ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອຸດສາຫະກຳຕຶກເຊົ່າທີ່ໃຊ້ທຳການຄ້າຂາຍອາດເປັນໄພຂົ່ມຂູ່ຕໍ່ ເສດຖະກິດ


ອຸດສະຫະກຳຕຶກເຊົ່າ ທີ່ໃຊ້ໃນດ້ານການຄ້າ ນັ້ນ ອາດເປັນອຸດສະຫະກຳຕໍ່ໄປທີ່ປະເຊີນ ໜ້າກັບວິກິດການ ການເງິນເພາະວ່າ ບັນ ດາ ທະນາຄານ ແມ່ນໄດ້ໃຫ້ເງິນກູ້ຢືມ ສຳ ລັບ ດ້ານນີ້ໃນຈຳນວນຫລວງຫລາຍ, ປະ ກອບກັບລາຄາຊັບສິນພານິດຕົກຕໍ່າ ຈຶ່ງ ເປັນ ການຍາກທີ່ ພວກເຈົ້າຂອງຕຶກຈະ ສາມາດ ຈ່າຍໜີ້ຄືນໄດ້.

ການພັງທະລາຍຂອງຕະຫລາດ ອະສັງຫາ ຣິມະຊັບ ຂອງອາເມຣິກາ ເປັນສາເຫດຕົ້ນ ຕໍທີ່ພາໃຫ້ເກີດມີ ສະພາວະເສດຖະກິດ ຖົດ ຖອຍໃນທົ່ວໂລກ. ຕະຫລາດດັ່ງກ່າວ ປັດຈຸ ບັນນີ້ ໄດ້ເລີ້ມສົ່ງສັນຍານ ວ່າຈະມີຄວາມ ແຈ່ມໃສຂຶ້ນ ພາຍຫລັງທີ່ລາຄາເຮືອນຊານ ໄດ້ຕົກຕໍ່າລົງ ແລະ ມີການສ້າງບ້ານເຮືອນ ຂຶ້ນ ຫລາຍກວ່າຄວາມຕ້ອງການຂອງຕະຫລາດ ໃນໄລຍະ 3ປີ ທີ່ຜ່ານມາ.

ແຕ່ວ່າດຽວນີ້ ມີຄວາມກັງວົນອັນໃໝ່ຂຶ້ນມາວ່າ ທະນາຄານຕ່າງໆ ອາດປະເຊີນກັບການ ຂາດທຶນ ຢ່າງໃຫຍ່ຫລວງໃນຕະຫລາດ ອະສັງຫາຣິມະຊັບພານິດ ຫລືອາຄານການຄ້າ. ເນື່ອງຈາກວ່າມີ ຜົນສະທ້ອນຈາກເສດຖະກິດທີ່ຊຸດໂຊມອັນນຶ່ງ ຕໍ່ຕະຫລາດນີ້ ຈຶ່ງເຮັດໃຫ້ ຄວາມຕ້ອງການເຊົ່າສະຖານທີ່ເພື່ອໃຊ້ ເປັນຫ້ອງການ ຫລື ການຄ້ານັ້ນໄດ້ຫລຸດລົງ, ເຊິ່ງ ກໍ ໄດ້ສົ່ງຜົນເຮັດໃຫ້ເຈົ້າຂອງອາຄານມີລາຍຮັບນ້ອຍ ແລະ ກໍເກັບຄ່າເຊົ່າຫ້ອງໜ້ອຍລົງ. ເຫດການດັ່ງກ່າວນີ້ ໄດ້ເຮັດໃຫ້ມີຄວາມກົດດັນສູງເປັນພິເສດ ຕໍ່ເຈົ້າຂອງອາຄານທີ່ໄດ້ກູ້ ຢືມເງິນ ຈຳນວນຫລວງຫລາຍ ເພື່ອ ມາປຸກ ສ້າງອາຄານການຄ້າຕ່າງໆນັ້ນ.

ການໃຫ້ຢືມເງິນໄດ້ຢ່າງງ່າຍດາຍຊ່ວຍໃຫ້ເກີດມີການພຸ້ງໂຕຂຶ້ນ ຂອງການປຸກສ້າງອາຄານ ພານິດໄວເກີນຄວນ ເຊິ່ງເປັນເຫດໃຫ້ຕະຫລາດດັ່ງກ່າວຖີບຕົວໄປເຖິງຈຸດສູງສຸດໃນປີ 2007.

ບັດນີ້ ການຊັກຊ້າໃນການຈ່າຍໜີ້ຄືນ ນັບ ມື້ນັບເພີ້ມທະວີຂຶ້ນ. ເກືອບ 3% ຂອງ ການຈ່າຍເງິນກູ້ເພື່ອ້ຊື້ອາຄານການຄ້າ ແມ່ນຊັກຊ້າ ຢ່າງໜ້ອຍ 90 ມື້ ໃນຊ່ວງໄລ ຍະເດືອນ ເມສາ ແລະ ເດືອນ ມິຖຸນາ ເຊິ່ງ ເປັນຕົວເລກທີ່ສູງກວ່າປີກາຍນີ້ ເຖິງສອງ ເທົ່າ.

ບໍລິສັດໃຫ້ເງິນກູ້ໃຫຍ່ລາຍນຶ່ງ ຂາດທຶນ ຫລາຍກວ່າ 1.500 ລ້ານໂດລາ ໃນໄຕ ມາດທີ 2 ຂອງປີງົບປະມານນີ້.

ກຸ່ມທະນາຄານ Capmark Financial Group ເວົ້າວ່າ ກຸ່ມດັ່ງກ່າວອາດຈະຂໍການ ປົກປ້ອງການລົ້ມລະລາຍ ນໍາຜູ້ໃຫ້ເງິນກູ້ ຢືມແກ່ຕົນ. ທະນາຄານຂະໜາດນ້ອຍ ແລະ ຂະໜາດກາງ ກໍກຳລັງປະເຊີນກັບ ໄພຂົ່ມ ຂູ່ຕໍ່ການລົ້ມລະລາຍນັບມື້ນັບເພີ້ມທະວີຂຶ້ນເຊັ່ນກັນ.

ເງິນກູ້ຢືມ ເພື່ອຊື້ອະສັງຣິມະຊັບ ທີ່ໃຊ້ເຂົ້າໃນການທຳການຄ້ານັ້ນສ່ວນໃຫຍ່ ມີກໍານົດສົ່ງ ໃນເວລາ 10 ປີ ຫລືໜ້ອຍກວ່ານັ້ນ.

ແຕ່ວ່າບັນຫາທີ່ວ່າມານີ້ ບໍ່ເກີດຂຶ້ນພຽງແຕ່ຢູ່ໃນ ສະຫະຣັດເທົ່ານັ້ນ. ຄ່າເຊົ່າອາຄານການ ຄ້າຢູ່ Moscow, Hong Kong, Singapore ແລະ Mumbai ກໍໄດ້ຕົກລົງເຖິງ 30% ຫລື ຫລາຍກວ່ານັ້ນ ເຊັ່ນກັນ.

XS
SM
MD
LG