ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນເສຍຊີວິດຍ້ອນລົມພາຍຸຮ້ອນເກດສະໜາຢູ່ພາກໃຕ້ລາວ


ທາງ​ການ​ລາວ​ລາ​ຍງານ​ວ່າ​ມີ​ຜູ້ເສຍຊີວິດ 14 ຄົນແລະ​ສູນຫາຍ​ອີກບໍ່ໜ້ອຍ​ກວ່າ150ຄົນ​ ຈາກພະຍຸ​ເກດ​ສະໜາທີ່​ພັດ​ເຂົ້າມາທາງ ພາກໃຕ້​ຂອງ​ລາວ​.

ທ່ານ​ດາວ​ວົງ ​ໄຊຍະ​ເສນ ຮອງ​ຫົວໜ້າ​ຝ່າ​ຍ ກູ້​ໄພພິບັດ​ຈາກທຳ​ມະ​ຊາດ​ຂອງ​ສະ​ພາ​ກາ ​ແດງ​ຂອງ​ລາວ​ໄດ້​ກ່າວ​ຢືນ​ຢັນ​ວ່າ​ ພາຍຸ ໂຊນຮ້ອນ​ເກດ​ສະໜາ​ທີ່​ພັດ​ເຂົ້າ​ໃສ່​ເຂດ​ແຂວງ ພາກ​ໃຕ້​ຂອງ​ລາວ​ຕັ້ງ​ແຕ່​ວັນ​ທີ່ 30 ກັນຍາ ​ເປັນຕົ້ນມານັ້ນ​ໄດ້​ເປັນ​ຜົນ​ເຮັດ​ໃຫ້ມີ​ປະຊາຊົນ​ທີ່​ຢູ່ໃນ​ແຂວງອັດ​ຕະປືເສຍຊີ​ວິດ​ໄປ 14 ຄົນ ​ໃນ​ຂະນະ​ທີ່ ຢູ່​ໃນ​ແຂວງ​ເຊ​ກອງ​ນັ້ນກໍ່​ມີ​ປະຊາຊົນ​ທີ່​ສູນ​ຫາຍ​ປະ​ເຖິງ 150 ຄົນ.

ທັ້ງນີ້, ຈາ​ກການ​ກວດສອບເບື້ອງຕົ້ນ ກໍ່​ພົບ​ວ່າ 13 ​ໃນ 14 ຄົນ​ທີ່​ເສຍ​ຊີວິດ​ນັ້ນ ​ເປັນ ຊາວຫວຽດນາມ ສ່ວນ​ອີກ​ນຶ່ງ​ຄົນ​ນັ້ນ​ເປັນ​ຄົນ​ລາວ ​ແລະ​ ສຳ​ລັບ​ປະຊາຊົນ​ອີກ 150 ຄົນ​ທີ່ສູນຫາຍ​ໄປ​ນັ້ນທາງ​ການ​ລາວ​ກໍ່​ຍັງ​ຄົງດຳ​ເນີນ​ການ​ຊອກ​ ຫາຢູ່ເລື້ອຍມາ. ​ຫາກ​ແຕ່ວ່າ ​ກໍ່ຍັງ​ບໍ່​ຮູ້​ຊະ​ຕາກຳຂອງ​ຄົນ​ເຫຼົ່ານີ້​ເທື່ອ ​ແລະ​ ໃນ​ຂະນະ​ດຽວ​ກັນ​ກໍ​ຍັງບໍ່​ສາມາດ​ປະ​ເມີນ​ຄວາມ​ເສຍ​ຫາຍ​ໄດ້​ຈົນ​ກວ່າວ່າ​ ຈະ​ໄດ້​ມີ​ການ​ເກັບ​ກຳ​ຂໍ້​ມູນ​ຢ່າງຊັດ​ເຈນເສຍ​ກ່ອນ.

ແຕ່ຢ່າງໃດກໍ່ຕາມ ທາງດ້ານ ທ່ານ ແພງ ປ່ຽມປັນຍາ ຫົວໜ້າກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດຂອງ ລາວ ກໍ່ໄດ້ຢືຢັນວ່າ ບັນຫາໄພນ້ຳຖ້ວມຢູ່ລາວໃນປີນີ້, ຈະບໍ່ຮຸນແຮງຄື ກັນກັບທີ່ເຄີຍເກີດຂຶ້ນເມື່ອປີກາຍນີ້ ເພາະຈາກການວັດແທກປະລິມານນ້ຳທັງທີ່ຢູ່ໃນແມ່, ນ້ຳຂອງ, ແລະ ແມ່ນ້ຳສາຂາຕ່າງໆຂອງແມ່ນ້ຳຂອງ, ໃນໄລຍະທີ່ຜ່ານມານັ້ນ ພົບວ່າ ມີລະດັບປະລິມານນ້ຳຕ່ຳກວ່າລະດັບນ້ຳໃນປີກາຍນີ້.

ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້ໂອ​ກາດ​ທີ່​ຈະ​ເກີດໄພ​ນ້ຳ,ຖ້ວມ ຢ່າງໜັກໜ່ວງ​ຢູ່​ລາວ​ ໃນປີນີ້ມີຢູ່ໜ້ອຍຫລາຍ. ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ ແພງ ກໍ​ໄດ້​ຮຽກຮ້ອງ​ຂໍ​ໃຫ້ ປະຊາຊົນ​ລາວ​ຕິດ​ຕາມ ​ຂ່າວສານ​ກ່ຽວ​ກັບ​ສະພາບ ພູມີ​ອາກາດ​ຢ່າງ​ໃກ້ຊິດ​ເພື່ອ​ທີ່​ວ່າ​ຈະ​ໄດ້ກຽມ​ພ້ອມ​ທີ່​ ຈະ​ຮັບ​ມືກັບ​ສະຖານະ​ການທີ່​ອາດ​ຈະ​ເກີດ​ຂື້ນ​ໄດ້​ຢ່າງ​ທ່ວງທັນ.

ກ່ອນ​ໜ້າ​ນີ້ກໍ່​ຄື​ໃນ​ຊ່ວງ​ເດືອນ​ກໍລະກົດແລະ​ເດືອນ​ສິງຫາ​ທີ່​ຜ່ານ​ມານັ້ນມີລາຍ​ງານ​ວ່າ​ ພື້ນ​ທີ່​ການ​ກະເສດ​ຢູ່​ໃນ ແຂ​ວງຄຳ​ມ່ວນ ​ແລະ ​ສະຫວັນ​ນະ​ເຂດ​ຖືກນ້ຳຖ້ວມເປັນ, ບໍລິເວນກວ້າງ​ກວ່າ 6.000 ເຮັກຕາ, ໂດຍສະ​ເພາະ​ແມ່ນ​ ເນື້ອທີ່​ໃນ​ເຂດ​ຕອນຫ​ລ່າງ​ຂອງ ໂຄງການເຂື່ອນນ້ຳເທີນ, 2, ຊຶ່ງ​ກໍ່​ເຮັດ​ໃຫ້​ປະຊາຊົນ​ລາວ​ຈຳນວນ​ບໍ່​ຫນ້ອຍທີ່ຢູ່​ໃນ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ພາກັນ​ສົງ​ໃສ​ວ່າ ໄພນ້ຳຖ້ວມທີ່ເກີດຂຶ້ນນັ້ນ, ອາດເປັນຍ້ອນເຂື່ອນນ້ຳເທີນ, 2 ໄດ້ປ່ອຍນ້ຳລົງມາສູ່ຕອນ, ຫລ່າງ ກໍເປັນໄດ້.

ແຕ່ຢ່າງໃດກໍຕາມ ກຸ່ມລົງທຶນໃນໂຄງການເຂື່ອນນ້ຳເທີນ, 2 ກໍ່ໄດ້ອອກຖະແຫລງຢືນຢັນ ວ່າ ໄພນ້ຳຖ້ວມດັ່ງກ່າວ, ບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍ ກັບໂຄງການເຂື່ອນນ້ຳເທີນ, 2, ຫາກແຕ່ເປັນເພາະວ່າ ມີປະລິມານນ້ຳຝົນຕົກລົງມາຫລາຍຈົນຜິດປົກກະຕິ. ສ່ວນການ ທົດລອງເດີນເຄື່ອງຈັກຜະຫລິດກະແສໄຟຟ້າຂອງໂຄງການເຂື່ອນນ້ຳເທີນ,2 ໃນໄລຍະດັ່ງ ກ່າວນັ້ນ ກໍຄິດເປັນພຽງແຕ່ 5% ຂອງຄວາມອາດສາມາດທັງໝົດ, ຊຶ່ງກໍໝາຍຄວາມວ່າ ໄດ້ມີການປ່ອຍນ້ຳຈາກເຂື່ອນລົງສູ່ເຂດຕອນຫລ່າງ, ພຽງແຕ່ 5% ເທົ່ານັ້ນ. ແລະ ໃນໄລ ຍະທີ່ເກີດນ້ຳຖ້ວມດັ່ງກ່າວ, ທາງໂຄງການເຂື່ອນນ້ຳເທີນ,2 ກໍ່ໄດ້ຢຸດເຊົາທັງການທົດລອງ ເດີນເຄື່ອງຈັກ ແລະ ຢຸດເຊົາການປ່ອຍນ້ຳລົງສູ່ເຂດຕອນຫລ່າງຢ່າງສີ້ນເຊີງອີກດ້ວຍ.

XS
SM
MD
LG