ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຕເລກພວກເສັຽຊີວິດ ຈາກຟອງຍັກສຸນາມິ ໃນເຂດ ມະຫາສະມຸດ ປາຊີຟິກຕອນໃຕ້ ກຳລັງເພີ້ມຂຶ້ນ


ສຸນາມີ - ປາຊີຟິກໃຕ້: ເຈົ້າໜ້າທີ່ກ່າວວ່າ ຈຳນວນພວກເສັຽຊີວິດ ຈາກຟອງຍັກສຸນາມິ ທີ່ພັດເຂົ້າຖລົ່ມ ໝູ່ເກາະໃນເຂດ ມະຫາສະມຸດ ປາຊີຟິກຕອນໃຕ້ ມີທ່າທາງວ່າ ຈະເພີ້ມຂຶ້ນ ເປັນຫລາຍກວ່າ 100 ຄົນ ຫລັງຈາກໄດ້ເກີດ ແຜ່ນດິນໄຫວ ຂນາດແຮງ. ຈຳນວນພວກ ທີ່ເສັຽຊີວິດ ສ່ວນໃຫຍ່ແມ່ນມີ ຂຶ້ນທີ່ເກາະ SAMOA ບ່ອນທີ່ ຢ່າງນ້ອຍມີ 60 ຄົນແລ້ວ ໄດ້ຮັບການ ຢືນຢັນວ່າ ເສັຽຊີວີີດ. ອີກ 24 ຄົນ ໄດ້ຮັບການຢືນຢັນວ່າ ເສັຽຊີວິດ ທີ່ເກາະ SAMOA ຂອງສະຫະຣັດ ຂະນະທີ່ ການເສັຽ ຊີວິດ ຂອງອີກຢ່າງນ້ອຍ 7 ຄົນ ແມ່ນຢູ່ທີ່ເກາະ TONGA ທີ່ຢູ່ໃກ້ໆນັ້ນ. ປະທານາທິບໍດີ ສະຫະຣັດ ໄດ້ປະກາດໃຫ້ ເກາະ AMERICAN SAMOA ເປັນເຂດ ປະສົບພັຍພິບັດ ແລະກຳລັງຈັດສົ່ງ ການຊ່ອຍເຫລືອ ຂອງຣັຖບານກາງ ໄປສນັບສນຸນ ການດຳເນີນ ຄວາມພະຍາຍາມ ໃນການບູຣະນະ ສ້າງສາຄືນໃໝ່ ຢູ່ໃນເຂດທ້ອງຖິ່ນ. ອົງການສຳຣວດ ທໍຣະນີວິທຍາ ຂອງສະຫະຣັດ ກ່າວວ່າ ແຜ່ນດິນໄຫວ ຂນາດແຮງ ແທກໄດ້ 8.0 ຣິກເຕີ້ ໄດ້ເກີດຂຶ້ນ ໃນຕອນເຊົ້າ ຂອງວັນອັງຄານ ວານນີ້ ຕາມເວລາທ້ອງຖິ່ນ ຊຶ່ງໄດ້ພາໃຫ້ ເກີດຟອງຍັກ ສຸນາມີ.

ໄຕ້ຝຸ່ນ - ເກສນາ: ນຶ່ງໄດ້ບັນດາ ລົມພາຍຸ ຮ້າຍແຮງ ໃນຮອບຫລາຍໆປີ ໄດ້ຂຍາຍຂອບ ເຂດໃນການສ້າງ ຄວາມເສັຽຫາຍ ຢູ່ທົ່ວເຂດ ເອເຊັຽຕາເວັນອອກສຽງໃຕ້ ໂດຍໄດ້ພັດທຳລາຍ ຫລາຍໆບ້ານ ໃນກຳປູເຈັຽ ພາໃຫ້ເກີດດິນເຈື່ອນ ໃນວຽດນາມ ແລະພັຍນ້ຳຖ້ວມ ທີ່ນະຄອນຫຼວງ ຂອງຟີລິບປິນ. ເຈົ້າໜ້າທີ່ກ່າວວ່າ ມີຜູ້ເສັຽຊີ ວິດແລ້ວ 298 ຄົນ ແລະກຳລັງມີຈຳນວນ ເພີ້ມຂຶ້ນ. ນາຍົກຣັຖມຸນຕຣີວຽດນາມ ທ່ານ NGUYEN TAN DUNG ໄດ້ອອກການ ຮຽກຮ້ອງສຸກເສີນ ຂໍການຊ່ອຍເຫລືອ ບັນເທົາທຸກ ສຳລັບເຂດທ້ອງຖິ່ນ ເພື່ອຮັບມື ກັບພາຍຸໄຕ້ຝຸ່ນ ເກສນາ ຊຶ່ງເຈົ້າໜ້າທີ່ ເວົ້າວ່າເຮັດໃຫ້ມີຜູ້ເສັຽຊີວິດ 41 ຄົນ ໃນວຽດນາມ. ທີ່ວຽດນາມ ໄຕ້ຝຸ່ນເກສນາ ໄດ້ສ້າງຄວາມເສັຽຫາຍ ໃຫ້ແກ່ເຮືອນຊານ ເກືອບ 170 ພັນຫລັງ ແລະທຳລາຍຜົລປູກ ຢູ່ໃນ 6 ແຂວງ. ມີຢ່າງນ້ອຍ 350 ພັນຄົນ ຕ້ອງໄດ້ຍົກຍ້າຍໜີ ຈາກເຮືອນຊານ ຍ້ອນລົມພາຍຸຫົວນີ້. ຫລັງຈາກພັດເຂົ້າປະທະ ເຂດພາກກາງ ຂອງວຽດນາມແລ້ວ ໄຕ້ຝຸ່ນເກສນາ ໄດ້ເຄື່ອນເຂົ້າໄປ ໃນກຳປູເຈັຽ ບ່ອນທີ່ ເຈົ້າໜ້າທີ່ເວົ້າວ່າ ໄດ້ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 11 ຄົນ. ຂະນະທີ່ ພັດເຂົ້າສູ່ລາວ ໃນວັນພຸດມື້ນີ້ ໄຕ້ຝຸ່ນເກສນາ ໄດ້ອ່ອນກຳລັງລົງ ເປັນພາຍຸເຂດຮ້ອນ.

ກີເນັຽປະທ້ວງ: ກີເນັຽເລີ້ມໄວ້ອາລັຍ ໃນທົ່ວ ປະເທດ ເປັນເວລາ 2 ມື້ ໃຫ້ແກ່ ພວກເຄາະ ຮ້າຍຈາກການປາບປາມ ພວກປະທ້ວງ ຕໍ່ຕ້ານ ຣັຖບານຢ່າງນອງເລືອດ ຂອງພວກທະຫານ. ຮ້ອຍເອກ MOUSSA DADIS CAMARA ຜູ້ນຳ ຣັຖບານທະຫານ ຂອງກີເນັຽໄດ້ປະກາດ ກ່ຽວກັບ ການໄວ້ອາລັຍດັ່ງກ່າວ ໃນລະຫວ່າງການ ກ່າວຄຳປາສັຍ ທາງໂທຣະພາບ ແລງວານນີ້. ນອກນັ້ນ ທ່ານ CAMARA ຍັງໄດ້ຫ້າມ ບໍ່ໃຫ້ມີການ ໂຮມຊຸມນຸມກັນ ຢູ່ຕາມສະຖານທີ່ ສາທາຣະນະຕ່າງໆ ແລະໄດ້ຮຽກຮ້ອງ ໃຫ້ພວກຜູ້ນຳ ທາງສາສນາ ການເມືອງ ແລະພົລເຮືອນ ໃຫ້ລະເວັ້ນ ຈາກກິຈກັມ ທີ່ຈະພາໃຫ້ເກີດ ຄວາມວຸ້ນວາຍ ເພີ້ມຕື່ມ. ບັນດາກຸ່ມ ປົກປ້ອງສິດທິມະນຸດ ເວົ້າວ່າ ມີຜູ້ເສັຽຊີວິດ ຢ່າງນ້ອຍ 157 ຄົນ ແລະຫລາຍກວ່າ 1 ພັນ 200 ຄົນ ໄດ້ຮັບບາດເຈັບ ເວລາກຳລັງ ຮັກສາຄວາມປອດພັຍ ໄດ້ຍິງປືນເຂົ້າໃສ່ ຝູງຊົນປະມານ 50 ພັນຄົນ ທີ່ໂຮມຊຸມນຸມ ປະທ້ວງຢູ່ ທີ່ສນາມກິລາ ໃນນະຄອນ CONAKRY.

ສະຫະຣັດ - ອັຟການິສຖານ: ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ຈະປະຊຸມຄະນະພວກ ນາຍທະຫານອະວຸໂສ ສ່ວນໃຫຍ່ ແລະທີ່ປຶກສາ ທາງດ້ານການເມືອງ ທີ່ທຳນຽບຂາວ ໃນວັນພຸດມື້ນີ້ ເພື່ອແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບການ ເຮັດສົງ ຄາມ ໃນອະນາຄົດ ຢູ່ໃນອັຟການິສຖານ. ການປະຊຸມ ຍຸທສາດທີ່ວ່ານີ້ ຈະຮວມທັງ ຫົວໜ້າສູນບັນຊາການກາງ ຂອງສະຫະຣັດ ນາຍພົນ DAVID PETRAEUS ຮອງປະທາ ນາທິບໍດີ ສະຫະຣັດ ຣັຖມຸນຕຣີ ກະຊວງປ້ອງກັນປະເທດ ຣັຖມຸນຕຣີ ການຕ່າງປະເທດ ແລະທູດພິເສດ ສະຫະຣັດ ຮັບຜິດຊອບ ກ່ຽວກັບອັຟການິສຖານ. ນາຍພົນ STANLEY McCHRYSTAL ຜູ້ບັນຊາການ ກຳລັງສະຫະຣັດ ໃນອັຟການິສຖານ ຈະເຂົ້າຮ່ວມ ການປຶກສາຫາຣື ໂດຍຜ່ານທາງວີດີໂອ. ຣັຖບານທ່ານ OBAMA ໄດ້ໃຊ້ເວລາ ຫລາຍໆອາທິດ ທົບທວນເບິ່ງຍຸທສາດ ໃນການເຮັດສົງຄາມ ຢູ່ໃນອັຟການິສຖານ ເພື່ອພະຍາຍາມຊອກຫາ ຊ່ອງທາງໃໝ່ ທີ່ຈະແກ້ໄຂ ບັນຫາຂັດແຍ້ງເກົ່າ ທີ່ໄດ້ດຳເນີນມາ ເປັນເວລາເກືອບ 8 ປີແລ້ວນັ້ນ.

ສະຫະຣັດ-ອີຣັກ: ຜູ້ບັນຊາການກຳລັງສະຫະຣັດ ໃນອີຣັກ ມີແຜນການ ທີ່ຈະລາຍງານໃຫ້ຣັຖສະພາ ສະຫະຣັດ ຊາບວ່າ ທາງກອງທັບ ຈະສົ່ງກຳລັງທະ ຫານຕື່ມອີກ 4 ພັນຄົນຈາກອີຣັກ ກັບຄືນປະເທດ ໃນເດືອນໜ້ານີ້. ນາຍພົນ RAY ODIERNO ມີ ກຳນົດ ທີ່ຈະໄປໃຫ້ການ ຕໍ່ຄະນະກັມມະການກອງ ທັບ ຂອງສະພາຕ່ຳສະຫະຣັດ ໃນວັນພຸດມື້ນີ້ ກ່ຽວກັບ ການໂອນ ຄວາມຮັບຜິດຊອບ ໃນດ້ານຄວາມປອດ ພັຍ ຈາກກຳລັງສະຫະຣັດ ໃຫ້ແກ່ ກຳລັງອີຣັກ ກ່ອນແຜນການຖອນ ກຳລັງສູ້ຣົບ ຂອງສະຫະຣັດ ອອກຈາກອີຣັກ ພາຍໃນປີໜ້ານີ້. ໃນການກະກຽມ ທີ່ຈະກ່າວໃນການໃຫ້ການ ຕໍ່ຄະນະກັມມະການ ຂອງສະພາຕ່ຳສະຫະຣັດນັ້ນ ນາຍ ODIERNO ເວົ້າວ່າ ສະຫະຣັດ ຈະຫລຸດຈຳນວນທະຫານ ຈາກ 124 ພັນຄົນ ມາເປັນ 120 ພັນຄົນ. ທ່ານເວົ້າວ່າ ການຫລຸດຈຳນວນທະຫານລົງ ຢ່າງກະທັນຫັນດັ່ງກ່າວ ຈະບໍ່ພາໃຫ້ເກີດ ການສ່ຽງ ກ່ຽວກັບບັນຫາ ທາງດ້ານຄວາມປອດພັຍ ຢູ່ໃນອີຣັກ. ການໃຫ້ການຂອງທ່ານ ມີຂຶ້ນຂະນະທີ່ ບັນດາສະມາຊິກ ຣັຖສະພາສະຫະຣັດ ມີຄວາມວິຕົກກັງວົນເພີ້ມຂຶ້ນ ກ່ຽວັບຄວາມສາມາດ ຂອງກອງທັບອີຣັກ ທີ່ຈະຮັບມື ກັບຄວາມຮັບຜິດຊອບ ທາງດ້ານຄວາມປອດພັຍນັ້ນ.

ອີຣ່ານ: ຫົວໜ້າເຈຣະຈາ ໃນດ້ານນິວເຄລັຽຂອງອີຣ່ານ ກ່າວວ່າ ທ່ານກຳລັງ ອອກເດີນທາງໄປຮ່ວມການເຈຣະ ຈາຫາຣືນາໆຊາດ ກ່ຽວກັບໂຄງການນິວເຄລັຽ ຂອງປະ ເທດທ່ານ ດ້ວຍໄມຕີຈິດ. ທ່ານ SAIID JALILI ກ່າວໃນວັນພຸດມື້ນີ້ວ່າ ທ່ານຖືວ່າ ການເຈຣະຈາ ແມ່ນໂອກາດ ໃນທາງບວກ ສຳລັບປະເທດ ທີ່ເຂົ້າຮ່ວມ. ອີຣ່ານ ຈະສົນທະນາຫາຣື ກ່ຽວກັບໂຄງການ ນິວເຄລັຽຂອງຕົນ ກັບ 5 ປະເທດ ສະມາຊິກຖາວອນ ຂອງສະພາ ຄວາມໝັ້ນ ຄົງອົງການ ສະຫະປະຊາຊາດ ແລະເຢັຽຣະມັນ ທີ່ນະຄອນເຈນີວາ ໃນວັນພະຫັດ ມື້ອື່ນນີ້. ແຕ່ຫົວໜ້າ ໂຄງການນິວເຄລັຽ ຂອງອີຣ່ານທ່ານ ALI AKBAR SALE HI ກ່າວໃນມື້ວານນີ້ວ່າ ປະເທດຂອງທ່ານ ຈະບໍ່ສົນທະນາຫາຣື ກ່ຽວກັບສິ່ງໃດ ກໍຕາມ ທີ່ພົວພັນກັບ ສິດທິໃນການກັ່ນທາດຢູເຣນຽມ. ສະຫະຣັດ ປະກາດວ່າ ຈະຍົກເອົາບັນຫານີ້ ຂຶ້ນມາສົນທະນາ ຫາຣືກັນ. ບັນດາປະເທດຕາເວັນຕົກ ໄດ້ກ່າວຫາ ອີຣ່ານວ່າ ພວມຊອກຫາຊ່ອງທາງ ເພື່ອສ້າງອາວຸດນິວເຄລັຽ ຂະນະທີ່ ເຕຫະຣ່ານກ່າວວ່າ ໂຄງການນິວເຄລັຽຂອງຕົນ ມີຈຸດປະສົງ ໃນທາງສັນຕິ ແລະເປັນໂຄງການ ພົລເຮືອນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG