ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍທະຫານຂັ້ນສູງຫລາຍທ່ານຂອງອິຣ່ານເສັຍຊີວິດຈາກການວາງລະເບີດສະລະຊີບ


ສະຖານະການ​ທີ່ອິຣ່ານ: ສື່​ມວນ​ຊົນ​ທາງ​ການ​ອິຣ່ານກ່າວ​ວ່າ ນາຍ​ທະຫານ​ຂັ້ນ​ອາວຸ​ໂສ​ຫລາຍ​ທ່ານ​ໃນ​ໜ່ວຍ​ພິ​ທັກ​ການ​ປະຕິວັດ​ຂອງ​ອິຣ່ານ​ແມ່ນ​ຮວມຢູ່​ໃນ​ຈຳນວນພວກ​ທ່ີ​ເສັຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 20 ຄົນ​ ໃນ​ການວາງ​ລະ​ເບີດ​ສະລະຊີບ​ໂຈມ​ຕີ​ໃນ​ວັນ​ອາທິດ​ມື້​ນີ້​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອິຣ່ານ. ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ ​ລະຫວ່າງ​ການ​ພົບ​ປະກັນ​ລະຫວ່າງ​ພວກ​ໜ່ວຍພິທັກ​ການ​ປະຕິວັດ​ແລະ​ພວກ​ຜູ້ນຳ​ຊົນ​ເຜົ່າ. ອົງ ການ​ຂ່າວ​ອີສລາມ​ຂອງຣັຖບານ​ອິຣ່ານ IRNA ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ທ່ີ​ນຸງ​ເສື້ອ​ບັນຈຸ​ວັດຖຸ​ລະ​ເບີດ​ໄດ້​ຈູດ​ລະ​ເບີດ​ ໂຕ​ຕາຍ​ທ່ີ​ກອງ​ປະ​ຊຸມ​ດັ່ງກ່າວ. ສື່​ມວນ​ຊົນ​ອິຣ່ານກ່າວ​ຕື່ມ​ວ່າ ຢ່າງ​ນ້ອຍ​ພວກ​ຜູ້​ບັນຊາ​ການ ​ທະຫານ​ຂັ້ນ​ສູງ 5 ທ່ານ​ໄດ້​ເສັຍ​ຊີວິດ​ຈາກ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້. ນາຍ​ພົນ NoorAli Shooshtari ຮອງ​ຜູ້​ບັນຊາ​ການ ​ໜ່ວຍ​ພິທັດ​ການ​ປະຕິວັດ ​ແລະທ່ານ Rajab Ali Mohammad-Zadeh ຫົວໜ້າ​ຜູ່​ບັນຊາ​ການ​ປະ ຈຳ​ແຂວງ ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ທ່ີ​ເສັຍ​ຊີວິດ​ໄປ​ນັ້ນ. ລາຍ​ລະອຽດ​ຂອງ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ມື້​ນີ້​ຍັງ ​ບໍ່​ທັນ​ຈະແຈ້ງ​ແລະ​ຄົບ​ຖ້ວນ​ເທື່ອ. Press TV Online ຂອງ​ອິຣ່ານກ່າວ​ວ່າ ​ໄດ້​ມີລະ​ເບີດ​ຂອງ​ພວກ​ກໍ່​ການ​ຮ້າຍ​ ແຕກ​ຂຶ້ນ​ຢູ່ 2 ບ່ອນ ຊຶ່ງ​ການລະ​ເບີດຄັ້ງ​ນຶ່ງ​ແມ່ນ​ແຕກ​ຂຶ້ນທ່ີ​ກອງ​ປະຊຸມ ​ແລະ​ອີກ​ລູກທີ​ສອງ​ແມ່ນ​ແນ​ເປົ້າ​ໝາຍ ​ໃສ່​ກຳລັງ​ຂອງພວກ​ໜ່ວຍ​ພິທັກ​ການ​ປະຕິ​ວັດທ່ີ​ກຳລັງ​ເດີນທາງ​ໄປ​ໃນ​ຂະ​ບວນລົດ​ຈຸ​ນຶ່ງ​ທ່ີຢູ່​ໃກ້ໆ​ກັນ​ນັ້ນ.
ທີ່ປາກີສຖານ:ໃນວັນອາທິດມື້ນີ້ ກຳລັງທະຫານປາກີສຖານໄດ້ທຳການສູ້ລົບກັນຢ່າງ ໜັກກັບກຸ່ມຫົວຮຸນແຮງ ເພື່ອປົກປ້ອງຖິ່ນອາໄສຂອງພວກຕົນໃນເຂດ ພູເຂົາທາງຕອນໃຕ້ຂອງຂົງເຂດຊົນເຜົ່າ Waziristan ທີ່ຕິດກັບຊາຍ ແດນອາຟການີສຖານນັ້ນ. ກຳລັງທະຫານປາກີສຖານ ທີ່ໄດ້ຮັບການໜຸນຫລັງ ໂດຍຍົນລົບ ໄອພົ່ນ ສືບຕໍ່ບຸກເຂົ້າໄປໃນບ່ອນລີ້ພັຍສຳຄັນຂອງພວກຫົວຮຸນແຮງ ຊຶ່ງເປັນມື້ ທີ່ສອງຂອງການບຸກໂຈມຕີ ພາກພື້ນດິນຂນາດໃຫຍ່ຕໍ່ຕ້ານພວກ ກຸ່ມຕາລິບານ ແລະພວກກໍ່ກະບົດອາລຄາອີດາ. ທາງການປາກີສຖານ ກ່າວວ່າ ພວກຫົວແຮງ 60 ຄົນ ແລະທະຫານ ຂອງປາກີສຖານ 5 ຄົນຖືກຂ້າຕາຍ ຈາກການສູ້ລົບກັນ ໃນລະຍະ 24 ຊົ່ວໂມງທຳອິດ.ໂຄສົກກອງທັບປາກີສຖານ ນາຍພົນ Athar Abbas ກ່າວວ່າ ກຳລັງ ທະຫານປາກີສຖານຈຳນວນປະມານ 30,000 ຄົນ ໄດ້ບຸກເຂົ້າໄປ ໃນທີ່ໝັ້ນຂອງພວກກໍ່ການຮ້າຍ ຈາກສາມທິດ ເມື່ອວັນເສົາວານນີ້ ເພື່ອໂຈມຕີ ພວກຫົວຮຸນແຮງຈຳນວນ 10,000 ຄົນ ແລະພວກ ນັກລົບຊາວຕ່າງ ປະເທດ. ກອງທັບປາກີສຖານກ່າວວ່າ ພວກທະຫານຂອງຕົນໄດ້ຍຶດຖານປະຕິ ບັດການເທິງພູເຂົາຂອງພວກຕາລິບານເມື່ອວັນເສົາວານນີ້ຢູ່ເຂດອ້ອມ ແອ້ມ Spinkai Raghzai ການສູ້ລົບທີ່ໄດ້ລໍຄອຍມາດົນນານ ຫລັງຈາກເຫດການໂຈມຕີຢ່າງ ໄຮ້ ມະນຸດສະທຳທີ່ເຂັ່ນຂ້າ ປະຊາຊົນຫລາຍກວ່າ 175 ຄົນໃນລະຍະ ສອງອາທິດຜ່ານມານີ້ ລັດຖະບານປາກີສ ຖານ ໄດ້ຕຳໜິຕິຕຽນກຸ່ມຕາ ລິບານປາກີສຖານ ທີ່ມີຖານປະຕິບັດການຢູ່ທາງຕອນໄຕ້ຂອງຂົງເຂດ Waziristan ທີ່ໄດ້ສ້າງຄວາມວຸ້ນວາຍນັ້ນ
ທີ່ອັຟກາ​ນີສຖານ: ຄວາມ​ກົດ​ດັນ​ຂອງ​ໂລກ​ຕໍ່​ປະທານາທິບໍດີ Hamid Katzai ​ແຫ່ງ​ອັຟ
ກາ​ນີສຖານກຳລັງດຳ​ເນີນ​ສືບ​ຕໍ່ໄປໃນ​ວັນ​ອາທິດມື້​ນີ້​ເພື່ອ​ໃຫ້​ທ່ານ​ຮັບ​ເອົາ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ຊຶ່ງ​ອາດ​ຈະ​ເປັນ​ໄປ​ໄດ້​ໃນ​ການ​ເລືອກ​ຕັ້ງທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ໃນ​ອັຟກາ​ນີສຖານ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ຂອງ ​ຕ່າງປະ​ເທດ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Karzaiຮັບ​ເອົາ​ຜົນ​ຂອງ​ການພົບ ​ເຫັນ​ຂອງ​ການ​ສືບສວນ​ກ່ຽວ​ກັບ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ໂດຍ​ຄນະ​ກັມມະການ​ຈຸ​ນຶ່ງ​ທ່ີ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະ​ປະຊາ​ຊາດ​ທ່ີ​ສາມາດ​ຕັດສິນໄດ້ວ່າການ​ເລືອກ​ຕັ້ງ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ້​ງກັນນີ້ຈະ​ຕ້ອງ​ມີ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້ຂາດ​ອີກ​ຮອບ​ໃໝ່​ຫລື​ບໍ່​ນັ້ນ.
ທ່ານ Bernard Kouchner ຣັຖມຸນຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານJohnKerry ສະມາຊິກ​ສະ ພາ​ສູງ​ສະຫະຣັດ ​ແລະ​ທ່ານ Zalmay KhalilZad ອະ​ດີດ​ເອກ​ອັກຄະຣັຖທູດ​ສະຫະຣັດປະ ຈຳ​ອັຟການີສຖານ​ໄດ້ພົບ​ປະ​ກັບ​ທ່ານ Karzai ຢູ່​ທ່ີ​ກຸງ​ຄາ​ບູລ ​ໃນ​ວັນ​ເສົາ​ວານ​ນີ້​ກ່ອນ​ທ່ີມີ​ການ​ປະກາດ ​ທ່ີ​ຊັກ​ຊ້າ​ມາ​ ເປັນ​ເວລາ​ດົນ​ນານໃຫ້​ຮູ້ຈາກ​ຄນະ​ກັມມະການຕອບ​ສະໜອງ​ຕໍ່​ຄຳ​ຮ້ອງທຸກ​ກ່ຽວກັບ​ການ​ເລືອກ​ຕັ້ງ​ທ່ີ​ ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ. ສະມາຊິກ​ສະພາ​ສູງ John Kerry ກ່າວ​ໃນ​ຕອນ​ໃຫ້​ສັມພາດ​ຕໍ່​ຕາ​ໜ່າງ​ໂທລະພາບ CNN ຂອງ​ ສະຫະຣັດວ່າ ມັນ​ຈະ​ເປັນ​ການ​ຂາດຄວາມ​ຮັບຜິດຊອບ​ສຳລັບ​ສະຫະຣັດທ່ີ​ຈະ​ສົ່ງ​ທະຫານໄປ ​ສົມທົບ​ຕື່ມອີກ​ໃນ​ອັຟກາ​ນີສຖານ​ເວລາ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ອັຟກາ​ນີສຖານຍັງ​ບໍ່​ທັນ​ແຈ້ງ​ຂາວ​ເທື່ອ​ນັ້ນ.
ຄວາມຮຸນແຮງທີ່ເບຣຊີລ :
ພວກປະຊາຊົນຫລາຍຄົນທີ່ອາໃສຢູ່ເຂດສະລັມທີ່ຊຸດໂຊມທີ່ສຸດຂອງ ເມືອງ Rio de Janeiro ພາກັນຫລົບໜີອອກຈາກບ້ານຢູ່ອາໄສຂອງ ພວກຕົນເພື່ອຫລົບໜີຈາກເຫດການສູ້ລົບຢາເສບຕິດ ທີ່ສ້າງຜົນເສຍ ຫາຍຢ່າງໜັກ ໃຫ້ແກ່ພາກສ່ວນນຶ່ງຂອງເມືອງບຣາຊິລ ແລະປະຊາຊົນ ຫລາຍສິບຄົນ ຖືກຂ້າຕາຍ.ຄວນໄຟໃໝ້ຍົນເຮລິຄອບເຕີຕຳລວດ ທີ່ຖືກຍິງຕົກໂດຍພວກແກ໊ງ ຄ້າ ຢາເສບຕິດ ເມື່ອວັນເສົາວານນີ້ ພ້ອມດ້ວຍລົດເມອີກແປດຄັນຖືກຈູດ ແລະການຍິງປືນສູ້ລົບກັນຢ່າງຮຸນແຮງໃນເຂດສລັມຂອງ Morro dos Macacos.ເຈົ້າໜ້າທີ່ຕຳລວດກ່າວວ່າ ການສູ້ລົບກັນໄດ້ເລິ່ມຂື້ນໃນຕອນເດິກຂອງ ວັນເສົາວານນີ້ ເວລາກຸ່ມພວກແກ໊ງກຸ່ມນຶ່ງໃນສາມກຸ່ມໃຫຍ່ ໄດ້ບຸກລຸກເຂົ້າໄປໃນເຂດ ສະລັມດັ່ງກ່າວເພື່ອຂຍາຍເຂດອິດ ທິພົນຂອງພວກເຂົາ.ພວກມືປືນທີ່ຕ້ອງສົງໄສຈຳນວນສິບຄົນຖືກ
ຂ້າຕາຍ ໃນການສູ້ລົບກັບ ພວກຕຳລວດ ແລະຫລາຍໆຄົນໄດ້ຮັບບາດເຈັບ
ນອກຈາກນີ້ ນາຍຕຳຫລວດສອງຄົນເສັຍຊີວິດເທິງຍົນເຮລິຄອບເຕີ ທາງການຕຳລວດກ່າວວ່າ ຍົນເຮລິຄອບເຕີໄດ້ລະເບີດຢູ່ສະໜາມກິລາເຕະບານ ຫລັງຈາກຄົນຂັບບັງຄັບຍົນດັ່ງກ່າວລົງດິນຢ່າງສຸກ ເສີນແລະເກີດໄຟໃໝ້ ສີ່ຄົນທີ່ຢູ່ເທິງຍົນເຮລິຄອບເຕີ້ໄດ້ພະຍາຍາມ ຫລົບໜີຈາກໄຟໄໝ້.
ກ່ຽວກັບ​ພວກ​ໂຕ​ປະກັນ​ທີ່ຊູ​ແດນ:
​ເຈົ້າ​ໜ້າ​ທ່ີຣັຖບານ​ຊູ​ແດນ​ທ່ານ​ນຶ່ງ​ກ່າວ​ວ່າ ພວກ​ພນັກ​ງານ​ຊ່ອຍເຫລືອ​ບັນ​ເທົາ​ທຸກ​ 2 ຄົນ​ທ່ີ​ຖືກ​ຈັບ​ເປັ​ໂຕ​ປະກັນ​ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກ​ຖືກ​ກັກ​ໂຕ​ມາ​ເປັນ​ເວລາ 3 ​ເດືອນ​ປາຍ​ໃນ​ຂົງ​ເຂດ Darfur ທ່ີ​ປະສົບ​ກັບ​ສະຖານະ​ການ​ທ່ີ​ບໍ່​ທຸ່ນ​ທ່ຽງ​ນັ້ນ. ​ເຈົ້າ​ໜ້າ​ທ່ີທ່ານ​ນີ້​ກ່າວ​ຕື່ມ​ວ່າ ​ເວລາ​ນີ້​ ພວກ​ພນັກ​ງານ​ຊ່ອຍ​ເຫລືອ2 ຄົນ​ນີ້​ໄດ້​ຖືກປ່ອຍ​ເປັນ​ອິດສະຣະ​ເສຣີ​ແລ້ວ​ແລະ​ມີ​ສຸກຂະພາບ​ດີ. ນາງ Sharon Cumminsຈາກ Dublin ​ແລະ​ນາງ Hilda Kawukiຈາກ Uganda ​ໄດ້​ຖືກ​ລັກພາ​ໂຕ​ໄປ​ຈາກ​ບໍລິ​ເວນ​ທ່ີ​ເຂົາ​ເຈົ້າ​ເຮັດ​ວຽກ
ຢູ່​ໃນ​ພາກ​ເໜືອ​ຂອງ​ເຂດ Darfur ພວກ​ຜູ້​ຊາຍ​ທ່ີ​ປະກອບ​ອາວຸດ​ຈຸ​ນຶ່ງໃນ​ເດືອ​ນກໍລະກົດ​ຜ່ານ​ມາ. ​ພວກ​ພນັກ​ງານ​ທັງ​ສອງ​ຄົນ​ນີ້​ເຮັດ​ວຽກ​ໃຫ້ອົງການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທັມຂອງ Ireland ຫລື GOAL.
ທ່ານ Abdel-Baqi al-Jailani ຣັຖມຸນຕີ​ດ້ານ​ມະນຸດສະ​ທັມ​ຂອງSudan ກ່າວ​ວ່າ ບໍ່​ໄດ້​ມີການ​ຈ່າຍ​ເງິນ​ຄ່າ​ໄຖ່​ໃດໆ​ໃຫ້​ພວກ​ທ່ີ​ລັກພາ​ໂຕພວກ​ພນັກ​ງານ​ຊ່ອຍ​ເຫລື​ອ 2 ຄົນ​ນີ້​ໄປ​ນັ້ນ.

XS
SM
MD
LG