ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີທະຫານ 6 ຄົນເສັຽຊີວິດ ໃນການບຸກໂຈມຕີ ກອງບັນຊາການ ໃຫຍ່ ຂອງກອງທັບປາກິສຖານ


ປາກິສຖານ: ເຈົ້າໜ້າທີ່ ກອງທັບປາກິສຖານ ກ່າວວ່າ ຕົນກຳລັງພະຍາຍາມ ຈັບມືປືນ 2 ຄົນ ຊຶ່ງມີສ່ວນ ໃນການໂຈມຕີ ກອງບັນຊາການໃຫຍ່ ກອງທັບປາກິສຖານ ໃນວັນເສົາມື້ນີ້ ທີ່ນະຄອນ ຣາວັນປິນດີ ໃກ້ໆນະຄອນຫລວງ ອິສລາມາບັດ. ເຈົ້າໜ້າທີ່ເວົ້າວ່າ ພວກໂຈມຕີອື່ນໆອີກ 4 ຄົນ ແລະທະຫານ ບໍ່ຕ່ຳກວ່າ 6 ຄົນ ໄດ້ເສັຽຊີວິດໃນ ການບຸກໂຈມຕີ ທີ່ວ່ານີ້. ນອກນັ້ນ ຍັງມີທະຫານ 5 ຄົນ ໄດ້ຮັບບາດເຈັບ. ຕຳປາກິສຖານເວົ້າວ່າ ພວກມືປືນ ທີ່ໃສ່ເຄື່ອງລາຍ ທະຫານໂດດຈ້ອງ ໄດ້ຂັບຣົດເຂົ້າໄປ ໃນກອງບັນຊາການໃຫຍ່ ພວກເຂົາເຈົ້າ ໄດ້ເລີ້ມຍິງປືນ ຫລັງຈາກຖືກຢຸດ ໂດຍພວກທະຫານ. ຖນົນສາຍຕ່າງໆທີ່ເນັ່ງໄປ ຫາກອງບັນຊາການໃຫຍ່ ຂອງກອງທັບ ປາກິສ ຖານໄດ້ຖືກປິດ ໃນທັນທີ. ເຮືອບິນເຮຣີຄອບເຕີ້ ຕິດປືນກົນ ໄດ້ບິນເວີ່ນ ຢູ່ໃນບໍຣິເວນດັ່ງກ່າວ. ເວລານີ້ ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີທີ່ວ່ານີ້. ໃນມື້ວານນີ້ ພວກຜູ້ນຳ ຂອງປາກິສຖານ ກ່າວວ່າ ເຂົາເຈົ້າຈະເລີ້ມ ທຳການບຸກໂຈມຕີຄັ້ງໃໝ່ ຕໍ່ພວກຫົວຮຸນແຮງ ໃນເຂດພາກຕາເວັນຕົກສຽງເໜືອ ຂອງປະເທດ.

ເຕີກກີ - ອາຣ໌ເມເນັຽ: ເຕີກກີ ແລະອາຣ໌ເມ ເນັຽ ມີແຜນການ ທີ່ຈະລົງນາມ ໃນຂໍ້ຕົກລົງ ທີ່ມີຄວາມສຳຄັນ ປະວັດສາດ ໃນວັນເສົາມື້ນີ້ ເພື່ອສ້າງຕັ້ງ ຄວາມສັມພັນແບບປົກກະຕິ ແຕ່ ພວກຫົວຊາດນິຍົມ ຂອງປະເທດທັງສອງ ສັນຍາວ່າ ຈະທັບມ້າງ ການຈັດຕັ້ງປະຕິບັດ. ເປັນທີ່ຄາດກັນວ່າ ຣັຖມຸນຕຣີການຕ່າງປະ ເທດ ອາຣ໌ເມເນັຽ ແລະຣັຖມຸນຕຣີ ການຕ່າງປະເທດເຕີກກີ ຈະລົງນາມ ໃນຂໍ້ຕົກລົງດັ່ງກ່າວ ທີ່ນະຄອນ ZURICH ປະເທດ SWITZERLAND ໃນວັນເສົາມື້ນີ້ ໂດຍມີຈຸດປະສົງ ແນໃສ່ເພື່ອສ້າງຕັ້ງ ຄວາມສັມພັນ ທາງດ້ານການທູດ ແລະເປີດຊາຍແດນ ຕິດຕໍ່ກັນ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ຈະໄປຮ່ວມພິທີລົງນາມ ພ້ອມໆກັບ ຣັຖມຸນຕຣີ ການຕ່າງປະເທດຣັດເຊັຽ ທ່ານ SERGEI LAVROV. ພວກປະທ້ວງ ຕໍ່ຕ້ານຂໍ້ຕົກລົງ ປະມານ 10 ພັນຄົນ ໄດ້ພາກັນເດີນຂະບວນ ທີ່ນະຄອນຫລວງ YEREVAN ຂອງອາຣ໌ເມເນັຽ ໃນມື້ວານນີ້ ແລະພວກນັກວິເຄາະເວົ້າວ່າ ການຄັດຄ້ານ ພາຍໃນປະເທດ ຢ່າງແຂງຂັນ ຢູ່ໃນປະເທດທັງສອງ ຈຶ່ງມີທ່າທາງວ່າ ຈະເຮັດໃຫ້ ການໃຫ້ສັຕຍາບັນ ຕໍ່ຂໍ້ຕົກລົງທີ່ວ່ານີ້ ໂດຍສະພາແຫ່ງຊາດ ຂອງທັງສອງຝ່າຍ ມີການຊັກຊ້າ.

ຄລິນຕັນ - ຢູໂຣບ: ຣັຖມຸນຕຣີການຕ່າງປະ ເທດສະຫະຣັດ ທ່ານນາງ HILLARY CLIN TON ອອກເດີນທາງ ໃນແລງວັນສຸກວານນີ້ ເພື່ອຢ້ຽມຢາມຢູໂຣບ ແລະຣັດເຊັຽ ເປັນເວລາ 5 ມື້. ໃນລະຫວ່າງ ການຢ້ຽມຢາມດັ່ງກ່າວ ຈະມີການເຈຣະຈາຫາຣື ໃນຣະດັບສູງ ກ່ຽວກັບສົງຄາມ ໃນອັຟການິສຖານ ຄວາມໄຝ່ຝັນ ຢາກມີອາວຸດນິວເຄລັຽ ຂອງອີຣ່ານ ແລະຂໍ້ຕົກລົງສະບັບໃໝ່ ເພື່ອຄວບຄຸມ ອາວຸດນິວເຄລັຽ ຢູ່ໃນສະຫະຣັດ ແລະຣັດເຊັຽ. ທ່ານນາງ CLINTON ຈະຢຸດແວ່ ບ່ອນທຳອິດ ໃນວັນເສົາມື້ນີ້ ທີ່ເມືອງ ZURICH ປະເທດ SWITZERLAND ເພື່ອເປັນສັກຂີພະບານ ຕໍ່ການລົງນາມ ໃນຂໍ້ຕົກລົງ ທີ່ມີຄວາມສຳຄັນ ປະວັດສາດ ກ່ຽວກັບການສ້າງຕັ້ງ ຄວາມສັມພັນແບບ ປົກກະຕິ ລະຫວ່າງເຕີກກີ ແລະອາຣ໌ເມເນັຽ. ນອກນັ້ນແລ້ວ ທ່ານນາງ ຍັງມີໝາຍກຳນົດ ທີ່ຈະເດີນທາງ ໄປຢ້ຽມຢາມ ປະເທດອັງກິດ ເພື່ອປຶກສາຫາຣື ກ່ຽວກັບເຣື່ອງ ອັຟການິສຖານ ແລະຢຸດແວ່ທີ່ ນະຄອນ BELFAST ແລະນະຄອນ DUBLIN ເພື່ອຊຸກຍູ້ ໃຫ້ມີການ ດຳເນີນຄວາມພະຍາຍາມ ເພີ້ມຂຶ້ນ ໃນການສ້າງ ຄວາມປອງດອງຊາດ ຢູ່ໃນໄອຣ໌ແລນເໜືອ.

ເກົາຫລີເໜືອ - ນິວເຄລັຽ: ພວກຜູ້ນຳຂອງ ຈີນ ຍີ່ປຸ່ນ ແລະເກົາຫລີໃຕ້ ໄດ້ອອກຖແລງການ ຮ່ວມ ຮຽກຮ້ອງໃຫ້ເປີດ ການເຈຣະຈາຄືນໃໝ່ ທີ່ແນໃສ່ ເພື່ອຍຸຕິ ໂຄງການສ້າງອາວຸດນິວເຄຼັຽ ຂອງເກົາຫລີເໜືອ. ໃນຕອນທ້າຍ ຂອງກອງປະ ຊຸມສຸດຍອດ ທີ່ນະຄອນຫລວງປັກກິ່ງ ປະເທດທັງ 3 ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະດຳເນີນງານ ຮ່ວມກັນກັບ ທຸກພັກຝ່າຍກ່ຽວຂ້ອງ ເພື່ອເຮັດໃຫ້ ແຫລມເກົາຫລີ ກາຍເປັນເຂດປອດ ອາວຸດນິວເຄລັຽ ແລະປົກປັກຮັກສາ ສັນຕິພາບ ແລະສະເຖັຽຣະພາບ ຢູ່ໃນເຂດ ພາກຕາເວັນອອກສຽງເໜືອ ຂອງເອເຊັຽ. ນາຍົກຣັຖມຸນຕຣີຈີນ ທ່ານ WEN JIABAO ກ່າວຕໍ່ກອງປະຊຸມ ຖແລງຂ່າວ ລຸນຫລັງການພົບປະກັນວ່າ ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ເກົາຫຼີເໜືອ ເປັນເວລາ 3 ມື້ ໃນອາທິດນີ້ນັ້ນ ຄວາມປະທັບໃຈ ທີ່ສຸດຂອງທ່ານ ກໍຄືພຽງຢາງ ຕ້ອງການຢາກ ມີຄວາມສັມພັນ ອັນໃກ້ຊິດ ກັບສະຫະຣັດ ຍີ່ປຸ່ນ ແລະເກົາຫຼີໃຕ້. ເກົາຫລີເໜືອ ກ່າວວ່າ ຕົນຈະກັບຄືນ ເຂົ້າຮ່ວມການເຈຣະຈາ 6 ຝ່າຍ ທີ່ໄດ້ຕົກຢູ່ໃນ ສະພາບບໍ່ໄປບໍ່ມາ ເປັນເວລາດົນນານແລ້ວນັ້ນ ເວລາໃດຫາກ ມີຄວາມກ້າວໜ້າ ກ່ຽວກັບການຮ້ອງຂໍ ເພື່ອເປີດການ ເຈຣະຈາໂດຍກົງ ກັບສະຫະຣັດ.

ໂອບາມາ - ລາງວັນໂນແບລ: ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ກ່າວວ່າ ທ່ານຕື່ນເຕັ້ນ ແລະຮູ້ສຶກເປັນກຽດທີ່ສຸດ ທີ່ໄດ້ຊະນະ ລາງວັນໂນແບລ ຂແນງສັນຕິພາບ ແລະທ່ານຈະຮັບເອົາ ລາງວັນດັ່ງກ່າວ ໃນຖານະ ທີ່ເປັນຄຳແນະນຳ ເພື່ອໃຫ້ທຸກໆປະເທດປະເຊີນ ກັບ ບັນຫາທ້າທາຍຕ່າງໆ ຮ່ວມກັນ ໃນສັຕວັດທີ 21. ປະທານາທິບໍດີ ສະຫະຣັດ ທີ່ຫາກໍໄດ້ເຂົ້າຮັບຕຳແໜ່ງ ບໍ່ທັນຮອດນຶ່ງປີ ກ່າວວ່າ ທ່ານບໍ່ໄດ້ມອງເບິ່ງວ່າ ລາງວັນດັ່ງກ່າວ ເປັນການຮັບຮູ້ຜົນງານ ໃນຄວາມສຳເຣັດຂອງທ່ານ ແຕ່ຫາກເປັນ ການຢືນຢັນ ຕໍ່ການນຳພາ ຂອງສະຫະຣັດ ໃນນາມ ປະຊາຊົນ ທີ່ມີຄວາມມຸ່ງມາດ ປາຖນາດີ ໃນທົ່ວໂລກ. ທ່ານເວົ້າວ່າ ທ່ານຮູ້ສຶກວ່າ ທ່ານບໍ່ສົມຄວນ ທີ່ຈະຖືກຈັດເຂົ້າໃນ ກຸ່ມຂອງບຸກຄົນທີ່ມີອຳນາດ ທີ່ໄດ້ຮັບກຽດ ໂດຍໄດ້ຮັບ ລາງວັນດັ່ງກ່າວ. ການໃຫ້ທັສນະ ຂອງທ່ານ OBAMA ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກໄດ້ມີ ການປະກາດ ແບບບໍ່ຄາດຄິດ ທີ່ນະຄອນອອສໂລ. ປະທານຄະນະກັມມະການ ລາງວັນໂນແບລ ທ່ານ THORBJOERN JAGLAND ໄດ້ກ່າວຊົມເຊີຍ ທ່ານ OBAMA ໃນອັນທີ່ທາງ ຄະນະກັມມະການ ເອີ້ນວ່າ ການດຳເນີນ ຄວາມພະຍາຍາມພິເສດ ໃນການເສີມຂຍາຍ ການປະຕິບັດງານ ທາງດ້ານທູດນາໆຊາດ ແລະການຮ່ວມມື ລະຫວ່າງປະຊົນ ກັບປະຊາຊົນ.

ອີຣ່ານ: ກຸ່ມປົກປ້ອງສິດທິມະນຸດນາໆຊາດກຸ່ມ ນຶ່ງ ໄດ້ສະແດງ ຄວາມວິຕົກກັງວົນ ຢ້ານວ່າ ອາດຈະມີ ການຕັດສິນໂທດ ປະຫານຊີວິດ ເພີ້ມຕື່ມ ຕໍ່ພວກປະທ້ວງ ການເລືອກຕັ້ງ ຢູ່ໃນອີຣ່ານ. ອົງການ ນິຣະໂທດກັມສາກົນ ຫລື AMNESTY INTERNATIONAL ໄດ້ສະແດງໃຫ້ເຫັນ ກ່ຽວກັບ ຄວາມຢ້ານກົວດັ່ງກ່າວ ໃນມື້ວານນີ້ ຫລັງຈາກມີລາຍງານວ່າ ນັກເຄື່ອນໄຫວຝ່າຍຄ້ານ ແລະນັກຕໍ່ຕ້ານຣັຖບານ ນິຍົມກະສັດ ທີ່ຖືກພົບເຫັນວ່າ ມີຄວາມຜິດ ນາຍ MOHAMMAD REZA ZAMANI ໄດ້ຖືກຕັດສິນໂທດ ປະຫານຊີວິດ. ເວັບໄຊທ໌ຂອງພັກຝ່າຍຄ້ານອີຣ່ານ ຫລາຍໆເວັບໄຊທ໌ ແລະຖແລງຂ່າວ ຂອງສະພາແຫ່ງຊາດອີຣ່ານ ແຈ້ງໃຫ້ຊາບ ໃນມື້ວານນີ້ວ່າ ສານປະຕິວັດ ຂອງອີຣ່ານ ໄດ້ສັ່ງໃຫ້ແຂວນຄໍ ນາຍ ZAMANI. ນາຍ ZAMANI ແມ່ນຜູ້ປະທ້ວງ ຄົນທຳອິດ ທີ່ມີລາຍງານວ່າ ໄດ້ຖືກຕັດສິນໂທດ ປະຫານຊີວິດ ຈາກຈຳນວນ 100 ກວ່າຄົນ ທີ່ຖືກດຳເນີນຄະດີ ກ່ຽວກັບຄວາມວຸ້ນວາຍ ໃນການເລືອກຕັ້ງ ນັບແຕ່ເດືອນສິງຫາ ເປັນຕົ້ນມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG