ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາກ່າວວ່າ ໂລກບໍ່ໄດ້ປະຕິບັດຕາມພັນທະ ໃນການ ແກ້ໄຂບັນຫາຕ່າງໆ


ສະມັດຊາໃຫຍ່ ສປຊ: ປະທານາທິບໍດີສະຫະ ຣັດທ່ານ BARACK OBAMA ຈະກ່າວຕໍ່ກອງ ປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາ ຊາດວ່າ ສະຫະຣັດບໍ່ສາມາດທີ່ຈະແກ້ໄຂບັນ ຫາທັງໝົດຂອງປະຊາຄົມໂລກ ໄດ້ໂດຍລຳພັງ. ທ່ານ OBAMA ຈະກ່າວຕໍ່ພວກຜູ້ນຳຂອງໂລກ ທີ່ເຄີຍຕຳໜິ ຕິຕຽນສະຫະຣັດວ່າ ​ມັກດຳເນີນ ການຕາມລຳພັງ ໃນໂລກນັ້ນວ່າ ມັນເຖິງເວລາ ແລ້ວ ທີ່ຈະຕ້ອງມີ ການຮັບມື ຢ່າງແທ້ຈິງຂອງ ໂລກ ຕໍ່ບັນຫາ ທ້າທາຍຕ່າງໆຂອງໂລກ ຮວມທັງການປ່ຽນແປງ ຂອງດິນຟ້າອາກາດ ການກໍ່ການຮ້າຍ ການຂັດແຍ້ງຕ່າງໆ ທີ່ບໍ່ສິ້ນສຸດ ແລະຄວາມທຸກຍາກ. ທຳນຽບຂາວ ໄດ້ເປີດເຜີຍ ຄຳປາສັຍບາງຕອນ ຂອງປະທານາທິບໍດີ ໃນຕອນເຊົ້າ ຂອງວັນພຸດມື້ນີ້ ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ທ່ານ ຈະໄປກ່າວ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ. ທ່ານ BAN KI MOON ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ມີກຳນົດ ທີຈະເປີດກອງປະຊຸມ ປະຈຳປີ ສະມັດຊາໃຫຍ່ ສະຫະປະຊາຊາດ ດ້ວຍຄຳປາສັຍ ຮຽກຮ້ອງໃຫ້ນາໆຊາດ ຮ່ວມມືກັນ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ການຫລຸດຜ່ອນອາວຸດ ແລະຄວາມທຸກຍາກ.

ຮອນດູຣັສ: ປະທານາທິບໍດີ ຮັກສາການຊົ່ວ ຄາວ ຂອງຮອນດູຣັສ ທ່ານ ROBERTO MICHELETTI ກ່າວວ່າ ທ່ານເຕັມໃຈ ທີ່ ຈະເປີດການເຈຣະຈາ ກັບປະທານາທິບໍດີທີ່ ຖືກຂັບໄລ່ອອກຈາກອຳນາດທ່ານ MANUEL ZELAYA ທີ່ຍັງລີ້ຢູ່ ໃນສະຖານທູດ ບຣາຊີລ ໃນນະຄອນຫລວງ TEGUCIGALPA. ໃນ ຖແລງຂ່າວ ທີ່ອ່ານໂດຍ ຣັຖມຸນຕຣີ ການຕ່າງປະເທດ ຮອນດູຣັສ ທ່ານ CARLOS LOPEZ ໃນມື້ວານນີ້ ທ່ານ MICHELETTI ກ່າວວ່າ ທ່ານພ້ອມແລ້ວ ທີ່ຈະທຳການ ເຈຣະຈາກັບ ທ່ານ ZELAYA ຕາບໃດທີ່ທ່ານ ZELAYA ຫາກຮັບຮູ້ ການເລືອກຕັ້ງ ປະທານາທິບໍດີ ທີ່ກຳນົດຈະມີຂຶ້ນ ໃນເດືອນພະຈິກ ຈະມາເຖິງນີ້. ແຕ່ທ່ານ MICHELETTI ກ່າວວ່າ ທ່ານຈະບໍ່ສົນທະນາ ເຣື່ອງການຍົກເລີກ ຂໍ້ຫາຕ່າງໆ ຕໍ່ທ່ານ ZELAYA ນັ້ນ. ການສເນີ ທີ່ວ່ານີ້ ໄດ້ມີຂຶ້ນ ຂະນະທີ່ ວິກິຕການ ທາງດ້ານການເມືອງ ໃນຮອນດູຣັສ ພວມກ້າວເຂົ້າສູ່ ມື້ທີ 3 ຫລັງຈາກທ່ານ ZELAYA ແລະຄະນະ ໄດ້ລັກລອບ ກັບຄືນເຂົ້າໄປ ໃນຮອນດູຣັສ ໃນມື້ວັນຈັນ ຜ່ານມາ. ຕຳຣວດປາບຈະລາຈົນ ທີ່ອ້ອມສະຖານທູດບຣາຊີລໄວ້ນັ້ນ ໄດ້ໃຊ້ຣະເບີດນ້ຳຕາ ແລະທໍ່ສີດນ້ຳຂນາດໃຫຍ່ ຂັບໄລ່ພວກ ສນັບສນຸນທ່ານ ZELAYA ຈຳນວນຫລາຍພັນຄົນ ທີ່ໄປໂຮມຊຸມນຸມກັນ ໂດຍບໍ່ປະຕິບັດຕາມ ຄຳສັ່ງຫ້າມ ອອກນອກເຮືອນ ໃນທົ່ວປະເທດ. ມີພວກປະທ້ວງ ຫລາຍສິບຄົນຖືກຈັບ ຫລືບໍ່ກໍໄດ້ຮັບບາດເຈັບ.

ອິນເດັຽ: ນາຍົກຣັຖມຸນຕຣີອິນເດັຽ ທ່ານ MAN MOHAN SINGH ຮຽກຮ້ອງໃຫ້ ບັນດາຜູ້ນຳ ຂອງກຸ່ມ 20 ປະເທດທີ່ຮັ່ງມີ ແລະກຳລັງພັທນາ ຫລືຈີ 20 ສົ່ງສັນຍານຢ່າງແຂງຂັນ ຕ້ານຢັນການ ປົກປ້ອງຄຸ້ມຄອງ ອຸສາຫະກັມພາຍໃນປະເທດ ບໍ່ ​ວ່າ​ໃນດ້ານການຄ້າ ການບໍຣິການ ແລະການກູ້ຢືມ ເງິນກໍ​ດີ ເວລາຜູ້ນຳ ຂອງກຸ່ມດັ່ງກ່າວ ພົບປະກັນ ໃນທ້າຍ ສັບປະດານີ້. ທ່ານ SINGH ກ່າວໃນ ຖແລງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນພຸດມື້ນີ້ວ່າ ເສຖກິດຂອງໂລກ ຍັງບໍ່ທັນພົ້ນ ຈາກບັນຫາເທື່ອ ເຖິງແມ່ນວ່າ ຕລາດການເງິນໄດ້ດີຂຶ້ນ ນັບແຕ່ຕົ້ນປີນີ້ມາກໍຕາມ. ທ່ານເວົ້າວ່າ ອິນເດັຽຍັງສືບຕໍ່ ເປັນບ່ອນທີ່ ພວກນັກລົງທຶນ ໃຫ້ຄວາມສົນໃຈ ແຕ່ອາດຈະໄດ້ຮັບ ຄວາມເສັຽຫາຍ ຖ້າປະເທດອື່ນໆ ເອົາມາຕການ ປົກປ້ອງອຸສາຫະກັມ ພາຍໃນຂອງຕົນ ເຊັ່ນວ່າ ຂຶ້ນພາສີສິນຄ້ານຳເຂົ້າ ຫລືຈຳກັດປະຣິມານ ໃນການນຳເຂົ້າ ດັ່ງນີ້ເປັນຕົ້ນ. ທ່ານ SINGH ອອກຖແລງຂ່າວສະບັບນີ້ ຂະນະທີ່ທ່ານ ອອກເດີນທາງ ໄປຮ່ວມກອງປະຊຸມ ຂອງກຸ່ມຈີ 20 ທີ່ນະຄອນ PITTSBURG ໃນຣັດເພັນຊິລເວເນັຽ ຂອງສະຫະຣັດ.

ຊາຣາ ເພລິນ: ອະດີດຜູ້ສະມັກ ເປັນຮອງປະທາ ນາທິບໍດີ ສະຫະຣັດ ທ່ານນາງ SARAH PALIN ໄດ້ກ່າວຄຳປາສັຍ ຕໍ່ພວກນັກລົງທຶນ ທີ່ຮົງກົງ ໃນ ວັນພຸດມື້ນີ້ ຊຶ່ງເປັນເຫດການ ທີ່ອາດສາມາດໃຊ້ ເພື່ອເສີມຂຍາຍ ການແນະນຳໂຕ ຂອງທ່ານນາງ ໃນການສະມັກເຂົ້າແຂ່ງຂັນເອົາທຳນຽບຂາວໃນປີ 2012 ທີ່ອາດ​ເປັນ​ໄປ​ໄດ້ນັ້ນ. ​ເຫດການດັ່ງກ່າວ ຊຶ່ງກຸ່ມ CLSA ຕລາດເອເຊັຽປາຊີຟິກ ເປັນເຈົ້າ ພາບຈັດຂື້ນ ​ບໍ່ໄດ້ອະນຸຍາດ ໃຫ້ພວກນັກຂ່າວ ເຂົ້າຮ່ວມຟັງ​ນຳ. ອະດີດປະທານາທິບໍດີ ສະຫະຣັດ ທ່ານ BILL CLINTON ອະດີດຮອງ ປະທານາທິບໍດີ AL GORE ແລະອະດີດ ປະທານທະນາຄານກາງ ສະຫະຣັດທ່ານ ALAN GREENSPAN ກໍເຄີຍໄປກ່າວ ຄຳປາສັຍ ທີ່ກອງປະຊຸມດັ່ງກ່າວ ໃນອະດີດຜ່ານມາ. ການເດີນທາງ ໄປຮົງກົງ ຂອງທ່ານນາງ PALIN ແມ່ນການໄປຢ້ຽມຢາມ ຂົງເຂດດັ່ງກ່າວ ເທື່ອທຳອິດ. ທ່ານນາງໄດ້ຮັບ ໜັງສືເດີນທາງ ເທື່ອທຳອິດ ໃນປີ 2007 ເວລາທ່ານນາງ ເດີນທາງໄປຢ້ຽມຢາມ ສະມາຊິກ ກຳລັງຮັກສາດິນແດນແຫ່ງຊາດ ຈາກຣັດອາລາສກ້າ ທີ່ໄປປະຈຳການ ຢູ່ທີ່ຄູເວດ ແລະເຢັຽຣະມັນ.

ສະຫະຣັດ - ມຽນມາ: ສະມາຊິກຣັຖສະພາ ທີ່ສຳຄັນທ່ານນຶ່ງ ຂອງສະຫະຣັດກ່າວວ່າ ທ່ານ ຈະເປີດຮັບຟັງ ຄຳໃຫ້ການ ເພື່ອກວດສອບເບິ່ງ ປະສິດທິຜົນໃນການລົງໂທດ ຂອງສະຫະຣັດຕໍ່ ມຽນມາແລະກວດ​ສອບ​ເບິ່ງ​ວ່າ ວໍຊິງຕັນ ສາມາດ ກະທຳສິ່ງ​ໃດໄດ້​ແດ່ ເພື່ອຊຸກຍູ້ ການປະຕິຮູບ ປະຊາທິປະໄຕ ໃນປະເທດດັ່ງກ່າວ. ສະມາຊິກ ສະພາສູງ JIM WEBB ກ່າວວ່າ ນອກນັ້ນແລ້ວ ການຮັບຟັງຄຳໃຫ້ການ ໃນວັນທີ 1 ຕຸລາຈະມາ ນີ້ຍັງຈະໄດ້ເພັ່ງເລັງ ໃສ່ເຣື່ອງທີ່​ວ່າ ​ບັນຫາຂັດ ແຍ້ງ ຂອງຊົນກຸ່ມນ້ອຍ ມີຜົນກະທົບແນວໃດ ຕໍ່ການພັທນາ ປະຊາທິປະໄຕ ຢູ່ໃນມຽນມ້ານັ້ນ. ທ່ານ WEBB ສະມາຊິກ ສະພາສູງ ສັງກັດພັກເດໂມແຄຣັທ ຈາກຣັດເວີຈີເນັຽ ເປັນປະທານ ອະນຸກັມມະກາ ນກິຈການເອເຊັຽ ຕາເວັນອອກ ແລະປາຊີຟິກ ຂອງຄະນະກັມມະການ ຄວາມສັມພັນຕ່າງປະເທດ ຂອງສະພາສູງ ສະຫະຣັດ. ສະມາຊິກ ສະພາສູງ ສະຫະຣັດທ່ານນີ້ ໄດ້ຕຳໜິຕິຕຽນ ການລົງໂທດ ຂອງສະຫະຣັດ ແລະຢູໂຣບຕໍ່ມຽນມາ. ທ່ານໄດ້ເດີນທາງ ໄປຢ້ຽມຢາມ ປະເທດດັ່ງກ່າວ ເມື່ອເດືອນແລ້ວນີ້ ອັນ​ເປັນພາກສ່ວນນຶ່ງ ໃນການຢ້ຽມຢາມ 5 ປະເທດ ໃນເຂດເອເຊັຽ. ພວກຕຳໜິຕິຕຽນ ເວົ້າວ່າ ການໄປຢ້ຽມຢາມຂອງທ່ານ ເຮັດໃຫ້ຣັຖບານ ທະຫານມຽນມາ ເປັນຣັຖບານ ທີ່ຖືກຕ້ອງຊອບທັມ.

ອົງການຢູແນັສໂກ: ຄະນະກັມມະການຂອງ ອົງການໆສຶກສາ ວິທຍາສາດ ແລະວັທນະທັມ ສະຫະປະຊາຊາດ ຫລື UNESCO ໄດ້ເລືອກ ເອົານັກການທູດຊາວ BULGARIA ທ່ານນາງ IRINA BOKAVA ເປັນຜູ້ອຳນວຍການຄົນໃໝ່ ຂອງອົງການ. ນັກການທູດ BULGARIA ວັຍ 57 ປີ ໄດ້ຊະນະຣັຖມຸນຕຣີ ວັທນະທັມ ຂອງ ອີຢິບ ທ່ານ FAROUK HOSNI ດ້ວຍຄະ ແນນສຽງ 31 ຕໍ່ 27 ໃນການລົງຄະແນນສຽງ ຮອບທີ 5 ໃນວັນອັງຄານ ວານນີ້. ທ່ານນາງ BOKOVA ຊຶ່ງໃນປັດຈຸບັນ ເປັນເອກອັຄຣັຖທູດ BULGARIA ປະຈຳປະເທດຝຣັ່ງ ກ່ອນໜ້ານີ້ ເຄີຍເປັນຣັຖມຸນຕຣີ ການຕ່າງປະເທດ ຂອງ BULGARIA ມາແລ້ວ. ນາຍົກຣັຖມຸນຕຣີ BULGARIA ທ່ານ BOYKO BORISOV ເອີ້ນ ການເລືອກເອົາ ທ່ານນາງ BOKOVA ເປັນຫົວໜ້າອົງການ UNESCO ນີ້ວ່າ ເປັນການຮັບຮູ້ ອັນໃຫຍ່ຫລວງ ແລະໄຊຊະນະ ຂອງປະເທດນ້ອຍໆ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG