ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກິນເກືອຫລາຍພາໃຫ້ເກີດຄວາມດັນເລືອດສູງ ແລະ ໂຣກລົມສາຣະບາດ


ໃນ​ແຕ່ລະປີ, ຄົນເປັນລ້ານໆຄົນໄດ້ລົ້ມປ່ວຍ ຫລື ຕາຍຍ້ອນຄວາມດັນເລືອດສູງ ແລະ ຜົນກະທົບຂອງມັນ. ແຕ່ການທີ່ມີເລືອດດັນ ສູງນັ້ນສາມາດຄວບຄຸມໄດ້ ໂດຍໃຊ້ວິທີ ງ່າຍໆ- ວິທີນຶ່ງໃນນັ້ນ ແມ່ນການກິນທາດ ໂຊດຽມ ຫລື ​ເກືອໜ້ອຍລົງ.

ການ​ເກີດ​ອາການຊັກກະທັນກັນ ຫລື ​ເປັນ​ ລົ​ມສະລະ​ບາດ ເປັນເຫດການທີ່ເກີດຂຶ້ນ ໃນເວລາ ທີ່ເສັ້ນເລືອດຢູ່ໃນສະໝອງຕີບ ຕັນ ຫລື ເສັ້ນ​ເລືອດ​ຝອຍ​ແຕກເຮັດ​ໃຫ້ ເລືອດໄຫລອອກມາ ແບບຫ້າມບໍ່ໄດ້ເລີຍ.

ສະພາບທັງສອງຢ່າງນີ້ເກີດຂຶ້ນຍ້ອນຄວາມດັນເລືອດສູງ. ທ່ານ Kevin Willis, ຫົວໜ້າ ເຄືອຂ່າຍດ້ານ​ໂລກຊັກກະທັນຫັນ ເວົ້າວ່າ ວິທີນຶ່ງທີ່ມັກເຮັດໃຫ້ມີຄວາມດັນ ເລືອດສູງນີ້ ແມ່ນການກິນອາຫານທີ່ເຄັມເກີນໄປ. ທ່ານເວົ້າວ່າ ການ​ກິນ​ອາ​ເຄັມ ​ເຮັດ​ໃຫ້​ທາດເກືອ ເຄື່ອນໄຫວເຂົ້າໄປໃນກະແສເລືອດ ແລະ ​ເຮັດ​ໃຫ້​ເລືອດຂອງ​ເຮົາ ​ແລະ ​ເວລານັ້ນ ຮ່າງກາຍຂອງ​ເຮົາພະຍາຍາມເຮັດໃຫ້ເກືອໃນ ເລືອດຂອງ​ເຮົາຈາງລົງ ໂດຍການນຳ ເອົາທາດແຫລວ ຫລື ນ້ຳເຂົ້າມາປົນ ໃສ່ເລືອດໃຫ້ຈາງລົງ. ແຕ່ຜົນປະກົດ​ຕໍ່ມາ​ແມ່ນ​ເຮັດ​ໃຫ້ເສັ້ນ ເລືອດຂອງ​ເຮົາຂະຫຍາຍຕົວ​ອອກ ​ແລະ ​ໃນທີ່​ສຸດ ຄວາມ​ເຄັມ​ໃນ​ເລືອດ​ຂອງ​ເຮົາຈາງ​ລົງ ​ແລະ ທຳ​ໃຫ້​ເກີດມີຄວາມດຸ່ນດ່ຽງໃນເລືອດ. ແຕ່ວ່າດົນ ນານມາ ຂະບວນ ການນັ້ນໄດ້ທຳລາຍທໍ່ສົ່ງເລືອດ ຫລື ​ເສັ້ນ​ເລືອດຂອງ​ເຮົາແລະ ກໍສາມາດພາໃຫ້ເກີດ ຄວາມດັນເລືອດສູງຂຶ້ນ.

ເກືອ-ແມ່ນການປະສົມກັນລະຫວ່າງ ທາດໂຊດຽມ ແລະ ທາດ Chloride ທີ່ໃຊ້ເອືອບ ອາຫານບໍ່ໃຫ້ເນົ່າ ແລະ ທາດໂຊດຽມ ຍັງເປັນທາດທີ່ກັນບູດທີ່ມີຄວາມສຳຄັນຢູ່ໃນອຸດສະ ຫະກຳຜະຫລິດອາຫານ. ໃນບົດຂຽນຢູ່ໃນນິຕະຍະ​ສານການ​ແພດ Canadian Medical Association Journal, ທ່ານ Willis ຮຽກຮ້ອງໃຫ້ລັດຖະບານຄວບຄຸມປະລິມານທາດ ໂຊດຽມທີ່ສາມາດເຕີມໃສ່ອາຫານທີ່ກຳລັງປຸງຢູ່ນັ້ນ ​ເພາະ ປົກກະຕິ​ທາດ Sodium ທີ່​ເຂົ້າ​ໄປ​ໃນຮ່າງກາຍ​ຂອງ​ຄົນ​ເຮົາ ​ແມ່ນ​ໄດ້ຮັບມາ​ຈາກ​ຫລາຍກະ​ແສ. ​ແຕ່ 70% ຂອງ ທາດ​ນີ້ ​ແມ່ນ​ມາ​ຈາກອາຫານ​ສຳ​ເລັດຮູບ.

ທ່ານ Willis ຄາດຄະເນວ່າ ຖ້າຄົນເຮົາສາມາດຫລຸດ ຜ່ອນການກິນເກືອ ໃນແຕ່ລະ ມື້ໃຫ້ໜ້ອຍລົງປະມານ 1 ສ່ວນ 3 ກໍຈະພາ ໃຫ້ການເກີດໂຣກ ຊັກກະທັນຫັນ ຫລຸດລົງໄດ້ ຫລາຍເຖິງ 20%.

ປະລິມານເກືອທີ່ແນະນຳໃຫ້ກິນ ສຳລັບຜູ້ໃຫຍ່ແມ່ນ 1.500 mg ຕໍ່ວັນ. ຖ້າຫາກວ່າ ແມ່ນ ເດັກນ້ອຍ ແລະ ຜູ້ເຖົ້າແມ່ນໃຫ້ ກິນໜ້ອຍກວ່ານັ້ນ. ສະນັ້ນ ເກືອໃນປະລິມານ 1 ກາ​ເຟ ແມ່ນໜັກປະມານ 6 gr ​ເຊິ່ງ ມີທາດເກືອໂຊດຽມຢູ່ປະມານ 2.300 gr. ເພາະສະນັ້ນ ປະລິມານເກືອ 1.500 mg ເຊິ່ງວ່າກໍບໍ່ແມ່ນ ປະລິມານເກືອທີ່ຫລວງ ຫລາຍປານໃດ.

XS
SM
MD
LG