ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດ ຊອກຫາຊ່ອງທາງ ເພື່ອຮື້ຟື້ນ ການເຈຣະຈາ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ


ສະຫະປະຊາຊາດ: ສະຫະຣັດ ແລະຈີນ ຈະ ຊອກຫາຊ່ອງທາງ ເພື່ອຮື້ຟື້ນ ການເຈຣະຈາທີ່ ໄດ້ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ ກ່ຽວກັບການ ປ່ຽນແປງ ຂອງດິນຟ້າອາກາດ ໃນວັນອັງຄານ ມື້ນີ້ ຂະນະທີ່ພວກຜູ້ນຳຂອງໂລກ ໄປເຕົ້າໂຮມ ກັນທີ່ນະຄອນນິວຢອກ ເພື່ອເຂົ້າຮ່ວມ ກອງ ປະຊຸມສະມັດຊາໃຫຍ່ ປະຈຳປີ ຂອງອົງການ ສະຫະປະຊາຊາດ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະປະທານປະ ເທດຈີນ ທ່ານ HU JINTAO ຈະໄດ້ກ່າວຄຳ ປາສັຍ ຕໍ່ກອງປະຊຸມສຸດຍອດ ເປັນເວລານຶ່ງມື້ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຊຶ່ງ ຈັດຂຶ້ນພາຍໃຕ້ ຄວາມອຸບປະຖັມ ຂອງທ່ານ BAN KI MOON ເລຂາທິການໃຫຍ່ອົງການສະຫະປະຊາຊາດ. ມີປະມຸກ ຂອງປະເທດ ຕ່າງໆ ຫລາຍກວ່າ 90 ທ່ານ ຈະເຂົ້າຮ່ວມ ກອງປະຊຸມທີ່ວ່ານີ້. ພວກເຈົ້າໜ້າທີ່ຫວັງວ່າ ຈະສາມາດ ສ້າງຄວາມກ້າວໜ້າ ໃຫ້ແກ່ສົນທິສັນຍາ ວ່າດ້ວຍການປ່ຽນແປງ ຂອງດິນຟ້າ ອາກາດຂອງໂລກ ທີ່ຣັຖບານຂອງປະເທດຕ່າງໆ ມີແຜນການ ທີ່ຈະດຳເນີນການ ຂັ້ນສຸດທ້າຍ ໃນລະຫວ່າງກອງປະຊຸມ ທີ່ປະເທດເດນມາກຄ໌ ໃນເດືອນທັນວາປີນີ້.

ຕາເວັນອອກກາງ: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ເປັນເຈົ້າພາບຈັດ ການພົບປະກັນລະຫວ່າງຜູ້ນຳ ຂອງອິສຣາແອລ ແລະປາແລສໄຕນ໌ ທີ່ນະຄອນນິວຢອກ ໃນວັນ ອັງຄານມື້ນີ້ ໃນຄວາມພະຍາຍາມ ເພື່ອລິເລີ້ມ ການເຈຣະຈາ ສັນຕິພາບ ໃນພາກຕາເວັນອອກ ກາງຄືນໃໝ່. ຕ່າງຝ່າຍ ຕ່າງກໍໄດ້ດຳເນີນການ ຢ່າງຣະມັດຣະວັງ ບໍ່ໃຫ້ມີການຕັ້ງຄວາມຫວັງ ໄວ້ສູງເກີນໄປ ສຳລັບການພົບປະດັ່ງກ່າວຊຶ່ງ ຈະມີຂຶ້ນຢູ່ທາງນອກ ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດນັ້ນ. ໂຄສົກຂອງທຳນຽບຂາວ ທ່ານ ROBERT GIBBS ກ່າວໃນມື້ວານນີ້ວ່າ ເຈົ້າໜ້າທີ່ສະຫະຣັດ ບໍ່ໄດ້ມີການ ຄາດຫວັງຫຍັງຫລາຍ ກ່ຽວກັບຄວາມກ້າວໜ້າ ທີ່ອາດມີຂຶ້ນ. ໂຄສົກຂອງ ນາຍົກຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ກ່າວວ່າ ທ່ານ NETANYAHU ຈະບໍ່ຍອມຮັບເອົາ ການກົດດັນ ຂອງສະຫະຣັດ ແລະປາແລສໄຕນ໌ ທີ່ຢາກໃຫ້ຢຸດເຊົາ ການກໍ່ສ້າງບ້ານໃໝ່ ຂອງອິສຣາແອລ.

ສະຫະຣັດ - ມຽນມາ: ສະຫະຣັດ ໄດ້ອະນຸຍາດ ໃຫ້ຣັຖມຸນຕຣີ ການຕ່າງປະເທດມຽນມາ ເດີນທາງ ມາຍັງກຸງວໍຊິງຕັນເພື່ອຢ້ຽມຢາມ ສະຖານທູດມຽນມາ. ເຈົ້າ ໜ້າທີ່ສະຫະຣັດທ່ານນຶ່ງ ກ່າວວ່າ ພົນຕຣີ NYAN WIN ບໍ່ໄດ້ພົບປະກັບເຈົ້າໜ້າທີ່ສະຫະຣັດ ຄົນໃດ ທີ່ກຸງວໍຊິງຕັນ ແລະເວລານີ້ ໄດ້ເດີນທາງໄປ ນະຄອນນິວຢອກແລ້ວ ເພື່ອເຂົ້າຮ່ວມ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ. ຄວາມສັມພັນ ລະຫວ່າງສະຫະຣັດ ກັບຣັຖບານທະຫານມຽນມາ ໄດ້ຊຸດໂຊມລົງ ແລະຄວາມເຄັ່ງຕຶງ ໄດ້ມີເພີ້ມຂຶ້ນ ໃນປີນີ້ ເວລາທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ໄດ້ຖືກຕັດສິນໂທດ ມີຄວາມຜິດຍ້ອນ ໄດ້ລະເມີດເງື່ອນໄຂ ໃນການກັກບໍຣິເວນທ່ານນາງ ແລະສັ່ງໃຫ້ກັກບໍຣິເວນ ທ່ານນາງຕື່ມອີກ 1 ປີເຄິ່ງ. ທ່ານນາງອອງຊານ ຊູຈີ ທີ່ເຄີຍໄດ້ຮັບລາງວັນ ຂແນງສັນຕິພາບ ໄດ້ຖືກຈັບກຸມຄຸມຂັງ ບໍ່ໃນຮູບໃດ ກໍໃນຮູບນຶ່ງ ເປັນເວລາ 14 ປີ ໃນໄລຍະ 20 ປີ ທີ່ຜ່ານມານີ້.

ຮອນດູຣັສ: ຣັຖບານຊົ່ວຄາວ ຂອງຮອນດູຣັສ ໄດ້ຂຍາຍການຫ້າມອອກນອກເຮືອນ ໄປທົ່ວປະ ເທດ ເພື່ອເປັນການຮັບມືກັບການເດີນທາງກັບ ຄືນປະເທດ ແບບບໍ່ມີການຄາດຄິດ ຂອງປະທາ ນາທິບໍດີ MANUEL ZELAYA ທີ່ຖືກຂັບໄລ່ ອອກຈາກອຳນາດນັ້ນ. ໃນຂັ້ນຕົ້ນ ການຫ້າມ ອອກນອກເຮືອນ ມີີກຳນົດ ທີ່ຈະສິ້ນສຸດລົງ ໃນຕອນເຊົ້າ ຂອງວັນອັງຄານມື້ນີ້ ແຕ່ປັດຈຸບັນ ໄດ້ຂຍາຍເວລາ ໄປຮອດຕອນແລງມື້ນີ້. ທ່ານ ZELAYA ໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ຣັຖ ບານ ຮັກສາການຊົ່ວຄາວ ຂອງຮອນດູຣັສ ເວລາທ່ານ ໄດ້ອອກໄປປາກົດໂຕ ຢູ່ລະບຽງຂອງ ສະຖານທູດບຣາຊີລ ທີ່ນະຄອນຫລວງ TEGUCIGALPA ໃນວັນຈັນວານນີ້. ພວກສນັບສນຸນທ່ານ ຫລາຍພັນຄົນ ບໍ່ໄດ້ເອົາຫົວຊາ ຕໍ່ການຫ້າມ ອອກນອກເຮືອນ ແລະພາກັນໂຮມຊຸມນຸມ ຢູ່ນອກສະຖານທູດບຣາຊີລ ບ່ອນທີ່ປະທານາທິບໍດີ ຖືກຂັບໄລ່ ໄດ້ເຂົ້າໄປລີ້ຢູ່ນັ້ນ. ໃນການກ່າວ ຄຳປາສັຍ ທາງໂທຣະພາບນັ້ນ ທ່ານ ZELAYA ໄດ້ກ່າວເຖິງ ການເດີນທາງ ຜ່ານເຂດຊົນນະບົດ ເປັນເວລາ ຫລາຍໆຊົ່ວໂມງ ຂອງທ່ານ ເພື່ອຫລີກເວັ້ນ ດ່ານກວດທະຫານ.

ອັຟການິສຖານ: ໜັງສືພິມທີ່ສຳຄັນສະບັບນຶ່ງ ຂອງສະຫະຣັດ ລາຍງານວ່າ ທຳນຽບ 5 ແຈ ໄດ້ສັ່ງໃຫ້ຜູ້ບັນຊາການສູງສຸດ ກຳລັງສະຫະຣັດ ໃນອັຟການິສຖານເລື່ອນເວລາ ໃນການຍື່ນໜັງ ສື ຮ້ອງຂໍກຳລັງ ທະຫານເພີ້ມຕື່ມ. ໜັງສືພິມ WALL STREET JOURNAL ໄດ້ອ້າງ ຄຳ ເວົ້າຂອງເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ສະຫະຣັດ ທີ່ກ່າວວ່າ ຣັຖບານທ່ານ OBAMA ໄດ້ຂໍໃຫ້ເລື່ອນ ເວລາອອກໄປ ເພື່ອຢາກໃຫ້ ເປັນທີ່ແນ່ໃຈວ່າ ສະຫະຣັດ ໄດ້ໃຊ້ຍຸທສາດ ທີ່ຖືກຕ້ອງ ກ່ອນທີ່ຈະສຶກສາເບິ່ງ ຄຳຮ້ອງໃນ ການຂໍກຳລັງທະຫານ ເພີ້ມຕື່ມ. ຫົວໜ້າຜູ້ ບັນຊາການ ກຳລັງສະຫະຣັດ ແລະນາໂຕ້ ໃນອັຟການິສຖານ ເຕືອນວ່າ ມີທ່າທາງວ່າ ການປະຕິບັດງານ ຈະປະສົບກັບ ຄວາມລົ້ມແຫລວ ຖ້າຫາກບໍ່ມີ ການສົ່ງກຳລັງທະຫານ ໄປເພີ້ມ ພາຍໃນ ປີໜ້ານີ້. ແຕ່ນາຍພົນ STANLEY McCHRYSTAL ຍັງເວົ້າວ່າ ເຖິງແມ່ນ ສະຖານະການ ກຳລັງຢູ່ໃນ ຄວາມຂັບຂັນກໍຈິງ ແຕ່ຄວາມສຳເຣັດ ກໍຍັງສາມາດ ບັນລຸໄດ້ ຖ້າການປະຕິບັດງານ ທີ່ວ່ານີ້ ຫາກໄດ້ຮັບຊັພຍາກອນ ທີ່ເໝາະສົມ ແລະການສນັບສນຸນ ຈາກທົ່ວກຳລັງປະສົມ.

ຝຣັ່ງ - ອັຟການິສຖານ: ຕຳຣວດຝຣັ່ງ ໄດ້ ຄຸມຂັງ ພວກຄົນເຂົ້າເມືອງ ເກືອບ 300 ຄົນ ໃນການບຸກເຂົ້າໄປກວດຄົ້ນ ສູນຊົ່ວຄາວແຫ່ງ ນຶ່ງໃນຕອນເຊົ້າມື້ນີ້. ພວກສນັບສນຸນ ຄົນເຂົ້າ ເມືອງໄດ້ພາກັນຈັດຕັ້ງ ສາຍໂສ້ມະນຸດ ເພື່ອ ພະຍາຍາມ ສະກັດກັ້ນ ການຂັບໄລ່ ພວກຄົນ ເຂົ້າເມືອງ ທີ່ເມືອງທ່າ CALAIS. ແຕ່ພວກ ເຈົ້າໜ້າທີ່ ໄດ້ບຸກຜ່ານເຄື່ອງກີດຂວາງ ແລະ ດຶງເອົາ ພວກຄົນເຂົ້າເມືອງເຫລົ່ານັ້ນ ອອກມາ ສ່ວນໃຫຍ່ແລ້ວ ແມ່ນມາຈາກ ອັຟການິສຖານ. ເຈົ້າໜ້າທີ່ຝຣັ່ງເວົ້າວ່າ ສູນຊົ່ວຄາວດັ່ງກ່າວ ບໍ່ຖືກຫລັກ ສຸຂພິບານ ແລະໄດ້ກາຍເປັນ ບ່ອນຫລົບລີ້ ສຳລັບກຸ່ມອັນທະພານ ທີ່ລັກລອບ ຄ້າມະນຸດ. ແຕ່ພວກຄົນເຂົ້າເມືອງ ເວົ້າວ່າ ພວກເຂົາເຈົ້າ ບໍ່ມີບ່ອນໃດອີກແລ້ວ ທີ່ຈະໄປ ແລະບັນດາກຸ່ມ ໃຫ້ຄວາມຊ່ອຍເຫລືອ ທາງດ້ານມະນຸສທັມກ່າວວ່າ ການຂັບໄລ່ທີ່ວ່ານີ້ ມີແຕ່ຈະຍ້າຍ ພວກຄົນເຂົ້າ ເມືອງຜິດກົດໝາຍ ໄປຍັງເຂດອື່ນ ຂອງເມືອງ CALAIS ເທົ່ານັ້ນ.

XS
SM
MD
LG