ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການໂຈມຕີ ດ້ວຍຣະເບີດສະລະຊີບຢ່າງແຮງ ທີ່ນະຄອນຫຼວງ ອັຟການິສຖານ


ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ການໂຈມຕີ ດ້ວຍຣົດຣະເບີດສະລະ ຊີບ ໃກ້ສະຖານທູດອິນເດັຽ ໃນນະຄອນຫຼວງ ກາບູລເຮັດໃຫ້ມີຜູ້ເສັຽຊີວິດຢ່າງນ້ອຍ 13 ຄົນ ແລະໄດ້ຮັບບາດເຈັບ ອີກຫລາຍກວ່າ 80 ຄົນ. ກະຊວງພາຍໃນ ອັຟການິສຖານກ່າວວ່າ ການ ໂຈມຕີທີ່ວ່ານີ້ ເຮັດໃຫ້ຕຳຣວດຄົນນຶ່ງແລະພົລ ເຮືອນ 11 ຄົນ ຢູ່ໃນເສັ້ນທາງ ລະຫວ່າງກອງ ບັນຊາການຕຳຣວດ ແລະສະຖານທູດອິນເດັຽ ເສັຽຊີວິດ. ເຈົ້າໜ້າທີ່ ກະຊວງພາຍໃນ ໃຫ້ການ ຢືນຢັນວ່າ ມີຢ່າງນ້ອຍ 1 ຄົນ ໄດ້ເສັຽຊີວິດຕື່ມ ຍ້ອນທົນຕໍ່ຜິດບາດແຜບໍ່ໄດ້ ໃນລະຫວ່າງ ທີ່ເກີດເຫດຣະເບີດ. ພວກທີີ່ເຫັນເຫດການ ກ່າວວ່າ ເຫດຣະເບີດ ໄດ້ເຮັດໃຫ້ປະຕູປ້ອງຢ້ຽມ ຂອງຮ້ານຂາຍເຄື່ອງແຕກ ຊາກຫັກພັງ ຖືກຖິ້ມຊະຊາຍຢັ່ງຢາຍ ຢູ່ຕາມຖນົນຫົນທາງ ແລະອາກາດ ເຕັມໄປດ້ວຍຄວັນໄຟ. ພວກຫົວຮຸນແຮງ ທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ທີ່ວ່ານີ້. ຣັຖມຸນຕຣີ ການຕ່າງປະເທດອິນເດັຽ ທ່ານນາງ NIRUPAMA RAO ກ່າວວ່າ ການໂຈມຕີ ແມ່ນຈະແຈ້ງ ແນໃສ່ສະຖານທູດ ຂອງອິນເດັຽ ຍ້ອນວ່າຜູ້ໂຈມຕີ ໄດ້ຂັບຣົດເຂົ້າຕຳ ກຳແພງດ້ານນອກ ຂອງສະຖານທູດ.

ສະຫະຣັດ - ອັຟການິສຖານ: ຂະນະດຽວກັນ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະພົບປະ ກັບຮອງປະທານາທິບໍດີ JOSEPH BIDEN ແລະຣັຖມຸນຕຣີ ການຕ່າງ ປະເທດ HILLARY CLINTON ທີ່ທຳນຽບຂາວ ໃນວັນພະຫັດມື້ນີ້ ເພື່ອປຶກສາຫາຣື ກ່ຽວກັບການ ທົບທວນເບິ່ງ ຍຸທສາດຂອງສະຫະຣັດ ໃນອັຟກາ ນິສຖານ ທີ່ກຳລັງ ດຳເນີນຢູ່ໃນເວລານີ້. ທ່ານ OBAMA ໄດ້ພົບປະ ກັບເຈົ້າໜ້າທີ່ ອະວຸໂສ ທາງດ້ານທະຫານ ແລະທີ່ປຶກສາ ດ້ານການເມືອງ ໃນມື້ວານນີ້ ເນື່ອງໃນໂອກາດ ວັນຄົບຮອບ 8 ປີ ໃນການເຮັດສົງຄາມ ພາຍໃຕ້ການນຳພາຂອງສະ ຫະຣັດໃນອັຟການິສຖານ ຊຶ່ງເປັນເຫດການລ່າສຸດ ໃນການພົບປະ ທີ່ມີມາເປັນລຳດັບ ທີ່ແນໃສ່ ເພື່ອ ຮ່າງຍຸທສາດໃໝ່ ກ່ຽວກັບ ການປະຕິບັດງານ. ການພົບປະ ໃນມື້ວານນີ້ ໄດ້ແນໃສ່ ບົດບາດຂອງປາກິສຖານ ທີ່ເປັນເພື່ອນບ້ານ ຊຶ່ງອາດ ຈະມີຢູ່ໃນຍຸທສາດໃໝ່. ໂຄສົກຂອງ ທຳນຽບຂາວ ທ່ານ ROBERT GIBBS ກ່າວວ່າ ຣັຖບານສະຫະຣັດ ເຊື່ອວ່າ ປາກິສຖານ ກຳລັງເພີ້ມ ການດຳເນີນ ຄວາມພະຍາຍາມ ເພື່ອຮັບມື ກັບພວກ ຫົວຮຸນແຮງຈັດ.

ແຜ່ນດິນໄຫວ: ແຜ່ນດິນໄຫວຂນາດແຮງ 3 ຄັ້ງ ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນ ໃນເຂດມະຫາສະມຸດ ປາຊີຟິກຕອນໃຕ້ໃນວັນ ພະຫັດມື້ນີ້ໂດຍໄດ້ເຮັດໃຫ້ປະຊາຊົນ ພາກັນ ແລ່ນຂຶ້ນໄປຢູ່ບ່ອນສູງ ຂະນະທີ່ ມີຄວາມຢ້ານ ກົວວ່າ ຈະເກີດຟອງຍັກ ສຸນາມິຄັ້ງທີ 2 ພາຍ ໃນໄລຍະເວລາ ບໍ່ຮອດນຶ່ງສັບປະດາ. ອົງການ ສຳຣວດທໍຣະນີວິທຍາ ຂອງສະຫະຣັດ ກ່າວວ່າ ແຜ່ນດິນໄຫວຄັ້ງທຳອິດ ໃນຕອນເຊົ້າມື້ນີ້ ແທກ ໄດ້ 7.8 ຣິກເຕີ້ ແລະເກີດຂຶ້ນ ປະມານ 300 ຫຼັກກິໂລແມັດ ຫ່າງຈາກເກາະ VANUATU ໄປທາງຕາເວັນຕົກ ສຽງເໜືອ. ສ່ວນແຜ່ນດິນ ໄຫວອີກ 2 ຄັ້ງ ຊຶ່ງມີຄວາມແຮງ ກາຍ 7. ຣິກເຕີ້ນັ້ນ ກໍໄດ້ເກີດຂຶ້ນ ໃນບໍຣິເວນ ດຽວກັນ ພາຍໃນໄລຍະ 1 ຊົ່ວໂມງກວ່າໆ ຕໍ່ມາ. ສູນກາງເຕືອນພັຍ ສຸນາມິ ໃນເຂດມະຫາສະມຸດ ປາຊີຟິກ ໄດ້ອອກຄຳເຕືອນ ຕໍ່ເຂດພາກຕາເວັນຕົກສຽງໃຕ້ ຂອງມະຫາສະມຸດ ປາຊີຟິກ ທັງໝົດ ຮວມທັງເກາະ ຕາກອາກາດ ຂອງອອສເຕຣເລັຽ, ນິວຊີແລນ ແລະອິນໂດເນເຊັຽ. ແຕ່ການເຕືອນພັຍ ທີ່ວ່ານີ້ ໄດ້ຖືກຍົກເລີກ ໃນເວລາຕໍ່ມາ ຫຼັງຈາກມີຟອງນ້ອຍໆ ໄດ້ພັດ ໄປເຖິງ ໝູ່ເກາະເຫລົ່ານີ້ ແລະປາກົດວ່າ ບໍ່ໄດ້ສ້າງ ຄວາມເສັຽຫາຍ ແຕ່ປະການໃດ.

ຍີ່ປຸ່ນ - ໄຕ້ຝຸ່ນ: ເຈົ້າໜ້າທີ່ຍີ່ປຸ່ນ ກ່າວວ່າ ມີ 2 ຄົນ ໄດ້ຮັບການຢືນຢັນວ່າ ເສັຽຊີວິດ ຫຼັງຈາກລົມ ພາຍຸໄຕ້ຝຸ່ນ ຂນາດແຮງ ໄດ້ພັດເຂົ້າປະທະ ເກາະ ທີ່ໃຫຍ່ທີ່ສຸດ ຂອງຍີ່ປຸ່ນ. ໄຕ້ຝຸ່ນ MELOR ໄດ້ພັດ ເຂົ້າຖລົ່ມ ເກາະ HONSHU ໃນວັນພະຫັດມື້ນີ້ ດ້ວຍລົມທີ່ມີຄວາມແຮງເຖິງ 198 ຫຼັກກິໂລແມັດ ຕໍ່ຊົ່ວໂມງ. ພາຍຸຫົວນີ້ ໄດ້ເຮັດໃຫ້ ຕົ້ນໄມ້ກົ່ນ ຫລັງຄາເຮືອນຊານ ແລະຕຶກອາຄານຕ່າງໆເປີດ. ລາຍງານຂ່າວ ໂທຣະພາບແຈ້ງວ່າ ຣົດທີ່ຈອດໄວ້ ຢູ່ຕາມແຄມຖນົນຫົນທາງ ຫຼາຍໆສາຍ ໄດ້ຖືກນ້ຳ ຖ້ວມ. ໄຕ້ຝຸ່ນ MELOR ເຮັດໃຫ້ຫຼາຍໆ ພັນຫລັງຄາເຮືອນ ໃນຍີ່ປຸ່ນ ບໍ່ມີໄຟຟ້າໃຊ້ ແລະໄດ້ບັງຄັບໃຫ້ ອີກຫລາຍພັນຄົນ ຕ້ອງໄດ້ເຂົ້າພັກ ທີ່ສູນກາງຫລົບພັຍ. ຜູ້ໂດຍສານ ການບໍຣິການ ທາງຣົດໄຟ ແລະຖ້ຽວບິນ ພາຍໃນປະເທດ ໄດ້ມີການຊັກຊ້າ ຫລືບໍ່ກໍຖືກຍົກເລີກ ໃນວັນພະຫັດມື້ນີ້ ຍ້ອນລົມພາຍຸດັ່ງກ່າວ.

ອິນໂດເນເຊັຽ: ສານແຫ່ງນຶ່ງ ຂອງອິນໂດເນ ເຊັຽ ເລີ້ມດຳເນີນຄະດີອະດີດເຈົ້າໜ້າທີ່ອະວຸໂສ ຝ່າຍຕໍ່ຕ້ານ ສໍ້ຣາດບັງຫຼວງຂອງປະເທດ ທີ່ຖືກ ກ່າວຫາວ່າໄດ້ຄາຕກັມ ຫົວໜ້າບໍຣິສັດຣັດວິສາ ຫະກິດ. ທ່ານ ANTASARI AZHAR ໄດ້ຖືກ ຈັບໃນເດືອນພຶສະພາຜ່ານມາ 2 ເດືອນ ຫລັງ ຈາກທ່ານ NASURADIN ZULKARNAEN ຫົວໜ້າບໍຣິສັດເພຊັສກັມ ໄດ້ຖືກຍິງຕາຍໂດຍ ມີປືນ 2 ຄົນ ຂະນະທີ່ຜູ້ກ່ຽວ ອອກມາຈາກ ເດີ່ນກອຣ໌ຟ ໃນເຂດຊານເມືອງ ຂອງນະຄອນຫລວງ ຈາກາຕ້າ. ທ່ານ AZHAR ໄດ້ປະ ຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ ແລະກ່າວວ່າ ການຈັບກຸມທ່ານ ແມ່ນເປັນພາກສ່ວນນຶ່ງ ຂອງການກະທຳ ທີ່ໃສ່ຮ້າຍປ້າຍສີ ເພື່ອເປັນການຕອບໂຕ້ ຕໍ່ການດຳເນີນ ຄວາມພະຍາ ຍາມຂອງທ່ານ ກ່ຽວກັບການຈັບກຸມ ພວກເຈົ້າໜ້າທີ່ຂັ້ນສູງເຂົ້າຄຸກ. ຄະດີຂອງທ່ານ AZHAR ໄດ້ເຮັດໃຫ້ ການປະຕິບັດງານ ຂອງຄະນະ ກັມມາທິການ ລຶບລ້າງການສໍ້ຣາດ ບັງຫລວງ ຂອງອິນໂດເນເຊັຽ ປະສົບກັບ ຄວາມຍຸ່ງຍາກສັບສົນ ແລະໄດ້ເປັນເງົາບົດບັງ ການໃຫ້ຄຳໝັ້ນສັນຍາ ຂອງປະທານາທິບໍດີ SUSILO BAMBANG YUDHOYONO ທີ່ຈະປາບປາມ ການສໍ້ຣາດບັງຫລວງນັ້ນ.

ໂອບາມາ - ເອເຊັຽ: ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBA-MA ຈະເດີນທາງ ໄປຍີ່ປຸ່ນ ສິງກະໂປ ຈີນ ແລະເກົາຫລີີໃຕ້ ໃນເດືອນໜ້ານີ້. ທ່ານ ROBERT GIBBS ໂຄສົກຂອງປະທານທິບໍ ດີກ່າວຕໍ່ພວກນັກຂ່າວ ໃນວັນພຸດ ວານນີ້ວ່າ ທ່ານ OBAMA ຈະເດີນທາງ ໄປຢ້ຽມຢາມ ປະເທດຍີ່ປຸ່ນ ໃນວັນທີ 12 ແລະ 13 ພະຈິກ ຫລັງຈາກນັ້ນ ກໍຈະເດີນທາງ ໄປສິງກະໂປ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍ ການຮ່ວມມື ທາງດ້ານເສຖກິດ ໃນເຂດເອເຊັຽ-ປາຊີຟິກ ຫລື APEC ໃນລະຫວ່າງ ວັນທີ 13 ຫາ 15 ພະຈິກ. ຫລັງຈາກ ເຂົ້າຮ່ວມປະຊຸມ ທີ່ສິງກະໂປແລ້ວ ທ່ານ OBAMA ກໍຈະ ເດີນທາງ ໄປປະເທດຈີນ ໃນລະຫວ່າງ ວັນທີ 15 ຫາ 18 ພະຈິກ ໂດຍຈະຢຸດແວຢ້ຽມ ຢາມທັງນະຄອນຫລວງປັກກິ່ງ ແລະນະຄອນຊຽງໄຮ້. ໂຄສົກ ແຈ້ງໃຫ້ຊາບ ຕື່ມວ່າ ປະທານາທິບໍດີ OBAMA ຈະໄປຢ້ຽມຢາມ ກຸງໂຊລ ເກົາຫລີໃຕ້ ໃນວັນທີ 18 ແລະ 19 ພະຈິກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG