ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ປຶກສາຫາຣື ບັນຫາອັຟການິສຖານ ກັບພວກ ທີ່ປຶກສາ


ສະຫະຣັດ - ອັຟການິສຖານ: ປະທານາທິ ບໍດີສະຫະຣັດ ທ່ານ BARACK OBAMA ຈະ ພົບປະ ກັບພວກນາຍທະຫານ ອະວຸໂສ ແລະ ທີ່ປຶກສາ ທາງດ້ານການເມືອງ ເພື່ອສຶກສາ ອີກ ຮອບນຶ່ງເບິ່ງຍຸທສາດ ໃນອັຟການິສຖານໃນວັນ ພຸດມື້ນີ້ ຊຶ່ງເປັນວັນຄົບຮອບ ປີທີ 8 ໃນການປະ ຕິບັດງານ ທາງທະຫານ ພາຍໃຕ້ການນຳພາ ຂອງສະຫະຣັດ ໃນປະເທດດັ່ງກ່າວ. ໃນມື້ວານ ນີ້ ທ່ານ OBAMA ໄດ້ພົບປະ ເປັນເວລາ 1 ຊົ່ວ ໂມງເຄິ່ງ ກັບພວກຜູ້ນຳ ຣັຖສະພາ ສະຫະ ຣັດຈາກທັງສອງ ພັກການເມືອງ ທີ່ທຳນຽບຂາວ ເພື່ອສົນທະນາຫາຣື ກ່ຽວກັບເຣື່ອງ ອັຟການິສ ຖານ. ເຈົ້າໜ້າທີ່ ອະວຸໂສທ່ານນຶ່ງ ຂອງຣັຖບານ ເວົ້າວ່າ ປະທານາທິບໍດີ ໄດ້ໃຫ້ການຄ້ຳປະກັນ ແກ່ບັນດາ ສະມາຊິກ ຣັຖສະພາວ່າ ການທົບທວນ ເບິ່ງນະໂຍບາຍ ຈະກະທຳກັນ ຢ່າງຂຸ້ນຂ້ຽວ ແລະຮອບຄອບ ແຕ່ຈະດຳເນີນໄປ ຢ່າງວ່ອງໄວ. ຜູ້ບັນຊາການ ກຳລັງສະຫະຣັດ ໃນອັຟການິສຖານ ນາຍພົນ STANLEY McCHRYSTAL ເຕືອນວ່າ ສະຫະຣັດ ອາດຈະປລາຊັຍ ຖ້າຫາກບໍ່ມີ ການສົ່ງກຳລັງໄປຕື່ມ ໃນອັຟການິສຖານ.

ສະຫະຣັດ - ອີຣັກ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ແລະປະທາ ນາທິບໍດີອີຣັກ ທ່ານ JALAL TALABANI ໄດ້ສົນທະນາ ຫາຣືກັນກ່ຽວກັບບັນຫາເຣື່ອງ ຄວາມໝັ້ນຄົງ ແລະເສຖກິດ ທີ່ທຳນຽບຂາວ ໃນວັນອັງຄານ ວານນີ້. ຖແລງຂ່າວ ທີ່ນຳ ອອກເຜີຍແຜ່ ໂດຍທຳນຽບຂາວ ແຈ້ງວ່າ ການພົບປະ ໄດ້ມີຂຶ້ນ ເວລາທ່ານ OBAMA ໄດ້ຢຸດແວ່ ເບິ່ງການພົບປະ ລະຫວ່າງ ນາຍພົນເບັ້ຽບຳນານ JIM JONES ທີ່ປຶກສາ ທາງດ້ານ ຄວາມໝັ້ນຄົງແຫ່ງຊາດ ຂອງທ່ານ ແລະທ່ານ TALABANI. ຖແລງຂ່າວ ເວົ້າວ່າ ທ່ານ OBAMA ໄດ້ກ່າວຊົມເຊີຍ ປະທານາທິບໍດີອີຣັກ ທີ່ໄດ້ຊຸກຍູ້ ໃຫ້ມີການສ້າງ ຄວາມປອງດອງຊາດ ຢູ່ໃນອີຣັກ ແລະໄດ້ສະແດງ ການສນັບສນຸນ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງອີຣັກ ທີ່ໄດ້ຮັບຮອງເອົາກົດໝາຍ ການເລືອກຕັ້ງໃໝ່. ທຳນຽບຂາວເວົ້າວ່າ ພວກຜູ້ນຳທັງສອງ ຍັງໄດ້ສົນທະນາ ຫາຣືກ່ຽວກັບ ກອງປະຊຸມ ວ່າດ້ວຍທຸຣະກິດ ແລະການລົງທຶນ ເປັນເວລາ 2 ມື້ ລະຫວ່າງສະຫະຣັດ ແລະອີຣັກ ຊຶ່ງຈະມີຂຶ້ນ ທີ່ກຸງວໍຊິງຕັນ ໃນວັນທີ 20 ເດືອນຕຸລານີ້.

ສະຫະຣັດ - ປາກິສຖານ: ສະພາແຫ່ງຊາດ ປາກິສຖານ ຈະເລິ້ມທຳການອະພິປາຍກ່ຽວກັບ ການໃຫ້ຄວາມຊ່ອຍເຫຼືອ ມູນຄ່າ 7 ພັນ 500 ລ້ານໂດລາຂອງສະຫະຣັດທ່າມກາງທີ່ມີ ການ ຕຳໜິຕິຕຽນ ຈາກຊາວປາກິສຖານ ຈຳນວນນຶ່ງ ວ່າ ເງິນຊ່ອຍເຫລືອ ທີ່ວ່ານີ້ ໄດ້ມີເງື່ອນໄຂຜູກ ມັດ ທີ່ອາດເປັນການ ລ່ວງລະເມີດ ຕໍ່ອະທິປໄຕ ຂອງປາກິສຖານ ກໍເປັນໄດ້. ປາກິສຖານ ສະແດງ ຄວາມຍິນດີ ກ່ຽວກັບໂຄງການ ໃຫ້ຄວາມຊ່ອຍເຫລືອ ໃນດ້ານພົລເຮືອນ ຂອງສະຫະຣັດ ແບບທີ່ບໍ່ເຄີຍ ມີມາກ່ອນ ທີ່ຣັຖສະພາສະຫະຣັດ ໄດ້ໃຫ້ການອະນຸມັດ ໃນສັບປະດາແລ້ວ. ແຕ່ຊາວປາກິສຖານບາງຄົນ ໄດ້ມີຄວາມ ວິຕົກກັງວົນ ກ່ຽວກັບເງື່ອນໄຂ ແລະການຄາດຄະເນ ໃນການມີໜ້າ ຂອງເຈົ້າໜ້າທີ່ ສະຫະຣັດ ໃນຈຳນວນເພີ້ມຂຶ້ນ ເພື່ອບໍຣິຫານງານໂຄງການ ແລະເງິນຊ່ອຍເຫລືອນັ້ນ ຊຶ່ງຈະທໍ່ກັບ ເປັນການແຊກແຊງ ຂອງສະຫະຣັດ ເຂົ້າໃນ ກິຈການພາຍໃນ ຂອງປາກິສຖານ. ທ່ານນາງ HILLARY CLINTON ຣັຖມຸມນຕຣີ ການຕ່າງປະເທດ ສະຫະຣັດ ໄດ້ພະຍາຍາມ ທີ່ຈະຂະຈັດປັດເປົ່າ ຄວາມວິຕົກກັງວົນ ກ່ຽວກັບເຣື່ອງນີ້ ໂດຍເວົ້າວ່າ ວໍຊິງຕັນບໍ່ມີຄວາມຕັ້ງໃຈ ທີ່ຈະແຊກແຊງ ເຂົ້າໃນກິຈການພາຍໃນ ຂອງປາກິສຖານ.

ອີຣ່ານ - ນິວເຄລັຽ: ອົງການຂ່າວ ຂອງອີຣ່ານ ລາຍ ງານວ່າ ຫົວໜ້າໂຄງການນິວເຄລັຽ ຂອງເຕຫະຣ່ານໄດ້ ປະກາດ ກ່ຽວກັບແຜນການທີ່ຈະຕິດຕັ້ງເຄື່ອງແຍກທາດ ຢູເຣນຽມທີ່ທັນສມັຍ ຢູ່ທີ່ໂຮງກັ່ນທາດຢູເຣນຽມແຫ່ງໃໝ່ ທີ່ຫາກໍມີ ການເປີດເຜີຍ ໃຫ້ຊາບນັ້ນ. ອົງການຂ່າວຂອງ ອີຣ່ານແຈ້ງວ່າ ທ່ານ ALI AKBAR SALEHI ໄດ້ປະ ກາດວ່າ ອີຣ່ານຈະເພັ່ງເລັງ ໃສ່ການຄົ້ນຄວ້າ ແລະການ ພັທນາຫລາຍຂຶ້ນ ທີ່ໂຮງກັ່ນທາດ ຢູເຣນຽມແຫ່ງໃໝ່ ໃກ້ໆເມືອງ QOM ຫົວເມືອງສັກສິດ ຂອງສາສນາອິສລາມ ນິກາຍຊີໄອທ໌. ສະຫະຣັດ ແລະປະເທດ ຕາເວັນຕົກອື່ນໆ ສົງສັຍວ່າ ອີຣ່ານພວມພະຍາຍາມ ທີ່ຈະພັທນາ ອາວຸດນິວເຄລັຽ. ເຕຫະຣ່ານກ່າວວ່າ ໂຄງການນິວເຄລັຽຂອງຕົນ ມີຈຸດປະສົງ ໃນທາງສັນຕິເທົ່ານັ້ນ ແລະໄດ້ຕົກລົງ ທີ່ຈະອະນຸຍາດໃຫ້ ຄະນະກວດການາໆຊາດ ເຂົ້າໄປກວດເບິ່ງ ໂຮງກັ່ນທາດ ຢູເຣນຽມແຫ່ງໃໝ່ ໃກ້ໆເມືອງ QOM.

ລາງວັນໂນແບລ - ຂແນງເຄມີ: ຊາວອະເມຣິກັນ 2 ຄົນແລະອິສຣາແອລຄົນນຶ່ງໄດ້ຮັບລາງວັນໂນແບລ ຂແນງ ເຄມີ ໃນການຄົ້ນຄວ້າກ່ຽວກັບໂຄງສ້າງຂອງທາດໂປຣຕີນ ທີ່ສຳຄັນໆ ທີ່ປະກອບເປັນ ເນື້ອເຫຍື້ອ ຫລືແຊລລ໌ຂອງມະ ນຸດ. ຊາວອະເມຣິກັນທັງສອງ ຊຶ່ງໄດ້ແກ່ທ່ານ VENKATRAMAN RAMAKRISHNAN ແລະທ່ານ THOMAS STEITMZ ພ້ອມກັບ ຊາວອິສຣາແອລ ທ່ານ ADA YONATH ຈະໄດ້ແບ່ງເ ງິນລາງວັນກັນ ໃນມູນຄ່າ 1 ລ້ານ 4 ແສນໂດລາ ທີ່ທາງ ສະຖາບັນການແພດ ຂອງຣາຊອານາຈັກ ສະວີເດັນ ໄດ້ປະກາດ ໃນວັນພຸດມື້ນີ້. ສະຖາບັນການແພດ ສະວີເດັນ ກ່າວວ່າ ຜົນງານຂອງພວກເຂົາເຈົ້າ ໄດ້ຊ່ອຍໃຫ້ ພວກນັກຄົ້ນຄວ້າ ສາມາດພັທນາ ຢາປະຕິຊີວະນະ ຫລືຢາປິ່ນປົວພະຍາດ ຊະນິດຕ່າງໆ ໃຫ້ຫາຍດີໄດ້. ນອກນັ້ນ ນັກວິທຍາສາດແຕ່ລະຄົນ ຍັງຈະໄດ້ຮັບ ໃບປະກາສະນີຍະບັດ ແລະໜັງສືກ້ານເຊີນ ໃຫ້ໄປຮ່ວມພິທີ ມອບລາງວັນ ທີ່ນະຄອນຫລວງ ສະຕັອກໂຮມ ປະເທດສະວີເດັນ ໃນວັນທີ 10 ທັນວາຈະມານີ້.

ມຽນມາ: ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິ ປະໄຕ ທີ່ຖືກຄຸມຂັງ ຂອງມຽນມາໄດ້ເຈຣະຈາຫາ ຣືກັບເຈົ້າໜ້າທີ່ ຣັຖບານທະຫານມຽນມາ ໃນວັນ ພຸດມື້ນີ້ ຊຶ່ງເປັນການພົບປະ ຄັ້ງທີ 2 ພາຍໃນໄລ ຍະ ບໍ່ຮອດນຶ່ງອາທິດ. ທ່ານນາງອອງຊານຊູຈີໄດ້ ພົບປະ ກັບເຈົ້າໜ້າທີ່ ຕິດຕໍ່ປະສານງານ ຂອງຣັຖບານທະຫານ ກັບພັກຝ່າຍຄ້ານ ທ່ານອອງຈີ ຣັຖມຸນຕຣີ ກະຊວງແຮງງານ ເປັນເວລາ 30 ນາທີ ຢູ່ທີ່ບ້ານພັກແຫ່ງນຶ່ງ ຂອງຣັຖບານ ໃນນະຄອນຢ່າງກຸ້ງ. ລາຍລະອຽດ ໃນການສົນທະນາຫາຣືກັນ ບໍ່ໄດ້ມີການ ເປີດເຜີຍໃຫ້ຊາບ. ໃນມື້ວັນເສົາແລ້ວ ບຸກຄົນທັງສອງ ກໍໄດ້ພົບປະກັນ ເປັນເທື່ອທຳອິດ ນັບແຕ່ເດືອນມັງກອນ ປີ 2008 ເປັນຕົ້ນມາ. ທ່ານ NYAN WIN ທະນາຍຄວາມ ຂອງທ່ານນາງອອງຊານ ຊູຈີກ່າວວ່າ ມີທ່າທາງວ່າ ການເຈຣະຈາຫາຣື ທີ່ວ່ານີ້ ຈະເພັ່ງເລັງໃສ່ວ່າ ເຮັດຈັງໃດ ຈຶ່ງຈະມີການ ຍົກເລີກການລົງໂທດ ຕໍ່ມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ. ການປະຊຸມ ທີ່ວ່ານັ້ນ ໄດ້ມີຂຶ້ນນຶ່ງມື້ ຫລັງຈາກສານ ຂອງມຽນມາ ໄດ້ປະຕິເສດ ຕໍ່ການຂໍອຸທອນ ຂອງທ່ານນາງ ອອງຊານຊູຈີ ທີ່ຢາກໃຫ້ຕ່າວປີ້ນ ການຕໍ່ອາຍຸ ໃນການກັກບໍຣິເວນ ທ່ານນາງນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG