ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ລາວຍັງບໍ່ຮູ້ຄວາມໜາແໜ້ນທີ່ແນ່ນອນຂອງປ່າໄມ້ລາວ ໃນປັດຈຸບັນ


ລັດຖະມົນຕີທ່ານນຶ່ງຂອງ​ລາວ​ຍອມຮັບ​ວ່າ​ ທາງ​ການ​ລາວ​ຍັງບໍ່​ຮູ້​ສະພາບ​ຄວາມ​ໜາ​ແໜ້ນທີ່​ແທ້​ຈິງ​ຂອງ​ປ່າ​ໄມ້​ໃນ​ປະ​ຈຸ​ບັນ​ນີ້​ ສະນັ້ນ ຈຶ່ງຈະ​ໄດ້ຈັດໃຫ້ມີ​ການ​ສຳ​ຫລວດ​ອີກເທື່ອ​ໃໝ່​ໃນ​ປີ 2011ນີ້ ​ໃນຂະນະ ທີ່ການ​ລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້ານັ້ນ​ກັບໄດ້​ກາຍ​ເປັນ​ປັນຫາທີ່ນັບມື້ນັບໃຫຍ່​ຂຶ້ນ​.

ທ່ານຄຳ​ອ້ວນ ບຸບຜາ ລັດຖະມົນຕີ​ປະຈຳ​ສຳ ນັກງານ​ນາຍົກ​ລັດ​ຖະມົນຕີ​ລາວ ​ໄດ້ຖະ ແຫລງຍອມຮັບວ່າ​ໃນ​ປະຈຸ​ບັນ​ນີ້​ ທາງການ​ລາວ​ບໍ່​ສາມາດ​ທີ່​ຈະຮູ້​ໄດ້​ເລີຍ​ວ່າ​ສະພາບ​ຄວາມ​ ໜາ​ແໜ້ນທີ່ເປັນ ຈິງຂອງ​ປ່າ​ໄມ້​ໃນ​ລາວ​ນັ້ນຍັງ​ຄົງ​ເຫຼືອຢູ່​ເທົ່າໃດ​ແທ້ ​ເນື່ອງ​ຈາກ​ວ່າ ການ​ສຳ​ຫຼວດ​ໃນ​ຄັ້ງ ກ່ອນ​ໄດ້​ມີຂຶ້ນ ເມື່ອປີ 2002 ທີ່​ຜ່ານ​ມາ​ແລ້ວ ຊຶ່ງ​ຈາກ​ການ​ສຳ​ຫຼວດ​ໃນ​ຄັ້ງນັ້ນ ກໍ່​ພົບ​ວ່າ​ສະພາບ​ປ່າ​ໄມ້​ຂອງ​ລາວ ຍັງຄົງເຫລືອສະພາບຄວາມ​ ໜາ​ແໜ້ນ ​ຢູ່ 41% ຂອງ​ ພື້ນ​ທີ່​ທັ້ງໝົດໃນປະເທດ ຫຼືຫລຸດ​ລົງເຖີງ 29% ​ເມື່ອ​ທຽບ​ໃສ່​ກັບ​ປີ 1940.

​ເຊິ່ງ​ກໍ່​ໝາຍ​ຄວາມ​ວ່າ​ໃນ​ປີ 2002 ດັ່ງ​ກ່າວ​ສະພາບ​ປ່າ​ໄມ້​ຂອງ​ລາວ​ຍັງ​ຄົງເຫຼືອຢູ່​ ຄິດ​ເປັນ​ເນື້ອທີ່​ລວມ ບໍ່​ເຖິງ 10 ລ້ານ ເຮັກຕາ ຊຶ່ງກໍ່​ຄື​ ສະພາບ​ປ່າ​ໄມ້ຖຶກຕັດ​ທຳ​ລາຍໄປ​ຄິດ​ເປັນ ບໍລິ​ເວນ​ກ້ວາງ​ກວ່າ 7 ລ້ານ ເຮັກຕາ ​ໃນ​ໄລຍະ 62 ປີ ​ຫຼື ຄິດ​ເປັນ​ອັດຕາ​ສະເ​ລ່ຍການ​ຕັດ​ໄມ້​ທຳ​ລາຍ​ປ່າໄປ​ເປັນ​ບໍລິ​ເວນ​ກ້ວາງ​ກວ່າ 113.000 ເຮັກຕາ ​ໃນ​ແຕ່ລະ​ປີ​. ສ່ວນ​ການ​ສຳ​ຫຼວດສະພາບ​ປ່າ​ໄມ້ໃນ​ຄັ້ງຕໍ່​ໄປ​ນັ້ນກໍໄດ້ກຳນົດວ່າ​ຈະ​ມີ​ຂຶ້ນ​ພາຍ​ໃນ​ປີ 2011.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ສະຖານະ​ການ​ກ່ຽວ​ກັບ​ການ​ລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້າເຖື່ອນທີ່​ມີ​ລະດັບ​ຄວາມ​ຮຸນ​ແຮງ​ຫຼາຍຂື້ນ​ນັບມື້ ​ກໍ່​ຍັງ​ເຮັດ​ໃຫ້ ທ່ານ​ຄຳ​ອ້ວນ​ໄດ້ເຄີຍ​ໃຫ້​ຄວາມ​ເຫັນ​ສ່ວນ​ຕົວ​ຂອງ​ທ່າ​ນ​ເອງ​ ດ້ວຍ​ການ​ປະ​ເມີນ​ວ່າ​ສະພ​າບປ່າ​ໄມ້​ໃນ​ລາວ​ໃນ​ປະ​ຈະ​ບັນ​ນີ້​ ຍັງ​ຄົງ​ເຫຼືອ​ຄວາມ​ໜາ​ແໜ້ນຢູ່ ​ບໍ່​ເກີນ 35% ຂອງ​ເນື້ອ​ທີ່​ທັງ​ໝົດ​ເທົ່າ​ນັ້ນ ຊຶ່ງ​ກໍ່​ເປັນ​ຍ້ອນ​ວ່າການຖາງປ່າ​ເຮັດ​ໄຮ່ເລື່ອນລອຍ ​ແລະ ການ​ລັກ​ລອບ​ຕັດ​ໄມ້​ເພື່ອການ​ຄ້າເຖື່ອນ ນັ້ນ​ເອງ.

ທັ້ງນີ້​ໂດຍ​ສະ​ເພາະ​ແມ່ນ​ສະຖານະ​ການ​ກ່ຽວ​ກັບ​ການ​ລັກ​ລອບ​ຕັດ​ໄມ້​ເພື່ອ​ການ​ຄ້າເຖື່ອນນັ້ນ ຍັງ​ນັບ​ເປັນ​ສະຖານະ​ການ​ທີ່​ປະ​ຊາ​ຊົນ​ລາວ​ສ່ວນໃຫຍ່​ໄດ້​ສະແດງ​ຄວາມ​ກັງວົນ​ໃຈ ​ແລະ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍທີ່​ສຸດ​ໃນ​ປະຈຸ​ບັນ​ນີ້​ໂດຍ​ເຖິງ​ກັບ​ໄດ້​ມີ​ການ​ຮຽກຮ້ອງ​ຂໍໃຫ້​ບັນດາສະ​ມາຊິກ​ສະພາ​ແຫ່ງຊາດລາວ​ໄດ້​ຢິບຍົກ​ເອົາ​ປັນຫາ​ດັ່ງ​ກ່າວນີ້​ເພື່ອ​ບັນຈຸ​ເຂົ້າ​ເປັນ​ວາລະ​ສຳຄັນ​ໃນ​ກອງ​ປະຊຸມ​ສະໄໝສາມັນຂອງ​ສະພາແຫ່ງ​ຊາດ​ລາວ​ມາ​ແລ້ວ​ຫຼາຍຄັ້ງ.

ແລະ​ດ້ວຍ​ກະ​ແສ ການ​ຮຽກ​ຮ້ອງ​ຂອງ​ປະຊາຊົນ​ລາວ​ດັ່ງ​ກ່າວນີ້ ​ກໍ່​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ເກີດ​ກະ​ແສ​ການ​ຮຽກ​ຮ້ອງ​ໃນ​ສະພາ​ແຫ່ງ​ຊາດ​ລາວ​ ເພື່ອ​ຂໍໃຫ້​ລັດຖະບານ​ລາວ​ເພີ້ມມາດ​ຕະການເຂັ້ມງວດ​ໃຫ້ຫລາຍຂຶ້ນ ເຂົ້າ​ໃນ​ການ​ກວດກາເພື່ອ​ປາບ​ປາມການ​ລັກລອບ​ຕັດໄມ້​ເພື່ອ​ການ​ຄ້າເຖື່ອນ​ໃຫ້​ມີ​ປະສິດ​ທິພາບ​ຢ່າງ​ແທ້​ຈິງ​.

ການ​ລັກລອບ​ຕັດໄມ້ທຳລາຍປ່າດັ່ງກ່າວນີ້ຍັງໄດ້ ກວາມເຂົ້າໄປເຖິງ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດຂອງລາວອີກດ້ວຍ. ສຳລັບເຂດ​ທີ່​ຖືກຕັດ​ໄມ້​ເພື່ອ​ການ​ຄ້າເຖື່ອນຫຼາຍທີ່​ສຸດ​ນັ້ນກໍ່​ຄື​ເຂດ ພູເຂົາຄວາຍ ​ແລະ​ເຂດ ພູພະນັງຊຶ່ງ​ໃນ​ປີ​ທີ່​ຜ່ານ​ມາຕຳຫລວດລາວ​ສາມາດ​ຢຶດໄມ້​ຂອງກາງ​ໄດ້​ຫຼາຍກວ່າ 18.000 ແມັດກ້ອນ.

XS
SM
MD
LG