ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິຣ່ານທົດລອງລູກສອນໄຟໃນການຊ້ອມຣົບຂອງຕົນ


ສະຖານະ​ການ​ໃນ​ອິຣ່ານ: ສື່​ມວນ​ຊົນ​ອິຣ່ານ ກ່າວ​ວ່າ ອິຣ່ານໄດ້​ທົດ​ລອງ​ຍິງລູກ​ສອນ​ໄຟທ່ີ​ຍິງ​ໄດ້​ໃນ​ໄລຍະ​ໃກ້ 2 ລູກແລະ​ວາງ​ແຜນ​ທ່ີຈະ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໄລຍະ​ ໄກ​ອີກລູກ​ນຶ່ງ ທ່ີເຊື່ອ​ວ່າ​ຈະ​ສາມາດ​ຍິງໄປເຖິງ​ອີສຣາ​ແອນ​ໄດ້​ນັ້ນ. ​ໂທຣະພາບ​ແຫ່ງ​ຊາດ​ຂອງ​ອິຣ່ານກ່າວ​ວ່າ ນອກ​ນັ້ນ ໜ່ວຍ​ພິທັກ​ການ​ປະຕິວັດ ຍັງ​ໄດ້​ທົດ​ລອງ​ເຄື່ອງ​ຍິງ​ລູກ​ສອນ​ໄຟ​ທ່ີ​ຍິງ​ໄດ້​ຫລາຍ​ລູກ​ພ້ອມ​ກັນ​ບາດ​ດຽວເຊັ່ນ​ກັນ​ໃນ​ວັນ​ອາທິດ​ມື້​ນີ້​ ໃນ​ການ​ເລີ່​ມຕົ້ນ​ການ​ຊ້ອມຣົບ​ຕາມປົກກະ​ຕິ​ຂອງ​ຕົນ. ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ທ່ີ​ຍິງ​ໄດ້​ໃນ​ໄລຍະ​ໄກ ກຳນົດ​ຈະ​ມີ​ຂຶ້ນ​ ໃນ​ວັນ​ຈັນ​ມື້​ອື່ນ. ການ​ຊ້ອມຣົບດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທ່ີ​ຄວາມ​ເຄັ່ງ​ຕຶງ​ກຳລັງ​ເພີ່ມ​ທະວີ ຂຶ້ນ ລະຫວ່າງ​ອີຣ່ານ​ແລະ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ໂຄງ ການນີວ​ເຄລັຍຂອງ​ອິຣ່ານ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ. ອິຣ່ານ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້ໃນ​ສັບປະດາ​ຜ່ານ​ມານ​ວ່າ ຕົນ​ກຳລັງ​ສ້າງໂຮງ​ຫລອມ​ທາດ​ຢູ​ເຣນຽມ​ຂອງ​ຕົນ​ແຫ່ງ​ທີ​ສອງ​ຂຶ້ນ ​ເຖິງ​ແມ່ນ​ສະຫະປະຊາ ຊາດຮຽກຮ້ອງ​ໃຫ້​ຕົນ​ຢຸດ​ເຊົາ​ຫລອມ​ວັດຖຸ​ທ່ີ​ໃຊ້​ສຳລັບ​ເຮັດ​ລະ​ເບີດ​ນີວ​ເຄລັຍໄດ້​ນັ້ນ ​ກໍ​ຕາມ. ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ​ຂອງ​ສະຫະຣັດທ່ານ​ນຶ່ງ​ກ່າວ​ວ່າ ຣັຖບານ​ໂອ​ບາ​ມາ​ວາງ​ແຜນ​ທ່ີ​ຈະ​ບອກ​ອິຣ່ານ​ໃນ​ສັບປະດາ​ນີ້​ ວ່າ​ອິຣ່ານ​ຈະ​ຕ້ອງໄຂ​ສະຖານ​ທ່ີ​ດັ່ງກ່າວ​ ພ້ອມ​ທັງ​ໃຫ້​ມອບ​ເອກ​ກະສາ​ນຕ່າງໆ​ ແລະ​ອຳນວຍ​ໃຫ້​ພວກ​ເຈົ້າ​ໜ້າ​ທ່ີ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ ​ເຂົ້າໄປ​ເບິ່ງ​ສະຖານ​ທີ່​ສຳຄັນ​ຕ່າງໆ​ຂອງໂຄງການ​ຜລິດ​ນີວເຄລັຍ​ຂອງ​ກຸງ​ເຕຮິຣ່ານນັ້ນ.

ທີ່ອັຟການີສຖານ: ຕຳຫລວດອັຟການີສຖານກ່າວວ່າ ຢ່າງໜ້ອຍມີ 4 ຄົນເສຍຊີວິດ ຈາກເຫດການລະເບີດ ທີ່ແນໃສ່ລັດຖະມົນຕີພະລັງງານ.ກຸ່ມຕາລິບານກ່າວວ່າ ພວກເຂົາເເປັນຜູ້ວາງລະເບີດລົດ ທີ່ແນໃສ່ ທ່ານ Ismail Khan ລັດຖະມົນຕີພະລັງງານຂອງອາຟການີສຖານໃນວັນ ອາທິດມື້ນີ້ ແຕ່​ວ່າ​ທ່ານ​ລອດ​ຊີວິດ​ມາ​ໄດ້ພວກເຈົ້າໜ້າທີ່ອັຟການີສຖານກ່າວ ວ່າເຫດການລະເບີດຄັ້ງນີ້ຍັງຜົນ
ໃຫ້ພົນລະເຮືອນທີ່ສັນຈອນໄປມາ​ບົນຖະນົນໃຫຍ່ທີ່​ເນ່ງ​ໃສ່ເດີນຍົນ​ເມືອງ Hearat ​ໄດ້​ຮັບ​ບາດ​ເຈັບ ຢ່າງ​ໜ້ອຍ 17 ຄົນ. ໃນວັນອາທິດມື້ນີ້ເຊັ່ນກັນກອງກຳລັງທີ່ນຳໂດຍ ເນ ໂຕ້ຖະ​ແຫລ​ງວ່າ ທະຫານຂອງຕົນສາມຄົນ ໂຮມທັງທະ ຫານອາເມຣິກັນສອງ ຄົນເສຍ ຊີວິດ​ໃນການໂຈມຕີຂອງພວກກໍ່ການ ຮ້າຍໃນເຂດ ພາກໃຕ້ຂອງອັຟ ການີສຖານໃນລະຍະສອງມື້ຜ່ານມາ. ຂະນະດຽວກັນ ຫ້ອງການຂອງປະທານາທິບໍດີຝລັ່ງ ກ່າວວ່າ ທະຫານ ຝລັ່ງເສຍຊີວິດ 3 ຄົນຈາກອຸບັດເຫດ ທີ່​ສືບ​ເນື່ອງ​ມາ​ຈາກພາຍຸແຮງ ທີ່ປະທະໜ່ວຍຂອງເຂົາເຈົ້າ ຂນະ​ທີ່​ກຳລັງປະຕິບັດງານ​ໃນຕອນກາງ ຄືນ ໃນເຂດຮ່ອມພູກ້ຳຕາເວັນອອກສຽງເໜືອຂອງອັຟການີສຖານນັ້ນ.
ທ່ານ ພັນ ກິມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວເມື່ອວັນ ເສົາວານນີ້ວ່າ ມີພົນລະເຮືອນຈຳນວນ 1500 ຄົນເສຍຊີວິດໃນອັຟກາ ນີສຖານໃນລະວ່າງເດືອນມັງກອນ ແລະເດືອນສິງຫາຂອງປີນີ້.
ທີ່ຟີ​ລິບ​ປິນ :ບັນດາ​ເຈົ້າ​ໜ້າ​ທ່ີ​ຟີ​ລິບ​ປິນກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ປະຊາຊົນ​ຈຳນວນ ຢ່າງ​ນ້ອຍ 73 ຄົນ​ເສັຍ​ຊີວິດ​ ຈາກ​ພາຍຸຝົນຕົກ​ໜັກ​ລູກນຶ່ງ ທີ່ພັດ​ມາ​ປະ​ທະນະ​ຄອນ​ຫລວງ​ມາ​ນີລາ​ ແລະ​ຫລາຍ​ແຂວງໃນ​ພາກ​ເໜືອ​ຂອງ​ປະ​ເທດ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ປະຊາຊົນ​ອີກ​ຫລາຍ​ຄົນ​ຍັງ​ຫາຍ​ສາບ​ສູນ. ການ​ດຳ​ເນີນ​ການ​ຊ່ອຍ​ກູ້​ໄພ​ແລະ​ບັນ​ເທົາ​ທຸກ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ​ໃນນະຄອນຫລວງ ແລະ​ໃນ​ຂົງ​ເຂດ​ອ້ອມ​ແອ້ມ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກ​ພາຍຸເຂດ​ຮ້ອນ​ ທ່ີ​ຊືວ່າ​ລົມພາຍຸ​ເກດສະໜາ​ ນຳ​ຝົນຕົກ​ໜັກມາ​ໃຫ້​ໃນ​ປະລິມານ​ເກືອບຮອດປະລິມານ​ນ້ຳ​ຝົນທີ່​ໄດ້​ຮັບ​ໃນ​ນຶ່ງ​ເດືອນ​ ໃນ​ເວລາພຽງ​ 12 ຊົ່ວ​ໂມງ​ຢູ່ໃນ​ນະ​ຄອນຫລວງ​ ແລະອີກ 20 ກວ່າ​ແຂວງ​ໃນ​ປະ​ເທດ.
ພາຍຸ​ລູກ​ນີ້​ໄດ້​ພັດ​ເອົາ​ບ້ານ​ເຮືອນ​ຫລາຍ​ຫລັງໄປ​ ​ແລະ​ເຮັດ​ໃຫ້​ພວກ​ຍວດ​ຍານ​ພາຫະນະ​ ຕົກ​ຄ້າງ​ຢູ່​ໃນ​ນ້ຳ​ຖ້ວມ​ໃນ​ເຂດ​ອ້ອມ​ແອ້ມເມືອງ​ຫລວງ​. ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ປະຊາຊົນ​ຫລາຍ​ແສນຄົນ​ຖືກບັງຄັບ​ໃຫ້​ຍົກຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ໄປ​ອາ​ໄສ​ຢູ່​ທ່ີ​ພົກ​ພາ​ອາ​ໄສ​ຊົ່ວຄາວ. ​ປະຊາຊົນ​ບາງ​ຄົນ​ໄດ້​ໜີ​ນ້ຳຖ້ວມ ຂຶ້ນ​ໄປຢູ່​ຕາມ​ຫລັງຄາ​ເຮືອນ​ເພື່ອ​ລໍ ຖ້າ​ການ​ຊ່ອຍ​ກູ້​ໄພ. ທ່ານ Gilbert Teodoro ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ບາງ​ ຂົງ​ເຂດ​ນ້ຳ​ໄດ້​ລົດ​ລົງ​ແລ້ວ ​ແຕ່​ສະຖານະ​ການ​ຍັງຢູ​ໃນ​ສະພາບ​ບໍ່​ປອດ​ໄພ​ຢູ່. ມີ​ລາຍ​ງານເຊັ່ນ​ກັນ​ວ່າ ​ໄຟ​ຟ້າ​ໄດ້​ມອດ​ໄປ​ທົ່ວ​ຂົງ​ເຂດ. ພວກ​ເດີນທາງ​ຫລາຍ​ຮ້ອຍ​ຄົນ​ພາກັນ​ຕົກ​ຄ້າງ​ຢູ່​ໃນ​ສະໜາມ​ບິນ​ແລະ​ຕາມເສ້ນ​ທາງນ້ຳ ສາຍຕ່າງໆ.
ກ່ຽວກັບມຽນມ້າ: ທ່ານພັນຄີມູນ ເລຂາທິການອົງການສະຫະປະຊາຊາດ ໄດ້ຮຽກຮ້ອງ​ໄປຍັງ​ກອງປະຊຸມຄະນະລັດຖະມົນຕີຂອງກຸ່ມປະເທດເອເຊຍຕາເວັນ ອອກສຽງ​ໃຕ້ ຫລື​ອາ​ຊ່ຽນ ໃນຕອນແລງວັນເສົາວານນີ້ ​ໃຫ້ສະເຫນີ ​ແນວ​ໂຮມທີ່ເຂັ້ມແຂງແລະເປັນອັນນຶ່ງອັນດຽວກັນ ກັບປະຊາຄົມໂລກ ເພື່ອປັບປຸງສະພາບການຢູ່ໃນມ່ຽນມາ. ທ່ານພັນຄີມູນໄດ້ກ່າວ​ຕໍ່ພວກລັດຖະມົນຕີ​ອາ​ຊ່ຽນ ທີ່​ປະຊຸມ​ກັນຢູ່ສຳນັກ ງານ​ໃຫຍ່ຂອງອົງການສະຫະປະຊາຊາດວ່າ ກຸ່ມປະເທດອາຊ່ຽນມີບົດ ບາດສຳຄັນທີ່ຈະຕ້ອງປະຕິບັດ ປະການທຳອິດ ແລະສຳຄັນທີ່ສຸດກ່ອນ ໝູ່ນັ້ນ ກໍ​ແມ່ນເພື່ອຮັບປະກັນ ສະວັດດີການຂອງຊາວມຽນມາ ແຕ່​ໃນ​ຂນະ​ດຽວ​ກັນ ກໍ​ແມ່ນ​ເພື່ອຜົນປະໂຍດອັນກວ້າງຂວາງແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດດັ່ງກ່າວ.ທ່ານພັນຄີມູນ ໄດ້ບອກບັນດາລັດຖະມົນຕີຕ່າງ ປະເທດຂອງກຸ່ມອາ ຊ່ຽນວ່າ ການປ່ອຍພວກນັກໂທດການເມືອງຈຳນວນຫລາຍຄົນເມື່ອ ໝໍ່ໆມານີ້ ​ໂດຍ​ລັດຖະບານ​ມຽນມາ ອັນເປັນພາກສ່ວນນື່ງຂອງການ ນິລະໂທດກຳ​ໃນ​ຂອບ​ເຂດ​ກວ້າງ​ໃຫຍ່​ກວ່ານັ້ນ ຖືວ່າເປັນບາດກ້າວໄປ ໃນທິດທາງທີ່ຖືກຕ້ອງ ແຕ່ກໍຕ່ຳ​ກວ່າ​ຄວາມ​ຄາດໝາຍຫລາຍ.
ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌: ສະຫະຣັດກຳລັງ​ນຳພາ​ໃນ​ການ​ຊຸກຍູ້​ອີກ​ເທື່ອ​ໃໝ່ ​ເພື່ອໃຫ້ຮີ້ຟື້ນ​ການ​ເຈຣະຈາ​ສັນຕິພາບ ລະຫວ່າງ​ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌ ​ໂດຍໄດ້ ຮຽກຮ້ອງໄປ​ຍັງ​ພວກປະ​ເທດ​ອາຫຣັບໃຫ້​ ໃຫ້ການ​ສນັບ​ສນຸນຫລາຍ ຂຶ້ນ. ທ່ານ​ນາງ​ຮີນ​ລາຣີຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ ໄດ້​ພົບປະ​ກັບ​ບັນ​ດາ​ຜູ້ນຳ 6 ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊັຍ ​ອັນ​ມີ​ປະ​ເທດ Bahrain, Kuwait, Oman, Qatar, ສະຫະຣັດ​ອາຫຣັບ EmiratesແລະSaudi Arabia ​ໃນ​ວັນ​ເສົາ​ວານ​ນີ້​ທ່ີ​ນະຄອນນີວຢອກ.
ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ທ່ານ​ນາງ​ຮີນ​ລາຣີ ​ໄດ້​ກົດ​ດັນ​ພວກ​ຜູ້ນຳປະ​ເທດ​ເຫລົ່າ​ນີ້​ໃຫ້​ຜູກ​ສາຍ​ພົວພັນ​ຂັ້ນ​ປົກກະຕິກັບ​ອີສນຣາ​ແອນ ​ແລະ ໃຫ້ການ​ສັນ​ບສນຸນທາງ​ດ້ານ​ການ​ເງິນ​ແລະ​ການ​ເມືອງ​ຫລາຍ​ຂຶ້ນ ​ແກ່ ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ເລ​ສ​ໄຕ​ນ໌ ທີ່​ໄດ້​ຮຽກ ຮ້ອງ​ໃຫ້​ອີສຣາ​ແອນເຄື່ອນ​ໄຫວ​ໂດຍ​ໄວ​ເຊັ່ນ​ກັນ​ ​ແລະໃຫ້​ກັບ​ຄືນ​ສູ່​ການ​ເຈຣະຈາ​ກັນ​. ໃນ​ລະຫວ່າງ​ທຳ​ການ​ຢ້ຽມຢາມ​ກຸງ​ຮາ​ວາ​ນາ ນະ ຄອນຫລວງ​ຂອງ​ຄີວບາ ໃນ​ວັນ​ເສົາ​ວານ​ນີ້ ທ່ານ Abbas ​ເຕືອນ​ວ່າ​ອີກທາງ​ເລືອກ​ນື່ງນັ້ນແມ່ນ​ຄວາມ​ຮຸນ​ແຮງ ​ແລະ​ອັນ​ນີ້​ບໍ່ແມ່ນ​ສິ່ງ​ທ່ີ​ທ່ານ​ຕ້ອງການ​ສຳລັບ​ປະຊາຊົນ ​ຂອງ​ທ່ານ ​ຫລື​ ​ຂົງ​ເຂດ​ນັ້ນ.

XS
SM
MD
LG