ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫວັງມີນ້ອຍຫລາຍທີ່ຈະພົບເຫັນ ຜູ້ລອດຊີວິດ ມາໄດ້ອີກ ຈາກແຜ່ນດິນໄຫວທີ່ອິນໂດເນເຊັຍ


ຂ່າວ​ຄືບ​ໜ້າກ່ຽວ​ກັບ​ໄພ​ແຜ່ນດິນ​ໄຫວ​ທີ່ອິນ​ໂດ​ເນ​ເຊັຍ: ບັນດາ​ຜູ້​ຊ່ອຍ​ກູ້​ໄພ​ກຳລັງ​ພາກັນ​ຂຸດ​ຄົ້ນ​ ຕາມ​ສິ່ງ​ສລັກ​ຫັກ​ພັງ​ໃນ​ເມືອງPadang ຂອງ​ອິນ​ໂດ​ເນ​ເຊັຍ​ກ່າວ​ວ່າ ມີ​ຄວາມ​ຫວັງ​ນ້ອຍ​ດຽວ​ທ່ີ​ຈະ​ພົບ​ເຫັນ​ພວກ​ທ່ີ​ອາດ​ລອດ​ຊີວິດ​ມາ​ໄດ້​ອີກ ຈາກ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ຊຶ່ງ​ທາງ​ເຈົ້າ​ໜ້າ​ທ່ີ​ອິນ​ໂດ​ເນ​ເຊັຍ​ກ່າວ​ວ່າ ​ໄພພິບັດ​ດັ່ງກ່າວ​ອາດ​ຈະ​ໄດ້​ຝັງ​ຜູ້​ຄົນ​ໄປ​ແລ້ວ​ຢ່າງ​ນ້ອຍ 3 ພັນ​ຄົນ​ນັ້ນ. ບັນດາ​ໜ່ວຍ​ກູ້​ໄພ​ໃນ​ເມືອງ​ແລະ​ເຂດ​ອ້ອມ​ແອ້ມ​ເມືອງ​ປາ​ດັງ ຊຶ່ງ​ມີ​ພົນລະ​ເມືອງ 90 ພັນ​ຄົນ ​ໄດ້​ພາກັນ​ຊອກ​ຄົ້ນ​ຫາ​ຜູ້​ທ່ີ​ອາດ​ລອດ​ຊີວິດ​ມາ​ໄດ້ຈາກ​ພວກ​ຕຶກ​ອາຄານ ທ່ີ​ພັງ​ທະລາ​ຍລົງ​ທັບ ​ແຕ່​ປັດຈຸ​ບັບນີ້​ແມ່ນພຽງແຕ່​ພົບ​ເຫັນ​ແລະ​ດຶງ​ຊາກ​ສົບ​ອອກ​ຈາກ​ສິ່ງ​ສລັກ​ຫັກ​ພັງ​ເທົ່າ​ນັ້ນ. ໃນ​ຂົງ​ເຂດ​ຊົນນະບົດ​ນອກ​ເມື​ອງປາ​ດັງ ພວກ​ໝູ່​ບ້ານ​ບາງ​ແຫ່ງ​ໄດ່ຖືກ​ກວາດ​ລ້າງ​ໄປ​ດ້ວຍ​ດິນ​ເຈື່ອນລົງ​ມາ​ທັບ​ທ່ີ​ເກີດ​ຈາກ​ແຜ່ນດິນ​ໄຫວ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ມີ​ຜູ້​ຄົນ​ຈຳນວນ​ຫລາຍ​ກວ່າ 600 ຄົນໄດ້ຝັງຢູ່​ໃນ​ດິນ​ທ່ີ​ເຈື່ອນ​ລົງ​ມາ​ທັບ​ນັ້ນ. ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຈຳນວນ​ຜູ້​ເສັຍ​ຊີວິດ​ມີ​ຢ່າງ​ນ້ອຍ1100ຄົນ​ແລ້ວ​ຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີ​ເກີດ​ຂຶ້ນ​ຈາກ​ໃຕ້​ທະ​ເລ​ທ່ີ​ມີ​ຄວາມ​ແຮງ7.6 ຕາມ​ເຄື່ອງ​ວັດ​ແທກແໜງ​ແຜ່ນດິນ​ໄຫວ Richter ຊຶ່ງ​ໄດ້​ປະ​ທະ​ໃນ​ວັນ​ພຸດ​ສັບປະດາ​ຜ່ານ​ມາ​ຢູ່​ນອກ​ຝັ່ງ​ທະ​ເລ​ເກາະ​ຊູ​ມາຕຣາຂອງ​ອິນ​ໂດເນ​ເຊັຍ​ນັ້ນ.
ທີ່ປະເທດຟິລິບປິນ: ທາງການຟິລິບປິນກ່າວວ່າ ມີປະຊາຊົນເສຍຊີວິດຢ່າງໜ້ອຍ 15 ຄົນ ຈາກລົມໄຕ້ ຝຸ່ນທີ່ຮຸນແຮງທີ່ປະທະຢູ່ທາງ ພາກເໜືອຂອງ ແຂວງຄາກາຢັນ ທີ່ເກີດ ມີລົມແຮງ ແລະຝົນຕົກໜັກນັ້ນ
ຜູ້ກຳກັບ ການຕຳລວດ ປະຈຳແຂວງ ທ່ານ Loreto Espinili ກ່າວເມື່ອ ວັນອາທິດ ມື້ນີ້ວ່າ ມີປະຊາຊົນ ເສຍຊີວິດຈຳນວນ 12 ຄົນ ຈາກພັຍດິນ ເຈຶ່ອນສອງແຫ່ງເມື່ອວັນເສົາ ວານນີ້ໃນແຂວງ Banguet. ຕົວເລກດັ່ງ ກ່າວນັ້ນ ແມ່ນຕື່ມໃສ່ອີກສາມສົບທີ່ໄດ້ ລາຍງານໄປ ແລ້ວກ່ອນໜ້ານີ້ ໂດຍພວກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອື່ນໆ.
ລົມໄຕ້ຝຸ່ນ Parma ຫລືທີ່ຮູ້ກັນໃນທ້ອງຖິ່ນ ວ່າລົມ Pepeng ທີ່ມີ ຄວາມໄວແຮງປະມານ 200 ຫລັກກິໂລແມດຕໍ່ຊົ່ວໂມງ ໄດ້ປະທະ ພາກພື້ນດິນໃນປະເທດ ຟິລິບປິນເມື່ອວັນເສົາວານນີ້ ໂດຍໄດ້ພັດທຳ ລາຍຫລັງຄາຂອງຕຶກ ຫລາຍແຫ່ງ ຕົ້ນໄມ້ລົ້ມ ແລະ ຕັດສາຍໄຟຟ້າ. ພັຍນ້ຳຖ້ວມໃນກຸງມະນິລາໄດ້ເຊົາ ລົງ ເວລາລົມພາຍຸປ່ຽນ ທິດທາງມຸ້ງໜ້າໄປທາງພາກເໜືອ ຊຶ່ງໄດ້ຊ່ວຍຊີວິດຜູ້ຄົນໄວ້ ຫລາຍລ້ານຄົນ. ລົມ ພາຍຸທີ່ຮຸນແຮງເຖິງແກ່ຊີວິດທີ່ເກີດຂຶ້ນໄດ້ພຽງເມື່ອອາທິດນຶ່ງຜ່ານມານີ້ ໄດ້ສ້າງພັຍນ້ຳຖ້ວມທີ່ຮ້າຍແຮງໃນເມືອງຫລວງຂອງປະເທດ ໃນຮອບ ຫລາຍສິບປີຜ່ານມາ.
ເກົາຫລີ​ເໜືອ​ແລະ​ຈີນ: ທ່ານ​ເຫ​ວິ້ນ​ເຈັຍ​ບາ​ວ ນາຍົກຣັ​ຖມຸນຕີ​ຈີນ​ພົບ​ປະ​ກັບ​ທ່ານ​ກິມຢອງ​ອີລ
ຜູ້ນຳ​ເກົາຫລີ​ເໜືອ​ໃນ​ວັນ​ອາທິດ​ມື້​ນີ້ທ່ີ​ກຸງ​ພຽງ​ຢ້າງ​ໃນ​ມື້​ທຳ​ອິດ​ຂອງ​ການ​ຢ້ຽມຢາມ​ຢ່າງເປັນ​ທາງການ​ທ່ີ​ມີ​ການ​ຄາດ​ກັນ​ໄວ້​ລ່ວງ​ຫນ້ານັ້ນ. ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ​ກ່າວ​ວ່າ ທ່ານ​ກິມ​ໄດ້​ໄປ​ຕ້ອນຮັບ
ທ່ານ​ເຫ​ວິ້ນ​ເຈັຍ​ບາ​ວຢູ່​ທ່ີ​ສະໜາມ​ບິນ​ກຸງ​ພຽງ​ຢ້າງໃນ​ຕອນ​ເຊົ້າມື້​ນີ້ຊຶ່ງ​ທ່ານກິມບໍ່​ຄ່ອຍ​ສູ້ໄປ​ປາກົດ​ໂຕ​ໃຫ້​ປະຊາຊົນ​ເຫັນ​ເຊັ່ນ​ນີ້​ມາ​ກ່ອນ. ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ຜູ້ນຳ​ທັງ​ສອງ​ໄດ້​ພົບ​ປະກັນ​ໃນ​ຕອນ​ບ່າຍ
ວັນ​ອາທິດ​ມື້​ນີ້ ​ແຕ່​ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃຫ້​ກ່ຽຍວກັບ​ການ​ພົບ​ປະຫາລື​ກັນ​ນັ້ນ.
ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເຫ​ວິ້ນ​ເຈັຍ​ບາ​ວ​ເປັນ​ເວລາ3 ມື້ ມີ​ຂຶ້ນ​ໃນ​ທ່າມກາງ​ ທ່ີ​ມີ​ຮ່ອງຮອຍ​ຕ່າງໆ​ທ່ີ​ວ່າ​ເກົາຫລີ​ເໜືອ​ອາດ​ຈະມີ​ຄວາມ​ເຕັມ​ໃຈ​ທ່ີ​ຈະລິ​ເລີ່​ມການ​ພົບ​ປະ​ເຈລະຈາ​ກັນ​ຄືນ​ອີກ​ກ່ຽວ ​ກັບ​ໂຄງການ​ນີວ​ເຄລັຍ​ຂອງ​ຕົນ ຫລັງ​ຈາກ​ໄດ້​ທຳ​ການ​ຕໍ່ຕ້ານ​ມາ​ເປັນ​ເວລາຫລາຍ​ເດືອນ​ນັ້ນ. ທ່ານ​ກິມ​ໄດ້​ສະ ແດງ​ຄວາມ​ເຕັມ​ໃຈທ່ີ​ຢາກ​ເປີດ​ການ​ພົບ​ປະ​ເຈລະຈາ​ກັນຄືນ​ລະຫວ່າງ​ສອງ​ເກົາຫລີ​ແລະ​ກັບ​ຫລາຍ ​ຝ່າຍ ​ແຕ່​ຍັງ​ບໍ່​ເປັນ​ທ່ີ​ຈະ​ແຈ້ງ​ເທື່ອ​ວ່າ ການສະ​ແດງ​ຄວາມ​ເຕັມ​ໃຈ​ອອກ​ມາ​ນີ້​ແມ່ນ​ຢາກ​ເປີດ​ການ​ເຈລະຈາ​ກັນ​ຄືນກັບ 6 ປະ​ເທດນັ້ນ​ຫລື​ບໍ ອັນ​ປະກອບ​ດ້ວຍ​ຈີນ ຣັດ​ເຊັຍ ​ເກົາຫລີ​ໃຕ້ ຍີ່​ປຸ່ນ​ແລະ​ສະຫະຣັດອະ​ເມຣິກາ​ນັ້ນ.
ອັຟການີສຖານ: ກອງທັບສະຫະລັດກ່າວວ່າ ການໂຈມຕີຫລາຍໆບັ້ນໂດຍ ພວກກຸ່ມຫົວ ຮຸນແຮງໃນເຂດຕາເວັນອອກຂອງອາຟການີສ ຖານຢູ່ໃກ້ກັບຊາຍ ແດນ ປາກີສຖານນັ້ນ ຍັງຜົນໃຫ້ທະຫານສະຫະລັດເສຍຊີວິດ 8 ຄົນ ແລະ ທະຫານອາຟການີສຖານ 2 ຄົນການໂຈມຕີຄັ້ງ ນີ້ ພວກກຸ່ມຕາລິບານໄດ້ອ້າງເປັນຜູ້ຮັບຜິດຊອບ.
ພັນເອກ Randy George ຜູ້ບັງຄັບກຳລັງປະສົມ ກ່າວເຖິງການ ໂຈມຕີຂອງວັນເສົາ ໃນຄຳເວົ້າຂອງເພີ່ນວ່າ “ເປັນການປະທະທີ່ ສະລັບ ຊັບຊ້ອນ ຢູ່ໃນຂົງເຂດທີ່ກັນດານ” ແລະວ່າພວກທະຫານສະຫະລັດ ແລະອາຟການີສຖານ ໄດ້ຮ່ວມກັນຕໍ່ສູ້ຢ່າງພິລາດອາດຫານ.ໜ່ວຍກຳລັງປະສົມກ່າວວ່າ ພວກເຂົາເຈົ້າຈະສືບຕໍ່ກັບແຜນການທີ່ໄດ້ ປະກາດໄປ ແລ້ວຜ່ານມາ ຄືຈະຖອນກຳລັງອອກຈາກຂົງເຂດສອກ ຫລີກ ຊຶ່ງເປັນພາກສ່ວນ ຂອງແຜນການປັບປ່ຽນທີ່ກວ້າງກວມ ເພື່ອ ປົກປ້ອງຂົງເຂດ ທີ່ມີປະຊາຊົນຈຳນວນຫລາຍ ນັ້ນໄວ້.
ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌: ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີສຣາ​ແອນ​ໄດ້​ປະ​ທະ​ກັບ​ພວກ​ປະ​ທ້ວງ​ປາ
​ເລ​ສ​ໄຕ​ນ໌ທ່ີ​ນະຄອນ Jerusalem ຫລັງ​ຈາກ​ທາງ​ການ​ຕັນຫົນທາງ​ເຂົ້າ​ແຫ່ງ​ນຶ່ງ​ຫາ​ບັນດາຂົງ​ເຂດ​ເມືອງ​ສັກ ​ສິດ​ທາງ​ສາດສະໜານັ້ນ. ຕຳຫລວດ​ຫ້າມ​ຄົນ​ເຂົ້າ​ທາງ​ເຂົ້າ​ແຫ່ງ​ດັ່ງກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ອັນ​ທ່ີບັນດາ​ເຈົ້າ​ ໜ້າ​ທ່ີ​ອີສຣາ​ແອນ​ເອີ້ນ​ວ່າ The Temple Mount ​ແລະມຸສລິ​ມ ຊຶ່ງ​ໝາຍ​ເຖິງ​ສະຖານ​ທ່ີ​ສັກສິດ​ທ່ີ​ສູງ​ສົ່ງ​ນັ້ນ.
ບັນດາ​ເຈົ້າ​ໜ້າ​ທ່ີ​ປາ​ເລ​ສ​ໄຕ​ນ໌ ກ່າວ​ວ່າ ຕຳຫລວດ​ອີສຣາ​ແອນ​ໄດ້​ຍິງ​ແກ​ສນ້ຳຕາ​ໃສ່​ພວກ​ປະ​ທ້ວງ​ທ່ີ​ແກ​ວ່າງ​ກ້ອນ​ຫິນ​ໃສ່​ພວກ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ອີສຣາ​ແອນ​ນັ້ນ. ຕຳຫລວດ​ກ່າວ​ວ່າ ປະຊາຊົນ​ຫລາຍ ​ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ການ​ປະ​ທະ​ກັນ​ ທ່ີ​ຄ້າຍຄື​ກັນ​ກັບ​ການ​ປະ​ທ້ວງ​ທ່ີ​ເກີດ​ໃນ​ບ່ອນ​ດຽວ​ກັນ​ໃນ​ສັບປະດາ​ແລ້ວ​ນີ້. ປະຊາຊົນ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນອາທິດ​ແລ້ວ​ນີ້​ໃນ​ລະຫວ່າງການ​ກໍ່​ຄວາມ​ວຸ່ນວາຍ ​ຂຶ້ນ​ໃນ​ຂົງ​ເຂດ​ດຽວ​ກັນ​ໃນ​ນະຄອນ Jerusalem​ເກົ່າ​ແຫ່ງ​ນີ້.

XS
SM
MD
LG