ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ເສັຽຊີວິດ ຍ້ອນແຜ່ນດິນໄຫວ ໃນອິນໂດເນເຊັຽ ຍັງສືບຕໍ່ ມີຈຳນວນເພີ້ມຂຶ້ນ


ອິນໂດເນເຊັຽ - ແຜ່ນດິນໄຫວ: ເຈົ້າໜ້າທີ່ ອິນໂດເນເຊັຽ ກ່າວວ່າ ຜູ້ເສັຽຊີວິດຈາກແຜ່ນດິນ ໄຫວຂນາດແຮງໃນມື້ວານນີ້ ຍັງສືບຕໍ່ມີຈຳນວນ ເພີ້ມຂຶ້ນ ແລະອີກ ຫລາຍໆພັນຄົນ ຍັງຕົກຄ້າງ ຢູ່ໃນຕຶກອາຄານ ທີ່ພັງລົງມາ. ເຈົ້າໜ້າທີ່ເວົ້າວ່າ ຈຳນວນຜູ້ເສັຽຊີວິດ ໄດ້ເພີ້ມຂຶ້ນ ເປັນບໍ່ຕ່ຳກວ່າ 530 ຄົນແລ້ວ ແຕ່ເຕືອນວ່າ ຈຳນວນພວກທີ່ ເສັຽຊີວິດທັງໝົດ ຂັ້ນສຸດທ້າຍ ອາດເປັນຫຼາຍ ພັນຄົນ. ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 7.6 ຣິກເຕີ້ ໄດ້ເກີດຂຶ້ນ ຢູ່ນອກແຄມຝັ່ງທະເລ ຂອງເກາະສຸມາຕຣາໃນມື້ວານນີ້ແລະເຈົ້າໜ້າທີ່ ກຳລັງຊັ່ງຊາ ຕີຣາຄາເບິ່ງ ຂອບເຂດຂອງ ຄວາມເສັຽຫາຍ. ມາຮອດປັດຈຸບັນ ພວກທີ່ເສັຽ ຊີວິດສ່ວນໃຫຍ່ ມີການລາຍງານ ທີ່ເມືອງ PADANG ໃນເກາະສຸມາຕຣາ ບ່ອນທີ່ຕຶກອາຄານ ຫລາຍກວ່າ 500 ຫລັງ ໄດ້ພັງລົງມາ ຍ້ອນແຜ່ນດິນໄຫວ. ໂຮງໝໍ ໂຮງຮຽນ ແລະໂຮງແຮມຕ່າງໆ ແມ່ນຮວມຢູ່ໃນ ບັນດາຕຶກອາຄານ ທີ່ໄດ້ຮັບຄວາມເສັຽຫາຍ ທີ່ເມືອງ PADANG ຊຶ່ງເປັນຫົວເມືອງ ແຄມທະເລ ທີ່ມີປະຊາຊົນ ອາສັຍຢູ່ 900 ພັນຄົນ.

ສຸນາມິ - ປາຊີຟິກໃຕ້: ເຈົ້າໜ້າທີ່ໃນເຂດມະ ຫາສະມຸດ ປາຊີຟິກຕອນໃຕ້ ເລີ້ມຄົ້ນພົບຊາກ ສົບຈຳນວນນຶ່ງ ຈາກຊາກຫັກພັງ ທີ່ເກີດຈາກ ຟອງຍັກສຸນາມິ 4 ຫົວ. ເກືອບ 150 ຄົນໄດ້ ເສັຽຊີວິດ ເວລາຟອງຍັກສຸນາມິ ໄດ້ທຳລາຍ ຫລາຍໆບ້ານ ແລະບ່ອນພັກຜ່ອນ ຂອງພວກນັກທ່ອງທ່ຽວ ທີ່ເກາະ SAMOA ເກາະ SAMOA ຂອງສະຫະຣັດ ແລະເກາະ TONGA ທີ່ຢູ່ໃກ້ຄຽງ. ຟອງຍັກສຸນາມິ ໄດ້ເກີດຂຶ້ນ ລຸນຫລັງທີ່ໄດ້ເກີດ ແຜ່ນດິນໄຫວຂນາດແຮງ ແທກໄດ້ 8.0 ຣິກເຕີ້ ຢູ່ພື້ນທະເລ. ການບາດເຈັບລົ້ມຕາຍ ສ່ວນໃຫຍ່ ແມ່ນມີຂຶ້ນ ທີ່ໝູ່ເກາະ SAMOA ຄືມີຜູ້ເສັຽຊີວິດ ທັງໝົດ 110 ຄົນ. ອີກ 31 ຄົນ ໄດ້ຮັບການຢືນຢັນວ່າ ເສັຽຊີວິດ ທີ່ເກາະ SAMOA ຂອງສະຫະຣັດ ຂະນະທີ່ອີກ 7 ຄົນ ໄດ້ຮັບການຢືນຢັນວ່າ ເສັຽຊີວິດ ທີ່ເກາະ TONGA. ເຮືອບິນຂົນສົ່ງທະຫານ ທີ່ລຳລຽງປັດຈັຍ ບັນເທົາທຸກ ເຄື່ອງໃຊ້ ແລະອຸບປະກອນຕ່າງໆ ຈາກອອສເຕຣເລັຽ ນິວຊີແລນ ແລະສະຫະຣັດ ໄດ້ໄປເຖິງໝູ່ເກາະ SAMOA ແລະ AMERICAN SAMOA ແລ້ວ. ມີປະຊາຊົນ ຫລາຍສິບພັນຄົນ ບໍ່ມີບ່ອນພັກພາອາສັຍ ຢູ່ທີ່ໝູ່ເກາະ SAMOA.

ໄຕ້ຝຸ່ນເກສນາ: ຂະນະດຽວກັນ ພວກທີ່ລອດ ຊີວິດມາໄດ້ ຈາກລົມພາຍຸໄຕ້ຝຸ່ນເກສນາ ຈຳ ນວນຫລາຍລ້ານຄົນ ໃນທົ່ວເຂດ ເອເຊັຽຕາເວັນອອກສຽງໃຕ້ ກຳລັງລໍຖ້າ ການຊ່ອຍເຫລືອ ຫລັງຈາກລົມພາຍຸຫົວນີ້ ໄດ້ພັດທຳລາຍ ເສັ້ນທາງຜ່ານ ໃນທົ່ວຂົງເຂດ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ເກືອບ 400 ຄົນ. ຂະນະທີ່ ລົມພາຍຸເກສນາ ພັດທຳລາຍ ຂົງເຂດຢູ່ນີ້ ໄຕ້ຝຸ່ນຫົວໃໝ່ ທີ່ແຮງກວ່າເກົ່າ ກຳລັງກໍ່ໂຕຂຶ້ນ ໃນເຂດມະຫາສະມຸດ ປາຊີຟິກ ແລະພວມພັດ ມຸ່ງໜ້າສູ່ ຟີລິບປິນ. ເວລານີ້ ໄຕ້ຝຸ່ນຫົວໃໝ່ ຊື່ PERMA ມີລົມແຮງ ເຖິງ 150 ຫລັກກິໂລແມັດ ຕໍ່ຊົ່ວໂມງ ແລະອາດ ພັດເຂົ້າປະທະ ໝູ່ເກາະຟິລິບປິນ ໃນມື້ວັນເສົາ ຈະມານີ້. ເຈົ້າໜ້າທີ່ ກ່າວວ່າ ໄຕ້ຝຸ່ນເກສນາ ແມ່ນນຶ່ງໃນບັນດາ ລົມພາຍຸທີ່ຮ້າຍແຮງສຸດ ທີ່ໄດ້ພັດເຂົ້າ ຖລົ່ມຂົງເຂດ ໃນຮອບຫລາຍໆປີ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດເກືອບ 280 ຄົນ ທີ່ຟີລິບປິນ. ມີລາຍງານວ່າ ຢ່າງນ້ອຍ 101 ຄົນ ເສັຽຊີວິດ ທີ່ວຽດນາມ ແລະ 11 ຄົນ ທີ່ກຳປູເຈັຽ. ໄຕ້ຝຸ່ນເກສນາ ໄດ້ພັດທຳລາຍເຮືອນຊານ ແລະຫລັງຈາກນັ້ນ ກໍຖືກດິນເຈື່ອນຖົມ ເຮັດໃຫ້ໝົດຄອບຄົວ ເສັຽຊີດວິດ ທີ່ວຽດນາມ ແລະກຳປູເຈັຽ.

ຈີນ - ວັນຊາດ: ຈີນເລີ້ມສເລີມສລອງການ ເຂົ້າກຳອຳນາດ ແລະການປົກຄອງ ຂອງພັກ ຄອມມູນິສ ຄົບຮອບ 60 ປີ ໃນວັນພະຫັດມື້ນີ້ ໂດຍໄດ້ຈັດໃຫ້ມີ ການເດີນສວນສນາມ ທາງທະຫານຄັ້ງໃຫຍ່ ທີ່ນະຄອນຫລວງປັກກິ່ງ. ກອງທັບຈີນ ໄດ້ເລີ້ມພິທີ ດ້ວຍການຍິງປືນໃຫຍ່ ສະດຸດີ ແລະເດີນສວນສນາມ ຜ່ານຈະຕຸຣັດ ທຽນອັນເໝິນ ທີ່ມີການປູ ດ້ວຍພົມສີແດງ. ປະທານປະເທດຈີນ ທ່ານ HU JIANTAO ໄດ້ກວດແຖວທະຫານ ຫຼາຍພັນຄົນ ພ້ອມດ້ວຍຣົດຖັງ ຈຳນວນຫລາຍຮ້ອຍຄັນ ແລະອາວຸດ ຊະນິດອື່ນໆ ໃນຣົດລີໂມຊີນ ກຽດຕິຍົດ ເປີດຫຼັງຄາ. ຫລັງຈາກນັ້ນ ທ່ານ HU ກໍໄດ້ກ່າວສັນເສີນ ກ່ຽວກັບ ຄວາມສຳເຣັດ ຂອງຈີນ ໂດຍໄດ້ຢືນ ຢູ່ບ່ອນດຽວກັນ ກັບທີ່ທ່ານເໝົາເຊຕຸງ ໄດ້ຢືນ ເມື່ອ 60 ປີກ່ອນ ທີ່ຈະຕຸຣັດ ທຽນອັນເໝິນ.ໃນຄຳປາສັຍ ຂອງທ່ານນັ້ນ ທ່ານເວົ້າວ່າ “ສາທາຣະນະຣັດ ປະຊາຊົນຈີນ ພັກຄອມມູນິສຈີນ ທີ່ຍິ່ງໃຫຍ່ ແລະປະຊາຊົນຈີນ ທີ່ຍິ່ງໃຫຍ່ ຈົ່ງໝັ້ນຍືນ!” ນອກນັ້ນ ທ່ານຍັງໄດ້ ປະກາດວ່າ ຈີນຈະສືບຕໍ່ ນະໂຍບາຍ ແຫ່ງສັນຕິພາບ ແລະການຮ່ວມມື ແບບເພື່ອນມິດ ກັບທຸກປະເທດ ໃນໂລກ.

ອີຣ່ານ: ການເຈຣະຈາກ່ຽວກັບໂຄງການນິວ ເຄລັຽ ຂອງອີຣ່ານ ລະຫວ່າງ ປະເທດອີຣ່ານ ແລະ 6 ມະຫາອຳນາດ ໄດ້ເລີ້ມຂຶ້ນແລ້ວ ທີ່ SWITZERLAND. ພວກນັກການທູດຈາກ ສະຫະຣັດ ຣັດເຊັຽ ຈີນ ອັງກິດ ຝຣັ່ງ ແລະເຢັຽຣະມັນ ຫວັງວ່າ ອີຣ່ານ ຈະທຳການເຈຣະຈາ ຢ່າງຈິງຈັງ ກ່ຽວກັບການຍຸຕິກິຈກັມ ໃນດ້ານນິວເຄລັຽ. ບັນດາປະເທດ ຕາເວັນຕົກ ມີຄວາມວິຕົກກັງວົນວ່າ ອີຣ່ານກຳລັງພະຍາຍາມ ທີ່ຈະສ້າງອາວຸດນິວເຄລັຽ ແຕ່ອີຣ່ານກ່າວວ່າ ຕົນກັ່ນທາດຢູເຣນຽມ ເພື່ອຈຸດປະສົງ ໃນທາງສັນຕິ. ຂະນະທີ່ ການເຈຣະຈາ ຫລາຍຝ່າຍ ດຳເນີນໄປທີ່ ນະຄອນເຈນີວາ ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ອາດຈະມີການ ເຈຣະຈາ ທີ່ບໍ່ຄ່ອຍໄດ້ເຫັນກັນ ແບບນຶ່ງຕໍ່ນຶ່ງ ລະຫວ່າງ ເຈົ້າໜ້າທີ່ອີຣ່ານ ແລະນັກການທູດ ອະເມຣິກັນ. ອົງການຂ່າວຣອຍເຕີ້ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ສະຫະຣັດທີ່ ກ່າວວ່າ ສະຫະຣັດ ຈະບໍ່ຂົ່ມຂູ່ອີຣ່ານ ກ່ຽວກັບການ ລົງໂທດເພີ້ມຕື່ມ ໃນການປະຊຸມກັນມື້ນີ້. ແຕ່ເຈົ້າໜ້າທີ່ເວົ້າວ່າ ວໍຊິງຕັນພ້ອມແລ້ວ ທີ່ຈະທຳການ ລົງໂທດຕາມພາຍຫລັງ ຖ້າຫາກມີຄວາມຈຳເປັນ.

ສະຫະຣັດ - ອັຟການິສຖານ: ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ໄດ້ປະຊຸມ ເຈົ້າໜ້າທີ່ ອະວຸໂສ ທາງທະຫານ ແລະທີ່ປຶກສາທາງການເມືອງຢູ່ທີ່ທຳນຽບຂາວ ເພື່ອຊັ່ງຊາຕີຣາຄາ ກ່ຽວກັບຍຸທສາດ ໃນການ ເຮັດສົງຄາມ ໃນອັຟການິສຖານ. ໃນມື້ວານນີ້ ປະທານາທິບໍດີ OBAMA ໄດ້ພົບປະ ກັບສະມາຊິກ ຄົນສຳຄັນໆ ໃນຄະນະຣັຖບານ ພ້ອມໆກັບ ບັນດາຜູ້ບັນຊາການ ທາງທະຫານ ແລະເຈົ້າໜ້າທີ່ອື່ນໆອີກ ທີ່ຫ້ອງຊັ່ງຊາ ສະຖານະການ ຢູ່ທຳນຽບຂາວ. ລາຍລະອຽດ ໃນການພົບປະ ບໍ່ໄດ້ມີການເປີດເຜີຍໃຫ້ຊາບ. ນາຍພົນ STANLEY McCHRYSTAL ຜູ້ບັນຊາການສູງສຸດ ຂອງກຳລັງ ສະຫະຣັດ ໃນອັຟການິສຖານ ກໍໄດ້ຮ່ວມປະຊຸມ ໂດຍການຕິດຕໍ່ ທາງວີດີໂອ. ສ່ວນຜູ້ບັນຊາການ ກຳລັງສະຫະຣັດ ໃນເຂດພາກກາງ ນາຍພົນ DAVID PETRAEUS ກໍໄດ້ເຂົ້າຮ່ວມ ການທົບທວນ ທີ່ວ່ານີ້. ຣັຖບານທ່ານ OBAMA ໄດ້ໃຊ້ເວລາ ຫລາຍໆອາທິດ ທົບທວນເບິ່ງ ຍຸທສາດ ເພື່ອຊອກຫາຊ່ອງທາງໃໝ່ ແກ້ໄຂບັນຫາຂັດແຍ້ງ ໃນອັຟການິສຖານ ທີ່ໄດ້ດຳເນີນມາ ເປັນເວລາເກືອບ 8 ປີແລ້ວ ຊຶ່ງໄດ້ເຮັດໃຫ້ ການສນັບສນຸນ ຂອງປະຊາຊົນ ຫລ່ອຍຫລໍລົງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG