ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງຄລິນຕັນກ່າວວ່າ ມັນເປັນເຣື່ອງສຳຄັນ ສຳລັບຣັດເຊັຽ ທີ່ຈະອ້າແຂນຣັບເອົາ ສິດທິພື້ນຖານຂອງມະນຸດ


ຄລິນຕັນ - ຣັດເຊັຽ: ຣັຖມຸນຕຣີການຕ່າງ ປະເທດສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ມັນເປັນເຣື່ອງສຳຄັນ ສຳລັບຣັດເຊັຽ ທີ່ຈະອ້າແຂນ ຮັບເອົາສິດທິ ພື້ນຖານ ຂອງມະນຸດ ແລະອິສຣະພາບ ຮວມທັງສິດທິ ໃນການປະກອບ ສ່ວນເຂົ້າຮ່ວມຂັ້ນຕອນ ທາງດ້ານການເມືອງ ຢ່າງເປີດກວ້າງ. ທ່ານນາງ CLINTON ກ່າວຕໍ່ພວກນັກສຶກສາ ທີ່ມະຫາວິທຍາລັຍ ກຸງມົສກູ ໃນວັນພຸດມື້ນີ້ວ່າ ຕ້ອງໄດ້ມີການ ມອບໝາຍສິດອຳນາດ ໃຫ້ແກ່ປະຊາຊົນ ເພື່ອຊັ່ງຊາຕີຣາຄາເບິ່ງວ່າ ກົດໝາຍໃດ ທີ່ພວກເຂົາເຈົ້າ ຈະດຳຣົງຊີວິດ ຢູ່ພາຍໃຕ້. ທ່ານນາງກ່າວວ່າ ອິສຣະພາບ ຈະພາໃຫ້ມີທ່າທີ ທີ່ປະຊາຊົນບໍ່ນິຍົມ ແລະບໍ່ເຫັນພ້ອມນຳ ໃນຄວາມຄິດໂດຍທົ່ວໆໄປນັ້ນ ຄືລັກສະນະໂດດເດັ່ນ ຂອງສັງຄົມ ທີ່ມີຫົວຄິດປະດິດສ້າງ. ທ່ານນາງ CLINTON ເວົ້າວ່າ ຍ້ອນຄຸນຄ່າ ເຫລົ່ານັ້ນແຫລະ ທີ່ເຮັດໃຫ້ການໂຈມຕີ ຕໍ່ພວກນັກຂ່າວ ແລະພວກນັກເຄື່ອນໄຫວ ສິດທິມະນຸດ ໃນຣັດເຊັຽ ເມື່ອໄວໆມານີ້ ເປັນເຣື່ອງທີ່ສ້າງ ຄວາມວິຕົກກົງ ໃຫ້ແກ່ວໍຊິງຕັນ.

ເກົາຫລີ - ການເຈຣະຈາ: ເກົາຫລີເໜືອໄດ້ ສະແດງຄວາມເສັຽໃຈ ກ່ຽວກັບການ ເສັຽຊີວິດ ຂອງຊາວເກົາຫລີໃຕ້ 6 ຄົນ ໃນເດືອນແລ້ວນີ້ ທີ່ຖືກນ້ຳສຸ ໄປໂດຍນ້ຳ ທີ່ປ່ອຍຈາກເຂື່ອນ ຂອງເກົາຫຼີເໜືອ ລົງໃສ່ແມ່ນ້ຳສາຍນຶ່ງ ທີ່ໄຫຼຜ່ານ ບໍຣິເວນຊາຍແດນ ທີ່ມີການຍາມຮັກສາການ ຢ່າງແໜ້ນໜາ ຂອງປະເທດທັງສອງ. ເກົາຫລີເໜືອ ໄດ້ກ່າວສະແດງ ຄວາມເສັຽໃຈ ໃນວັນພຸດມື້ນີ້ ທີ່ກອງປະຊຸມ ສອງເກົາຫລີ ຊຶ່ງໄດ້ຈັດຂຶ້ນທີ່ເມືອງ KAESONG. ທັງສອງຝ່າຍ ປະຊຸມກັນທີ່ ເມືອງ KAESONG ເພື່ອປຶກສາຫາຣື ກ່ຽວກັບວ່າ ຈະປ້ອງກັນແນວໃດ ເພື່ອບໍ່ໃຫ້ ອຸບັດຕິເຫດແບບນີ້ ເກີດຂຶ້ນຊ້ຳອີກ. ພຽງຢາງກ່າວວ່າ ຣະດັບນ້ຳ ທີ່ສູງຂຶ້ນຢ່າງໄວວາ ຂອງເຂື່ອນທີ່ສ້າງ ໃສ່ແມ່ນ້ຳ IMJIN ໃນເກົາຫລີເໜືອ ເຮັດໃຫ້ຈຳເປັນຕ້ອງ ໄດ້ມີການປ່ອຍນ້ຳ ແບບສຸກເສີນ. ນ້ຳທີ່ປ່ອຍໄດ້ໄ ຫລສຸລົງໄປ ທາງຫລັງເຂື່ອນ ຊຶ່ງເຮັດໃຫ້ ຊາວເກົາຫລີໃຕ້ ທັງ 6 ທີ່ກຳລັງໄປນອນ ຄ້າງຄືນໃນປ່າ ແລະຫາປາ ໃນແມ່ນ້ຳດັງກ່າວ ເສັຽຊີວິດ.

ສະຫະຣັດ -ເກົາຫລີເໜືອ - ນິວຄລັຽ: ນັກການທູດ ອະວຸໂສທ່ານນຶ່ງ ຂອງສະຫະຣັດ ກ່າວວ່າ ວໍຊິງຕັນຈະ ດຳເນີນການ ພົບປະໂດຍກົງ ກັບເກົາຫລີເໜືອ ກໍ່ຕໍ່ເມື່ອ ຢູ່ພາຍໃຕ້ຂອບ ຂອງການເຈຣະຈາ ປົດອາວຸດນິວເຄລັຽ 6 ຝ່າຍເທົ່ານັ້ນ. ຣັຖມຸນຕຣີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະຣັດ ທ່ານ KURT CAMPBELL ໃຫ້ທັສນະດັ່ງກ່າວ ທີ່ກຸງປັກກິ່ງ ໃນວັນພຸດມື້ນີ້ ຫລັງຈາກໄດ້ພົບປະ ກັບເຈົ້າໜ້າທີ່ຈີນ ກ່ຽວກັບການ ເຈຣະຈາ 6 ຝ່າຍທີ່ ໄດ້ຕົກຢູ່ໃນສະພາບບໍ່ໄປ ບໍ່ມາ. ທ່ານ CAMPBELL ກ່າວຕໍ່ພວກນັກຂ່າວວ່າ ຈີນເຊື່ອວ່າ ພຽງຢາງເຕັມໃຈ ທີ່ຈະຮັບເອົາຂອບ ຂອງການເຈຣະຈາ 6 ຝ່າຍ ແຕ່ທ່ານຍອມຮັບວ່າ ການດຳເນີນງານ ທາງດ້ານການທູດ ກັບເກົາຫລີເໜືອນັ້ນ ແມ່ນເປັນບັນຫາ ທ້າທາຍທີ່ສຸດ. ອະດີດປະທານາທິບໍດີ ສະຫະຣັດ ທ່ານ GEORGE W. BUSH ໄດ້ໃຫ້ ຂໍ້ສັງເກດ ທີ່ຄ້າຍຄືກັນນີ້ ໃນຄຳປາສັຍ ທີ່ກຸງໂຊລ ນະຄອນຫລວງ ຂອງເກົາຫລີ ໃຕ້ໃນວັນພຸດມື້ນີ້. ທ່ານ BUSH ເຕືອນວ່າ ຜູ້ນຳຂອງ ເກົາຫລີເໜືອ ທ່ານ KIM JONG IL ແມ່ນບໍ່ມີການ ສົງສັຍໃດໆແມ່ນກຳລັງ ຈະທຳການ ທົດສອບເບິ່ງ ຣະບົບເພື່ອຊອກຫາ ຈຸດອ່ອນ ແລະຈະນຳໃຊ້ສຳລັບ ໃນການໃຫ້ເປັນຜູ້ໄດ້ປຽບ.

ເອເຊັຽ - ເສຖກິດ: ອະດີດ ປະທານາທິບໍດີ ສະຫະຣັດທ່ານ GEORGE W. BUSH ກ່າວວ່າ ເສຖກິດ ແລະຣັຖບານ ຂອງບັນດາ ປະເທດ ໃນເຂດເອເຊັຽ ກຳລັງນຳພາເສຖກິດ ຂອງໂລກ ອອກຈາກ ສະພາບຕົກຕ່ຳ. ໃນການຖແລງ ທີ່ກຸງໂຊລ ໃນວັນພຸດມື້ນີ້ ທ່ານ BUSH ເວົ້າວ່າ ເຖິງແມ່ນໄດ້ເກີດ ວິກິຕການ ທາງດ້ານການເງິນໃນໂລກ ແຕ່ເສຖກິດ ຂອງຫລາຍໆປະເທດ ໃນເອເຊັຽ ອັນມີຈີນ ເກົາຫລີໃຕ້ ສິງກະໂປ ຮົງກົງ ໃຕ້ຫວັນ ຍີ່ປຸ່ນ ແລະໄທໄດ້ ດຳເນີນໄປດ້ວຍດີ ທັງນີ້ກໍຍ້ອນ ໃນອັນທີ່ທ່ານເອີ້ນວ່າ ນະໂຍບາຍ ກະຕຸກຊຸກຍູ້ເສຖກິດ ທີ່ສລາດສ່ອງໃສ ຂອງຣັຖບານ ປະເທດເຫລົ່ານີ້. ທ່ານ BUSH ກ່າວວ່າ ທ່ານເຊື່ອວ່າ ເສຖກິດຂອງເອເຊັຽ ຈະເປັນເຄື່ອງຈັກຂນາດແຮງ ຂັບດັນໃຫ້ມີ ການເຕີບໂຕ ໃນອະນາຄົດ ແຕ່ທ່ານໄດ້ເຕືອນ ກ່ຽວກັບການຕັ້ງກຳແພງ ປົກປ້ອງສິນຄ້າ ຂອງຕົນ. ອະດີດຜູ້ນຳ ຂອງສະຫະຣັດ ກ່າວວ່າ ຂະນະທີ່ບາງຄົນ ອາດຢາກຈະຕັ້ງກຳແພງ ແລະເຄື່ອງກີດຂວາງຕ່າງໆ ໃນດ້ານການຄ້າ ໃນເວລາທີ່ ເກີດບັນຫາ ຍຸ່ງຍາກສັບສົນ ແຕ່ເສັ້ນທາງ ທີ່ດີທີ່ສຸດ ໄປສູ່ການເຕີບໂຕ ຂອງເສຖກິດ ແລະການຮັບມື ກັບຄວາມທຸກຍາກ ແມ່ນການຄ້າເສຣີ.

ໄທ: ຣັຖບານໄທກ່າວວ່າ ຕົນຈະໃຊ້ກົດໝາຍ ທີ່ເຄັ່ງຄັດ ວ່າດ້ວຍຄວາມປອດພັຍເພື່ອຄວບຄຸມ ການປະທ້ວງ ທີ່ບາງກອກ ໃນລະຫວ່າງ ກອງປະຊຸມສຸດຍອດ ຂອງສະມາຄົມອາຊ່ຽນ ຄັ້ງຈະມານີ້. ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ກ່າວໃນມື້ ວັນອັງຄານວານນີ້ວ່າ ຣັຖບານໄທ ຈະນຳໃຊ້ກົດໝາຍ ວ່າດ້ວຍ ຄວາມປອດພັຍພາຍໃນ ໃນລະຫວ່າງ ກອງປະຊຸມສຸດຍອດ ບັນດາປະເທດ ສະມາຊິກ ບັນດາປະຊາຊາດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ຊຶ່ງຈະມີຂຶ້ນ ແຕ່ວັນທີ 23 ຫາ 25 ຕຸລານີ້. ກົດໝາຍວ່າດ້ວຍ ຄວາມປອດພັຍດັ່ງກ່າວ ຈະອະນຸຍາດໃຫ້ ຣັຖບານຕິດຕາມ ແລະສືບສວນ ເບິ່ງສະຖານະການ ທີ່ອາດຈະເປັນ ພັຍຂົ່ມຂູ່ ຕໍ່ຄວາມໝັ້ນຄົງແຫ່ງຊາດ. ໃນລະຫວ່າງ ກອງປະຊຸມສຸດຍອດ ອາຊ່ຽນນັ້ນ ໄທຈະກຽມພ້ອມໄວ້ ກຳລັງຮັກສາ ຄວາມສະງົບ 18 ພັນຄົນ ຢູ່ທີ່ບ່ອນຕາກອາກາດ ຫົວຫີນແລະຊະອຳ. ໃນໄລຍະດັ່ງກ່າວນີ້ ພວກປະທ້ວງ ຈະຈັດການໂຮມຊຸມນຸມຂຶ້ນ ທີ່ບາງກອກ. ທ່ານອະພິຊິດກ່າວວ່າ ຣັຖບານໄທ ຈະຈັດການ ກ່ຽວກັບເຣື່ອງ ຄວາມປອດພັຍ ເພື່ອວ່າ ກອງປະຊຸມ ສຸດຍອດອາຊ່ຽນ ຈະບໍ່ໄດ້ຮັບຄວາມ ກະທົບກະເທືອນ.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ທະຫານ ອັຟການິສຖານ ແລະກຳລັງ ນາໆຊາດ ໄດ້ສັງຫານ ພວກທາລີບານ ຫລາຍກວ່າ 40 ຄົນ ໃນການປະຕິບັດງານ ຢູ່ໃນທົ່ວປະເທດ. ກະຊວງພາຍໃນ ອັຟການິສຖານ ກ່າວໃນວັນພຸດ ມື້ນີ້ວ່າ ທະຫານໄດ້ສັງຫານ ພວກກະບົດທາລີບານ 30 ຄົນ ທີ່ແຂວງ URUZGAN ໃນພາກໃຕ້ ຂອງປະເທດ ມື້ວານນີ້. ກະຊວງປ້ອງກັນ ປະເທດອັຟການິສຖານ ກ່າວວ່າ ທະຫານໄດ້ສັງຫານ ພວກກະບົດ 11 ຄົນ ຢູ່ແຂວງ GHAZNI ຢູ່ທາງທິດໃຕ້ ນະຄອນຫລວງກາບູລ. ເຈົ້າໜ້າທີ່ກ່າວວ່າ ນອກນັ້ນ ຍັງມີພວກຫົວຮຸນແຮງ 4 ຄົນ ໄດ້ເສັຽຊີວິດ ຢູ່ໃນພາກໃຕ້ ອັຟການິສຖານ ຍ້ອນຣະເບີດ ຂອງພວກເຂົາເອງ ແລະເຈົ້າໜ້າທີ່ເວົ້າວ່າ ຣະເບີດແຄມທາງລູກນຶ່ງ ທີ່ແຂວງ ZABUL ເຮັດໃຫ້ທະຫານ ອັຟການິສຖານ ເສັຽຊີວິດ 2 ຄົນ. ໃນຕອນເຊົ້າມື້ນີ້ ອົງການນາໂຕ້ກ່າວວ່າ ທະຫານອັຟການິສຖານ ແລະກຳລັງນາໆຊາດ ໄດ້ສັງຫານຜູ້ບັນຊາການຄົນນຶ່ງ ຂອງກຸ່ມທາລີບານ ໃນພາກຕາເວັນອອກສຽງໃຕ້ ອັຟການິສຖານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG