ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຄົ້ນພົບຢາວັກຊີນທີ່ຫລຸດຈຳນວນຜູ້ຕິດເຊື້ອ ໂຣກເອດສ໌ ເປັນເທື່ອທຳອິດ


ຢາປ້ອງກັນໂຣກ AIDS ທີ່ໄດ້ຄົ້ນຄວ້າຂຶ້ນ ຢູ່ໃນໄທນັ້ນສາມາດ ໃຫ້ຜົນຢ່າງໜ້າເຫລືອ ເຊື່ອ ຊຶ່ງໃນການທົດລອງຢາປ້ອງ ກັນໂຣກ AIDS ທີ່ວ່ານີ້ ສາມາດເຮັດໃຫ້ຈຳນວນ ພວກທີ່ສ່ຽງຕໍ່ການ ຕິດເຊື້ອ HIV ລົງໄດ້ເຖິງ 1/3.

ພວກນັກຄົ້ນຄວ້າ ອາເມຣິກາ ແລະ ໄທ ເວົ້າວ່າການທົດລອງ ຢາປ້ອງກັນເຊື້ອໂຣກ AIDS ສາມາດເຮັດໃຫ້ ການຕິດເຊື້ອ HIV ຫລຸດລົງໄດ້ເກືອບເຖິງ 1/3. ຢາທີ່ວ່ານີ້ແມ່ນ ລວມເອົາ ຢາວັກຊິ້ນອັນເກົ່າ 2 ຊະນິດ ແລະ ມັນໄດ້ເຮັດໃຫ້ການຕິດເຊື້ອ HIV ຂອງ ຜູ້ອາສາສະມັກ ຄົນໄທຈຳນວນ 16 ພັນຄົນ ຫລຸດລົງໄດ້ ຫລາຍກວ່າ 30%.

ການທົດລອງໃຊ້ຢາວັກຊິນ ທີ່ວ່ານີ້ໄດ້ດໍາເນີນຢູ່ໃນປະເທດໄທ ພາຍໃຕ້ການຮ່ວມມືລະ ຫວ່າງລັດຖະບານສະຫະຣັດ ແລະ ໄທ ໂດຍໃຊ້ເວລາຫລາຍກວ່າ 3 ປີ ແລະ ມີ ອາສາສະມັກ ຄົນ ໄທ 16 ພັນຄົນເຂົ້າຮ່ວມນັ້ນ ໄດ້ຜົນເຖິງຂັ້ນເຮັດໃຫ້ ຄົນສາມາດ ຫລຸດການສ່ຽງຕໍ່ການຕິດ ເຊື້ອໂຣກເອສ ໄດ້ເຖິງ 30%. ຊຶ່ງໄດ້ເຮັດໃຫ້ ທ່ານ ດຣ. ສຸພະໄຊ, ຜູ້ອຳນວຍການດຳເນີນການທົດລອງ ຖືວ່າເປັນຄວາມກ້າວໜ້າທາງວິດ ທະຍາສາດ ອັນຍິ່ງໃຫຍ່. ທ່ານເວົ້າວ່າ ອັນນີ້ ເປັນຄັ້ງທຳອິດ ທີ່ພວກເຮົາສາມາດພິ ສູດໄດ້ວ່າ ຄົນເຮົາສາມາດທີ່ຈະພັດທະນາ ຢາວັກຊິນ ປ້ອງກັນ ການຕິດເຊື້ອ HIV ນີ້ໄດ້, ເຊິ່ງເປັນບາດກ້າວອັນໜັກແໜ້ນໃນວົງການຜະຫລິດຢາວັກຊິນປ້ອງກັນ ເຊື້ອ ໂຣກນີ້ໃນອານາຄົດ.

ຫລາຍຄົນໃນປະຊາຄົມນັກວິດທະຍາສາດ ບໍ່ຄາດຝັນວ່າ ການທົດລອງເຫລົ່ານີ້ ຈະໃຫ້ ຜົນດີປານນີ້ ເພາະວ່າ ຢາວັກຊິນໃໝ່ ນີ້ແມ່ນເຮັດຈາກການປະສົມຢາວັກຊິນເກົ່າເຂົ້າ ກັນເທົ່ານັ້ນ. ເພາະວ່າ ຢາວັກຊິນເຫລົ່ານີ້ ຖ້າຫາກເຮົາໃຊ້ເທື່ອລະອັນ ເພື່ອປ້ອງກັນ ການຕິດເຊື້ອ HIV ຈະບໍ່ໄດ້ຜົນເລີຍ. ແຕ່ວ່າ ບາດເອົາມາປະສົມ ເຂົ້າກັນແລ້ວ ວັກຊິນ ອັນທີນຶ່ງ ຈະຊ່ວຍເຮັດໃຫ້ລະບົບພູມຕ້ານທານຂອງຮ່າງກາຍ ສາມາດທຳລາຍ ເຊື້ອໄວ ຣັສນີ້ໄດ້, ແລະ ອັນທີ 2 ແມ່ນເຮັດໃຫ້ຄວາມສາມາດຂອງຮ່າງກາຍ ຕອບໂຕ້ ກັບເຊື້ອໄວຣັສໄດ້.

ບັນດານັກອາສາສະມັກທີ່ເຂົ້າຮ່ວມການທົດລອງມີຄວາມຫວັງວ່າ ເຂົາເຈົ້າຈະກ້າວເຖິງຂັ້ນ ທີ່ສາມາດປ້ອງກັນ ໂຣກເອສໄດ້ໃນໄວໆນີ້.

ແຕ່ວ່າ ພວກທີ່ຕິດເຊື້ອໂຣກ HIV ເອສ ມາກ່ອນແລ້ວນັ້ນ ຈະບໍ່ມີຄວາມຫວັງ ຫລາຍປານໃດ ເພາະຢາວັກຊິນນີ້ ບໍ່ໄດ້ ຜົນໃນການຕໍ່ຕ້ານເຊື້ອໄວຣັສ ສຳລັບພວກ ທີ່ເປັນໂຣກ AIDs ຢູ່ແລ້ວ ເພາະວ່າມັນ ຍັງປ່ອຍໃຫ້ເຊື້ອໄວຣັສ HIVສືບຕໍ່ທໍາລາຍ ລະບົບພູມຕ້ານທານຂອງຮ່າງກາຍຂອງ ພວກຄົນເຈັບຕໍ່ໄປ. ແລະ ເຖິງຢ່າງໃດກໍ ຕາມພວກນັກວິດທະຍາສາດກໍຍັງຢ້ຳາ ວ່າພວກເຂົາເຈົ້າຍັງບໍ່ແນ່ໃຈເທື່ອວ່າຢາ ວັກຊິນທີ່ໃຊ້ກັບພວກທີ່ ຢູ່ປະ ເທດໄທນັ້ນຈະໃຊ້ໄດ້ຜົນກັບເຊື້ອໄວຣັສ HIV ຊະນິດທີ່ແຜ່ລາມຢູ່ສະຫະຣັດ, ອາຟຣິກກາ ຫລືບ່ອນອື່ນໆ ຢູ່ໃນໂລກໄດ້ຫລືບໍ່.

ອີງຕາມສະຖິຕິຂອງອົງການ ອານະໄມໂລກ ຫລື WHO ທີ່ຫາກໍ່ເປີດເຜີຍອອກເມື່ອໝໍ່ໆນີ້ ເຫັນວ່າ ມີ 33 ລ້ານຄົນ ໃນທົ່ວໂລກໄດ້ຕິດເຊື້ອໄວຣັສ HIV ໃນປີ 2007.

ສະນັ້ນ ການຄົ້ນພົບຢາວັກຊິນຊະນິດໃໝ່ດັ່ງກ່າວນີ້ ເປັນບາດກ້າວອັນໃຫຍ່ທີ່ໃຫ້ ຄວາມຫວັງ ແກ່ມະນຸດໂຣກ ວ່າຈະມີຄວາມສາມາດປ້ອງກັນການຕິດ ເຊື້ອໄວຣັສ ອັນກັນດານນີ້ໄດ້ກ່ອນມັນຈະກາຍເປັນໂຣກເອສ.

XS
SM
MD
LG