ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທອາດຕ້ອງໃຊ້ກົດໝາຍວ່າດ້ວຍຄົນເຂົ້າເມືອງຜິດໝາຍເພື່ອສົ່ງຊາວມົ້ງ ຫ້ວຍນ້ຳຂາວຄືນລາວ


ທາງການໄທຈະດຳເນີນມາດຕະການທາງກົດໝາຍ ວ່າດ້ວຍການເຂົ້າເມືອງຜິດກົດໝາຍຕໍ່ ຊາວມົ້ງ ຢູ່ສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວ ເພື່ອທີ່ຈະສົ່ງຊາວມົ້ງທຸກຄົນ ກັບຄືນໄປ ລາວໃຫ້ໄດ້ທັງໝົດພາຍໃນ 2 ເດືອນຂ້າງໜ້າ.

ພັນເອກ ປະສິດທິພົງ ມູນດີ ເສນາທິການໜ່ວຍ ສະເພາະກິດຂອງກອງທັບ ພາກທີ 3 ຂອງໄທ, ຜູ້ຮັບຜິດຊອບບັນຫາຊາວມົ້ງລາວ​ທີ່ພັກ​ອາ​ໃສ​ຢູ່​ສູນ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ ນ້ຳຂາວ​ໃນ​ເຂດ​ອຳ​ເພີ​ເຂົາຄໍ້, ຈັງຫ​ວັດເພັດ​ສະບູ​ນ ທາງ​ພາກ​ເໜືອ​ຕອນຫ​ລ່າງ ຂອງ​ປະ​ເທດໄທ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ມາດ​ຕະການ​ຕໍ່​ໄປ​ທີ່​ທາງ​ການໄທຈະ​ດຳ​ເນີນ​ກັບ​ບັນດາ​ຊາວ​ມົ້ງລາວ​ທຸກ​ ຄົນ​ທີ່ຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ​ດັ່ງ​ກ່າວ​ກໍ່​ຄື ​ການ​ປະຕິບັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ເມືອງໄທຜິດ​ກົດໝາຍ​ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ຊາວ​ມົ້ງທຸກ​ຄົນ​ຈະຖືສົ່ງ​ຕົວ​ກັບ​ຄືນ​ໄປ​ລາວ​ໃນຖານະ​ ຄົນ​ເຂົ້າ​ເມືອງ​ໄທ​ໂດຍຜິດ​ກົດ​ໝາຍ​ນັ້ນ​ເອງ.

​ສາ​ເຫດ​ທີ່​ເຮັດ​ໃຫ້​ທາງ​ການ​ໄທ​ຕ້ອງ​ປະຕິບັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ ເຂົ້າ​ເມືອງ​ໂດຍ​ຜິດ​ກົດໝາຍ​ຕໍ່​ບັນ​ດາ​ຊາວ​ມົ້ງກໍ່​ຍ້ອນວ່າ​ຊາວ​ ມົ້ງສ່ວນໃຫຍ່​ຍັງ​ຄົງ​ບໍ່​ຍອມ​ສະມັກ​ໃຈ​ເດີ​ນທາງ​ກັບ​ຄືນ​ໄປ​ລາວ ​ໃນ​ຂະນະ​ທີ່​ທາງ​ການ​ລາວ ​ແລະ​ ໄທ​ນັ້ນ ກໍ​ໄດ້​ຕົກລົງ​ຮ່ວມ​ກັນ​ແລ້ວ​ວ່າຈະ​ດຳ​ເນີນ​ການ​ສົ່ງ ​ແລະ​ ຮັບ​ເອົາ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງໝົດ​ພາຍ​ໃນ​ທ້າຍ​ປີ​ນີ້ ​ແລະ​ ເມື່ອປະ​ກອບ​ກັບ​ໃນຊ່ວງ​ເດືອນ​ ທັນ​ວາປີນີ້ ລັດຖະບານ​ລາວ​ກໍ່​ຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ SEA Games ຄັ້ງທີ່ 25 ອີກດ້ວຍ​ແລ້ວ​ຈຶ່ງ​ເຮັດ​ໃຫ້​ຕ້ອງ​ດຳ​ເນີນ​ການ​ສົ່ງ ​ແລະ​ຮັບເອົາ​ຊາວ​ມົ້ງ​ໃຫ້​ໄດ້​ທັ້ງໝົດ​ພາຍ​ໃນ​ເດືອນ ພະຈິກນີ້ ​ເປັນ​ຢ່າງ​ຊ້າ.

ກ່ອນ​ໜ້າ​ທີ່ ທາງ​ການ​ໄທ​ໄດ້​ທຳ​ການ​ສຳ​ຫຼວດ ​ແລະ​ພິຈາລະນາບັນດາ​ພະຍານ​ຫຼັກຖານ​ຕ່າງໆລວມ​ໄປເຖິງ​ການ​ສອບ​ປາກ​ຊາວ​ ມົ້ງດ້ວຍ​ນັ້ນກໍ່​ເຮັດ​ໃຫ້​ພົບ​ວ່າ​ໃນ​ຈຳ​ນວນ​ຊາວ​ມົ້ງຫຼາຍກວ່າ 8.000 ຄົນ ​ທີ່​ໄດ້​ພາກັນ​ເດີນທາງ​ອອກ​ຈາກ​ລາວ​ມາ​ພັກ​ອາ​ໃສ​ຢູ່​ສູນຮອງຮັບ​ບ້ານ​ຫ້ວຍ ນ້ຳ ຂາວ ນັບ​ແຕ່​ປີ 2004 ​ເປັນ​ຕົ້ນມານັ້ນ ສ່ວນ​ໃຫຍ່ ​ກໍ​ຄື 92% ​ເປັນ​ຊາວ​ມົ້ງລາວ​ທີ່​ເດີນທາງ​ເຂົ້າມາ​ໃນ​ໄທ​ດ້ວຍ​ເຫດຜົນ​ທາງ​ເສດ​ຖະ​ກິດ ສ່ວນ 8% ທີ່​ຍັງເຫຼືອກໍ​ອາດມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ພວກ​ເຂົາ​ເຈົ້າເຄີຍ​ເປັນ​ທະ ​ຫານ CIA ຂອງ​ສະ​ຫະ​ລັດ ​ອາ​ເມ​ຣິ​ກາ​ໃນ​ໄລ​ຍະ​ສົງຄາມ​ອິນ​ໂດ​ຈີນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ພັນ​ເອກ​ປະສິດ​ທິ​ພົງ ກໍ່​ໄດ້​ເນັ້ນ​ຢໍ້າວ່າ​ຂໍ້​ມູນ​ດັ່ງ​ກ່າວນີ້ ​ຍັງ​ຄົງ​ເປັນ​ພຽງ​ແຕ່​ຂໍ້​ມູນ​ໃນ​ຂັ້ນ​ເບື້ອງຕົ້ນ ຈຶ່ງ​ບໍ່ສາມາດ​ທີ່​ຈະ​ໃຊ້​ປະກອບ​ການ​ພິຈາລະນາ​ຕັດສິນ​ໃຈ​ ​ແນວ​ໃດ​ແນວ ນຶ່ງ​ຕໍ່ຊາວ​ມົ້ງທີ່​ຈັດ​ຢູ່​ໃນ​ກຸ່ມນີ້ ​ໄດ້​ແຕ່​ຢ່າງ​ໃດ​ ຊຶ່ງ​ກໍໝາຍຄວາມ​ວ່າ ການ​ດຳ​ເນີນ​ການ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ນັ້ນ ກໍ​ຈະຍັງ​ຄົງ​ມີ​ການ​ດຳ​ເນີນການຕໍ່​ໄປ. ​

​ນັບ​ຈາກ​ປີ 2007 ​ເປັນຕົ້ນມາ ທາງ​ການ​ໄທ ​ໄດ້​ສົ່ງ​ຊາວ​ມົ້ງກັນ​ຄືນ​ໄປໃຫ້​ກັບ​ທາງ​ການ​ລາວ​ແລ້ວ ຈຳນວນ​ຫລາຍ​ກວ່າ 3.000 ຄົນ ຊຶ່ງ​ກໍເຮັດ​ໃຫ້ຍັງເຫລືອ​ຊາວ​ມົ້ງ ອີກເກືອບ 4.000 ກວ່າ​ຄົນ ທີ່​ຈະ​ຖືກ​ທາງ​ການ​ໄທ​ສົ່ງ​ກັບ​ຄືນ​ໄປ​ລາວ​ໂດຍ​ການບັງຄັບ​ໃຊ້​ກົດ​ໝາຍວ່າ​ດ້ວຍ​ການ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ​. ທັ້ງນີ້​ກໍ່​ເນື່ອງ​ຈາກ​ທາງ​ການ​ລາວ ​ແລະ​ ໄທນັ້ນຖືວ່າ​ຊາວ​ມົ້ງ​ເຫຼົ່ານີ້​ເປັນ​ ພຽງ ບັນຫາ​ຄົນ​ເຂົ້າ​ເມືອງ​ໂດຍ​ຜິດ​ກົດໝາຍມາ​ໂດຍ​ຕະຫລອດ ຈຶ່ງ​ບໍ່​ຍອມ​ອານຸ ຍາດ​ໃຫ້ອົງການ ຂອງ​ສາກົນ ​ໂດຍ​ສະ​ເພາະ​ແມ່ນ UNHCR ​ເຂົ້າມາ​ຫຍຸ້ງກ່ຽວແຕ່​ຢ່າງ​ໃດ.

XS
SM
MD
LG