ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ເລີ້ມບຸກໂຈມຕີ ພວກກະບົດທາລີບານ ໃນເຂດຊົນເຜົ່າ ວາຊີຣິສຖານໃຕ້


ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ກອງທັບປາກິສຖານ ໄດ້ເລີ້ມເປີດສາກບຸກໂຈມ ຕີ ທາງພາກພື້ນດິນ ຕໍ່ພວກກະບົດ ທາລີບານ ໃນເຂດ WAZIRISTAN ໃຕ້ ຊຶ່ງເປັນການ ປະຕິບັດງານ ທີ່ໄດ້ມີການລໍຖ້າ ມາເປັນເວລາ ດົນນານແລ້ວນັ້ນ. ກອງທັບປາກິສຖານ ກ່າວໃນວັນເສົາ ມື້ນີ້ວ່າ ມີທະຫານ 28 ພັນຄົນ ເຂົ້າຮ່ວມ ການປະຕິບັດງານ ເພື່ອກວດລ້າງ ພວກທາລີບານ ທີ່ມີຢູ່ປະມານ 10 ພັນຄົນ ໃນເຂດພູຜາປ່າດົງ ຂອງ WAZIRISTAN ໃຕ້ ຊຶ່ງເປັນທີ່ໝັ້ນ ຂອງພວກກະບົດ ໃກ້ໆຊາຍແດນ ອັຟການິສຖານ. ເຈົ້າໜ້າທີ່ຄົນນຶ່ງ ກ່າວວ່າ ເຮືອບິນຣົບ ແລະເຮຣີຄອບເຕີ້ ຕິດປືນກົນ ກໍໄດ້ເຂົ້າຮ່ວມ ການປະຕິບັດງານ ຂະນະທີ່ກຳລັງ ພາກພື້ນດິນ ເຄື່ອນເຂົ້າໄປ ໃນເຂດດັ່ງກ່າວ. ເຈົ້າໜ້າທີ່ ກອງທັບປາກິສຖານ ກ່າວວ່າ ທະຫານມີເວລາຈຳກັດ ໃນການໂຈມຕີ ທາງພາກພື້ນດິນ ຕໍ່ພວກກະບົດ ກ່ອນທີ່ຫິມະ ຈະເລີ້ມຕົກ ໃນອີກບໍ່ເທົ່າໃດ ອາທິດຂ້າງໜ້ານີ້. ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ການບຸກໂຈມຕີ ທາງພາກພື້ນດິນ ຈະເລີ້ມຂຶ້ນນັ້ນ ເຈົ້າໜ້າທີ່ ປາກິສຖານ ກໍໄດ້ປະກາດ ຫ້າມບໍ່ໃຫ້ ປະຊາຊົນ ຢູ່ໃນເຂດດັ່ງກ່າວ ອອກນອກເຮືອນ.

ອັຟການິສຖານ: ຊາວອັຟການິສຖານ ກຳລັງ ລໍຖ້າຟັງ ລາຍງານຂອງ ຄະນະກັມມະການທີ່ ໄດ້ຮັບການ ສນັບສນຸນຈາກ ອົງການສະຫະ ປະຊາຊາດ ຊຶ່ງອາດຈະ ພາໃຫ້ມີການເລືອກຕັ້ງ ປະທານາທິບໍດີຮອບສອງ ຢູ່ໃນອັຟການິສຖານ. ໜັງສືພິມ WASHINGTON POST ລາຍງານວ່າ ຄະນະກັມມະການຮ້ອງທຸກ ກ່ຽວກັບການເລືອກຕັ້ງ ໄດ້ຫລຸດຈຳນວນຄະແນນສຽງ ທີ່ປະທານາທິບໍດີ HAMID KARZAI ໄດ້ຮັບ ລົງມາເປັນ 47% ຄືບໍ່ຮອດ 50% ທີ່ທ່ານຕ້ອງການ ເພື່ອຫລີກລ້ຽງ ການເລືອກຕັ້ງຮອບສອງ. ຜົນການນັບຄະແນນສຽງ ໃນຂັ້ນຕົ້ນ ທີ່ນຳອອກເຜີຍແຜ່ ໃນເດືອນແລ້ວນີ້ ກໍຄືທ່ານ KARZAI ໄດ້ຮັບຄະແນນສຽງ 54% ແລະຄູ່ແຂ່ງ ຄົນສຳຄັນຂອງທ່ານ ຄືອະດີດ ຣັຖມຸນຕຣີ ການຕ່າງປະເທດ ອັຟການິສຖານ ທ່ານ ABDULLAH ABDULLAH ໄດ້ຮັບ 28%. ໂຄສົກຂອງ ອົງການສະຫະປະຊາຊາດ ກ່າວຕໍ່ VOA ໃນມື້ວານນີ້ວ່າ ການຊັ່ງຊາ ຕີຣາຄາຂັ້ນສຸດທ້າຍ ຂອງຄະນະສືບສວນ ກ່ຽວກັບການຂັດແຍ້ງ ໃນການເລືອກຕັ້ງ ປະທານາທິບໍດີ ເມື່ອວັນທີ 20 ສິງຫາ ຜ່ານມານັ້ນ ຈະມີຂຶ້ນໃນໄວໆນີ້.

ອີນເດັຽ: ເຈົ້າໜ້າທີ່ອິນເດັຽກ່າວວ່າ ມີຢ່າງນ້ອຍ 32 ຄົນ ເສັຽຊີວິດ ໃນອັກຄີພັຍ ທີ່ກຸດັງຫລືສາງ ເກັບ ໝາກກະໂພກແຫ່ງນຶ່ງ ໃນພາກໃຕ້ປະເທດ ອິນເດັຽ. ຕຳຣວດກ່າວວ່າ ມີ 2 ຄົນໄດ້ຖືກຈັບ ຮວມທັງເຈົ້າຂອງ ສາງເກັບເຄື່ອງ. ມີລາຍງານວ່າ 10 ຄົນໄດ້ຮັບບາດເຈັບ ໃນອັກຄີພັຍ ທີ່ເກີດຂຶ້ນ ໃນຕອນເດິກ ຂອງຄືນວັນສຸກ ນຶ່ງມື້ກ່ອນວັນສລອງບຸນ DIWALI ຊຶ່ງເປັນພັກ ຮູ້ກັນໃນນາມ ວັນບຸນແຫ່ງແສງໄຟ. ອັກຄີພັຍຮ້າຍແຮງ ເລີ້ມຂຶ້ນ ທີ່ສາງເກັບເຄື່ອງ ໃນບ້ານ PALLIPAT ປະມານ 90 ຫລັກກິໂລແມັດ ຫ່າງຈາກເມືອງທ່າ CHENNAI. ຮວມຢູ່ໃນຈຳນວນ ພວກທີ່ເສັຽຊີວິດນັ້ນ ແມ່ນພວກທີ່ໄປຊື້ ໝາກກະໂພກ ສຳລັບງານບຸນ. ການສເລີມສລອງ ງານບຸນ DIWALI ໄດ້ຈັດກັນ ຫລາຍໆມື້ ແລະຮວມທັງ ການນຸ່ງເຄື່ອງນຸ່ງໃໝ່ ການກິນນ້ຳຫວານ ແລະອາຫານຫວ່າງ ຮ່ວມກັນ ຕລອດທັງ ການໄຕ້ໂຄມໄຟ ທຽນໄຂ ແລະຈູດ ໝາກກະໂພກ ໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້.

ອີຣັກ: ກອງທັບສະຫະຣັດໄດ້ຍົກເລີກແຜນການ ທີ່ຈະສົ່ງກອງພົນນ້ອຍທະຫານບົກ ທີ່ມີກຳລັງ 3 ພັນ 500 ຄົນ ໄປຍັງອີຣັກ ໃນເດືອນມັງກອນປີ ໜ້າ ໂດຍໃຫ້ເຫດຜົນວ່າ ສະພາບຄວາມປອດ ພັຍໄດ້ດີຂຶ້ນໃນອີຣັກ. ກະຊວງ ປ້ອງກັນປະເທດ ສະຫະຣັດ ກ່າວໃນມື້ວານນີ້ວ່າ ຕົນຈະບໍ່ສົ່ງ ກອງພົນດັ່ງກ່າວ ຊຶ່ງຈະໄປແທນ ກົມກອງທີ່ຈະ ມີການຖອນ ອອກຈາກອີຣັກ ເລີ້ມໃນຕົ້ນປີໜ້ານີ້. ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດກ່າວວ່າ ການຕັດສິນໃຈ ທີ່ວ່ານີ້ ແມ່ນອີງຕາມ ການຊັ່ງຊາ ຕີຣາຄາຢ່າງລະອຽດ ເບິ່ງສະພາບ ໃນດ້ານຄວາມປອດພັຍ ຢູ່ໃນອີຣັກ ແລະຄວາມສາມາດ ທີ່ດີຂຶ້ນເລື້ອຍໆ ຂອງກຳລັງຮັກສາ ຄວາມສະງົບ ຂອງອີຣັກ ໃນການໃຫ້ການ ປົກປ້ອງຄຸ້ມຄອງ ປະຊາຊົນ. ເຈົ້າໜ້າທີ່ເວົ້າວ່າ ທະຫານກອງພົນດັ່ງກ່າວ ຈະຖືກສົ່ງກັບຄືນ ເຂົ້າໄປຍັງ ກອງກຳລັງ ທີ່ສາມາດນຳໃຊ້ໄດ້ ຂອງກອງທັບສະຫະຣັດ. ເຂົາເຈົ້າບໍ່ໄດ້ເວົ້າວ່າ ທະຫານຈຸນີ້ ຈະຖືກສົ່ງໄປຍັງ ອັຟການິສຖານແທນ ບ່ອນທີ່ກຳລັງ ທະຫານອະເມຣິກັນ ພວມສູ້ຣົບກັບ ການກໍ່ກະບົດ ທີ່ຮ້າຍແຮງຂຶ້ນ ຂອງພວກທາລີບານ.

ຮອນດູຣັສ: ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ທ່ານ MANUEL ZELAYA ກ່າວວ່າ ການເຈຣະຈາ ເພື່ອຍຸຕິ ການປະເຊີນ ໜ້າ ທີ່ເກີດຈາກ ການຂັບໄລ່ທ່ານ ອອກຈາກອຳ ນາດນັ້ນ ໄດ້ແຕກຫັກລົງແລ້ວ. ໃນການຖແລງ ຈາກສະຖານທູດ ບຣາຊີລ ທີ່ນະຄອນຫລວງ TEGUCIGALPA ບ່ອນທີ່ທ່ານ ເຂົ້າໄປລີ້ພັຍ ຢູ່ນັ້ນ ທ່ານ ZELAYA ກ່າວຕໍ່ພວກນັກຂ່າວວ່າ ການເຈຣະຈາ ໄດ້ຖືກໂຈະ ຈົນກວ່າຝ່າຍກົງກັນຂ້າມ ນຳສເນີ ໃນອັນທີ່ ທ່ານເອີ້ນວ່າ ທ່າທີທີ່ ສົມເຫດສົມຜົນ. ທ່ານ VICTOR MEZA ນຶ່ງໃນຄະນະ ເຈຣະຈາ ຂອງທ່ານ ZELAYA ກ່າວວ່າ ຂໍ້ສເນີ ຂອງຝ່າຍ ປະທານາທິບໍດີ ຮັກສາການຊົ່ວຄາວ ທ່ານ ROBERTO MICHELETTI ແມ່ນເປັນທີ່ ຮັບເອົາບໍ່ໄດ້. ຂໍ້ສເນີທີ່ວ່ານີ້ ໄດ້ຮຽກຮ້ອງໃຫ້ ສານສູງສຸດ ຂອງຮອນດູຣັສ ເປັນຜູ້ຕັດສັນວ່າ ຄວນມີການ ອະນຸຍາດໃຫ້ ທ່ານ ZELAYA ກັບຄືນເຂົ້າກຳ ອຳນາດໃໝ່ອີກຫລືບໍ່? ເຖິງແມ່ນທ່ານ ZELAYA ໄດ້ໃຫ້ທັສນະ ດັ່ງກ່າວກໍຕາມ ແຕ່ຜູ້ຕາງໜ້າ ຂອງທັງສອງຝ່າຍ ກ່າວວ່າ ການເຈຣະຈາ ຍັງຈະດຳເນີນຕໍ່ໄປ.

ເກົາຫລີເໜືອ - ສະຫະຣັດ:ເຈົ້າໜ້າທີ່ອະວຸ ໂສຄົນນຶ່ງ ຂອງເກົາຫລີເໜືອ ໄດ້ຮັບວີຊ່າໃຫ້ ເດີນທາງມາ ຢ້ຽມຢາມສະຫະຣັດ ໃນເດືອນນີ້ ໃນເວລາທີ່ປະເທດທັງສອງ ກຳລັງພະຍາຍາມ ຊອກຫາຊ່ອງທາງ ເພື່ອຟື້ນຟູ ການເຈຣະຈາປົດ ອາວຸດ ທີ່ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ. ກະຊວງການຕ່າງປະເທດ ສະຫະຣັດ ໄດ້ໃຫ້ອະນຸມັດ ຕໍ່ການຂໍວີຊ່າ ຂອງ ທ່ານ RI GUN ຜູ້ອຳນວຍການ ຜແນກກິຈການອະເມຣິກາ ຂອງກະຊວງ ການຕ່າງປະເທດ ເກົາຫລີເໜືອ. ເກົາຫລີເໜືອ ຢາກເປີດການ ເຈຣະຈາ 2 ຝ່າຍ ກັບສະຫະຣັດ ແລະໄດ້ເຊື້ອເຊີນ ທູດພິເສດ ຂອງສະຫະຣັດ ທ່ານ STEPHEN BOSWORTH ໃຫ້ເດີນທາງ ໄປຢ້ຽມຢາມ ພຽງຢາງ. ຣັຖບານທ່ານ OBAMA ໄດ້ສະແດງ ໃຫ້ເຫັນຢ່າງຈະແຈ້ງວ່າ ຕົນຢາກໃຫ້ ການເຈຣະຈາ ໃດໆກໍຕາມ ຕ້ອງມີທັງ ເກົາຫລີໃຕ້ ຈີນ ຣັດເຊັຽ ແລະຍີ່ປຸ່ນ ຮວມຢູ່ດ້ວຍ. ມາຮອດ ປັດຈຸບັນນີ້ ຍັງບໍ່ມີ ໝາຍກຳນົດການໃດໆ ກ່ຽວກັບການເຈຣະຈາ ຢ່າງເປັນທາງການ ສຳລັບນັກການທູດ ຂອງເກົາຫລີເໜືອ ທ່ານນີ້ ໃນລະຫວ່າງ ການຢ້ຽມຢາມ ຂອງທ່ານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG