ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານຈະສືບຕໍ່ຫລອມທາດ ຢູເຣນຽມຕໍ່ໄປ ຖ້າການເຈຣະຈາລົ້ມແຫລວ


ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ອິຣ່ານ: ​ເຈົ້າ​ໜ້າ​ທ່ີ​ອິຣ່ານທ່ານ​ນຶ່ງ​ກ່າວ​ວ່າ ອິຣ່ານຈະ​ສືບ​ຕໍ່​ຫລອມ​ທາດ​ຢູ​ເຣນຽມ
ຕໍ່ໄປ ຖ້າ​ການ​ພົບ​ປະ​ເຈຣະຈາ​ກັບ​ພວກ​ປະ​ເທດ​ມະຫາ​ອຳນາດ​ກ່ຽວ​ກັບ​ໂຄງການ​ນີວ​ເຄລັຍ​ຂອງ​ຕົນ​ລົ້ມ​ແຫລວ​.
​ໂຄສົກ​ປະຈຳ​ອົງການ​ພລັງ​ປະຣະມະນູ​ຂອງ​ອິຣ່ານ​ໄດ້​ປະກາດ​ເຣື່ອງນີ້ໃຫ້ຮູ້​ໃນ​ຂະນະ​ທ່ີ​ກ່າວ​ຕໍ່​ ອົງການ​ຂ່າວທາງ​ການ​ IRNA ຂອງ​ອິຣ່ານ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເວລາ​ພຽງ​ບໍ່​ເທ່ົາ​ໃດ​ຊົ່ວ​ໂມງ​ກ່ອນ​ການ​ພົບປະ​ເຈຣະຈາ ​ທ່ີ​ກຸງ​ວຽນ​ນາ ກຳນົດ​ຈະ​ໄຂ​ຄືນ​ກ່ຽວ​ກັບ​ໂຄງກາ​ນີວ​ເຄລັຍຂອງ​ອິຣ່ານທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ. ການ​ພົບ​ປະ​ເຈຣະ ຈາ​ກັນ​ລະຫວ່າງ​ບັນດາ​ຜູ້ຕາງໜ້າ​ຈາກ​ປະ​ເທດ​ອິຣ່ານຣັດ​ເຊັຍ ຝຣັ່ງ ສະຫະຣັດອະ​ເມຣິກາ ​ແລະ​ອົງການ ​ຄວບ​ຄຸມພລັງ​ປະຣະມະນູ​ສາກົນ ທ່ີ​ກຳນົດ​ຈະ​ເພ່ງ​ເລັງ​ໃສ່​ເຣືອ່ງຂໍ້​ສະ​ເໜີ​ສະບັບ​ນຶ່ງ​ທ່ີ​ໃຫ້​ອິຣ່ານສົ່ງ​ທາດ ​ຢູ​ເຣນຽມ​ໄປ​ຍັງຣັດ​ເຊັຍ​ແລະ​ຝຣັ່ງ​ເພື່ອ​ໃຫ້​ພວກ​ປະ​ເທດ​ເຫລົ່າ​ນີ້​ຫລອມ​ທາດ​ດັ່ງກ່າວ​ເປັນ​ນ້ຳມັນ​ເຊື້ອ​ໄຟ​ນີວ​ເຄລັຍໃຫ້ອິຣ່ານ. ທີ່ອັຟກາ​ນີສຖານ: ຄາດ​ວ່າ ຄນະ​ກັມມະການສືບສວນ​ລາຍ​ງານການ​ສໍ້​ໂກງ​ບັດ​ເລືອກຕັ້ງ​ທ່ີ​ໄດ້​ຮັບ​ການ ​ໜຸນ​ຫລັງ​ຈາກ​ສະຫະ​ປະຊາ​ຊາດ ​ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ​ທ່ີ​ອັຟກາ​ນີສຖານ​ທ່ີ​ເປັນ​ ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ​ຈະ​ເປີດ​ເຜີຍ​ຜົນ​ຂອງ​ການ​ສືບສວນ​ທ່ີ​ມີ​ການ​ຄາດ​ກັນ​ລ່ວງ​ໜ້າ​ຢ່າງ​ສູງ​ໃນ​ວັນ​ຈັນ​ມື້​ນີ້.
​ໂຄສົກ​ປະຈຳ​ຄນະ​ກັມມະການ​ທ່ີ​ເປັນ​ອິດສະຣະ ກ່າວ​ວ່າ ລາຍ​ງານຂອງ​ການ​ສືບສວນ​ຈະ​ຖືກ​ເປີດ​ເຜີຍ ​ໃຫ້​ຮູ້​ໃນ​ຕອນ​ບ່າຍ​ມື້​ນີ້​ທ່ີ​ກຸງ​ຄາ​ບູລ.ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນກ່ອນໜ້ານີ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີHamid Karzai ມີ​ສຽງ​ສນັບ​ສນຸນຳ​
ໜ້າ​ໃນ​ຈຳນວນ 54 ​ເປີ​ເຊັນຂອງ​ບັດ​ຄະ​ແນນ​ສຽງທັງ​ໝົດ ​ແຕ່​ຄນະ​ກັມມະການ​ສືບສວນ​ການ​ເລືອກ​ຕັ້ງ​ນີ້​ສາມາດ​ກຳຈັດ​ບັດ​ເລືອກ​ຕັ້ງ​ປອມ​ໃນ​ຈຳນວນ​ພຽງພໍ ທີ່ວ່າ ຈຳນວນ​ຄະ​ແນນ​ສຽງ​ທັງ​ໝົດ​ທ່ີ​ທ່ານ Karzai ​ໄດ້​ຮັບ​ນັ້ນ​ຕ່ຳກວ່າ 50​ເປີ​ເຊັນ ຊຶ່ງ​ນັ້ນ​ຈະ​ເປັນ​ສິ່ງ​ຈຳ​ເປັນ​ຈະ​ຕ້ອງ​ມີ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ແຂ່ງຂັນ​ກັບ​ຄູ່​ແຂ່ງ​ທ່ານ Abdullah Abdullah ຈາກ​ຝ່າຍ​ຄ້ານ​ນັ້ນ
​ໄດ. ບັນດາ​ເຈົ້າ​ໜ້າ​ທ່ີ​ຕ່າງປະ​ເທ​ກດຂັ້ນ​ສູງ​ທ່ີ​ທຳ​ການ​ຢ້ຽມຢາມ​ກຸງຄາ​ບູລ​ໃນ​ຫວ່າງ​ໄວໆ​ມາ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ທ່ານ Karzai ຮັບ​ເອົາຄຳ​ຕັດສິນ​ ຂອງຄນະ​ກັມມະການ​ສືບສວນ​ດັ່ງກ່າວ.ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ຈະ​ບໍ່​ຕັດສິນ​ໃຈ​ກ່ຽວ​ກັບ​ວ່າ​ຈະ​ສົ່ງ​ທະຫານ​ຕື່ມ​ອີກ
​ຫລື​ບໍ?ໄປ​ຍັງ​ອັຟກາ​ນີສຖານນັ້ນ​ຈົນ​ກວ່າ​ການ​ເລືອກ​ຕັ້ງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ເສັຍ​ກ່ອນ ​ແລະ​ທາງ ຣັຖບານອັຟກາ​ນີສຖານ​ຕຽມ​ພ້ອມ​ທ່ີ​ຈະ​ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ສະຫະຣັດນັ້ນ.
ທີ່ປາ​ກີ​ສຖານ: ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າ ທະຫານ​ຂອງ​ຕົນ​ກຳລັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ເຂດ Waziristan ໃຕ້​ໃນ​ຂະນະ​ທ່ີ​ການ​ບຸກ​ໂຈມ​ຕີ​ຍ່າງ​ເຂົ້າ​ເປັນ​ມື້​ທີ​ສາມ​ໃນ​ວັນ​ຈັນ​ມື້​ນີ້. ພວກ​ນາຍ​ທະຫານ​ກອງທັບ​ບົກ​ປາກີສຖານແລະ​ພວກ​ໂຄສົກ​ກຸ່ມ​ຕາ​ລີ​ບັນ​ຕ່າງ​ຝ່າຍຕ່າງ​ອ້າງ​ເອົາ​ໄຊຊະນະ​ ໃນ​ຕອນ​ຕົ້ນ​ໃນ​ການ​ສູ້ຣົບກັນ​ດັ່ງກ່າວ. ​ແຕ່​ລາຍ​ງານ​ທ່ີ​ວ່າ​ນີ້​ບໍ່​ໄດ້​ຮັບ​ການ​ພິສູດ​ຄວາມ​ຈິງ​ເປັນ​ອິດສະຣະ ​ເພາະວ່າທາງກອງທັບປາ​ກີ​ສຖານ​ກີ​ກັນ​ບໍ່ອະນຸຍາດ​ໃຫ້​ຜູ້​ຄົນ​ເຂົ້າ​ໄປ​ຍັງ​ເຂດສະຫນາມຣົບດັ່ງກ່າວ. ພວກ​ທ່ີ​ເຫັນ​ ເຫດການ​ກ່າວ​ວ່າ ປະຊາຊົນ​ຫລາຍ​ພັນ​ຄົນ​ພາ​ກັບ
ຫລັບ​ໜີ​ຈາກ​ຂົງ​ເຂດ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້. ພວກ​ໂຮງຮຽນ
ຫລາຍ​ແຫ່ງ​ໃນ​ທົ່ວ​ປາ​ກີ​ສຖານ​ໄດ້​ປິດ​ລົງ​ໃນ​ສັບປະດາ​ນີ້​ຍ້ອນ​ຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ຄວາມ​ປອດ​ໄພ.
​ໃນ​ວັນ​ຈັນ​ມື້​ນີ້ ທ່ີ​ກຸງ​ອີສລາມາ​ບັດ ທ່ານ John Kerry ສະມາຊິກ​ສະພາ​ສູງ​ສະຫະຣັດ ​ແລະ​ນາຍ​ພົນ
David Petraeus ຜູ້​ບັນຊາ​ການ​ກອງທັບ​ສະຫະຣັດ​ໃນ​ຂົງ​ເຂດ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ພົນລະ​ເຮືອນ​ແລະ​ທະຫານ​ຂອງ​ປາ​ກີ​ສຖານ.
ແຜນການຢ້ຽມຢາມ​ເອ​ເຊັຍ​ຂອງ​ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດສະຫະຣັດ:
ທ່ານ Robert Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດຈະ​ໄປ​ຮ່ວມ​ພິທີການ​ປ່ຽນ​ຜູ້ບັນຊາການທະຫານ​ໃນ​ເກາະ​ຮາ​ວາຍ​ທີມະຫາສມຸດ​ປາຊີ​ຟິກ​ໃນ​ວັນ​ຈັນ​ມື້​ນີ້ ກ່ອນເດີນທາງ​ໄປ​ຢ້ຽມຢາມພາກ​ເອ​ເຊັຍ​ເປັນ​ເວລາ 1 ສັບປະດາ​ເຕັມ. ທ່ານ Gates ​ເດີນທາງ​ໄປ​ຮອດຣັດ Hawaii ​ໃນ​ຄືນ​ວັນ​ອາທິດ​ວານນີ້ ບ່ອນ​ທ່ີ​ທ່ານ​ຈະ ​ເປັນ​ປະທານ​ຮັບ​ມອບ​ໜ້າ​ທ່ີ​ຫົວໜ້າ​ກອງ​ບັນຊາ​ການ​ກອງທັບ​ສະຫະຣັດ​ໃນ​ພາກ​ພື້ນ​ມະຫາສມຸດ​ປາຊີ​ຟິກຈາກ​ນາຍ​ພົນເຮືອ​ເອກ Timothy Keating ​ໃຫ້​ພົນ​ເຮືອ​ເອກ Robert Willard. ຫລັງ​ຈາກ​ນັ້ນ ທ່ານ​ຈະເດີນທາງ​ໄປພົບ​ປະ​ຫາລື​ ໃນ​ລະດັບ​ສູງ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້ ​ເພື່ອ​ຂໍ​ຮ້ອງ​ໃຫ້​ ພວກ​ປະ​ເທດ​ເຫລົ່າ​ນີ້​ໃຫ້ການສນັບ​ສນຸນສົງຄາມ​ໃນ​ອັຟກາ​ນີສຖານ​ຕໍ່​ໄປ.ບັນດາ​ເຈົ້າ​ໜ້າ​ທ່ີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດກ່າວ​ວ່າ ການ​ຢ້ຽມຢາມ​ກຸງໂຕ​ກຽວ​ຂອງຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ຈະເປັນ​ໂອກາດ ​ອັນ​ນຶ່ງ​ເພື່ອ​ພົບ​ປະ​ຫາລື​ແລະ​ຄຸ້ນ​ເຄີຍ​ກັບ​ຄນະ​ນຳພາໃໝ່​ຂອງ​ຍີ່​ປຸ່ນ. ​ໂຄສົກ​ຂ່າວ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​ວ່າ ທ່ານ Gates ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງການ​ຕັດສິນ​ໃຈ​ຂອງຣັຖບານ​ໃໝ່​ຖອນ​ເຮືອ 2 ລຳ​ທ່ີ​ເຄີຍ​ຮັບ​ໃຊ້​ເປັນ​ບ່ອນຢຸດ​ແວ່​ເຕີມ​ນ້ຳມັນ​ສຳລັບ​ພວກ​ເຮືອ​ບັນທຸກ​ເຄື່ອງ​ລຳລຽງ​ສຳພາລະໄປ​ໃຫ້​ພວກ​ກຳລັງ​ລະຫວ່າງ​ຊາດ​ທ່ີ​ປະຕິບັດ​ງານ​ຢູ່​ໃນ​ອັຟກາ​ນີສຖານ​ນັ້ນ​ເຊັ່ນ​ກັນ.
ກ່ຽວ​ກັບ​ລົມພາຍຸ​ໄຕ້​ຝຸ່ນ​ໃນ​ເຂດ​ເອ​ເຊັຍ: ບັນດາ​ເຈົ້າ​ໜ້າ​ທ່ີ​ຟີ​ລິບ​ປິນກຳລັງ​ສົ່ງ​ພວກ​ພນັກ​ງານ ​ຊ່ອຍ​ກູ້​ໄພ​ແລະ​ເຄື່ອງ​ບັນ​ເທົາ​ທຸກ​ຕ່າງໆ​ເພື່ອ​ກະກຽມ​ສຳລັບ​ຮັບ​ມື​ກັບ​ລົມພາຍຸ​ລູກ​ໃໝ່​ທ່ີກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ຫາ​ ປະ​ເທດ ຊຶ່ງ​ເວລາ​ນີ້​ ຟີລິບປິນກຳລັງ​ພະຍາຍາມຟື້ນ​ໂຕ​ຄືນ​ຈາກ​ຜົນ​ກະທົບກະ​ເທືອ​ນຈາກ​ລົມພາຍຸ​ໄຕ້​ຝຸ່ນ​ສອງ ​ລູກ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ຢູ່. ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ ລົມ​ໄຕ້​ຝຸ່ນ Lupit ມີ​ລົມ​ແຮງ 175
ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ​ບາງ​ຄັ້ງມີ​ລົມ​ແຮງ​ເຖິງ 210ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງຈະ​ປະ​ທະ​ເກາະ​ໃຫຍ່ Luzon ​ໃນ​ວັນ​ພະຫັດ​ສັບປະດາ​ນີ້. ຟີ​ລິບ​ປິນຍັງ​ບໍ​່ທັນ​ຟື້ນ​ໂຕ​ຄືນ​ຈາກ​ລົມພາຍຸ​ໄຕ້​ຝຸ່ນ​ເກດ​ສະໜາ​ແລະ Parma ທ່ີ​ໄດ້​ປະ​ທະ​ປະ​ເທດ​ເມື່ອ​ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້. ລົມ​ສອງ​ລູກ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ​ຫລາຍກວ່າ 850 ຄົນ ​ແລະ​ເວລາ​ນີ້​ປະຊາຊົນ​ຈຳນວນ​ເກືອບ 3​ແສນ​ຄົນ​ຍັງພັກ​ພາ​ອາ​ໄສ​ຢູ່​ໃນ​ສະຖານ​ທ່ີ​ ພັກ​ອາ​ໄສ​ຊົ່ວຄາວ​ຢູ່. ອົງການ​ອະນາ​ໄມໂລກ ກ່າວ​ວ່າ ສະຖານະ​ການ​ຢູ່​ໃນ​ປະ​ເທດ​ຟີລິບປິນທ່ີ​ຖືກ​ນ້ຳ​ຖ້ວມ ​ແມ່ນ​ຮ້າຍ​ແຮງ​ກວ່າ​ທ່ີ​ໄດ້​ຄາດ​ຫວັງ​ໄວ້​ກ່ອນ ຊຶ່ງ​ເວລາ​ນີ້​ກຳລັງ​ປະ​ເຊີນ​ກັບ​ໂຣກຕິດ​ແປດ​ຕ່າງໆ​ແລະ​ປະຊາຊົນ​ຈຳນວນ​ເປັນ​ພັນໆ​ຄົນ​ກຳລັງສ່ຽງ​ກັບ​ການ​ເຈັບ​ປ່ວຍ​ຫລື​ລົ້ມ​ຕາຍ​ໄປ​ໄດ້.

XS
SM
MD
LG