ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິຣ່ານທົດລອງ ລູກສອນໄຟ ທ່ີຍິງໄດ້ໃນໄລຍະໄກ ກ່ອນການເຈຣະຈານີວເຄລັຍ


ຂ່າວ​ສະຖານະ ການ​ໃນ​ອິຣ່ານ: ອິຣ່ານກ່າວ​ວ່າ ຕົນ​ໄດ້​ທຳ​ການ​ທົດ​ລອງ​ຍິງຢ່າງ​ສຳ​ເຣັດຜົນ ​ລູກ​ສອນ​ໄຟ​ທ່ີ​ຍິງ​ໄດ້​ໃນ​ໄລຍະ​ໄກ 2 ລຸູກ ທ່ີ​ບັນດາ​ນັກວິ​ເຄາະ​ດ້ານ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ສາມາດ​ຍິງໄປຮອດອີສຣາ​ແອ​ນ​ແລະ​ພາກ​ໃຕ້​ຂອງ​ຢູ​ໂຣບ ​ໄດ້ນັ້ນ. ​ໂທຣພາບ​ອິຣ່ານໄດ້​ຖ່າຍ​ທອດ​ຮູບ​ພາບໃນ​ວັນ​ຈັນ​ມື້​ນີ້ ທີ່ສະ​ແດງ​ໃຫ້​ເຫັນ​ລູກ​ສອນ​ໄຟຊະນິດທີ່​ຍິງ​ຈາກ​ພາກ​ພື້ນ​ດິນໃສ່​ພື້ນ​ດິນ ພຸ່ງ​ຂຶ້ນ​ຈາກເຂດທະ​ເລຊາຍ​ແຫ່ງ​ນຶ່ງ ​ທ່ີ​ປົກ​ຄຸມ​ດ້ວຍຂີ້​ຝຸ່ນນັ້ນ.
ທ່ານ Javier Solana ຫົວໜ້າ​ຝ່າ​ຍນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ໃນ​ວັນ​ຈັນ​ມື້​ນີ້​ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ​ດັ່ງກ່າວ ຊື່​ງ​ເປັນ​ພາກສ່ວນ​ນື່ງຂອງ​ການ​ຊ້ອມ​ລົບ ທີ່​ມີ​ເປົ້າໝາຍ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ແສນ​ຍານຸພາບ​ທາງ​ທະຫານ​ຂອງ​ອິຣ່ານ. ພວກ​ນັກວິ​ເຄາະ​ດ້ານ​ປ້ອງ​ກັນ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ບາງ​ຄົນ​ເຊື່ອ​ວ່າ ຢ່າງ​ນ້ອຍ​ລູກ​ສອນ​ໄຟ​ລູກ​ນຶ່ງ​ທີ່​ອິຣ່ານທົດ​ລອງ​ຍິງ​ນັ້ນ ສາມາດ​ບັນຈຸ​ຫົວ​ລະ​ເບີດ​ນີວ​ເຄລັຍໄດ້. ສະຫະຣັດ​ແລະ​ພວກ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ​ ຈະ​ຊຸກຍູ້​ໃຫ້​ອິຣ່ານ​ເປີດ​ເຜີຍ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ນີວ​ເຄລັຍ​ຕ່າງໆ​ຂອງ​ຕົນ​ໃຫ້ຮູ້​ໂດຍ​ເຕັມ​ ທ່ີ​ກອງ​ປະຊຸມ​ເຈລະຈາ​ທ່ີ​ນະຄອນ Geneva ​ໃນ​ວັນ​ພະຫັດ​ສັບປະດານີ້. ທ່ານ​ນາງ Hillary Clinton ຣັຖມຸນ​ຕີ​ການ​ຕ່າງປະ​ເທດ​ສະຫະຣັດກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຈະ​ມີ​ການ​ລົງ​ໂທດ​ຕໍ່​ອິຣ່ານຢ່າງ​ເຂັ້ມ​ງວດ​ ຖ້າ​ການເຈລະຈາ​ດັ່ງກ່າວ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​.
ການ​ເລືອກ​ຕັ້ງ​ທີ່ເຢຣະມັນ: ນາຍົກຣັຖມຸນຕີ Angela Merkel ​ແຫ່ງ​ເຢຣະມັນ​ກຳລັງ​ອ້າງ​ເອົາ​ໄຊ ຊະນະ ​ຫລັງ​ຈາກ​ການ​ສຳ​ຫລວງ​ຫາງ​ສຽງ​ຜູ້ຄົນ​ທ່ີ​ຫາ​ກໍ​ອອກ​ມາ​ຈາກ​ໜ່ວຍ​ປ່ອນ​ບັດ​ ສະ​ແດງ​ວ່າພັກ Christian Democrats ຂອງ​ທ່ານ​ນາງ​ ແລະ​ພັກນິຍົມ​ທຸຣະກິດ​ ​ທີ່​ເປັນພາຄີ​ໃໝ່ໃນຣັຖບານປະສົມຂອງ​ທ່ານ​ນາງໄດ້​ຮັບ​ຄະ​ແນນ​ສຽງຢ່າງ​ຫລວງຫລາຍ​ໃນ​ການ​ເລືອກ​ຕັ້ງ​ສະພາແຫ່ງ​ຊາດ ໃນ​ວັນ​ອາທິດ​ວານ​ນີ້​.
ທ່ານ​ນາງ Merkel ກ່າວ​ຕໍ່​ບັນດາ​ພວກ​ສນັບ​ສນຸນທ່ານ​ນາງ​ທີ່​ພາກັນ​ຮ້ອງ​ໂຮຢ່າງ​ຟົດ​ຟື້ນ​ວ່າ ທ່ານ​ນາງ​ຢາກ​ເຫັນ​ທ່ານ​ນາງ​ເອງ​ເປັນ​ນາຍົກ​ຣັຖມຸນຕີຂອງ​ຄົນ​ເຢຣະມັນທັງ​ໝົດ ​ເພື່ອ​ວ່າ​ສະພາບ​ການຈະ​ສາມາດ​ດີ​ຂຶ້ນ​ໄດ້ ​ແຕ່​ທ່ານ​ນາງ​ກ່າວຕື່ມ​ວ່າ ຣັຖບານ​ໃໝ່​ຂອງ​ທ່ານ​ນາງ​ຈະ​ປະ​ເຊີນ​ກັບ​ວຽກ​ງານທ່ີ​ຫຍຸ້ງຍາກຂວາງ​ໜ້າ​ຢູ່.
​ໂທຣະພາບ 2 ຊ່ອງ​ຂອງ​ເຢຣະມັນ​ທຳນາຍ​ວ່າ ພັກ Christian Democrats ​ແລະ​ ​ພັກ Free Democrats ທີ່​ທ່ານ​ນາງ Merkel ​ເລືອກ​ໃຫ້ມາຮ່ວມ​ໃນ​ຄນະຣັຖບານ​ໃໝ່ນັ້ນ ຈະ​ໄດ້​ຮັບ​ສຽງ​ສນັບ​ສນຸນ 48 ​ເປີ​ເຊັນ ໃນ​ຄະ​ແນນ​ສຽງ​ທັງ​ໝົດ. ພາຄີ​ໃນ​ຄນະຣັຖບານ​ປະສົມ​ໃນ​ປັດຈຸບັນ ພັກ​ສັງຄົມ​ປະຊາທິປັດ​ຫລື Social Democrats ອຽງ​ຊ້າຍ ຄາດ​ວ່າ​ຈະ​ໄດ້​ຮັບ​ສຽງ​ສນັບສນຸນ 23 ​ເປີ​ເຊັນ ອັນ​ເປັນ​ສຽງ​ສນັບ​ສນຸນທ່ີ​ຕ່ຳ​ທ່ີ​ສຸດ​ ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ ​ສອງ​ຍຸດຕິ​ລົງ.

ກ່ຽວກັບລາວທີ່ສະຫະປະຊາຊາດ: ເມື່ອວັນເສົາ ວັນທີ 26 ກັນຍາ ຜ່ານມານີ້ ທ່ານທອງລຸນ ສີສຸລິດ ຮອງ

ນາຍົກຣັຖມຸນຕີ ແລະຣັຖມຸນຕີການຕ່າງປະເທດລາວ ໄດ້ຂຶ້ນກ່າວຄຳປາໄສ ຕໍ່ກອງປະຊຸມປະຈຳປີ ທ່ີ64

ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຶ່ງທ່ານໄດ້ເຣີມຕົ້ນດ້ວຍການຮຽກຮ້ອງໃຫ້ບັນດາ ປະເທດ ສະມາຊິກຂອງອົງການສະຫະປະຊາຊາດ ຮ່ວມກັນດຳເນີນຂະບວນການປະຕິຮູບ ເພື່ອເຮັດໃຫ້ອົງການນີ້ ມີລັກສະນະກວ້າງຂວາງ ມີຄວາມໂປ່ງໃສຮອບດ້ານ ແລະມີຄວາມກ້ຳເກິ່ງຫລາຍຂຶ້ນ ທັງມີ ປະຊາທິປະໄຕ ສອດຄ່ອງ

ກັບກົດບັດຂອງຕົນ. ທ່ານທອງລຸນ ກ່າວວ່າ ປະເທດຂອງທ່ານ ສະໜັບສະໜຸນ ແລະພ້ອມແລ້ວ ທ່ີຈະ

ເຂົ້າຮ່ວມ ຢ່າງແຂງຂັນໃນຂະບວນການປະຕິຮູບນັ້ນ. ນອກນັ້ນທ່ານຣັຖມຸນຕີການຕ່າງປະເທດລາວ

ຍັງໄດ້ກ່າວເຖິງບັນຫາອັນເຄັ່ງຮ້ອນຕ່າງໆ ທ່ີປະເຊີນໜ້າປະຊາຄົມໂລກ ຢູ່ໃນເວລານີ້ ເປັນຕົ້ນວ່າ ບັນຫາ

ການແຜ່ຜາຍອາວຸດ ນີວເຄລັຍ ຕະຫລອດທັງບັນຫາລະເບີດທ່ີຍັງບໍ່ທັນແຕກ ທ່ີຍັງສືບຕໍ່ ຄຸກຄາມ

ປະເທດຂອງທ່ານ.

ສະຫະ​ປະຊາ​ຊາດ​ແລະ​ເກົາຫລີ​ເໜືອ: ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ພົບ​ປະ​ກັບ​ເຈົ້າ ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ​ເກົາຫລີ​ເໜືອ​ທ້າ​ນນຶ່ງ ​ແລະ​ຮຽກຮ້ອງ​ໃຫ້ຣັຖບານ​ກຸງ ພຽງ​ຢ້າງ ຟື້ນ​ການ​ເຈຣະຈາ6 ຝ່າຍຄືນ​ກ່ຽວ​ກັບ​ການ​ທັບ​ມ້າງ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນັ້ນ.
ຖະ​ແຫລ​ງການ​ຂອງ​ສະຫະ​ປະຊາ​ຊາດ​ສະບັບ​ນຶ່ງ​ກ່າວ​ວ່າ ທ່ານ​ພັນ​ກິ​ມູນ​ໄດ້​ພົບ​ປະ​ກັບ​ທ່ານ Park Gil Yon ຮອງຣັຖມຸນຕີ​ຕ່າງປະ​ເທດ ເກົາຫລີ​ເໜືອ​ໃນ​ວັນ​ອາທິດ​ວານ​ນີ້​ທ່ີ​ນະຄອນ​ນີວຢອກ ຊຶ່ງ​ທ່ານ​ພັນກິ​ມູນ​ໄດ້​ຊັກ​ຊວນ​ເກົາຫລີ​ເໜືອ​ໃຫ້​ປະຕິບັດ​ຕາມ​ສັນຍານ​ຕ່າງໆ​ທີ່​ຕົນ​ໃຫ້​ໄປ ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ທ່ີ​ວ່າ​ຕົນ​ຢາກ​ເຣີ່ມການ​ເຈຣະຈາ​ກັນ​ຄືນ​ອີກ​ກັບ ສະຫະຣັດ ​ເກົາຫລີ​ໃຕ້ ຈີນ ຍີ່​ປຸ່ນ​ແລະຣັດ​ເຊັຍ​ນັ້ນ. ​ໃນ​ຕົ້ນ​ເດືອນ​ນີ້ ອົງການ​ຂ່າວ​ທາງ​ການ​ຂອງ​ຈີນ​ລາຍ​ງານ​ຂ່າວວ່າ ທ່ານ ​ກິມຢອງ​ອີລ ຜູ້​ນຳ​ເກົາຫລີ​ເໜືອ ​ໄດ້ກ່າວ​ຕໍ່​ເຈົ້າ​ໜ້າ​ທ່ີ​ຈີນ​ທ່ານ​ນຶ່ງ​ທ່ີ​ທຳ​ການ​ຢ້ຽມຢາມ​ເກົາຫລີ​ເໜືອ​ວ່າ ທ່ານ​ມີ​ຄວາມ​ເຕັມ​ໃຈ​ທ່ີ​ຈະ​ເຂົ້າ​ຮ່ວມ​ທັງ ໃນ​ການເຈຣະຈາ​ສອງຝ່າຍ​ ​ແລະ​ຫລາຍ​ຝ່າຍ​ກ່ຽວ​ກັບ​ໂຄງການ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ.


XS
SM
MD
LG