ມີລາຍ, ງານຈາກອົງການ CARE ທີ່ໄດ້ລົງໄປໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພໃນຄັ້ງຫລ້າສຸດວ່າມີປະຊາຊົນລາວຫຼາຍກວ່າ 25.000 ຄົນທີ່ສູນເສຍເຮືອນຊານ, ໄຮ່ນາ, ສັດລ້ຽງ ແລະ ຊັບສິນອື່ນໆ.
ຊຶ່ງດ້ວຍສະພາບການດັງກ່າວນີ້ຈຶ່ງເຮັດໃຫ້ທາງການລາວຕ້ອງລະດົມການຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ຢ່າງກວ້າງຂວາງໃນເວລານີ້. ສຳລັບທາງການສະຖານທູດສະ ຫະຣັດອາເມລິກາຢູ່ນະຄອນວຽງຈັນນັ້ນ ກໍ່ໄດ້ໃຫ້ການຊ່ວຍເຫຼືອຂັ້ນເບື້ອງຕົ້ນໂດຍຜ່ານອົງການສະພາກາແດງສາກົນ ໃນລາວໄປແລ້ວ 50.000 ໂດລາສະຫະຣັດ.