ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກນັກຄົ້ນຄວ້າກ່າວວ່າ ຢາວັກຊີນ ຫລຸດຈຳນວນ ຜູ້ຕິດເຊື້ອ ໂຣກເອດສ໌ ເປັນເທື່ອທຳອິດ


ເອດສ໌ ວັກຊີນ: ນັກຄົ້ນຄວ້າສະຫະຣັດແລະ ໄທກ່າວວ່າ ຢາວັກຊີນ ທົດລອງຕໍ່ຕ້ານໂຣກ ເອດສ໌ ໄດ້ຫລຸດຈຳນວນ ພວກທີ່ສ່ຽງ ຕໍ່ການ ຕິດເຊື້ອ HIV ລົງ ເກືອບນຶ່ງສ່ວນສາມ ເປັນ ເທື່ອທຳອິດ. ໃນການຖແລງທີ່ກອງປະຊຸມໃຫ້ ສຳພາດຂ່າວ ຢູ່ບາງກອກ ໃນວັນພະຫັດມື້ນີ້ ພັນເອກ JEROME KIM ກ່າວວ່າ ຜົນຂອງ ການທົດລອງສັກຢາວັກຊີນ ຂອງປະເທດທັງ ສອງໄດ້ພາໃຫ້ ມີຄວາມຫວັງວ່າ ຢາວັກຊີນ ທີ່ມີປະສິດທິຜົນ ໃນທົ່ວໂລກ ມີທາງເປັນໄປໄດ້ ໃນອະນາຄົດ ອັນໃກ້ນີ້. ພວກນັກຄົ້ນຄວ້າ ຂອງຣັຖບານ ສະຫະຣັດ ແລະໄທກ່າວວ່າ ຢາວັກຊີນທີ່ວ່ານີ້ ໄດ້ຫລຸດອັດຕຣາຄວາມສ່ຽງ ​ໃນ​ການ​ຕິດ​ເຊື້ອ​ໄວຣັສ HIV ລົງ 32% ສຳລັບພວກອາສາສະມັກ ຊາວໄທຈຳນວນ 16 ພັນຄົນ ທີ່ເຂົ້າປະກອບສ່ວນ ໃນການທົດລອງດັ່ງກ່າວ. ແມ່ນແຕ່ຢາວັກຊີນ ທີ່ສາມາດ​ລຸດຜ່ອນ ​ຄວາມ​ສ່ຽງ​ໄດ້​ໜ້ອຍ​ທີ່​ສຸດ ກໍສາມາດມີຜົນສະທ້ອນ ຢ່າງໃຫຍ່ຫລວງ​ໄດ້. ອີງຕາມອົງການ UNAIDS ຂອງສະຫະປະຊາຊາດແລ້ວ ແມ່ນມີຄົນຕິດເຊື້ອ HIV ຕື່ມ 7 ພັນ 500 ຄົນ ໃນແຕ່ລະມື້.​ ໃນປີ 2007 ມີ 2 ລ້ານຄົນ ໄດ້ເສັຽຊີວິດ ຍ້ອນໂຣກເອດສ໌.

ກຸ່ມຈີ 20: ບັນດາຜູ້ນຳ ຂອງກຸ່ມ 20 ປະເທດ ທີ່ຮັ່ງມີ ທີ່ສຸດ ແລະກຳລັງພັທນາ ຫລືຈີ 20 ມີກຳນົດ ທີ່ຈະພົບ ປະກັນ ໃນວັນພະຫັດມື້ນີ້ ແລະວັນສຸກມື້ອື່ນ ເພື່ອປຶກສາ ຫາຣື ກ່ຽວກັບການ ຫາທາງປ້ອງກັນ ບໍ່ໃຫ້ໂລກ ເກີດວິ ກິຕການ ທາງດ້ານເສຖກິດ ອີກເທື່ອໃໝ່ ແລະເຮັດໃຫ້ ເສຖກິດ ມີ​ການເຕີບໂຕ ແບບຍືນຍົງ. ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ເປັນເຈົ້າພາບຈັດ ກອງປະຊຸມນີ້ ທີ່ກຳນົດ ຈະມີຂຶ້ນ ຢູ່ນະຄອນ PITTSBURG ໃນຣັດ PENNSYLVANIA ເພື່ອຕິດຕາມເບິ່ງ ຜົນຂອງກອງປະຊຸມ ຄ້າຍຄືກັນນີ້ ທີ່ມີ​ຂື້ນ ຢູ່ກຸງລອນດອນ ໃນເດືອນເມສາປີນີ້ ແລະທີ່ກຸງວໍຊິງຕັນ ໃນເດືອນພະຈິກ ປີ 2008 ກ່ຽວກັບ ວິກິຕການ ທາງດ້ານການເງິນ ຂອງໂລກ. ເປັນທີ່ຄາດກັນວ່າ ບັນດາປະເທດ ສະມາຊິກ ຈະສືບຕໍ່ ດຳເນີນການ ໄປສູ່ເປົ້າໝາຍ ໃນການຟື້ນຟູ ວຽກເຮັດງານທຳ ແລະການເຕີບໂຕ ຂອງເສຖກິດ ການປົວແປງ ຣະບົບໃຫ້ເງິນກູ້ຢືມ ການປະຕິຮູບ ຣະບົບການເງິນ ນາໆຊາດ ແລະປ້ອງກັນ ບໍ່ໃຫ້​ເກີດ ສະພາບເສຖກິດຕົກຕ່ຳ ໃນອະນາຄົດ.

ສປຊ - ສະຫະຣັດ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ຈະເປັນປະ ທານກອງປະຊຸມນັດພິເສດ ຂອງສະພາຄວາມ ໝັ້ນຄົງ ອົງການສະຫະປະຊາຊາດ ໃນວັນພະ ຫັດມື້ນີ້ທີ່ແນໃສເພື່ອຍຸຕິ ການແຜ່ຜາຍຂອງ ອາວຸດນິວເຄລັຽ. ປະມຸກຂອງ ສະມາຊິກ 15 ປະເທດ ໃນສະພາ ຄວາມໝັ້ນຄົງ ອົງການສະ ຫະປະຊາຊາດ ຈະພົບປະກັນ ເພື່ອສົນທະນາຫາຣື ໃນຮ່າງຍັດຕິ ຂອງສະຫະຣັດ ທີ່ໄດ້ຕັ້ງເປົ້າໝາຍໄວ້ ຫລາຍໆຢ່າງ ໃນວິສັຍທັດ ຂອງທ່ານ OBAMA ກ່ຽວກັບໂລກ ທີ່ປາສຈາກ ອາວຸດນິວເຄລັຽ. ຮ່າງຍັດຕິ ສະບັບນີ້ ໄດ້ຮຽກຮ້ອງໃຫ້ ທຸກໆປະເທດ ທີ່ຍັງບໍ່ທັນ ເຂົ້າຮ່ວມ ສົນທິສັນຍາ ຫ້າມແຜ່ຜາຍ ອາວຸດນິວເຄລັຽ ທີ່ມີອາຍຸ ມາໄດ້ 41 ປີແລ້ວນັ້ນ ກໍຂໍໃຫ້ເຂົ້າຮ່ວມ ແລະຮຽກຮ້ອງໃຫ້ ບັນດາປະເທດ ທີ່ມີອາວຸດນິວເຄລັຽ ຕັ້ງເງື່ອນໄຂ ກ່ຽວກັບການສົ່ງອອກ ວັດຖຸນິວເຄລັຽຕ່າງໆ. ຂະນະດຽວກັນ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ຈະກ່າວຄຳປາສັຍ ເປີດກອງປະຊຸມ ເປັນເວລາ 2 ມື້ ກ່ຽວກັບການຫ້າມ ທົດລອງອາວຸດນິວເຄລັຽ ໃນຂອບເຂດ ທີ່ກວ້າງຂວາງ.

ສະຫະຣັດ - ມຽນມາ: ຣັຖບານພັດຖິ່ນມຽນ ມາໄດ້ສະແດງຄວາມຊົມເຊີຍຕໍ່ແຜນການຂອງ ສະຫະຣັດ ທີ່ຈະທຳການພົວພັນກັບພວກຜູ້ນຳ ຣັຖບານທະຫານມຽນມາ ແລະເຈຣະຈາຫາຣື ໂດຍກົງ ກັບພວກເຂົາເຈົ້າ. ທ່ານ ZIN LINN ໂຄສົກຂອງ ຣັຖບານປະສົມແຫ່ງຊາດ ຂອງສະ ຫະພາບມຽນມາ ກ່າວວ່າ ທາງຣັຖບານປະສົມ ມີຄວາມຍິນດີ ນຳການດຳເນີນ ຄວາມພະຍາ ຍາມດັ່ງກ່າວ ​ແລະ​ພ້ອມ​ດຽວ​ກັນ ກໍຮຽກຮ້ອງໃຫ້ ປະຊາຄົມນາໆຊາດ ທຳການພົວພັນ ກັບພັກຝ່າຍຄ້ານ ມຽນມານຳ. ທ່ານ ZIN LINN ເວົ້າວ່າ ຖ້າປະເທດຕ່າງໆ ເຊັ່ນສະຫະຣັດ ອົງການສະຫະປະຊາຊາດ ແລະສະຫະພາບຢູໂຣບ ຫາກທຳໜ້າທີ່ ເປັນຜູ້ໄກ່ເກັ່ຽ ລະຫວ່າງຣັຖບານທະຫານ ແລະພັກຝ່າຍຄ້ານແລ້ວ ມັນອາດຈະມີຜົນ ຫຼາຍກວ່ານີ້. ພວກນັກເຄື່ອນໄຫວ ເພື່ອສິດທິມະນຸດ ກ່າວວ່າ ການເຈຣະຈາຫາຣື ກັບພວກຜູ້ນຳ ຣັຖບານທະຫານມຽນມາ ຈະມີຜົນ ກໍຕໍ່ເມື່ອ ວໍຊິງຕັນ ມີຄວາມໜັກແໜ້ນ ໃນການຮຽກຮ້ອງຂອງ​ຕົນ ​ເພື່ອໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕ​ນັ້ນ.

ຊາວເກົາຫຼີເໜືອ - ວຽດນາມ: ພວກນັກ ເຄື່ອນໄຫວກ່າວວ່າ ມີຊາວເກົາຫລີເໜືອຢ່າງ ນ້ອຍ 8 ຄົນ ໄດ້ເຂົ້າໄປ ໃນສະຖານທູດເດັນ ມາກທີ່ວຽດນາມ ໃນວັນພະຫັດມື້ນີ້ ເພື່ອຂໍລີ້ ພັຍການເມືອງ. ນັກເຄື່ອນໄຫວ ຈາກເກົາຫລີ ໃຕ້ຄົນນຶ່ງເວົ້າວ່າ ຊາວເກົາຫລີເໜືອກຸ່ມນຶ່ງ ທີ່ ມີພວກນັກເຄື່ອນໄຫວ ຊາວເກົາຫລີໃຕ້ ຈຳ ນວນ​ນື່ງຕິດຕາມໄປນຳ ໄດ້ເຂົ້າໄປໃນ ສະຖານ ທູດເດັນມາກ ທີ່ນະຄອນຫລວງຮາໂນ່ຍ. ​ເອກ​ອັຄຣັຖທູດເດັນມາກ ໃຫ້ການຢືນຢັນວ່າ ມີຫລາຍໆຄົນ ທີ່ອ້າງວ່າ ເປັນຊາວເກົາຫລີເໜືອ ໄດ້ເຂົ້າໄປໃນ ສະຖານທູດ ແຕ່ທ່ານບໍ່ຍອມ ຕອບຄຳຖາມ​ໃດໆ​ ຕື່ມ​ອີກ. ຕາມປົກກະຕິແລ້ວ ຊາວເກົາຫລີເໜືອ ທີ່ໂຕນໜີ ອອກຈາກປະເທດ ກ່ອນອື່ນ ​ແມ່ນຈະເດີນທາງໄປຈີນ ແລະຫຼັງຈາກນັ້ນ ກໍຈະຊອກຫາຊ່ອງທາງ ໄປເກົາຫລີໃຕ້ ໂດຍຜ່ານທາງ ປະເທດທີ 3. ຈີນເບິ່ງ ຊາວເກົາຫລີເໜືອວ່າ ເປັນອົພຍົບເສຖກິດ ແລະບັງຄັບໃຫ້ ພວກເຂົາເຈົ້າ ກັບຄືນປະເທດ. ຜ່ານມາ ມັກຈະມີການໃຊ້ ປະເທດໄທ ເປັນທາງຜ່ານ. ນອກ​ນັ້ນ ຊາວເກົາຫລີເໜືອ ທີ່ໂຕນໜີ ຍັງໄດ້ພະຍາຍາມ ຫາທາງເຂົ້າໄປ ໃນສະຖານທູດ ຂອງປະເທດຕ່າງໆ ໃນວຽດນາມ ລາວ ມົງໂກເລັຽ ແລະຈີນ ນຳອີກ.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ພວກກະບົດ ທາລີບານ ໄດ້ດັກສະກັດໂຈມຕີ ກຸ່ມປະຊາຊົນທີ່ສນັບສນຸນ ຣັຖບານ ແລະໄດ້ ສັງຫານ 9 ຄົນ ຮວມທັງຜູ້ອະວຸໂສ ຂອງຊົນ ເຜົ່າຢ່າງນ້ອຍ 4 ຄົນ. ເຈົ້າໜ້າທີ່ປາກິສຖານ ກ່າວໃນມື້ນີ້ວ່າ ທະຫານບ້ານກຸ່ມນຶ່ງ ໄດ້ເດີນ ທາງໄປຍັງໝູ່ບ້ານໃກ້ຄຽງ ໃນເຂດເມືອງ BANNU ທາງພາກຕາເວັນຕົກສຽງເໜືອຂອງ ປາກິສຖານ ທີ່ມີຊາຍແດນ ຕິດກັບເຂດຊົນເຜົ່າ WAZIRISTAN ເໜືອແລະ WAZIRISTAN ໃຕ້ນັ້ນ. ເຂົາເຈົ້າເວົ້າວ່າ ພວກທາລີບານ ໄດ້ ຣະດົມຍິງ ເຂົ້າໃສ່ທະຫານບ້ານກຸ່ມນີ້ ແລະຫລັງຈາກນັ້ນ ກໍພາກັນຫລົບໜີໄປ. ການໂຈມຕີ ທີ່ວ່ານີ້ ມີຂຶ້ນຫລັງຈາກ ເຈົ້າໜ້າທີ່ທະຫານ ອະວຸໂສຄົນນຶ່ງ ຂອງປາກິສຖານກ່າວວ່າ ການໄດ້ຮັບໄຊຊະນະ ຂອງກຸ່ມຕໍ່ຕ້ານ ພວກກະບົດ ເມື່ອໄວໆມານີ້ ເຮັດໃຫ້ພວກທາລີບານ ອ່ອນກຳລັງລົງ ແລະເຮັດໃຫ້ ການໂຈມຕີ ຂອງພວກກໍ່ການຮ້າຍ ຢູ່ໃນປາກິສຖານ ຫລຸດລົງ. ພົນຕຣີ ATHAR ABBAS ກ່າວຕໍ່ VOA ວ່າ ກອງທັບປາກິສຖານ ກຳລັງເພັ່ງເລັງໃສ່ ເຂດ WAZIRISTAN ໃຕ້ ທີ່ມີຊາຍແດນ ຕິດກັບອັຟການິສຖານ ໂດຍເອີ້ນເຂດດັ່ງກ່າວນີ້ວ່າ ເປັນສູນກາງສຳຄັນ ຂອງພວກຫົວຮຸນແຮງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG