ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວດຳເນີນການຝຶກອົບຮົມແກ່ບັນດາແພດເພື່ອກະກຽມໃສ່ງານ SEA Games


ທາງ​ການ​ລາວ​ດຳ​ເນີນ​ໂຄງການ​ຝຶກ​ອົບ​ຮົມ​ໃຫ້​ແກ່ບັນດາ​ແພດ​ອາສາ​ສະໝັກຈຳ​ນວນ​ຫລາຍ​ກວ່າ 500 ຄົນ ທີ່​ເຂົ້າຮ່ວມ​ປະຕິ ບັດໜ້າທີ່​ໃນ​ລະຫວ່າງ​ການ​ຈັດການ​ແຂ່ງ ຂັນ​ມະຫາກຳ​ກິລາ SEA Games ຄັ້ງທີ່ 25 ທີ່​ຈະ​ມີ​ຂຶ້ນ​ໃນ​ລະ​ຫວ່າງ ວັນ​ທີ 9 ຫາ 18 ທັນ​ວາ ປີນີ້ ຢູ່​ນະຄອນຫລວງ​ວຽງຈັນ.

ທາງ​ການ​ລາວ ​ໂດຍ​ມີກະຊວງ​ສາທາລະ ນະ​ລະນະສຸກ ​ໄດ້ດຳ​ເນີນ​ໂຄງການ​ຝຶກ​ອົບ​ຮົມໃຫ້​ແກ່ບັນດາ​ແພດ​ອາສາ​ສະໝັກທີ່​ເຂົ້າຮ່ວມ ​ປະຕິບັດໜ້າທີ່ ​ໃນ​ລະຫວ່າງ​ທີ່​ທາງ​ການ​ລາວ ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ມະຫະກຳ ​ກິລາ SEA Games ຄັ້ງທີ່ 25 ທີ່​ກຳ ນົດ​ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ລະ​ຫວ່າງ ວັນ​ທີ 9 ຫາ 18 ທັນ​ວາ ປີນີ້ ຢູ່​ນະຄອນ ຫລວງ​ວຽງຈັນ​ແລ້ວ ​ເມື່ອ​ບໍ່ນານ​ມານີ້. ທັງນີ້ ​ໂດຍ​ມີແພດ​ອາສາ​ສະໝັກທີ່​ເຂົ້າຮ່ວມ​ໃນ ໂຄງການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ ດັ່ງກ່າວ ຈຳ​ນວນ​ຫລາຍ​ກວ່າ 500 ຄົນ ຊຶ່ງ​ທາງ​ການ​ລາວ​ໄດ້​ມີ​ ການ​ແບ່ງ​ຜູ້ເຂົ້າຮ່ວມການ​ຝຶກ​ອົບຮົມ​ອອກ​ເປັນ 10 ຊຸດ​ ​ແລະ ກໍ​ຈະມີ​ການ​ເໜັ້ນໜັກ ການ​ຝຶກ​ອົບຮົມເພື່ອ​ເສີມ​ສ້າງ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ ​ເພື່ອ​ໃຫ້​ສາມາດ​ນຳ​ໄປ​ປະຕິ ບັດ​ຕົວ​ຈິງ​ໃຫ້​ໄດ້​ໃນ 16 ດ້ານ​ດ້ວຍ​ກັນ, ຕົວຢ່າງ​ກໍ​ຄື ຫລັກ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ການ​ແພດ​ ແຜນ​ຮອງ​ຮັບສະຖານະ​ການ​ສຸກ​ເສີນ​ດ້ານ​ການ​ແພດ, ການ​ປະ​ເມີນ​ສະຖານະ ​ແລະ ລະດັບ​ຂອງ​ການ​ເຈັບ​ເປັນຂອງ​ຄົນ​ປ່ວຍ ລວມ​ໄປ​ເຖິງ ການ​ເຄື່ອນ​ຍ້າຍ​ຄົນ​ເຈັບ ​ແລະ ການ​ເສີມສ້າງ​ຄວາມ​ຮູ້​ໃນ​ດ້ານ​ວິຊາ​ການ​ທາງ​ການແພດ ​ເພື່ອ​ຮັບ​ມື​ກັບ​ສະຖານະ​ການ ​ສຸກ​ເສີນ​ຕ່າງໆ ທີ່​ຈະ​ເກີດ​ຂຶ້ນ​ເປັນຕົ້ນ. ​

ການ​ຝຶກ​ອົບຮົມ​ດັ່ງກ່າວ​ນີ້ ຈະ​ດຳ​ເນີນ​ໄປ​ຈົນເຖິງ​ເດືອນ​ຕຸລາ ​ເພື່ອ​ໃຫ້​ມີ​ຄວາມໝັ້ນ​ໃຈ​ໄດ້​ວ່າ ຄະນະ​ແພດ​ອາສາ​ສະໝັກທັງ 500 ກວ່າຄົນ​ດັ່ງກ່າວ ທີ່​ເຂົ້າຮ່ວມ​ໃນ​ໂຄງການ​ນັ້ນ ຈະ​ສາ ມາດ​ຮັບ​ມື​ກັບ​ສະຖານະ​ການ​ຕ່າງໆ ທີ່​ອາດ​ຈະ​ເກີດ​ຂຶ້ນ ກ່ຽວກັບ​ສຸຂພາບ​ອາ​ນະໄມ ຂອງ​ບັນດາ​ນັກ​ກິລາ ​ແລະ ຜູ້​ເຂົ້າຮ່ວມ​ຊົມ ​ໃນ​ການ​ແຂ່ງຂັນ​ກິລາ SEA ​Games ຄັ້ງທີ່ 25 ​ໃຫ້​ໄດ້​ຢ່າງ​ມີ​ປະສິດ​ທິຜົນ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ການ​ທີ່​ລັດຖະບານ​ລາວ​ເອງຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ມະຫະກຳ​ກິລາ SEA Games ຄັ້ງທີ່ 25 ​ໃນ​ໄລຍະ​ທີ່​ມີ​ສະຖານະ​ການ​ກ່ຽວກັບ​ການ​ແຜ່​ລະບາດ​ຂອງເຊື້ອ​ໂລກໄຂ້​ຫວັດ​ໃຫຍ່ສາຍ​ພັນ​ໃໝ່ຊະໜິດ A H1N1 ອີກດ້ວຍ​ແລ້ວກໍ​ຍິ່ງ​ເຮັດ​ໃຫ້​ທາງ​ການ​ລາວ ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ສ້າງ​ເສີມ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ບຸກຄະ​ລາກ​ອນດ້ານ​ການ​ແພດ ​ໃຫ້​ມີ​ປະສິດ​ທິພາບ​ຫລາຍ​ກວ່າ​ສະຖານະ​ກາ​ນປົກກະຕິ​ອີກ​ດ້ວຍ.


ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້ ທ່ານ ສາດສະ ຈານ ດຣ. ປອນ​ເມກ ດາລາ​ລອຍ ລັດຖະມົນຕີ​ກະຊວງ​ສາທາລະນະ​ລະສຸກ ​ໃນ​ຖານະ​ປະທານ​ຄະນະ​ອາ​ນຸກຳມະການດ້ານ​ສຸຂະພາບ​ອານາ​ໄມ ​ແລະ ​ໂພສະນາ​ການ​ໃນ​ການ​ແຂ່ງຂັນ​ກິລາ SEA ​Games ຄັ້ງທີ່ 25 ນີ້ ​ໄດ້ສະ​ແດງ ​ການ​ຮຽກຮ້ອງ​ຂໍ​ຄວາມ​ຮ່ວມ​ມື​ຈາກ​ບັນດາ​ແພດ​ອາສາ​ສະໝັກທີ່​ເຂົ້າຮ່ວມ​ໃນ​ໂຄງການ​ເພື່ອ​ໃຫ້​ປະຕິບັດໜ້າທີ່​ຂອງ​ພວກ​ຕົນ​ຢ່າງ​ສຸດ​ກຳ​ລັງ.

ສ່ວນ​ກ່ຽວກັບ​ການ​ກະກຽມຄວາມ​ພ້ອມ​ໃນ​ດ້ານ​ບ້ານ​ພັກ​ນັກ​ກິລາ ກໍ​ໄດ້​ມີ​ການກໍ່ສ້າງ​ສຳ​ເລັດ​ແລ້ວ ​ແລະ ກໍພ້ອມ​ທີ່​ຈະ​ຮອງ​ຮັບ​ນັກ​ກິລາ​ໄດ້ ຫລາຍ​ກວ່າ 4.000 ຄົນ ​ໂດຍ​ທາງ​ການ​ລາວ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ລ້າຈາກ​ວຽດນາມ ​ໃນ​ມູນ​ຄ່າ 4 ລ້ານ ໂດ​ລາ ​ສະຫະລັດ ​ແລະ ກູ້​ຢືມ​ເປັນ​ໄລຍະ​ເວລາ​ຜ່ອນ​ສຳລະຄືນ​ໃນ 3 ປີອີກ 15 ລ້ານ ໂດ​ລາ​ສະຫະລັດ.

ສຳລັບ​ສະໜາມກິລາ​ແຫ່ງ​ໃໝ່ ທີ່​ຕັ້ງຢູ່​ຫລັກ 16 ຂອງ​ຖະໜົກ​ເລກ 13 ​ໃຕ້ ​ໃນ​ເຂດ​ເມືອງ​ໄຊ​ທານີ​ ນັ້ນ ກໍ​ໄດ້​ສ້າງ​ສຳ​ເລັດ​ແລ້ວ​ເຊັ່ນ​ກັນ ​ໂດຍ​ທາງ​ການ​ລາວ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອຈາກ​ຈີນ ຄຶດ​ເປັນ​ມູນ​ຄ່າ​ລວມຫລາຍ​ກວ່າ 100 ລ້ານ ໂດ​ລາ​ສະຫະລັດ ​ເພື່ອແລກ​ກັບ​ການ​ອານຸຍາດ​ໃຫ້​ບໍລິສັດ​ຈາກ​ຈີນ​ລົງທຶນ ​ແລະ ບໍລິຫານ​ເຂດ​ເມືອງ​ໃໝ່ຢູ່​ບຶງທາດຫລວງ ​ແລະ ​ໃນ​ເຂດທີ່​ຕໍ່​ເນື່ອງ​ກັບ​ສະໜາມກິລາ​ແຫ່ງ​ໃໝ່ດັ່ງກ່າວ ​ເປັນ​ໄລຍະ​ເວລາ​ເຖິງ 50 ປີ ນັ້ນ​ເອງ.

XS
SM
MD
LG