ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ວາງລະເບີດສະລະຊີບ ສັງຫານຜູ້ຄົນ 4 ຄົນທີ່ຫ້ອງການ ສະຫະປະຊາຊາດ ທ່ີປາກີສຖານ


​ທີ່​ປາ​ກີ​ສຖານ: ຕຳຫລວດ​ປາ​ກີ​ສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ຈູດກະນວນ​ວັດຖຸ​ລະ​ເບີດ​ຕົວ​ຕາຍ​ ໃນຫ້ອງການອົງການ​ອາຫານ​ໂລກແຫ່ງນຶ່ງ​ໃນ​ກຸງ​ອີສລາມາ​ບັດ ນະຄອນຫລວງ​ຂອງ​ປາ​ກີ​ສຖານ ​ໂດຍໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 4 ຄົນ. ທ່ານ Rehman Malik ຣັຖມຸນຕີ​ກະຊວງ​ພາຍ​ໃນ​ປາ​ກີ​ສຖານ ກ່າວ​ວ່າ ປາກົດ​ວ່າ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນີ້​ໄດ້​ນຸ່ງ​ເຄື່ອງ​ແບບຄົນ​ຍາມ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ໃຊ້​ວັດຖຸ​ລະ​ເບີດ​ປະມານ 8 ກິ​ໂລກຣາມ. ທ່ານ Malik ກ່າວ​ຕື່ມ​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້​ມີ​ວັດຖຸ​ປະສົງ​ເພື່ອ​ຍັບ​ຍັ້ງ​ບໍ່ ​ໃຫ້ຣັຖບານ​ປາ​ກີ​ສຖານ​ທຳ​ການ​ຕໍ່ສູ້​ກັບ​ພວກ​ນັກ​ຕໍ່ສູ້ ​ຫົວ​ຮຸນ​ແຮງ ​ແຕ່​ທ່ານ​ກ່າວ​ວ່າ ການ​ປະຕິບັດ​ງານ​ໃນ​ເຂດ​ຮ່ອມ​ພູ Swat ​ແລະ​ໃນ​ເຂດ Waziristan ຈະ​ດຳ​ເນີນ​ສືບ​ຕໍ່​ໄປ. ບັນດາ​ເຈົ້າ​ໜ້າ​ທ່ີ​ອົງການ ​ອາຫານ​ໂລກ ກ່າວ​ວ່າ ຄົນ​ປາ​ກີ​ສຖານ3 ຄົນແລະ​ຄົນ​ອິຣັກຄົນ​ນຶ່ງ​ເປັນ​ພວກ​ທ່ີ​ເສັຍ ​ຊີວິດ​ ​ແລະ​ເວົ້າ​ວ່າ ປະຊຊົນ​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ບາງ​ຄົນ​ມີ​ອາການ​ສາຫັດ. ຫລາຍ​ຊົ່ວ​ໂມງ​ຫລັງ​ຈາກ​ການ​ໂຈມ​ຕີ ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ອັດ​ຫ້ອງການ​ທັງ​ໝົດ​ຂອງ​ຕົນ​ເປັນ​ການ​ຊົ່ວຄາວ​ໃນ​ນະຄອນ
ຫລວງ​ກຸງ​ອີສລາມາ​ບັດ​ນັ້ນ. ໃນ​ຂະນະ​ທ່ີ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້
ການວາງ​ລະ​ເບີດ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ພຽງ​ນຶ່ງ​ມື້ ຫລັງ​ຈາກຄນະ​ນຳພາ​ກຸ່ມຕາ​ລີ​ບັນ​ ໃນ​ປາ​ກີ​ສຖານ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ທຳການ​ແກ້​ແຄ້ນ​ຕໍ່​ການ​ສັງຫານ​ທ່ານ Baitullah Mehsud ຜູ້ນຳ​ຂອງ​ກຸ່ມ ​ດ້ວຍ​ການ​ຍິງ​ລູກ​ສອນ​ໄຟນັ້ນ.
ກ່ຽວ​ກັບ​ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງ​ແພດສາດ:ທ່ານ​ນາງ Elizabeth Blackburn ທ່ານ ​ນາງ Carol Greider​ ແລະທ່ານ Jack Szostak ທັງ​ໝົດ​ເປັນ​ຄົນ​ອະ​ເມຣິກັນ ​ໄດ້​ຮັບ​ລາງວັນໂນ​ແບນ ຂະ​ແໜງ​ການແພດປະຈຳ​ປີ​ນີ້. ສະ​ຖາ​ບັນ Karolinska ກ່າວ​ວ່າ ຄນະ​ກັມມະການລາງວັນໂນ​ແບນ ​ໄດ້​ໃຫ້​ກຽດ​ ແກ່​ພວກ​ນັກວິທຍາ​ສາດ 3 ທ່ານ​ນີ້​ໃນ​ວັນ​ຈັນມື້​ນີ້​ທ່ີ​ປະ​ເທດ Sweden ສຳລັບ​ການ​ຄົ້ນຄວ້າ​ຂອງ​ພ​ວກທ່ານ​ກ່ຽວ​ກັບໂຣກມະ​ເຮັງ ຫລື Cancer ​ແລະ​ເຣື່ອງອາຍຸຂອງຄົນ. ຕາມ​ທັມມະ​ດາ​ທ່ີ​ເປັນ​ມາ ຄນະ​ກັມມະການ​ລາງວັນ​ໂນ​ແບນມອບ​ລາງວັນ​ຂະ​ແໜ​ງແພດສາດນີ້​ ໃຫ້ກ່ອນລາງວັນອື່ນໆ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ອິຣ່ານ: ຫົວໜ້າ​ກວດກາ​ພະລັງ​ນີວ​ເຄລັຍ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ອິຣ່ານຈະ​ອະນຸຍາດ​ໃຫ້​ພວກ​ນັກ​ກວດກາ​ພະລັງນີວ​ເຄລັຍ​ຂອງ​ອົງການ​ໄປ​ຢ້ຽມຢາມ​ສະຖານ​ທ່ີນີວ​ເຄລັຍຂອງ​ອິຣ່ານທ່ີ​ຫາ​ກໍ​ເປີດ​ເຜີຍ​ໃຫ້​ຮູ້​ໃໝ່ໆ​ຢູ່​ໃກ້ໆ​ກັບ​ເມືອງ Qom ​ໃນວັນ​ທີ25 ​ເດືອນ​ນີ້. ທ່ານ Mahamed ElBaradei ປະກາດ​ແຜນການ​ນີ້​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣ່ານທ່ີ​ ກຸງ​ເຕຮິຣ່ານ​ແລ້ວ. ​ໃນ​ລະຫວ່າງ​ການ​ພົບ​ປະ​ຫາລື​ກັນ​ນັ້ນ ທາງຣັຖບານ​ກຸງ​ເຕຮິຣ່ານ​ໄດ້​ຕົກລົງ​ທ່ີ​ຈະ​ພົບ​ປະກັນ​ອີກ​ກັບ 6 ປະ​ເທດ​ມະຫາ​ອຳນາດ​ທ່ີ​ກຸງ Vienna ​ໃນ​ວັນ​ທີ19 ​ເດືອນ​ນີ້. ​ເວລາ​ພວກ 6 ປະ​ເທດ​ເຫລົ່າ​ນີ້​ພົບ​ປະກັນ​ທ່ີ​ນະຄອນ​ເຈ​ເນ​ວາ​ ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ອິຣ່ານກ່າວ​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້​ມີ​ການ​ກວດກາ​ສະຖານ​ນີວ​ເຄລັຍ
​ທ່ີ​ເມືອງ Qomນັ້ນ. ທ່ານ ElBaradei ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ອົງການ ​ກວດກາ​ພະລັງ​ປະຣະມະນູ​ສາກົນ ບໍ່​ມີ​ຫລັກ​ຖານ​ທ່ີ​ໜັກ​ແໜ້ນ​ໃດໆ​ທ່ີ​ສະ​ແດງໃຫ້​ເຫັນ​ວ່າ ຣັຖບານ​ກຸງ​ເຕຮິຣ່ານກຳລັງດຳເນີນໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ ​ແຕ່​ທ່ານ​ກ່າວ​ວ່າ ຕົນ​ຍັງຈະ​ທຳ​ການ​ສືບສວນ​ຕໍ່ໄປ ກ່ຽວກັບຄຳກ່າວ​ຫາ​ຕ່າງໆ ​ທ່ີ​ວ່າ ອິຣ່ານ​ໄດ້​ສຶກສາ​ເຣື່ອງສ້າງອາວຸດ​ນີວ​ເຄລັຍ​ນີ້. ທ່ານ​ນາງ Susan Rice ​ເອກ​ອັກຄະຣັຖທູດ​ ສະຫະຣັດປະຈຳ​ສະຫະປະຊາ​ຊາດ ກ່າວ​ຢູ່​ທ່ີ​ກຸງ​ວໍ​ຊິງ​ຕັນ​ວ່າ ​ໄດ້​ມີ​ການ​ປະ​ເມີນ​ການຫລາຍ ​ຢ່າງ​ ກ່ຽວ​ກັບເເສນຍານຸພາບ​ດ້ານ​ນີວ​ເຄລັຍ​ຂອງ​ອິຣ່ານນີ້​ແຕ່ ການປະເມິນທັງ​ໝົດ​ບໍ​່ມີຄວາມກົງກັນ.
​ເກົາຫລີ​ເໜືອ​ແລະ​ຈີນ: ທ່ານ​ເຫ​ວິ້ນ​ເຈັຍ​ບາ​ວທ່ີ​ກຳລັງ​ທຳ​ການ​ຢ້ຽມຢາມ​ເກົາຫລີ​ເໜືອ​ຢູ່ໃນ​ເວ
ລາ​ນີ້​ໄດ້​ພົບ ​ປະ​ກັບ​ທ່ານ ກິມຢອງ​ນຳ ປະທານ​ສະພາ​ແຫ່ງ​ຊາດ ຫລື​ສະພາ​ນິຕິບັນຍັດ​ຂອງ​ເກົາ ຫລີ​ເໜືອ ​ໃນ​ມື້​ທີ​ສອງ​ຂອງ​ການ​ຢ້ຽມຢາມ​ກຸງ​ພຽງຢ້າງ​ຂອງ​ທ່ານ. ອົງການ​ຂ່າວຊິນ​ຫົວ​ທາງ​ການ​ຂອງ​ຈີນ ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ໃຫ້​ຊາບຂອງ​ການ​ພົບ​ປະ​ຫາລື​ກັນ​ດັ່ງກ່າວ. ທ່ານ​ເຫ​ວິ້ນ​ເຈັຍ​ບາ​ວ​ເດີນທາງ​ໄປ​ຮອດ​ເກົາຫລີ​ເໜືອ​ ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ໄດ້​ຖືກ​ຕ້ອນຮັບ​ຈາກ​ທ່ານ​ກິມຢອງ​ອີລ ຜູ້ນຳ​ເກົາຫລີ​ເໜືອ​ທ່ີ​ສະໜາມ​ບິນ​ກຸງ​ພຽງ​ຢ່າງ​ນັ້ນ.
ແຜ່ນດິນ​ໄຫວ​ທີ່ອິນ​ໂດ​ເນ​ເຊັຍ: ບັນດາ​ເຈົ້າ​ໜ້າ​ທ່ີ​ອິນ​ໂດ​ເນ​ເຊັຍ​ກ່າວ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຢຸດ​ການ​ຊອກ​ຄົ້ນ​ຫາ​ພວກ​ທ່ີ​ອາດ​ລອດ​ຊີວິດ​ມາ​ໄດ້​ຈາກ​ໄພ​ແຜ່ນດິນ​ໄຫວໃນ​ເຂດ​ເມືອງ​ປາ​ດັງ​ທ່ີ​ໄດ້​ພັງ​ທະລາ​ຍຢ່າງ​ຮາບ​ຄາບ​ຈາກ​ແຜ່ນດິນ​ໄຫວ​ນັ້ນ.
ບັນດາ​ໜ່ວຍ​ກູ້​ໄພ​ໃນ​ຂົງ​ເຂດ​ເກາະ​ຊູ​ມາຕຣາຕາ​ເວັນ​ ຕົກຂອງ​ອິນ​ໂດ​ເນ​ເຊັຍ​ທ່ີໄດ້​ຮັບ​ຄວາມ​ເສັຍ​ຫາຍ​ໜັກ​ຈາກ​ແຜ່ນດິນ​ໄຫວ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ປ່ຽນ​ຈຸດ​ເພ່ງ​ເລັງ​ຂອງ​ເຂົາ​ເຈົ້າ​ໄປ​ໃສ່​ການ​ເກັບ​ກູ້​ສົບ​ທ່ີ​ຖືກ​ຝັງ​ຢູ່​ກ້ອງສິ່ງ​ສລັກ​ຫັກ​ພັງ​ນັ້ນ​ອອກ​ມາ.
​ໃນ​ຂະນະ​ດຽວ​ກັນ ພວກ​ເດັກນ້ອຍ​ບາງ​ຄົນ​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ຄືນໄປ​ຫ້ອງ​ຮຽນ​ຂອງ​ເຂົາ​ເຈົ້າ​ໄດ້ ​ໄປ​ຮັບ​ຄຳ​ໃຫ້ກຳລັງໃຈ ​ຫລື​ພົບ​ປະ ກັບ​ພວກ​ນາຍຄູ​ຂອງ​ເຂົາ​ເຈົ້າ​ໄດ້ ​ແລະ​ພວກ​ເດັກ​ອື່ນໆບໍ່ໄດ້ຮັບ ອະນຸຍາດ​ໃຫ້​ກັບ​ຄືນ​ໄປ​ຫ້ອງ​ຮຽນຍ້ອນ​ຄວາມ​ບໍ່ປອດໄພຂອງ​ຕຶກ​ອາຄານ​ໂຮງຮຽນ​. ທ່ານ Siti Fadillah Supari ຣັຖມຸນຕີ​ກະຊວງ​ສາທາຣະນະ​ສຸກ​ຂອງອິນ​ໂດ​ເນ​ເຊັຍ ກ່າວ​ວ່າ ຈຳນວນ ​ຜູ້​ເສັຍ​ຊີວິດ​ຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີມີ​ຄວາມ​ແຮງ 7.6 ຕາມ​ເຄື່ອງ​ວັດ​ແທກ​ແຜ່ນດິນ​ໄຫວ Richter ທ່ີ​ເກີດ​ຂຶ້ນ​ຢູ່​ນອກ​ຝັ່ງ​ທະ​ເລ​ ເກາະ​ຊູ​ມາຕຣາ ສາມາດ​ເພີ່ມ​ຂຶ້ນ​ເຖິງ 3 ພັນ​ຄົນ​ໄດ້. ສ່ວນ ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຢ່າງ​ນ້ອຍ​ປະຊາຊົນ​ໄດ້​ເສັຍ​ຊີວິດ​ໄປ​ແລ້ວ1100 ຄົນ.

XS
SM
MD
LG