ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຊ່ວຍລາວໃນດ້ານການພັດທະນາດ້ານຊື່ມວນຊົນ


ທາງ​ການ​ລາວ​ກັບ​ຈີນ ​ຢືນຢັນ​ທີ່​ຈະ​ສືບ​ຕໍ່​ການ​ຮ່ວມ​ມື​ກັນໃນ​ການ​ພັດ​ ທະ​ນາ​ສື່​ມວນຊົນ​ຢ່າງ​ໃກ້​ຊິດ ​ໂດ​ຍຫລ້າ​ສຸດ ຈີນ​ໄດ້​ມອບ​ໂອນ​ສະຖາ ນີ​ໂທລະພາບ​ຊ່ອ​ງ​ໃໝ່ ທີ່​ສ້າງ​ຂື້ນ​ດ້ວຍ​ເງິນ​ ຊ່ວຍ​ເຫລືອ​ຂອງຣັຖບານ​ຈີນນັ້ນໃຫ້​ແກ່​ລາວ.

​ເອກ​ອັກຄະລາຊະທູດ​ຈີນ​ປະຈຳ​ນະ​ຄອນ​ຫລວງ​ວຽງ​ຈັນ​ໃນ​ນາມ​ຂອງ​ທາງ​ການ​ລັດ​ຖະບານ​ຈີນ​ໄດ້​ທຳ​ການ​ສົ່ງ​ມອບ​ສະຖານີ​ໂທ​ລະພາບ ​ແຫ່ງ ຊາດລາວ​ຊ່ອງ ​3 ​ແຫ່ງ​ໃໝ່​ໃຫ້​ກັບ​ທາງ​ການ​ ລາວ​ໂດຍ​ມີ​ທ່ານ​ ໝູນ​ແກ້ວ ອໍລະ​ບູນ ລັດຖະ​ມົນຕີ​ກະຊວງ​ຖະແຫລງ​ຂ່າວ ​ແລະ​ ວັດ​ທະນາ​ທຳ ​ເປັນ​ຜູ້​ຮັບ​ມອບ ​ແລະ ​ມີ​ທ່ານ​ ສົມ​ສະຫ​ວາດ ​ເລັ່ງສະຫ​ວັດ ຮອງ​ນາຍ​ົກ ລັດຖະມົນຕີ​, ຜູ້​ປະ​ຈຳ​ການ​ຄະນະ​ລັດຖະບານ​ລາວ​ ຮ່ວມ​ເປັນ​ສັກຂີ​ພິຍານ​ເມື່ອ​ບໍ່​ນານ​ມາ​ນີ້​ຢູ່​ ນະຄອນ​ຫ​ລວງ​ວຽງ​ຈັນ.

​ໂດຍ​ສະຖານີໂທລະ​ການ​ແຫ່ງຊາດລາວ​ຊ່ອງ 3 ​ແຫ່ງ​ໃໝ່​ດັ່ງ​ກ່າວ​ນີ້​ຕັ້ງຢູ່​ບ້ານ​ ສີ​ວິ​ໄລ​ ໃນ​ເຂດເມືອງ​ໄຊ​ທານີ ນະຄອນ​ຫລວງວຽງ​ຈັນຊຶ່ງ​ລັດຖະບານ​ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຫຼ້າ​ແກ່​ລັດຖະບານ​ລາວ ​ແລະ​ດຳ​ເນີນ​ການ​ກໍ່ສ້າງ​ໃຫ້​ດ້ວຍ​ເງິນ​ທຶນຮວມ​ເຖິງ 10 ລ້ານ​ໂດ​ລາ ສະຫະຣັດ ພາຍໃຕ້​ເປົ້າໝາຍ​ເພື່ອ​ການ​ພັດທະນາ​ລະ​ບົບ ການ​ສົ່ງສັນ​ຍານ​ພາບ ​ແລະ​ ສຽງ​ຂອງ​ໂທລະ​ພາບ​ແຫ່ງຊາດລາວ​ໃຫ້​ມີ​ຄວາມ​ຄົມຊັດ ​ແລະ ​ສາມາດສົ່ງ​ສັນຍານ​ໄປ​ໄດ້ໄກ​ກວ່າ​ເກົ່າ​ເປັນ​ສອງເທົ່າ.

ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ສະຖານີ​ໂທລະ​ພາບ​ ຊ່ອງ 3 ​ແຫ່ງ​ເກົ່າທີ່​ໄດ້​ເລີ່​ມ ສົ່ງ​ສັນຍານ ​ແລະ​ອອກ​ອາກາ​ດ ນັບ​ຕັ້ງ​ແຕ່​ປີ 1994 ​ເປັນຕົ້ນມາ ນັ້ນ ມີ​ກຳລັງ​ສົ່ງ​ພຽງ​ແຕ່ 10 KW ​ແລະ​ກໍສາ​ມາດ​ສົ່ງ​ສັນຍານ​ໄດ້​ ຢ່າງຈຳກັດ​ສະ​ເພາະ​ໃນ​ເຂ​ດຕົວເມືອງ​ເທົ່າ​ນັ້ນ. ຫາກ​ແຕ່​ວ່າ​ສຳ​ລັບ​ສະຖານີ​ແຫ່ງ​ໃໝ່ ​ທີ່​ຈີນ​ສ້າງ​ໃຫ້​ດັ່ງ​ກ່າວ​ນີ້ ນອກ​ຈາກ​ຈະ​ມີ​ກຳລັງ​ສົ່ງ​ເຖິງ 20 KW ​ແລະ​ ສາມາດ​ສົ່ງ​ສັນຍານ​ທີ່​ມີ​ຄວາມຄົມ​ຊັດ ​ໄປ​ໄດ້​ໄກ​ກວ່າເກົ່າ​ເຖິງ 2 ​ເທົ່າ​ແລ້ວ ສະຖານີ​ດັ່ງ​ກ່າວນີ້ ກໍ່ຍັງ​ໄດ້​ຮັບ​ການ​ຕອບ​ສະໜອງ​ໃນ​ເລື້ອງ​ຂອງເຄື່ອງ​ໄມ້​ເຄື່ອງ​ມື ​ແລະ​ອຸປະກອນໃໝ່ ໆ ຢ່າງ​ຄົບຊຸດ​. ລວມທັງຍັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຈີນໃນ​ການ​ຝຶກອົບຮົມດ້ານ​ບຸກ ຄະລາ​ກອນຂອງ​ໂທລະ​ພາບ​ລາວ​ ເພື່ອ​ໃຫ້​ສາມາດ​ນຳ​ໃຊ້​ເຄື່ອງ​ໄມ້​ເຄື່ອງ​ມື ​ແລະ​ອຸປະ​ກອນໃໝ່ຕ່າງໆ ​ໄດ້​ຢ່າງ​ມີ​ປະສິດ​ທິພາບອີກ​ດ້ວຍ.

ທັ້ງນີ້​ໂດຍ​ສຳລັບ​ທາງ​ການ​ລາວ​ແລ້ວ​ກໍ່​ຖື​ວ່າ​ທາງ​ການ​ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຢ່າງລ້ຳຄ່າ​ແກ່​ລາວ ​ເພາະ​ນອກຈາກ​ຈະ​ເຮັດ​ໃຫ້​ທາງ​ການ​ລາວ​ສາມາດ​ນຳ​ໃຊ້​ສະຖານີ​ໂທລະພາບ​ດັ່ງ​ກ່າວ​ ໄດ້​ທັນ​ກັບ​ໂອ​ກາດ​ທີ່​ທາງ​ການ​ລາວ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ຊີ​ເກ​ມຄັ້ງທີ່ 25 ທີ່​ຈະ​ມີ​ຂືຶ້ນ​ໃນ​ລ​ະ ຫວ່າງ​ ວັນທີ 9-18 ທັນ​ວາ ​ປີ​ນີ້​ແລ້ວ ​ກໍ່​ຍັງ​ເຮັດໃຫ້​ສາມາດ​ທີ່​ຈະ​ເຊື່ອ​ມ​ຕໍ່​ເພື່ອ​ຮັບ ​ແລະ​ສົ່ງ​ສັນ​ຍານ​ພາບ ​ແລະ​ສຽງ​ກັບ​ສະຖານີ​ໂທ​ລະ​ພາບ​ຂອງ​ຈີນ​ໄດ້​ອີກດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ສຳ​ລັບ​ຜູ້ນຳ​ຂອງ​ລາວ​ແລ້ວ​ກໍ​ຍັງ​ຖື​ວ່າການ​ຮ່ວມ​ມືໃນດ້ານສື່ມວນຊົນລະຫ​ວ່າງ​ລາວ​ກັບ​ຈີນ​ດັ່ງ​ກ່າວ​ນີ້​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະນາ​ຄວາມ​ສຳພັນ​ລະ​ຫວ່າງ​ກັນໃຫ້​ມີ​ຄວາມ​ແນບ​ແໜ້ນຫຼາຍຂຶ້ນ​ນັບ​ມື້​ໃນ​ທຸກໆ​ດ້ານ ​ໂດຍ​ສະ​ເພາະ​ແມ່ນ​ການ​ໃຫ້​ແນວ​ຄິດ​ຂໍ້​ມູນ ​ແລະ​ຂ່າວສານ​ທີ່​ເປັນ​ການ​ເສີມ​ສ້າງຄວາມ​ເຂົ້າ​ໃຈ​ອັນ​ດີ​ລະຫ​ວ່າງ​ປະຊາຊົນ​ຂອງສອງ​ຊາດ ​ແລະ​ໃນ​ຂະນະ​ດຽວ​ກັນບັນດາ​ຂໍ້​ມູນ​ຂ່າວສານ​ຈາກສື່​ມວນ​ຊົນຂອງ​ຈີນ​ນັ້ນກໍ່​ຍັງ​ຈະ​ເປັນ​ປະ​ໂຫຍ​ດຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ອີກດ້ວຍ.

XS
SM
MD
LG