ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີບາຣັກ ໂອບາມາ ຊະນະລາງວັນໂນແບລ ຂແນງ ສັນຕິພາບ ປີ 2009


ລາງວັນໂນແບລ - ຂແນງສັນຕິພາບ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ເປັນຜູ້ຊະນະ ລາງວັນໂນແບລ ຂແນງສັນຕິພາບສຳລັບປີ 2009. ຄະນະກັມ ມະການ ລາງວັນໂນແບລຂອງນໍຣ໌ເວຍ ທີ່ນະ ຄອນອອສໂລ ຮັບຮູ້ວ່າ ທ່ານ OBAMA ໄດ້ ດຳເນີນ ຄວາມພະຍາຍາມ ເປັນພິເສດ ເພື່ອ ເສີມຂຍາຍ ການດຳເນີນງານ ທາງດ້ານການ ທູດຂອງນາໆຊາດແລະການຮ່ວມມືລະຫວ່າງ ປະຊາຊົນ ກັບປະຊາຊົນ. ເຈົ້າໜ້າທີ່ຂອງທຳ ນຽບຂາວກ່າວວ່າ ທ່ານ OBAMA ຮູ້ສຶກເປັນ ກຽດໃນການໄດ້ຮັບ ລາງວັນໂນແບລ ຂແນງ ສັນຕິພາບນີ້. ໃນການປະກາດ ກ່ຽວກັບການມອບ ລາງວັນດັ່ງກ່າວ ໃນວັນສຸກມື້ນີ້ຄະນະ ກັມມະການ ລາງວັນໂນແບລ ກ່າວວ່າ ຕົນໄດ້ໃຫ້ຄວາມສຳຄັນ ເປັນພິເສດ ຕໍ່ວິໄສທັດ ແລະຜົນງານ ຂອງປະທານາທິບໍດີ OBAMA ກ່ຽວກັບ ການເຮັດໃຫ້ໂລກ ປາສຈາກ ອາວຸດນິວເຄລັຽ. ຄະນະກັມມະການ ກ່າວວ່າ ພາຍໃຕ້ການນຳພາ ຂອງທ່ານ OBAMA ການສົນທະນາຫາຣື ແລະການເຈຣະຈາ ແມ່ນເປັນເຄື່ອງມື ທີ່ມັກມີການນຳໃຊ້ ໃນການ ແກ້ໄຂບັນຫາ ເຖິງແມ່ນຈະເປັນ ບັນຫາຂັດແຍ້ງນາໆຊາດ ທີ່ຍຸ່ງຍາກທີ່ສຸດກໍຕາມ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຣະເບີດຣົດ ໄດ້ແຕກຂຶ້ນທີ່ເມືອງ PESHAWAR ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 41 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 100 ຄົນ. ເຫດ ຣະເບີດໄດ້ເກີດຂຶ້ນ ໃນຕອນເຊົ້າຂອງວັນສຸກມື້ ນີ້ຢູ່ຕລາດບາຣ໌ຊາຣ໌ KHYBER ທີ່ແອອັດໄປ ດ້ວຍຜູ້ຄົນ ໃກ້ໆກັບຕຶກສະພາ ປະຈຳແຂວງ. ຊາກໄຟໃໝ້ຣົດຕູ້ນ້ອຍຄັນນຶ່ງ ໄດ້ຖືກປະຖິ້ມໄວ້ ພ້ອມກັບຣົດຄັນອື່ນໆ ທີ່ໄດ້ຮັບຄວາມເສັຽຫາຍ ແລະຊາກເສດເຫລືອ ທີ່ຖິ້ມຊະຊາຍ ຢັ່ງຢາຍຢູ່. ນອກນັ້ນແລ້ວ ໃນວັນສຸກມື້ນີ້ ພວກຫົວຮຸນແຮງ ຢູ່ໃນເຂດຊານເມືອງຂອງເມືອງ PESHAWAR ຍັງໄດ້ທຳລາຍ ຣົດລຳລຽງເຄື່ອງ ໄປໃຫ້ທະຫານ ນາໆຊາດ ຫລາຍໆຄັນ ທີ່ຢູ່ຂ້າມຊາຍແດນ ອັຟການິສຖານໄປນັ້ນ. ຕຳຣວດເວົ້າວ່າ ພວກຫົວຮຸນແຮງ ໄດ້ຍິງປືນຂຶ້ນຟ້າ ກ່ອນຈະທຳການໂຈມຕີ ຂະບວນຣົດ ລຳລຽງເຄື່ອງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ນອກເມືອງ PESHAWAR. ພວກເຂົາ ໄດ້ຖອກນ້ຳມັນ ຮວດຣົດ ແລະຫລັງຈາກນັ້ນ ກໍຈູດໄຟໃສ່. ມີຣົດບັນທຸກ 4 ຄັນ ແລະຣົດບັນທຸກ ນ້ຳມັນຄັນນຶ່ງ ຮວມຢູ່ໃນຈຳນວນຣົດ ທີ່ຖືກທຳລາຍ ແຕ່ບໍ່ມີລາຍງານວ່າ ມີຜູ້ໃດໄດ້ຮັບບາດເຈັບ.

ອີຣ່ານ - ອິສຣາແອລ: ຜູ້ຊ່ອຍຄົນນຶ່ງຂອງ ຜູ້ນຳສູງສຸດ ອີຣ່ານ AYATOLLAH ALI KHAMENEI ກ່າວໃນວັນສຸກ ມື້ນີ້ວ່າ ອີຣ່ານ ຈະທຳການຕອບໂຕ້ອິສຣາແອລ ຖ້າຖືກໂຈມຕີ ໂດຍອິສຣາແອລຫລືສະຫະຣັດ. ອົງການຂ່າວ IRNA ຂອງທາງການ ອີຣ່ານ ໄດ້ອ້າງຄຳເວົ້າ ຜູ້ຕາງໜ້າຂອງ AYATOLLAH ALI KHA MENEI ປະຈຳກຳລັງ ພິທັກປະຕິວັດ ທີ່ກ່າວ ວ່າ ຖ້າສະຫະຣັດຫລືອິສຣາແອລ ຫາກຍິງລູກ ສອນ ໄຟໂຈມຕີອີຣ່ານ ອີຣ່ານຈະທຳການ ຣະເບີດ ໝາກຫົວໃຈ ຂອງອິສຣາແອລ. ເຈົ້າໜ້າທີ່ອີຣ່ານທ່ານນີ້ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ເຕຫະຣ່ານ ຈະຕອບໂຕ້ ຖ້າອິສຣາແອລ ຫລືສະຫະຣັດ ຫາກທຳການ ໂຈມຕີອີຣ່ານ. ສະຫະຣັດ ແລະອິສຣາແອລ ບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ໃນການປະຕິບັດງານ ທາງທະຫານ ຕໍ່ອີຣ່ານ ຖ້າການດຳເນີນ ຄວາມພະຍາຍາມ ທາງດ້ານການທູດ ຫາກບໍ່ສາ ມາດທີ່ຈະທັບມ້າງ ສະພາບການ ບໍ່ໄປບໍ່ມາ ກ່ຽວກັບໂຄງການນິວເຄລັຽ. ສະຫະຣັດ ແລະປະເທດອື່ນໆ ສົງສັຍວ່າ ອີຣ່ານ ກຳລັງພັທນາ ອາວຸດນິວເຄລັຽ ແຕ່ອີຣ່ານ ໄດ້ປະຕິເສດ ກ່ຽວກັບເຣື່ອງນີ້.

ເອເຊັຽ - ລົມພາຍຸ: ເຈົ້າໜ້າທີ່ຟີລິບປິນກ່າວ ວ່າ ຝົນຕົກໜັກ ໃນບັນດາແຂວງ ທີ່ເປັນພູຜາ ທາງພາກເໜືອ ຂອງປະເທດ ໄດ້ພາໃຫ້ເກີດ ດິນເຈື່ອນເຮັດໃຫ້ມີຜູ້ເສັຽຊີວິດຫຼາຍກວ່າ 160 ຄົນ. ເຈົ້າແຂວງ NESTOR FONGWAN ກ່າວວ່າ ເປັນທີ່ປາກົດວ່າ ດິນເຈື່ອນຮ້າຍແຮງ ໄດ້ເກີດຂຶ້ນຢູ່ແຂວງ BENGUET ທີ່ສອກຫຼີກ ຫ່າງໄກບ່ອນທີ່ 120 ຄົນ ໄດ້ຮັບການຢືນຢັນ ວ່າເສັຽຊີວິ ຢູ່ໃນ 5 ຫົວເມືອງ. ມີຝົນຕົກໜັກ ຢູ່ໃນພາກເໜືອຂອງຟີລິບປິນນັບແຕ່ລົມໄຕ້ຝຸ່ນ PARMA ພັດເຂົ້າຖລົ່ມ ປະເທດດັ່ງກ່າວ ໃນມື້ ວັນເສົາແລ້ວ. ພວກນັກ ພະຍາກອນອາກາດ ກ່າວວ່າ ໃນວັນສຸກມື້ນີ້ ໄຕ້ຝຸ່ນ PARMA ຍັງສືບຕໍ່ສ້າງບັນຫາ ຢູ່ນອກເຂດແຄມຝັ່ງທະເລ ກ້ຳຕາເວັນອອກ ສຽງເໜືອຂອງ ຟີລິບປິນ ຂະນະທີ່ລົມພາຍຸຫົວນີ້ ເລີ້ມເຄື່ອນໄຫວ ຂ້າມ ທະເລຈີນໃຕ້ ໄປຍັງວຽດນາມ. PARMA ເປັນພາຍຸ ທີ່ສຳຄັນຫົວທີ 2 ທີ່ໄດ້ພັດເຂົ້າ ຖລົ່ມຟີລິບປິນ ພາຍໃນໄລຍະ 2 ອາທິດ. ເຈົ້າໜ້າທີ່ເວົ້າວ່າ ດິນເຈື່ອນ ໄດ້ເຮັດໃຫ້ ຈຳນວນຜູ້ເສັຽຊີວິດ ທັງໝົດໃນຟີລິບປິນ ຍ້ອນລົມພາຍຸ ໃນໄລຍະ 2 ອາທິດ ເພີ້ມຂຶ້ນເປັນ ຫລາຍກວ່າ 500 ຄົນ.

ມຽນມາ - ອອງຊານຊູຈີ: ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ທ່ານນາງອອງຊານຊູຈີ ໄດ້ພົບປະ ກັບພວກນັກການທູດຕາເວັນຕົກ ທີ່ນະຄອນຢ່າງ ກຸ້ງ. ຣັຖບານທະຫານມຽນມາ ໄດ້ອະນຸຍາດໃຫ້ ທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນ ໂນແບລ ຂແນງສັນຕິພາບ ພົບປະກັບ ພວກນັກ ການທູດຈາກສະຫະຣັດ ອັງກິດແລະອອສເຕຣເລັຽ. ໃນເດືອນແລ້ວນີ້ ທ່ານນາງອອງຊານຊູຈີ ໄດ້ສົ່ງ ສານສະບັບນຶ່ງ ໄປຫານາຍພົນອະວຸໂສ THAN SHWE ຜູ້ນຳຣັຖບານ ທະຫານມຽນມາ ໂດຍໄດ້ ສເນີໃຫ້ການຮ່ວມມື ເພື່ອໃຫ້ມີການ ຍົກເລີກການ ລົງໂທດ ຂອງປະເທດຕາເວັນຕົກ ທີ່ມີຕໍ່ມຽນມາ. ທ່ານນາງອອງຊານຊູຈີ ແລະຣັຖມຸນຕຣີ ກະຊວງແຮງງານມຽນມາ ທ່ານອອງຈີ ໄດ້ພົບປະ ເປັນເວລາ 45 ນາທີ ໃນມື້ວັນເສົາແລ້ວ ທີ່ບ້ານພັກແຫ່ງນຶ່ງຂອງຣັຖບານ. ທ່ານນາງ ອອງ ຊານຊູຈີ ໄດ້ຖືກຄຸມຂັງ ບໍ່ໃນຮູບໃດ ກໍຮູບນຶ່ງ ເປັນເວລາ 14 ປີ ໃນໄລຍະ 20 ປີ ທີ່ຜ່ານມານີ້.

ອາຊ່ຽນ - ມຽນມາ: ໂຄສົກຂອງທຳນຽບຂາວ ກ່າວວ່າ ພວກຜູ້ນຳຂອງມຽນມາ ຈະບໍ່ໄປຮ່ວມ ການປະຊຸມ ລະຫວ່າງ ປະທານາທິບໍດີສະຫະ ຣັດ ແລະສະມາຄົມ ບັນດາປະເທດ ໃນເຂດເອ ເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ ຊຶ່ງຈະມີ ຂຶ້ນໃນເດືອນໜ້ານີ້. ທ່ານ ROBERT GIBBS ກ່າວໃນການຕອບຄຳຖາມພວກນັກຂ່າວມື້ວານ ນີ້ວ່າ ທ່ານບໍ່ເຊື່ອວ່າ ພວກຜູ້ນຳ ຂອງມຽນມາ ຈະໄປຮ່ວມ ກອງປະຊຸມ ທີ່ສິງກະໂປໃນເດືອນ ພະຈິກ ຈະມານີ້. ປະທານາທິບໍດີ OBAMA ຈະເດີນທາງ ໄປຢ້ຽມຢາມເອເຊັຽ ໃນເດືອນພະຈິກ ຊຶ່ງຈະຢຸດແວ່ຢ້ຽມຢາມ ປະເທດຍີ່ປຸ່ນ ສິງກະໂປ ຈີນ ແລະເກົາຫລີໃຕ້. ທ່ານຈະໄປຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍການຮ່ວມມື ທາງດ້ານເສຖກິດ ໃນເຂດເອເຊັຽ-ປາຊີຟິກຫລື APEC ທີ່ສິງກະໂປ ໃນລະຫວ່າງ ວັນທີ 13 ຫາ 15 ພະຈິກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG