ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ການປະກອບພິທີສົ່ງສະການນາຍທະຫານຂັ້ນສູງ ທີ່ປາກີສຖານ


ສະຖາ ນະ​ການ​ໃນ​ປາ​ກີ​ສຖານ: ການ​ປະກອບ​ພິທີ​ສົ່ງສະການ​ຕ່າງໆ​ໄດ້​ມີ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້​ສຳລັບ​ນາຍ​ທະຫານ​ຂັ້ນ​ສູງ​ຂອງ​ກອງທັບ​ປາ​ກີ​ສຖານ 2 ທ່ານ​ທ່ີ​ໄດ້​ເສັຍ​ຊີວິດເວລາ​ພວກ​ຫົວ​ຮຸນ​ແຮງ​ຈຸ​ນຶ່ງ​ທຳ​ການ ​ໂຈມ​ຕີ​ກອງ​ບັນຊາ​ການ​ທະຫານ​ແຫ່ງ​ນຶ່ງ​ໃນ​ເມືອງ Rawalpidi ​ໃກ້ໆ​ກັບ​ນະຄອນຫລວງ​ອີສລາມາ​ບັດ
ນັ້ນ. ພວກ​ມື​ປືນ​ຈຸ​ນຶ່ງ​ທ່ີ​ໃສ່​ເຄື່ອງນຸ່ງ​ທະຫານ​ປອມ​ໄດ້​ພາກັນ​ທຳ​ການ​ໂຈມ​ຕີ​ກອງ​ບັນຊາ​ການ​ດັ່ງກ່າວ​ໃນ​ວັນ​ເສົາ​ວານ​ນີ້ ເຮັດ​ໃຫ້​ທະຫານ 6 ຄົນເສັຍ​ຊີວິດ​ໄປໃນ​ລະຫວ່າງການ​ຍິງ​ຕໍ່ສູ້​ກັນ​ຢູ່​ທາງ​ເຂົ້າ​ກອງບັນຊາ​ການ​ນັ້ນ ​ແລະ​ພວກ​ມື​ປືນ​ກໍ​ໄດ້​ຕາຍ​ໄປ 5 ຄົນ​ເຊ່ນ​ກັນ ​ແລະ​ມື​ປືນ​ອີກ2 ຄົນ​ໄດ້​ຖືກ​ຈັບ​ກຸມ ​ແຕ່​ພວກ​ມື​ປືນ​ຫລາຍ ​ຄົນ​ໄດ້​ເອົາ​ໂຕ​ຫລົບໜີ​ໄປແລ້ວ​ພາກັນ​ໄປ​ຈັບ​ເອົາ​ຜູ້​ຄົນ​ຫລາຍ​ຄົນ​ເປັນ​ໂຕ​ປະກັນ ​ຢູ່​ໃນ​ອາຄານ​ແຫ່ງ​ນຶ່ງ​ຢູ່​ໃກ້ໆ​ກັນ​ນັ້ນ.
ກອງທັບ​ປາ​ກີ​ສຖານ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ໜ່ວຍ​ກ້າ​ຕາຍ​ຈຸ​ນຶ່ງ​ຂອງຣັຖບານໄດ້​ບຸກຖລົ່ມ​ເຂົ້າ​ໄປ​ໃນ​ອາຄານ​ຫລັງ​ຂຶ່ງ​ໃນ​ຕອນ​ເຊົ້າ​ມືດ​ແລະ​ໄດ້​ປ່ອຍ​ພວກ​ໂຕ​ປະກັນ39 ຄົນ​ທ່ີ​ພວກ​ຫົວ​ຮຸນ​ແຮງ​ຈັບ​ເປັນ​ ໂຕ​ປະກັນ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້. ນາຍພົນຕີ Athar Abbas ​ໂຄສົກ​ປະຈຳ​ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າພວກ​ໂຕ​ປະກັນ 3 ຄົນ​ໄດ້​ເສັຍ​ຊີວິດ​ເຊັ່ນ​ກັນ​ໃນ​ລະຫວ່າງ​ທ່ີ​ພວກ​ໜ່ວຍ​ກ້າ​ຕາຍ ຂອງຣັຖບານ​ບຸກ​ເຂົ້າ​ໄປ​ຊ່ອຍ​ກູ້​ຊີວິດ​ຂອງ​ເຂົາ​ເຈົ້າ ພ້ອມ​ກັບພວກ​ມື​ປືນ​ຫົວ​ຮຸນ​ແຮງ 4 ຄົນ​ແລະ​ທະຫານຣັຖບານ​ອີກ2 ຄົນ. ພວກຫົວ​ຮຸນແຮງ​ອີກ 1 ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ຖືກ​ຈັບ​ ກຸມ. ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ບັນດາ​ຜູ້ນຳ​ປາ​ກີ​ສຖານ​ຖິ້ມ​ໂທດ​ການ​ໂຈມ​ຕີໃນ​ວັນ​ເສົາ​ວານ​ນີ້​ໃສ່​ກຸ່ມຕາ​ລີ​ບັນ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ ລີ້ມ​ທຳ​ການ​ກວາດ​ລ້າງ​ຄັ້ງ​ໃໝ່ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ຊົນ​ເຜົ່າWaziristan ​ໃຕ້​ນັ້ນ.
ເທີກກີແລະອາກເມເນັຍ: ປະເທດເທີກີ ແລະອາເມເນຍ ໄດ້ລົງນາມໃນຂໍ້ຕົກລົງກັນສະບັບນຶ່ງ ເພື່ອສ້າງສາຍສຳພັນແບບປົກກະຕິກັນຫລັງຈາກສູ້ລົບປະຫັດປະຫານ ກັນມາໄດ້ນຶ່ງສັດຕະວັດ ເຖິງແມ່ນມີບັນຫາຂັດແຍ່ງກັນເລັກນ້ອຍ ໃນ ນາທີສຸດທ້າຍທີ່ເກືອບເຮັດໃຫ້ການຕົກລົງກັນ ນີ້ລົ້ມແຫລວໄປກໍຕາມ.ຄວາມແຕກຕ່າງກັນຢ່າງແຂງແຮງລະຫວ່າງບັນດາປະເທດເພື່ອນບ້ານ ທີ່ເລີ່ມຕົ້ນມາຈາກການສັງຫານໝູ່ຊາວອາກເມເນັຍ ໂດຍພວກກຸ່ມກຳລັງ Ottoman ຂອງເທີກກີ ໃນລະວ່າງແລະຫລັງຈາກສົງຄາມໂລກຄັ້ງທີ່ນຶ່ງ.
ກ່ຽວ​ກັບ​ບັນຫາ​ສັນຕິພາບ​ໃນ​ພາກ​ຕາ​ເວັນ​ອອກ​ກາງ: ບັນດາ​ເຈົ້າ​ໜ້າ​ທີ່​ອີສຣາ​ແອນ​ກ່າວ​ວ່າ ນາຍົກຣັຖມຸນຕີ Benjamin Netanyahu ຈະ​ພົບ​ປະ​ກັບ​ທ່ານ George Mitchell ທູດ​ພິ​ເສດ​ວ່າ
ດ້ວຍ​ບັນຫາ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະຣັດ​ເປັນ​ເທື່ອ​ທີ​ສອງ​ໃນເວລາ 3 ມື້​ຜ່ານ​ມາ​ນີ້. ຫ້ອງການ ຂອງ​ທ່ານ​ເນ​ທັນ​ຢາ​ຮູ ກ່າວ​ວ່າ ການ​ພົບ​ປະກັນ​ດັ່ງກ່າວ​ຈະ​ມີ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້​ທ່ີ​ນະຄອນ Jerusalem. ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານ Mitchell ​ໄດ້​ພົບ​ປະ​ກັບນາຍົກຣັຖມຸນຕີ​ຂອງ​ອີສຣາ​ແອນ​ທ່ີ​ນະ ຄອນ Jerusalem ​ແລະ​ພົບ​ປະກັບ​ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ເລ​ສ​ໄຕ​ນ໌​ໃນ​ເມືອງ Ramallah ​ໃນ​ຝັ່ງ ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ. ຫ້ອງການ​ຂອງ​ທ່ານ​ເນ​ທັນ​ຢາ​ຮູ ກ່າວ​ວ່າ ການ​ພົບ​ປະຫາລື​ກັນ​ ໄດ້​ດຳ​ເນີນ​ໄປ​ໃນ​ທາງ​ເສີມ​ສ້າງ ​ແລະ​ໃນ​ຂະນະ​ດຽວ​ກັນ ມີ​ການ​ອ້າງ​ຄຳ​ເວົ້າຂອງ​ທ່ານ Abbas ວ່າ ​ໄດ້​ເນ້ນ​ເຖິງ​ຄຳ​ຮຽກ ຮ້ອງ​ຂອງ​ທ່ານ​ຄືນ​ອີກ​ເພື່ອ​ໃຫ້​ອີສຣາ​ແອນ​ຢຸດ​ການ​ກໍ່ສ້າງ​ບ້ານ​ເຮືອນ​ຂຶ້ນ​ໃນ​ຂົງ​ເຂດ​ດັ່ງກ່າວ​ຢ່າງສິ້ນ​ເຊີງ.
ທ່ານ Mitchell ກຳລັງ​ຊຸກຍູ້​ໃຫ້​ມີ​ການ​ພົບ​ປະ​ເຈຣະຈາ​ກັນ​ຕື່ມ​ອີກ​ລະຫວ່າງ​ສອງ​ຝ່າຍ. ທ່ານ​ໄດ້​ເຊື້ອ​ເຊີນ​ໃຫ້​ ພວກ​ຜູ້ນຳ​ທັງ​ສອງ​ສົ່ງ​ຜູ້ຕາ​ງໜ້າຂອງ​ພວກ​ຕົນ​ໄປ​ຍັງ​ກຸງ​ວໍ​ຊິງ​ຕັນ​ເພື່ອ​ສືບ​ຕ່ໍ​ທຳ​ການ ​ໂອ້​ລົມ​ສົນທະນາ​ກັນ
​ໃນ​ຄວາມ​ພະຍາຍາມ​ເພື່ອ​ຮື​ຟື້ນ​ການ​ດຳ​ເນີນ​ສັນຕິພາບ​ໃນ​ພາກ​ຕາ​ເວັນອອກ​ກາງຄືນ​ອີກ​ນັ້ນ.
ນີວເຄລັຍຂອງອິຣ່ານ: ລັດຖະມົນຕຣີຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ທົ່ວທັງໂລກແມ່ນຈະບໍ່ລໍຄອຍຢ່າງບໍ່ມີກຳໜົດ ເພື່ອໃຫ້ອີຣ່ານ ປະຕິບັດຕາມພັນທະຂອງລະຫວ່າງຊາດ ກ່ຽວກັບໂຄງການນີວເຄລຍ ຂອງຕົນນັ້ນທ່ານນາງ ໄດ້ກ່າວເຖິງເລຶ່ອງນີ້ຫລັງຈາກກອງປະຊຸມ ເມື່ອວັນອາທິດມື້ນີ້ ກັບລັດຖະມົນຕຣີຕ່າງປະເທດອັງກິດ ທ່ານ David Miliband ທີ່ກຸງ ລອນດອນ
ທ່ານ ມິລິແບນ ກ່າວວ່າ ອິຣ່ານ ແມ່ນຈະບໍ່ມີໂອກາດທີ່ດີໄປກວ່ານີ້ ເພື່ອສ້າງສາຍສຳພັນແບບປົກກະຕິກັບປະເທດອື່ນໆໃນທົ່ວໂລກ
ກອງປະຊຸມໄດ້ຈັດຂື້ນ ມື້ນຶ່ງຫລັງຈາກທີ່ອີຣ່ານກ່າວວ່າ ຕົນຈະຫລໍ່ ຫລອມທາດຢູເຣນຽມເອົາເອງ ຖ້າຫາກວ່າການເຈລະຈາກັບບັນດາ ປະເທດມະຫາອຳນາດເພື່ອໃຫ້ເຊື້ອໄຟນີວເຄລຍແກ່ຕົນລົ້ມລະລາຍ ລົງນັ້ນ
ພວກຜູ້ນຳອີຣ່ານໄດ້ຕົກລົງທີ່ຈະພົບປະກັບພວກເຈົ້າໜ້າທີ່ສະຫະລັດ ຝລັ່ງ ຣັສເຊຍ ແລະອົງການສະຫະປະຊາຊາດ ເພື່ອຊອກຫາວິທີວາງ ແຜນການເພື່ອຫລໍ່ຫລອມທາດຢູເຣນຽມຢູ່ໃນຕ່າງປະເທດ
ການເຈລະຈາກັນດັ່ງກ່າວນີ້ ໄດ້ກຳໜົດໃສ່ໃນວັນທີ່ 19 ເດືອນຕຸລານີ້ ທີ່ກຸງວຽນນາ ປະເທດອອສເຕຣຍ
ທາດຢູເຣນຽມແມ່ນຈະຖືກຫລໍ່ຫລອມໃຫ້ຢູ່ໃນລະດັບຕ່ຳທີ່ຕ້ອງການໃຊ້ສຳຫລັບການສຶກສາຄົ້ນຄວ້າ ແລະພະລັງງານ ຊຶ່ງອີຣ່ານກ່າວ ວ່າຕົນມີວັດຖຸປະສົງສະເພາະແຕ່ເລຶ່ອງນີ້ເທົ່ານັ້ນ.
ການຫລໍຫລອມທາດຢູເຣນຽມຈະຕ້ອງຢູ່ໃນລະດັບສູງຫລາຍຂື້ນກວ່ານີ້ ຖ້າຫາກຈະໃຊ້ເພື່ອສ້າງອາວຸດນີວເຄລຍນັ້ນ.
ການ​ປະ​ທ້ວງ​ທີ່ອິຣັກ: ປະຊາຊົນ​ຈຳນວນ​ຫລາຍ​ກວ່າ 1 ພັນ​ຄົນ​ພາ​ກັນ​ທຳ​ການ​ປະ​ທ້ວງ​ຢູ່
ຕາມ​ຖນົນ​ຫົນທາ​ງສາຍ​ຕ່າງໆ​ໃນ​ອິຣັກ​ໃນ​ວັນ​ເສົາ​ວານ​ນີ້​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ລະບົບ​ການ​ປ່ອນ​ບັດ ​ເລືອກ​ຕັ້ງ​ທ່ີ​ເປີດ​ເຜີຍ​ໃນ​ການ​ເລືອກ​ຕັ້ງ​ເອົາສະ​ມາ​ສິກຣັຖສະພາ​ທ່ີ​ຈະ​ມາ​ເຖິງ​ນີ້. ການ​ປະ​ທ້ວງ​ໃນ​ນະຄອນຫລວງ​ ກຸງ​ແບກ​ແດ໊ດ ທ່ີ​ເມືອງ Kirkuk ​ໃນພາກ​ເໜືອ ​ແລະ​ເມືອງ​ທ່າ​ກຳ​ປັ່ນ Basra ​ໃນ ​ພາກ​ໃຕ້​ຂອງ​ປະ​ເທດ ມີ
ຂຶ້ນ​ຫລັງ​ຈາກ​ມີ​ການ​ຮຽກຮ້ອງ​ດັ່ງກ່າວ​ຂຶ້ນ​ໂດຍ Grand Ayatollah Ali-al-Sistani ຫົວໜ້າ​ນັກບວດ​ມຸສລິ​ມນິກາຍ Shi’ite ຂອງ​ອິຣັກ ນັ້ນ.ຣັຖສະພາ​ຂອງ​ອິຣັກ​ໄດ້​ທຳ​ການ​ພິຈາຣະນາ​ຮັບ​ຜ່ານ ​ລະບົບ​ການ​ປ່ອນ
ບັດ​ເລືອກ​ຕັ້ງ​ແບບ​ລັບ​ໃນ​ການ​ເລືອກ​ຕັ້ງ​ທ່ີ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 16 ​ເດືອນມັງກອນ​ປີໜ້າ​ນີ້​ທ່ີ​ຈະ​ບອກ ​ລາຍ​ຊື່​ຂອງ​ພັກ​ເທົ່າ​ນັ້ນ ​ແລະ​ບໍ່​ລວມທັງ​ທັງຊື່​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ແຕ່ລະຄົນ​ນັ້ນ. ໃນ​ສັບປະດາ​ຜ່ານ​ມາ​ນີ້ ທ່ານ al-Sistani ກ່າວ​ວ່າ ທ່ານ​ສນັບ​ສນຸນລະບົບ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ແບບ​ເປີດ​ເຜີຍ ທ່ີພາ​ໃຫ້​ເປັນ​ໄປ​ໄດ້​ທ່ີ​ວ່າ
ທ່ານ​ອາດ​ຈະ​ຮຽກຮ້ອງ​ໃຫ້​ພວກ​ຖື​ນິກາຍ Shi’ite ຊຶ່ງເປັນ​ປະຊາຊົນ​ສ່ວຍ​ໃຫຍ່​ໃນ​ອິຣັກ ພາກັນຮວມຫົວ​ກັນ​ຄັດຄ້ານ​ການ​ເລືອກ​ຕັ້ງ ຖ້າ​ລະບົບການ​ປ່ອນ​ບັດ​ເລືອກ​ຕັ້ງ​ບໍ່​ລວມຊື່​ຂອງ​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ນັ້ນ.

XS
SM
MD
LG