ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດສະລະຊີບ ໃນເຂດຮ່ອມພູ Swat Valley ສັງຫານຜູຄົນ 41 ຄົນແລະບາດເຈັບ 45 ຄົນທ່ີປາກີສຖານ


ທີ່ປາ​ກີສຖານ: ຕຳ​ຫລວ​ດປາ​ກີ​ສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ສັງຫານ​ຜູ້​ຄົນ​ໄປ 41 ຄົນ ຮວມທັງ​ພວກເຈົ້າ​ໜ້າ​ທ່ີຮັກສາ​ຄວາມ​ປອດ​ໄພ 6 ຄົນ​ໃນ​ເມືອງ Shangla ​ໃກ້ໆ​ກັບ​ຮ່ອມ​ພູ Swat Valley ​ແລະບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ປະຊາຊົນ45 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ ການ​ໂຈມ​ຕີ​ດັ່ງກ່າວ. ຕຳຫລວດ​
ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ໂຈມ​ຕີ​ຄັ້ງ​ນີ້​ໄດ້​ລະ​ເບີດ​ໂຕ​ຕາຍ​ໃສ່​ຂະ​ບວນລົດບັນທຸກ​ທະຫານ​ຈຸ​ນຶ່ງ.
ເຫດການ​ໂຈມ​ຕີ​ທ່ີ​ພາ​ໃຫ້​ມີ​ຜູ້​ເສັຍ​ຊີວິດ​ໃນ​ເມືອງ Shangla ນີ້​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ ​ບັນດາ​ເຈົ້າ​ໜ້າ​ທ່ີ​ປາ​ກີ​ສຖານ​ກ່າວ​ວ່າ ຝູງ​ເຮືອບິນຣົບ​ໄອ​ພົ່ນ​ຂອງ​ກອງທັບຈຸ​ນຶ່ງ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ທ່ີ​ໝັ້ນ
​ແຫ່ງ​ຕ່າງໆ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ຊົນ​ເຜົ່າ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ ​ໂດຍ​ໄດ້​ສັງຫານ​ພວກ​ທ່ີ​ສົງ​ໄສ​ວ່າ​ເປັນ​ພວກ​ນັກຕໍ່ສູ້​ຫົວ​ຮຸນ​ແຮງ​ປະມານ​ສິບ​ຄົນແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຄົນ.
​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ກຸມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ໃນ​ການ ​ບຸກ​ໂຈມ​ຕີ​ກອງ​ບັນຊາ​ການ​ກອງທັບ​ທ່ີ​ມີ​ການປ້ອງ​ກັນ​ຢ່າງ​ໜາ​ແໜ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ທ່ີ​ເມືອງ Rawalpindiນັ້ນ.
ການ​ໂຈມ​ຕີ​ແລະ​ການ​ເຂົ້າ​ຄອບ​ຄອງ​ອາຄານ​ຫລັງ​ນຶ່ງ​ທ່ີຢູ່​ໃກ້ໆ​ກັບ​ກອງ​ບັນຊາ​ການນັ້ນ​ ​ໄດ້​ເຮັດໃຫ້​ຜູ້​ຄົນ23 ຄົນ​ເສັຍ​ຊີວິດ ຮວມທັງ​ພວກຫົວ​ຮຸນ​ແຮງ 9 ຄົນ ທະຫານຣັຖບານ 10 ຄົນ ​ແລະ​ພວກ​ໂຕ​ປະກັນ 4 ຄົນ.
ອອສ​ເຕຣ​ເລັຍແລະອັຟກາ​ນີສຖານ: ອອສ​ເຕຣ​ເລັຍ​ໄດ້​ຮັບ​ເອົາ​ພວກ​ຂໍ​ລີ້​ໄພ​ອັຟກາ​ນີສຖານ​ຈຸ​ນຶ່ງ​
ທ່ີ​ລອດ​ຊີວິດ​ຈາກລະ​ເບີດ​ທ່ີ​ແຕກ​ຂຶ້ນ​ໃນ​ເຮືອ​ລຳ​ນຶ່ງ​ທ່ີ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 5 ຄົນ​ໃນທະ​ເລ Timor ນັ້ນ.
ໃນ​ເດືອນ​ເມສາ​ຜ່ານ​ມາ ​ເຮືອ​ລຳ​ນຶ່ງ​ທ່ີ​ບັນທຸກ​ພວກລີ້​ໄພ​ອັຟກາ​ນີສຖານ 47 ຄົນ ​ໄດ້​ລະ​ເບີດ​ຂຶ້ນ ​ເຮັດ​ໃຫ້​ພວກ​ຜູ້​ຊາຍ 5 ຄົນ​ເສັຍຊີວິດ​ແລະ​ເກືອບ​ໝົດ​ທຸກ​ຄົນ​ໃນ​ເຮືອ​ໄດ້​ຮັບ​ບາດ​ເຈັບ. ກອງທັບ​ເຮືອ ​ອອສ​ເຕຣ​ເລັຍ ຊຶ່ງ​ໄດ້​ພໍ້
ເຮຶອລຳ​ນີ້​ຢູ່​ນອກ​ຝັ່ງ​ທະ​ເລ​ອອກ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະມານ 600 ຫລັກ​ກິ​ໂລ​ແມັດ ​ໄດ້​ນຳ​ເຮືອ​ລຳ​ນີ້​ໄປ​ເວລາ​ມັນ​ເກີດ​ລະ​ເບີດ​ຂຶ້ນ​. ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ມີ​ຄວາມ​ສົງ​ໄສ​ກັນ​ວ່າເປັນ​ແຜນການ​ທຳລາຍ ຊຶ່ງ​ພວກ​ນາຍ​ທະຫານ​ກອງທັບ​ເຮືອ​ອອສ​ເຕຣ​ເລັຍ​ ຕັດສິນ​ວ່າ​ບໍ່​ມີ​ຫລັກຖານ​ພຽງພໍ​ທ່ີ​ຈະ ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ບຸກຄົນ​ໃດ​ໃນ​ຂໍ້​ຫາ​ກໍ່​ອາຊຍາ​ກັມ​ນັ້ນ. ເຖິງ​ຢ່າງກໍ​ດີ ພວກ​ລູກ​ເຮືອ​ອິນ​ໂດ​ເນ​ເຊັຍ 2 ຄົນໄດ້ຖືກ​ກ່າວ​ຫາ​ວ່າ ລັກລອບນຳ​ຜູ້​ຄົນ​ເຂົ້າ​ເມືອງຢ່າງ​ຜິດ​ກົດໝາຍ.
ທີ່ຈີນ: ບັນດາ​ເຈົ້າ​ໜ້າ​ທ່ີ​ຈີນ​ກ່າວ​ວ່າ ສານ​ແຫ່ງ​ນຶ່ງ​ໃນ​ແຂວງ​ຊິນ​ຈຽງ​ທາງ​ພາກຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ຕັດສິນ​ປະຫານ​ຊີວິດ​ປະຊາຊົນ 6 ຄົນ​ໃນ​ວັນ​ຈັນມື້​ນີ້ ​ໃນ​ຖານ​ມີ​ຄວາມ​ຜິດ​ແທ້​ ໃນ​ຂໍ້​ຫາ​ທຳ​ການ​ຄາດ​ຕະກັມ​ແລະ​ອາຊຍາກັມ​ອື່ນໆ​ໃນ​ລະຫວ່າງເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ ໃນ​ເດືອນ​ກໍລະກົດ​ຜ່ານມາ​ທ່ີ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ​ເກືອບ 200 ຄົນ​ນັ້ນ.ບັນດາ​ເຈົ້າ​ໜ້າ​ທີ່ີສານ​ກ່າວ​ວ່າ ຈຳ​ເລີຍອີກ​ຄົນ​ນຶ່ງ ​ໄດ້​ຖືກ​ຕັດສິນ​ໃຫ້​ຈຳຄຸກ​ຕລອດ​ຊີວິດ​ທທີ​ມີ​ສ່ວນ​ພົວພັນ​ກັບ​ການ​ກໍ່​ຄວາມ​ວຸ້ນວາຍ ​ຂຶ້ນ ຊຶ່ງ​ເປັນ​ການ​ກໍ່​ ວາມ​ຮຸນ​ແຮງດ້ານ​ຊົນ​ຊາດ​ຊົນ​ເຜົ່າ​ຂຶ້ນ​ຄັ້ງ​ຮ້າຍ​ແຮງທ່ີ​ສຸດໃນຮອບ​ຫລາຍ​ທົດ​ສວັດທທີ​ເກີດ​ຂຶ້ນ​ໃນ​ຈີນ.
​ໃນ​ລະຫວ່າງ​ທ່ີ​ເກີດ​ຄວາມ​ວຸ້ນວາຍ​ນັ້ນ ພວກ​ສະມາຊິກ​ຂອງ​ຊົນ​ເຜົ່າ ມຸສລິ​ມ Uighur ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ໄດ້​ເປັນ​ຜູ່​ທຳ​ການ​ໂຈມ​ຕີ​ທ່ີ່ແນ​ໃສ່​ພວກ​ຊົນ​ເຜົ່າ​ຫັ້ນ ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່​ໃນ​ຂົງ​ເຂດ​ນີ້​ຂອງຈີນ.
ບັນຫານ້ຳ​ຖ້ວມ​ລະຫວ່າງ​ສອງ​ເກົາຫລີ: ບັນດາ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ໃຕ້​ກ່າວ​ວ່າ ​ໃນ​ວັນ​ຈັນ​ມື້​ນີ້ ຣັຖບານ​ກຸງ​ໂຊນ ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ເກົາຫລີ​ເໜືອ​ເພ່ືອ​ປ້ອງ​ກັນບໍ່​ໃຫ້​ເກີດ​ນ້ຳ​ຖວ້ມຈາກ​ແມ່​ນ້ຳ​ສາຍ​ນຶ່ງ​ທ່ີຢູ່​ລະຫວ່າງ ​ຊາຍ​ແດນ​ກັນ​ນັ້ນ. ໃນ​ວັນ​ທີ6 ​ເດືອນ​ກັນຍາ​ຜ່ານ​ມາ​ນີ້ ​ເກົາຫລີ​ເໜືອ​ໄດ້​ປ່ອຍ​ນ້ຳ​ໃນ ​ປະລິມານ​ຢ່າງ​ຫລວງຫລາຍ​ ຈາກ​ເຂື່ອນ​ແຫ່ງ​ນຶ່ງ​ໃນ​ແມ່​ນ້ຳ Imjin ​ເຮັດ​ໃຫ້ນ້ຳ​ຖ້ວມ ​ແລະ​ໄດ້​ເອົາ​ຊີວິດ​ພວກ​ຊາວ​ເກົາຫລີ​ໃຕ້ 6 ຄົນ​ທ່ີກຳລັງ​ພາກັນໄປ​ພັກ camping ​ແລະ​ຕຶກ​ເບັດ​ຢູ່​ບໍລິ​ເວນ​ທາງ​ໃຕ້​ຂອງ​ແມ່​ນ້ຳ​ນັ້ນ.
​ເກົາຫລີ​ເໜືອ​ກ່າວ​ວ່າ ນ້ຳ​ທ່ີ​ໄດ້​ຍຶ່ງຂຶ້ນ​ຢ່າງ​ກະທັນຫັນ​ຢູ່​ຕໍ່ໜ້າ​ເຂື່ອນດັ່ງກ່າວ ຊຶ່ງ​ເປັນ​ລະດັບ​ນ້ຳ​ທ່ີ​ຈຳ​ເປັນ​ ຕ້ອງ​ປ່ອຍ​ອອກ​ຢ່າງ​ສຸກ​ເສີນ.​ແຕ່ ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ກ່າວ​ວ່າ ມີ​ຮ່ອງຮອຍ​ຕ່າງໆ​ທ່ີ​ ສະ​ແດງ​ໃຫ້​ເຫັນ​ວ່າການ​ປ່ອຍ​ນ້ຳ​ລົງ​ມານັ້ນ​ແມ່ນເປັນ​ການ​ໂຈມ​ຕີ​ໂດຍ​ຝ່າຍ​ເກົາຫລີ​ເໜືອ​ໂດຍ​ເຈດ​ຕະນາ. ກະຊວງ​ທ້ອນ​ໂຮມ ​ຊາດ​ເກົາຫລີ​ໃຕ້ ກ່າວ​ວ່າເກົາຫລີ​ໃຕ້​ໄດ້ສະ​ເໜີໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ພຸດ​ສັບປະດານີ້ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ໃດໆ​ຈາກຣັຖບານ​ກຸງ​ພຽງ​ຢ້າງ​ເທື່ອ.
ກ່ຽວ​ກັບ ​ລາງວັນ​ໂນ​ແບນ ຂະ​ແໜງ ​ເສ​ດ​ຖະສາດ:ທ່ານ​ນາງ Elinor Ostrom ​ແລະ​ທ່ານ Olver Williamson ທັງ​ສອງ​ເປັນ​ຄົນອະ​ເມຣິກັນ​ໄດ້​ຊະນະ​ລາງວັນ​ໂນ​ແບນ​ຂະ​ແໜງ​ເສດຖະສາດ. ​ໃນ​ວັນ​ຈັນ​ ມື້​ນີ້ ສະ​ຖາ​ບັນຣາຊອານາຈັກ Sweden ກ່າວ​ວ່າລາງວັນ​ດັ່ງກ່າວ​ຮັບ​ຮູ້​ທ່ານ​ນາງ Ostrom ທ່ີ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ​ວ່າ ຊັບ​ສິນ​ສາມາດ​ຈັດການ​ພາຍ​ໃຕ້​ການ​ຄວບ​ຄຸມ​ທັມມະ​ດາ​ສາມັນ​ໄດ້​ແນວ​ໃດ ​ແລະ​ສຳລັບ​ທ່ານ Williamson ນັ້ນ​ແມ່ນ​ຮັບ​ຮູ້​ທິດສະ​ດີ​ຂອງ​ທ່ານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ ຂັດ​ແຍ່ງຂອງ​ບໍລິສັດ.
ທ່ານ​ນາງ Elinor Ostrom ​ເປັນ​ແມ່ຍິງ​ຄົນ​ທຳ​ອິດທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນ​ໃນ​ຂະ​ແໜງ​ດັ່ງກ່າວ​ ນັບ​ແຕ່​ສະ​ຖາ​ບັນ​ດັ່ງກ່າວ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນມາ​ໃນ​ທ້າຍ​ຊຸມ​ປີ1960. ທັງ​ສອງ​ທ່ານ​ນີ້​ຈະ​ໄດ້​ຮັບ​ລາງວັນ​ຮ່ວມ​ກັນເປັນ ​ເງິນ​ຈຳນວນ1 ລ້ານ 4 ​ແສນ​ດອນ​ລາ​ໃນ​ທ້າຍ​ປີ​ນີ້. ລາງວັນ​ຂະ​ແໜງ​ເສດຖະສາດ​ນີ້​ ປັນ​ລາງວັນ​ສຸດ​ທ້າຍ​ຂອງ​ຈຳນວ6 ລາງວັນ​ໂນ​ແບນ​ທ່ີ​ຖືກ​ແຈກ​ຢາຍ​ໄປ​ໃນ​ປີ​ນີ້.

XS
SM
MD
LG