ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ເປີດເຜີຍໃຫ້ຊາບ ກ່ຽວກັບໂຮງກັ່ນທາດຢູເຣນຽມ ແຫ່ງທີ 2 ຂອງຕົນ


ອີຣ່ານ - ນິວເຄລັຽ: ອີຣ່ານໄດ້ເປີດເຜີຍໃຫ້ ຊາບ ກ່ຽວກັບໂຮງກັ່ນທາດຢູເຣນຽມແຫ່ງທີ 2 ຂອງຕົນ. ອົງການພະລັງງານ ປະຣະມະນູສາ ກົນ ກ່າວວ່າ ຕົນໄດ້ຮັບໜັງສືສະບັບນຶ່ງ ຈາກ ອີຣ່ານ ໃນຕົ້ນອາທິດນີ້ ທີ່ເວົ້າວ່າ ໂຮງກັ່ນດັ່ງ ກ່າວກຳລັງຢູ່ໃນລະຫວ່າງການກໍ່ສ້າງ. ຜແນກ ການ ຂອງອົງການສະຫະປະຊາຊາດ ເວົ້າຕື່ມ ວ່າ ຕົນໄດ້ທວງເຖິງສິດທິ ໃນການກວດກາ ໂຮງກັ່ນຢູເຣນຽມທີ່ວ່ານີ້ ເພື່ອປະກັນວ່າ ບໍ່ໄດ້ ມີການລະເມີດ ກ່ຽວກັບການປົກປ້ອງຄຸ້ມຄອງ ການຫ້າມແຜ່ຜາຍ ອາວຸດນິວເຄລັຽ. ປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ຈະຖແລງຂ່າວກ່ຽວກັບເຣື່ອງດັ່ງກ່າວໃນຕອນ ເຊົ້າ ຂອງວັນສຸກມື້ນີ້. ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ທ່ານ OBAMA ພ້ອມໆກັບ ຜູ້ນຳ ຂອງຝຣັ່ງ ແລະອັງກິດ ຈະກ່າວຫາອີຣ່ານ ໃນ ການປິດບັງ ໂຮງງານດັ່ງກ່າວ ເປັນເວລາຫລາຍໆປີ ຈາກຄະນະ ກວດກາອາວຸດ ຂອງ ນາໆຊາດ. ລາຍງານຂ່າວ ແຈ້ງວ່າ ເມື່ອໄວໆມານີ້ ອີຣ່ານໄດ້ພົບເຫັນວ່າ ຜແນກສືບລັບ ຂອງປະເທດຕາເວັນຕົກ ໄດ້ຕິດຕາມເບິ່ງ ກ່ຽວກັບການພັທນາ ໂຄງການດັ່ງກ່າວ.

ກຸ່ມຈີ 20: ທຳນຽບຂາວກ່າວວ່າ ປະເທດໃນກຸ່ມຈີ 20 ຊຶ່ງປະກອບດ້ວຍບັນດາປະເທດທີ່ຈະເຣີນກ້າວ ໜ້າ ແລະປະເທດ ທີີ່ກຳລັງພັທນາ ເສຖກິດນັ້ນ ຈະກາຍເປັນກຸ່ມ ອະພິປາຍທີ່ຄອບງຳ ກ່ຽວກັບເສຖ ກິດຂອງໂລກ. ຖແລງຂ່າວສະບັບນຶ່ງທີ່ນຳອອກເຜີຍ ແຜ່ໃນຕອນແລງ ຂອງມື້ວານນີ້ ເວົ້າວ່າ ພວກຜູ້ນຳ ຂອງໂລກ ທີ່ພວມປະຊຸມກັນ ຢູ່ນະຄອນ PITTSBURG ໃນຣັດ PENNSYLVANIA ນັ້ນ ໄດ້ເຫັນພ້ອມນຳກັນ ໃຫ້ກຸ່ມຈີ 20 ເປັນກຸ່ມອະພິປາຍ ທີ່ມີຄວາມສຳຄັນ ອັນດັບນຶ່ງ ກ່ຽວກັບການຮ່ວມມື ທາງດ້ານເສຖກິດ. ກຸ່ມຈີ 8 ຫລື 8 ປະເທດ ທີ່ຈະເຣີນ ທາງດ້ານອຸສາຫະກັມ ຖືກພິຈາຣະນາວ່າ ເປັນກຸ່ມມີເສຖກິດ ນຳໜ້າໃນໂລກ. ແຕ່ຖແລງຂ່າວ ຂອງທຳນຽບຂາວ ເວົ້າວ່າ ການປ່ຽນແປງ ຢ່າງໃຫຍ່ຫລວງ ກ່ຽວກັບເສຖກິດຂອງໂລກ ບໍ່ໄດ້ສະທ້ອນເຖິງ ໂຄງສ້າງຂອງເສຖກິດໂລກ ໃນປັດຈຸບັນ. ທຳນຽບຂາວກ່າວວ່າ ການຕັດສິນ ໃຈທີ່ວ່ານີ້ ໄດ້ນຳເອົາປະເທດຕ່າງໆ ທີ່ຈຳເປັນ ໃນການສ້າງເສຖກິດຂອງໂລກ ໃຫ້ເຂັ້ມແຂງກວ່າເກົ່າ ແລະມີຄວາມກ້ຳເກິ່ງ ຫລາຍຂຶ້ນ ມາເຂົ້າຮ່ວມ ການສົນທະນາຫາຣື. ກຸ່ມຈີ 20 ແມ່ນປະກອບດ້ວຍ ສະມາຊິກຂອງກຸ່ມຈີ 8 ພ້ອມໆກັບ ບັນດາປະເທດ ທີ່ມີເສຖກິດພຸ່ງພົ້ນຂຶ້ນໃໝ່.

ສະມັດຊາໃຫຍ່: ການອະພິປາຍ ຢູ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ນະ ຄອນນິວຢອກ ຈະດຳເນີນຕໍ່ໄປ ເປັນມື້ທີ 3 ໃນ ວັນສຸກມື້ນີ້ ໂດຍມີກຳນົດວ່າ ຈະມີຜູ້ນຳຂອງ 20 ກວ່າປະເທດ ຂຶ້ນກ່າວປາສັຍ. ໃນບັນດາພວກຜູ້ ນຳ ທີ່ມີໝາຍກຳນົດ ຈະກ່າວປາສັຍໃນມື້ນີ້ ແມ່ນປະກອບດ້ວຍ ຜູ້ນຳຂອງຫລາຍໆປະເທດ ໃນອາຟຣິກາ ຮວມທັງປະທານາທິບໍດີ ຊິມບັບເວ ທ່ານ ROBERT MUGABE ປະທານາທິບໍດີ LAURENT GBAGBO ແຫ່ງ IVORY COAST ແລະປະທານາທິບໍດີ ໂຊມາເລັຽ ທ່ານ SHEKH SHARIF SHEIKH AHMED. ນາຍົກຣັຖມຸນຕຣີ ອິສຣາແອລທ່ານ BENJAMIN NETANYAHU ແລະ ປະທານາທິບໍດີ ເວເນຊູເອລາ ທ່ານ HUGO CHAVEZ ໄດ້ກ່າວຄຳປາສັຍ ໃນມື້ວານນີ້ ຊຶ່ງທ່ານ NETANYAHU ເວົ້າວ່າ ອີຣ່ານເປັນພັຍຂົ່ມຂູ່ ຕໍ່ສັນຕິພາບຂອງໂລກ ແລະອຳນາດ ການປົກຄອງ ທີ່ບ້າຄັ່ງຂອງອີຣ່ານ ບໍ່ຄວນທີ່ຈະໄດ້ ຮັບອະນຸຍາດ ໃຫ້ມີອາວຸດນິວເຄລັຽໄດ້. ສ່ວນທ່ານ CHAVEZ ຮຽກຮ້ອງໃຫ້ ປະທານາທິບໍດີ BARACK OBAMA ຍົກເລີກ ການຫ້າມຄ້າຂາຍ ຕໍ່ຄິວບາ.

ເກົາຫລີ: ບັນດາຄອບຄົວຊາວເກົາຫລີໃຕ້ ກຳ ລັງກະກຽມ ທີ່ຈະຂ້າມຊາຍແດນເຂົ້າໄປໃນເກົາ ຫລີເໜືອ ເພື່ອພົບປະ ກັບຍາດພີ່ນ້ອງ ທີ່ພັດ ພາກຈາກກັນ ຊຶ່ງໄດ້ມີການຄອຍຄອງຖ້າ ມາ ເປັນເວລາ ດົນນານແລ້ວນັ້ນ. ເກົາຫລີເໜືອ ແລະເກົາຫລີໃຕ້ ໄດ້ຕົກລົງກັນ ໃນເດືອນແລ້ວນີ້ ທີ່ຈະຈັດໃຫ້ ມີການພົບພໍ້ ເປັນເວລາ 6 ມື້ ຊຶ່ງເທື່ອທຳອິດນີ້ ຈະມີຂຶ້ນໃນວັນທີ 26 ກັນຍາ ບໍ່ ດົນກ່ອນວັນພັກ ທີ່ສຳຄັນ ຢູ່ໃນເກົາຫລີ. ຄະນະຜູ້ແທນ ສະພາກາແດງ ຈາກເກົາຫລີ ທັງສອງໄດ້ບັນລຸການຕົກລົງກັນ ລຸນຫລັງການເຈຣະຈາຫາຣືທີ່ພູ KUMGANG ບ່ອນຕາກອາກາດໃນເກົາຫລີ ເໜືອ. ໃນການພົບພໍ້ ແຕ່ລະຄັ້ງນັ້ນ ເກົາຫລີເໜືອ ແລະເກົາຫລີໃຕ້ ຈະເລືອກເອົາ 100 ຄົນ ຈາກແຕ່ລະຝ່າຍ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນອີງຕາມອາຍຸແລະປະວັດ ຂອງຄອບຄົວ. ພວກຍາດພີ່ນ້ອງ ທີ່ໄດ້ພັດພາກຈາກກັນ ສາມາດໂອ້ລົມ ແລະກິນດື່ມຮ່ວມກັນ ທີ່ຫ້ອງຕ້ອນຮັບ ແຕ່ຈະບໍ່ໄດ້ຮັບອະນຸຍາດ ໃຫ້ໄປລົມກັນແບບລັບໆ ແລະຈະບໍ່ສາມາດ ໄປນອນຄ້າງຄືນ ນຳກັນໄດ້.

ຮອນດູຣັສ: ທ່ານ MANUEL ZELAYA ປະ ທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງຮອນດູຣັສກ່າວ ວ່າ ທ່ານໄດ້ເຈຣະຈາຫາຣື ກັບຣັຖບານຊົ່ວຄາວ ຂອງຮອນດູຣັສ ແຕ່ບໍ່ມີຄວາມກ້າວໜ້າໃດໆ. ທ່ານ ZELAYA ກ່າວຕໍ່ພວກນັກຂ່າວວ່າ ທ່ານໄດ້ພົບພໍ້ ກັບຜູ້ຕາງໜ້າ ຂອງຣັຖບານ ປະທານາທິບໍດີ ຮັກສາການຊົ່ວຄາວ ທ່ານ ROBERTO MICHELETTI ຊຶ່ງທ່ານເວົ້າວ່າ ເປັນບາດກ້າວ ໃນທາງບວກ. ອົງການຂ່າວເອພີ ລາຍງານວ່າ ທ່ານ ZELAYA ບໍ່ມີຄວາມຫວັງ ຫຼາຍປານໃດ ກ່ຽວກັບການພົບປະ ທີ່ວ່ານີ້ ໃນການໃຫ້ສຳພາດ ແກ່ໂທຣະພາບ ຮອນດູຣັສ ໂດຍເວົ້າວ່າ ທ່າທີຂອງ ຣັຖບານຊົ່ວຄາວ ເຮັດໃຫ້ເກືອບບໍ່ມີ ບ່ອນທີ່ຈະຕົກລົງກັນໄດ້. ທ່ານ ZELAYA ໄດ້ລັກລອບ ເຂົ້າໄປໃນຮອນດູຣັສ ແບບທີ່ບໍ່ໄດ້ຄາດຄິດ ໃນມື້ວັນຈັນຜ່ານມາ ຫລັງຈາກໄດ້ລີ້ພັຍ ຢູ່ໃນຕ່າງປະເທດ ເປັນເວລາ 3 ເດືອນ. ຍ້ອນຣັຖບານຊົ່ວຄາວ ໄດ້ຂູ່ວ່າຈະ ຈັບກຸມທ່ານ ບຣາຊີລ ຈຶ່ງອະນຸຍາດໃຫ້ທ່ານ ZELAYA ເຂົ້າໄປລີ້ພັຍ ຢູ່ໃນສະຖານທູດຂອງຕົນ ທີ່ນະຄອນຫລວງ TEGUCIGALPA.

ອິສຣາແອລ: ອະດີດນາຍົກ ຣັຖມຸນຕຣີອິສຣາແອລ ທ່ານ EHUD OLMERT ໄດ້ປະກາດວ່າ ທ່ານບໍ່ມີ ຄວາມຜິດ ຂະນະທີ່ທ່ານ ເດີນທາງໄປຮອດສານ ທີ່ ນະຄອນເຈຣູຊາແລັມໃນວັນສຸກມື້ນີ້ ເພື່ອປະເຊີນກັບ ຂໍ້ຫາສໍ້ຣາດບັງຫລວງ. ອະດີດຜູ້ນຳວັຍ 64 ປີ ຂອງ ອິສຣາແອລ ກ່າວຕໍ່ພວກນັກຂ່າວວ່າ ທ່ານຈະຖືກ ພົບເຫັນວ່າ ບໍ່ມີຄວາມຜິດ ໃນທຸກຂໍ້ຫາ. ທ່ານ OLMERT ແມ່ນອະດີດຜູ້ນຳອິສຣາແອລ ຄົນທຳ ອິດທີ່ໄດ້ຖືກດຳເນີນຄະດີ. ທ່ານ OLMERT ໄດ້ປະ ເຊີນກັບ ຂໍ້ຫາທີ່ວ່າ ທ່ານໄດ້ຮັບເງິນ ແບບຜິດກົດ ໝາຍ ຈາກນັກທຸຣະກິດ ອະເມຣິກັນຄົນນຶ່ງ ແລະໄດ້ທວງເອົາເງິນ 2 ເທົ່າ ຈາກອົງການໆ ກຸສົນຂອງອິສຣາແອລ ໃນການເດີນທາງ ໄປຕ່າງປະເທດ. ອະດີດຜູ້ນຳ ຂອງອິສຣາແອລ ໄດ້ຖືກກ່າວຫາວ່າ ທຳການສໍ້ໂກງ ສ້າງຄວາມແຕກແຍກ ແລະບໍ່ລາຍງານ ເຣື່ອງລາຍໄດ້. ຂໍ້ຫາເຫລົ່ານີ້ ໄດ້ເກີດຂຶ້ນ ໃນລະຫວ່າງທີ່ທ່ານ OLMERT ເປັນເຈົ້າຄອງ ນະຄອນເຈຣູຊາແລັມ ແລະໃນລະຫວ່າງ ທີ່ທ່ານເປັນຣັຖມຸນຕຣີ ຢູ່ໃນຄະນະຣັຖບານ ກ່ອນທີ່ທ່ານຈະໄດ້ ເປັນນາຍົກຣັຖມຸນຕຣີ ໃນປີ 2006.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG