ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທູດສະຫະຣັດ ຢູ່ລາວ ເຕືອນຊາວອະເມຣິກັນ ໃຫ້ຣະມັດ ຣະວັງ ກ່ຽວກັບ ລົມໄຕ້ຝຸ່ນເກສນາ


ເອເຊັຽ - ພາຍຸ: ເຈົ້າໜ້າທີ່ກ່າວວ່າ ພວກທີ່ ເສັຽຊີວິດຈາກພັຍນ້ຳຖ້ວມ ໃນຟີລິບປິນຍັງສືບຕໍ່ ມີຈຳນວນເພີ້ມຂຶ້ນ ຂະນະທີ່ ລົມພາຍຸໄຕ້ຝຸ່ນ ເກສນາ ພັດເຂົ້າຖລົ່ມເຂດພາກກາງ
ຂອງວຽດ ນາມ ໃນວັນອັງຄານມື້ນີ້. ເຈົ້າໜ້າທີ່ ໃນຟີລິບປິນ ກ່າວວ່າ ມີ 240 ຄົນໄດ້ເສັຽຊີວິດ ຍ້ອນພັຍນ້ຳຖ້ວມ ແຕ່ມີທ່າ
ທາງວ່າ ຈຳນວນພວກທີ່ເສັຽຊີວິດ ຈະເພີ້ມສູງຂຶ້ນ. ໃນມື້ວັນເສົາ ຜ່ານມານີ້ ລົມພາຍຸເຂດຮ້ອນ ເກສນາ ໄດ້ພາໃຫ້ເກີດ ຝົນຕົກແຮງສຸດ ຢູ່ໃນຟີລິບປິນ ເທົ່າທີ່ເຄີຍເຫັນມາ ໃນຮອບ
ຫລາຍໆທົສວັດ. ຫລັງຈາກພັດຜ່ານ ຟີລິບປິນແລ້ວ ພາຍຸເຂດຮ້ອນຫົວນີ້ ໄດ້ຮັບແຮງຄືນໃໝ່ ໃນເຂດທະເລຈີນໃຕ້ ຂະນະທີ່ມພັດມຸ່ງໜ້າ ໄປຍັງວຽດນາມ ບ່ອນທີ່ເຈົ້າໜ້າທີ່ກ່າວວ່າ ພັຍນ້ຳຖ້ວມ ແລະລົມແຮງ ເຮັດໃຫ້ມີ ຜູ້ເສັຽຊີວິດແລ້ວ ຢ່າງນ້ອຍ 23 ຄົນ. ກ່ອນພັດເຂົ້າຖລົ່ມ ວຽດນາມນັ້ນ ໄຕ້ຝຸ່ນເກສນາ ມີລົມແຮງເຖິງ 144 ຫຼັກກິໂລແມັດ ຕໍ່ຊົ່ວໂມງ. ພວກເຈົ້າໜ້າທີ່ ໄດ້ຍົກຍ້າຍ ປະຊາຊົນ 170 ພັນຄົນ ໜີອອກຈາກເສັ້ນທາງ ຂອງລົມພາຍຸ.

ສະຖານທູດສະຫະຣັດ: ຂະນະດຽວກັນ ສະຖານທູດ ສະຫະ
ຣັດທີ່ລາວ ໄດ້ອອກແຈ້ງ ການໃຫ້ປະຊາຊົນ ຊາວອະເມຣິກັນ
ຢູ່ໃນລາວ ຊາບ ກ່ຽວກັບລົມໄຕ້ຝຸ່ນ ເກສນາ ທີ່ພວມເຄື່ອນ
ເຂົ້າໄປໃກ້ ແລະອາດຜົນກະທົບ ຕໍ່ພາກກາງຂອງລາວ.
ແຈ້ງການ ເວົ້າວ່າ ອີງຕາມ ລາຍງານຂ່າວແລ້ວ ເປັນທີ່ຄາດກັນ
ວ່າ ໄຕ້ຝຸ່ນ ເກສນາ ຈະພັດເຂົ້າປະທະ ແຄມຝັ່ງທະເລ ໃນເຂດ
ພາກກາງ ຂອງວຽດນາມ ໃນຕອນກາງເວັນມື້ນີ້ ໃນຖານະ ທີ່ເປັນລົມພາຍຸ ໄຕ້ຝຸ່ນປະເພດ 1 ຊຶ່ງມີລົມແຮງເຖິງ 153 ຫລັກກິໂລແມັດ ຕໍ່ຊົ່ວໂມງ. ຖ້າພາຍຸຫົວນີ້ ຫາກມຸ່ງໜ້າໄປ
ຕາມທິດທາງ ທີ່ໄດ້ຄາດຄະເນໄວ້ແລ້ວ ມັນຈະຂ້າມຊາຍແດນ ເຂົ້າສູ່ເຂດພາກກາງ ຂອງລາວ ໃນບໍຣິເວນ ແຂວງສວັນນະເຂດ ແລະແຂວງອ້ອມແອ້ມ ພາຍໃນມື້ນີ້. ຊາວອະເມຣິກັນ ທີ່ອາສັຍ ແລະກຳລັງເດີນທາງ ຢູ່ໃນເຂດ ທີ່ໄດ້ຮັບຜົນ
ກະທົບ ຊຶ່ງມີຮວມທັງສວັນນະເຂດ ແລະທ່າແຂກນັ້ນ ຄວນເອົາມາຕການຣະມັດຣະວັງ ເພື່ອກະກຽມ ຮັບມືກັບ ພາຍຸດັ່ງກ່າວ. ຄວາມແຮງ ຂອງລົມພາຍຸ ໄຕ້ຝຸ່ນເກສນາ ອາດຈະພາໃຫ້ເກີດນ້ຳຖ້ວມ ຢູ່ໃນບາງຂົງເຂດ ແລະລົມ ອາດຈະສ້າງ ຄວາມເສັຽຫາຍ ໃຫ້ແກ່ຕົ້ນໄມ້ ແລະວັດຖຸຕ່າງໆ ທີ່ບໍ່ໄດ້ມີການ ມັດຕິດແໜ້ນ.

ຟີລິບປິນ: ກອງທັບຟີລິບປິນກ່າວວ່າ ທະຫານ ອະເມຣິກັນ 2 ຄົນ ແລະທະຫານມາຣີນຟີລິບປິນຜູ້ນຶ່ງ ໄດ້ເສັຽຊີວິດໃນວັນອັງຄານ
ມື້ນີ້ຍ້ອນ ຣົດເຂົາເຈົ້າ ຢຽບຣະເບີດຝັງດິນ ທີ່ເກາະ JOLO ໃນພາກໃຕ້ ຂອງຟີລິບປິນ. ພັນໂທ ROMEO BRAWNER ໂຄສົກຂອງ ກອງທັບຟີລິບປິນ ກ່າວວ່າ ນອກນີ້ ຍັງມີທະຫານ
ມາຣີນ ຟີລິບປິນອີກ 2 ຄົນ ໄດ້ຮັບບາດເຈັບ ເວລາຣົດເຂົາເຈົ້າ ຢຽບຣະເບີດຝັງດິນ ໃກ້ໆຄ້າຍ ທະຫານມາຣີນແຫ່ງນຶ່ງ ຢູ່ນອກ
ເມືອງ INDANAN. ນີ້ແມ່ນການເສັຽຊີວິດ ຂອງທະຫານ ອະເມຣິ
ກັນຄັ້ງທຳອິດ ນັບແຕ່ປີ 2002 ເປັນຕົ້ນມາ ເວລາທະຫານອະເມ
ຣິກັນທີ່ຮ້ານອາຫານແຫ່ງນຶ່ງ ໄດ້ເສັຽຊີວິດ ຍ້ອນຣະເບີດທີ່ຫ້າງໄວ້ ຢູ່ນອກອາຄານ ໄດ້ແຕກຂຶ້ນ ທີ່ເມືອງ ZAMBOANGA. ສະຫະຣັດ ມີທະຫານ ຈຳນວນນຶ່ງ ປະຈຳການຢູ່ ຟີລິບປິນມາ ແຕ່ປີ 2002 ເພື່ອໃຫ້ຄຳແນະນຳ ແລະຝຶກແອບ ທະຫານຟີລິບປິນ ໃນການປະຕິບັດງານ ເພື່ອຕໍ່ຕ້ານ ພວກກໍ່ການຮ້າຍ.

ວຽດນາມ - ລູກບຸນທັມ: ສານແຫ່ງນຶ່ງໃນ ວຽດນາມ ໄດ້ຕັດສິນໂທດ 6 ຄົນ ໃຫ້ຈຳຄຸກ ຍ້ອນພົວພັນ ໃນຂ່າວນອງນັນ ກ່ຽວກັບການ ຮັບເອົາລູກບຸນທັມທີ່ໄດ້ມີການຂາຍ ເດັກນ້ອຍ ທາຣົກຫລາຍກວ່າ 200 ຄົນ ໃຫ້ແກ່ ຊຶ່ງສ່ວນໃຫຍ່ແລ້ວ ກໍແມ່ນຄູ່ສາມີພັລຍາ ຈາກຕ່າງປະເທດ. ຫົວໜ້າ ຜູ້ພິພາກສາຂອງສານ ທີ່ແຂວງ NAM DINH ກ່າວວ່າ ບຸກຄົນທັງ 6 ໄດ້ຮັບໂທດຈຳຄຸກ ໃນລະຫວ່າງ 2 ຫາ 4 ປີເຄິ່ງ ຍ້ອນໄດ້ລະເມີດ ສິດອຳນາດ ແລະໜ້າທີ່ ແລະອີກ 15 ຄົນ ໄດ້ຮັບການ ຝາກໂທດ ລະຫວ່າງ 15 ຫາ 18 ເດືອນ. ພວກທີ່ຖືກກ່າວຫາ ແມ່ນຮວມທັງ ຫົວໜ້າສູນກາງ ສັງຄົມສົງເຄາະ ພວກນາຍແພດ ນາງພະຍາບານ ແລະເຈົ້າໜ້າທີ່ທ້ອງຖິ່ນ. ມີການກ່າວຫາວ່າ ຕາໜ່າງກ່ຽວກັບ ການຮັບເອົາ ລູກບຸນທັມ ໄດ້ຊື້ທາຣົກ ຈາກພວກແມ່ ທີ່ບໍ່ໄດ້ແຕ່ງງານ ແລະຄອບຄົວ ທີ່ທຸກຍາກຂາດເຂີນ ຫລັງຈາກນັ້ນ ກໍປອມແປງ ເອກກະສານ ອ້າງວ່າເດັກນ້ອຍເຫລົ່ານີ້ ໄດ້ຖືກປະຖິ້ມ ທີ່ສຸກສາລາ ຕາມບ້ານຕ່າງໆ ເພື່ອເຮັດໃຫ້ ພວກເຂົາມີສິດ ເປັນລູກບຸນທັມ ທີ່ຜູ້ຄົນ ຈະມາຮັບ ເອົາໄປໄດ້.

ອີຣ່ານ: ຫົວໜ້າຮັບຜິດຊອບໃນເຣື່ອງນິວເຄລັຽ ຂອງອີຣ່ານ ກ່າວວ່າ ໃນໄວໆນີ້ ເຕຫະຣ່ານ ຈະ ແຈ້ງໃຫ້ ຜແນກການນິວເຄລັຽ ຂອງອົງການ ສະຫະປະຊາຊາດ ຊາບວ່າ ເວລາໃດທີ່ ຜແນກການດັ່ງກ່າວ ຈະສາມາດ ໄປກວດກາເບິ່ງ ໂຮງກັ່ນທາດ ຢູເຣນຽມໃໝ່ ຂອງອີຣ່ານ ທີ່ຫາກໍ ມີການເປີດເຜີຍ ໃຫ້ຊາບນັ້ນ. ທ່ານ ALI AKBAR SALEHI ໄດ້ທຳການປະກາດ ໃນການໃຫ້ສຳພາດ ທີ່ມີການ ນຳອອກເຜີຍແຜ່ ທາງໂທຣະພາບ ຂອງທາງການອີຣ່ານ ໃນວັນອັງຄານມື້ນີ້ ສອງມື້ກ່ອນທີ່ ເຕຫະຣ່ານ ຈະເຈຣະຈາຫາຣື ກ່ຽວກັບໂຄງການ ນິວເຄລັຽຂອງຕົນ ກັບປະເທດ ມະຫາອຳນາດ ຂອງໂລກ ທີ່ນະຄອນເຈນີວາ. ສະມາຊິກ ສະພາອີຣ່ານ ເຕືອນສະຫະຣັດ ແລະມະຫາອຳນາດອື່ນໆ ບໍ່ໃຫ້ເຮັດຄວາມຜິດ ທີ່ເຄີຍກະທຳມາແລ້ວ ຄືນອີກ ໃນການເຈຣະຈາ ໃນວັນພະຫັດ ຈະມານີ້. ສະມາຊິກ ສະພາອີຣ່ານ ອອກຖແລງການ ສະບັບນຶ່ງ ໃນວັນອັງຄານມື້ນີ້ ເວົ້າວ່າ ການເຈຣະຈາ ແມ່ນໂອກາດ “ປະວັດສາດ” ທີ່ຈະດຳເນີນການ ຜ່ານສະພາບການ ບໍ່ໄປບໍ່ມາ ກ່ຽວກັບບັນຫານິວເຄລັຽ.

ອັຟການິສຖານ: ກະຊວງພາຍໃນ ອັຟການິສ ຖານ ກ່າວວ່າ ຣົດໂດຍສານຄັນນຶ່ງ ໄດ້ຢຽບຣະເບີດແຄມທາງ ໃນພາກໃຕ້ ອັຟການິສຖານ ເຮັດໃຫ້ພົລເຮືອນ ເສັຽຊີວິດ 30 ຄົນ ແລະໄດ້ຮັບບາດເຈັບ ອີກ 15 ຄົນ. ເຈົ້າໜ້າທີ່ກ່າວວ່າ ຣະເບີດໄດ້ແຕກຂຶ້ນ ເທິງທາງຫລວງສາຍນຶ່ງ ໃນແຂວງ KANDAHAR ໃນຕອນເຊົ້າ ຂອງວັນອັງຄານມື້ນີ້ ແລະວ່າ ພວກເຄາະຮ້າຍ ແມ່ນຮວມທັງ ແມ່ຍິງແລະເດັກນ້ອຍ ຈຳນວນນຶ່ງ. ເຈົ້າໜ້າທີ່ ຣັຖບານ ໄດ້ຖິ້ມໂທດໃສ່ ພວກຫົວຮຸນແຮງ ທາລີບານ ກ່ຽວກັບການ ວາງຣະເບີດໂຈມຕີ ດັ່ງກ່າວນີ້. ລາຍງານສະບັບນຶ່ງ ຂອງອົງການ ສະຫະປະຊາຊາດ ທີ່ນຳອອກເຜີຍແຜ່ ໃນສັບປະດາແລ້ວ ແຈ້ງວ່າ ຄວາມຮຸນແຮງ ໃນອັຟການິສຖານ ເຮັດໃຫ້ພົລເຮືອນ ເສັຽຊີວິດ ຫລາຍກວ່າ 1 ພັນ 500 ຄົນ ໃນປີນີ້ ຊຶ່ງຫລາຍກວ່າ 2 ສ່ວນ 3 ຂອງຈຳນວນນີ້ ແມ່ນເປັນຜົນ ຈາກການໂຈມຕີ ຂອງພວກຫົວຮຸນແຮງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG