ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ດ້ວຍຣະເບີດ ສະລະຊີບ ທີ່ເມືອງເພຊາວາ ເຮັດໃຫ້ ມີຜູ້ເສັຽຊີວິດ 11 ຄົນ


ປາກິສຖານ: ຕຳຣວດປາກິສຖານກ່າວວ່າ ໄດ້ ມີການໂຈມຕີ ດ້ວຍຣະເບີດສະລະຊີບ 2 ຄັ້ງຢູ່ ນອກຫ້ອງການສືບສວນແຫ່ງນຶ່ງ ຂອງຕຳຣວດ ທີ່ເມືອງ PESHAWAR ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເຮັດໃຫ້ມີຜູ້ເສັຽຊີ ວິດ ຢ່າງນ້ອຍ 11 ຄົນ. ລາຍງານຂ່າວ ໂທຣະພາບ ສະແດງໃຫ້ເຫັນ ເຖິງຊາກເພພັງ ທີ່ຖືກເຜົາໃໝ້ ແລະຣົດ ທີ່ຖືກທຳລາຍ ໃນວັນສຸກມື້ນີ້. ວັດຂອງສາສນາອິສລາມ ທີ່ຢູ່ໃກ້ຄຽງ ກໍໄດ້ຮັບ ຄວາມເສັຽຫາຍ ຮ້າຍແຮງ. ຄະນະກູ້ພັຍ ແລະເຈົ້າໜ້າທີ່ ຮັກສາຄວາມສະງົບ ໄດ້ຫຸ້ມໄປຍັງ ບໍຣິເວນທີ່ເກີດເຫດ. ຕຳຣວດເວົ້າວ່າ ພວກໂຈມຕີ ຊຶ່ງມີແມ່ຍິງ ຢ່າງນ້ອຍນຶ່ງຄົນ ຮ່ວມນຳນັ້ນ ໄດ້ຂັບຣົດ ທີ່ບັນຈຸດິນຣະເບີດ ແລະຣົດຈັກຄັນນຶ່ງ ໄປຍັງຫ້ອງການ ສືບສວນຂອງຕຳຣວດ ກ່ອນທີ່ຈະບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຣັບຜິດຊອບ ກ່ຽວກັບການໂຈມຕີ ໃນຄັ້ງນີ້ເທື່ອ ຊຶ່ງເປັນການໂຈມຕີ ເທື່ອລ່າສຸດ ໃນຮອບໄລຍະ 2 ອາທິດ ຜ່ານມານີ້ທີ່ ເຮັດໃຫ້ມີ ຜູ້ເສັຽຊີວິດ ຫລາຍກວ່າ 150 ຄົນ. ໃນມື້ວານນີ້ ໄດ້ມີການໂຈມຕີ ຫລາຍໆຄັ້ງ ໃສ່ຫ້ອງການ ຜແນກປະຕິບັດກົດໝາຍ ທີ່ນະຄອນລາຮໍ ແລະໃນເຂດ ພາກຕາເວັນຕົກສຽງເໜືອ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຽ 39 ຄົນ.

ອັຟການິສຖານ: ລາຍງານຂອງໜັງສືພິມສະ ບັບນຶ່ງແຈ້ງວ່າ ການພົບເຫັນ ໃນການສືບສວນ ກ່ຽວກັບ ການກ່າວຫາ ໃນການເລືອກຕັ້ງອັຟ ການິສຖານ ເມື່ອເດືອນສິງຫາ ຜ່ານມານັ້ນ ຈະພາໃຫ້ ມີການເລືອກຕັ້ງ ຮອບສອງ ລະຫວ່າງ ປະທານາທິບໍດີ HAMID KARZAI ແລະຄູ່ແຂ່ງ ທີ່ມີຄະແນນສຽງ ໃກ້ຄຽງທີ່ສຸດ ກັບທ່ານ. ໜັງສືພິມ WASHINGTON POST ລາຍງານວ່າ ຄະນະກັມມະການຮ້ອງທຸກ ໃນການເລືອກຕັ້ງ ທີ່ໄດ້ຮັບການ ສນັບສນຸນໂດຍ ອົງການ ສະຫະປະຊາຊາດ ໄດ້ຫລຸດຄະແນນສຽງ ຂອງທ່ານ KARZAI ລົງມາເປັນ 47% ຄືບໍ່ຮອດ 50% ທີ່ທ່ານຈຳເປັນ ຕ້ອງໄດ້ຮັບ ເພື່ອຫລີກລ້ຽງ ບໍ່ໃຫ້ມີການ ເລືອກຕັ້ງຮອບສອງ. ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ກ່າວວ່າ ຜົນການນັບ ຄະແນນສຽງ ຢ່າງເປັນທາງການ ໃນການເລືອກຕັ້ງ ປະທານາທິບໍດີ ເມື່ອວັນທີ 20 ສິງຫາຜ່ານ ອາດຈະມີ ການປະກາດໃຫ້ຊາບ ໃນວັນເສົາມື້ນີ້. ຜົນການນັບ ຄະແນນສຽງຂັ້ນຕົ້ນ ທີ່ໄດ້ມີການເປີດເຜີຍໃຫ້ຊາບ ໃນເດືອນແລ້ວນີ້ ກໍຄືທ່ານ KARZAI ໄດ້ຮັບຄະແນນສຽງ 54% ແລະຄູ່ແຂ່ງ ຄົນສຳຄັນຂອງທ່ານ ຄືອະດີດ ຣັຖມຸນຕຣີ ການຕ່າງປະເທດ ທ່ານ ABDULLAH ABDULLAH ໄດ້ຮັບຄະແນນ 28%.

ອອສເຕຣເລັຽ: ຜູ້ຊາຍ 5 ຄົນ ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນວັນສຸກມື້ນີ້ໃນການວາງແຜນໂຈມຕີ ຂອງພວກກໍ່ການຮ້າຍ ໃນອອສເຕຣເລັຽຍ້ອນໄດ້ເກັບ ສະສົມ ອຸບປະກອນ ໃນການເຮັດຣະເບີດ ແລະຊື້ດິນ ຣະເບີດໄວ້. ຄະນະຕຸລາການ ຫລືລູກຂຸນ ໃນການດຳເນີນຄະດີ ໄດ້ພິຈາຣະ ເປັນເວລານຶ່ງເດືອນ ກ່ອນທີ່ຈະຕັດສິນວ່າ ພວກຜູ້ຊາຍທັງ 5 ມີຄວາມຜິດ ໃນຖານສົມຮູ້ ຮ່ວມຄິດ ແລະກະກຽມ ການໂຈມຕີ ກໍ່ການຮ້າຍ. ແຕ່ລະຄົນ ປະເຊີນກັບໂທດ ໜັກທີ່ສຸດເຖິງ ຈຳຄຸກຕລອດຊີວິດ. ບຸກຄົນທັງ 5 ຊຶ່ງມີອາຍຸ ລະຫວ່າງ 25 ຫາ 44 ປີ ໄດ້ຖືກຈັບ ໃນການບຸກ ເຂົ້າໄປກວດຄົ້ນ ຫລາຍໆຄັ້ງ ທີ່ເຮືອນຂອງ ພວກເຂົາເຈົ້າ ໃນປີ 2005. ຄະນະໄອຍະການ ກ່າວວ່າ ພວກຜູ້ຊາຍທັງ 5 ໄດ້ພະຍາຍາມ ທີ່ຈະລົງໂທດ ອອສເຕຣເລັຽ ຍ້ອນໄດ້ສົ່ງທະຫານ ໄປສູ້ຣົບ ໃນອີຣັກ ແລະອັຟການິສຖານ. ສ່ວນອີກ 4 ຄົນ ໄດ້ຖືກຕັດສິນວ່າ ມີຄວາມຜິດ ກ່ອນໜ້ານີ້ ກ່ຽວກັບ ການວາງແຜນໂຈມຕີ ຊຶ່ງຈະມີຂຶ້ນ ໃນລະຫວ່າງ ເດືອນກໍຣະກົດປີ 2004 ຫາເດືອນພະຈິກ ປີ 2005.

ເກົາຫລີ: ເຈົ້າໜ້າທີ່ສະພາກາແດງຂອງເກົາຫລີ ເໜືອ ແລະເກົາຫລີໃຕ້ ໄດ້ພົບປະກັນ ໃນວັນສຸກ ມື້ນີ້ ເພື່ອປຶກສາຫາຣື ກ່ຽວກັບການຈັດໃຫ້ມີການ ພົບພໍ້ກັນຕື່ມອີກ ລະຫວ່າງຄອບຄົວ ທີ່ໄດ້ພັດພາກ ຍ້ອນສົງຄາມເກົາຫລີ. ການພົບປະ ໄດ້ມີຂຶ້ນ ໃນສັບປະດາທີ່ ມີການໃຫ້ສັນຍາ ແບບປະປົນ ລະຫວ່າງສອງເກົາຫລີ ທີ່ເປັນຄູ່ປໍຣະປັກ ຮວມທັງ ການສະແດງອອກ ແບບຄືນດີ ຂອງເກົາຫລີເໜືອ ແລະການໃຊ້ຄຳເວົ້າ ໂຈມຕີຢ່າງຮຸນແຮງ. ການພົບປະໃນມື້ນີ້ ມີຂຶ້ນທີ່ເມືອງ KAESONG ຊຶ່ງເປັນຫົວເມືອງຊາຍແດນ ໃນເກົາຫລີເໜືອ. ທ່ານ SONG SOON HWA ໂຄສົກຂອງອົງການ ສະພາກາແດງ ເກົາຫລີໃຕ້ ກ່າວວ່າ ເກົາຫລີໃຕ້ ມີແຜນການ ທີ່ຈະນຳສເນີ ໃຫ້ທັງສອງຝ່າຍ ຈັດໃຫ້ມີການພົບພໍ້ ຂອງຄອບຄົວ ທີ່ໄດ້ພັດພາກ ຫລາຍຂຶ້ນກວ່າເກົ່າ. ເກົາຫລີທັງສອງ ໄດ້ຈັດໃຫ້ມີ ການພົບປະ ຂອງຄອບຄົວ ທີ່ໄດ້ພັດພາກ ຍ້ອນສົງຄາມເກົາຫລີ ເປັນເທື່ອທຳອິດ ໃນຮອບເກືອບ 2 ປີ. ຫລັງຈາກ ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ໄດ້ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງ ເມື່ອເກືອບ 2 ປີກ່ອນ ພຽງຢາງໄດ້ສັ່ງໃຫ້ ຢຸດເຊົາ ບໍ່ໃຫ້ມີການພົບພໍ້ ຂອງຄອບຄົວ ທີ່ໄດ້ພັດພາກ ເພື່ອເປັນການປະທ້ວງ ຕໍ່ນະໂຍບາຍ ຂອງທ່ານ ທີ່ມີຕໍ່ເກົາຫລີເໜືອ.

ສະຫະປະຊາຊາດ - ກາຊາ: ສະພາສິດທິ ມະນຸດ ຂອງອົງການ ສະຫະປະຊາຊາດໄດ້ລົງ ຄະແນນສຽງ ໃນວັນສຸກມື້ນີ້ ເພື່ອໃຫ້ການສນັບ ສນຸນ ຕໍ່ລາຍງານ ທີ່ໄດ້ກ່າວຫາ ທັງອິສຣາແອລ ແລະປາແລສໄຕນ໌ວ່າ ໄດ້ກໍ່ອາຊຍາກັມສົງຄາມ ໃນລະຫວ່າງ ການສູ້ຣົບ ຢູ່ໃນ ເຂດ GAZA ເມື່ອບໍ່ດົນມານີ້. ການສຶກສາ ທີ່ຮັບຮອງເອົາ ໂດຍສະພາສິດທິມະນຸດ ຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ ທັງສອງຝ່າຍ ທຳການສືບສວນ ພາຍໃນ 6 ເດືອນ ຖ້າບໍ່ດັ່ງນັ້ນແລ້ວ ກໍຈະສົ່ງເຣື່ອງນີ້ ໄປຍັງສານໂລກ ທີ່ນະຄອນ HAGUE. ລາຍງານເວົ້າວ່າ ອິສຣາແອລ ບໍ່ໄດ້ອອກຄຳສັ່ງ ເພື່ອໃຫ້ຣະມັດຣະວັງ ໃນການປົກປ້ອງ ປະຊາຊົນທີ່ ບໍ່ແມ່ນກຳລັງສູ້ຣົບ ໃນການສູ້ຣົບກັນ ທີ່ມີຂຶ້ນລະຫວ່າງ ເດືອນທັນວາ ຫາເດືອນມັງກອນ ຕົ້ນປີນີ້. ລາຍງານຍັງເວົ້າວ່າ ພວກຫົວຮຸນແຮງ ປາແລສໄຕນ໌ ກໍໄດ້ຍິງຈະຣວດ ແລະປືນຄົກ ໄປໃສ່ອິສຣາແອລ ໂດຍມີຄວາມຕັ້ງໃຈ ທີ່ຈະສ້າງຄວາມເສັຽຫາຍ ໃຫ້ແກ່ພົລເຮືອນ. ອິສຣາແອລກ່າວວ່າ ການ ໂຈມຕີ ດ້ວຍຈະຣວດ ແລະປືນຄົກ ຄືສາເຫດ ທີ່ອິສຣາແອລ ບຸກໂຈມຕີເຂົ້າໄປ ໃນເຂດ GAZA.

ເຕີກກີ - ອິສຣາແອລ: ກະຊວງການຕ່າງປະ ເທດອິສຣາແອລ ໄດ້ຮຽກໂຕເອກອັຄຣັຖທູດເຕີກ ກີ ເຂົ້າພົບ ໃນວັນພະຫັດວານນີ້ ເພື່ອປະທ້ວງ ຕໍ່ລາຍງານຂ່າວ ທີ່ມີມາເປັນລຳດັບ ຂອງໂທຣະ ພາບ ທາງການເຕີກກີ ທີ່ປາກົດວ່າ ໄດ້ວາດພາບໃຫ້ເຫັນ ກ່ຽວກັບການສັງຫານ ພວກເດັກນ້ອຍປາແລສໄຕນ໌ ໂດຍທະຫານ ອິສຣາແອລ. ເຈົ້າໜ້າທີ່ ອິສຣແອລ ກ່າວວ່າ ລາຍງານໂທຣະພາບ ຂອງເຕີກກີ ແມ່ນປະກອບດ້ວຍ ການຍຸແຍ່ ໃຫ້ເກີດຄວາມຄຽດຊັງ ຕໍ່ອິສຣາແອລ ແລະອາດພາໃຫ້ ມີການໂຈມຕີຊາວຢິວ ທີ່ເດີນທາງໄປຢ້ຽມຢາມ ປະເທດເຕີກກີ. ລາຍງານຕອນນຶ່ງ ຂອງໂທຣະພາບເຕີກກີ ໄດ້ສະແດງໃຫ້ເຫັນວ່າ ທະຫານກຳລັງປ້ອງກັນໂຕ ທີ່ຢູ່ໃນເຄື່ອງແບບ ຂອງອິສຣາແອລ ໄດ້ຍິງປືນໃສ່ ພວກເດັກນ້ອຍແມ່ຍິງ ແລະທາຣົກ ຊາວປາແລສໄຕນ໌ຄົນນຶ່ງ. ຜູ້ຜລິດລາຍການ ຂອງເຕີກກີ ກ່າວຕໍ່ສື່ມວນຊົນ ອິສຣາແອລວ່າ ລາຍງານທີ່ວ່ານີ້ ບໍ່ໄດ້ວາດພາບໃຫ້ເຫັນ ກ່ຽວກັບກຳລັງ ປ້ອງກັນໂຕ ຂອງອິສຣາແອລ ແລະໄດ້ກ່າວເຖິງ ທະຫານແຕ່ພຽງບາງກຸ່ມ ທີ່ໄດ້ສັງຫານ ຊາວປາແລສໄຕນ໌.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG