ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ບັນຊາການທະຫານສະຫະຣັດເຕືອນວ່າ ສົງຄາມໃນອັຟການີສຖານ ອາດປະເຊີນ ກັບຄວາມລົ້ມແຫລວຖ້າບໍ່ເພ່ີມທະຫານ


​ຂ່າວກ່ຽວກັບ​ອັຟກາ​ນີສຖານ: ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ສະຫະຣັດ​ແລະ​ຂອງກຸ່ມ NATO ​ໃນ​ອັຟກາ​ນີສຖານ​ເຕືອນ​ວ່າ ການ​ປະກອບ​ພາລະກິດ​ໃນ​ອັຟກາ​ນີສຖານ
ມີໂອກາດທ່ີ​ຈະ​ປະສົມ​ກັບ​ຄວາມ​ລົ້ມ​ແຫລວ​ໄດ້ ຖ້າ​ບໍ່​ມີ​ການ​ສົ່ງ​ທະຫານໄປ​ສົມທົບ​ຕື່ມ​ອີກ​ພາຍ​ໃນ​ປີໜ້າ​ນີ້. ໜັງສືພິມ
New York Time ​ແລະ​ໜັງສືພິມ Washington Post
​ໄດ້​ພິມ​ເຜີຍ​ແຜ່​ຫລາຍ​ພາກສ່ວນ​ຂອງ​ການ​ປະ​ເມິ​ນທາງ​ລັບ​ໂດຍ​ນາຍພົນ Stanley McChrystal ​ໃນ Web siteຂອງ​ເຂົາ​ເຈົ້າ​ໃນ​ວັນຈັນ​ມື້​ນີ້ ຊຶ່ງນາຍ​ພົນ McChrystal ຂຽນ​ວ່າ ການ​ບໍ່
​ມີ​ທະຫານ​ພຽງພໍຈະ​ສ່ຽງ​ກັບ​ສົງຄາມ​ທ່ີ​ຍືດ​ຍາວ​ແລະ​ສິ້ນ​ເປືອງ ​ຄ່າ​ໃຊ້​ຈ່າຍ​ຫລາຍ​ທ່ີ​ອາດຈະ​ຍັງ​ຜົນ​ເຮັດ​ໃຫ້​ປາ​ໄຊ​ໄດ້. ​ແຕ່​ທ່ານ​ ກ່າວ​ວ່າ ຄວາມ​ສຳ​ເຣັດ​ໃນອັຟກາ​ນີສຖານ​ຍັງ​ສາມາດ​ບັນລຸ​ໄດ້​ຢູ່​ຖ້າ​ທາງ​ ກຳລັງ​ຂອງ​ຝ່າຍ​ພັນທະ​ມິດສາມາດ​ຕ່າວ​ປີ້ນ​ໂອກາດ​ບຸກຄືບ​ໜ້າຂອງ​ພວກ​ກະບົດ​ໄດ້​. ປະທານາທິບໍດີ​ບາຣັກ
​ໂອ​ບາ​ມາ​ພ້ອມ​ດ້ວຍ​ທີ​ມຮັກສາ​ຄວາມ​ປອດ​ໄພແຫ່ງ​ຊາດ​ຂອງ​ທ່ານ​ກຳລັງ​ທົບ​ທວນ​ເບິ່ງ​ລາຍ​ງານ​ຂອງ​ນາຍ
​ພົນ McChrystal ຢູ່ ຊຶ່ງ​ທ່ານ​ໄດ້​ຍື່ນ​ຕໍ່​ທ່ານ Robert Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທ​ດສະຫະຣັດ ​ໃນ​ວັນ​ທີ 30 ສິງຫາ​ຜ່ານ​ມາ​ນີ້.
​ກ່ຽວກັບນະໂຍບາຍຂອງໂອບາມາ. ປະທານາທິບໍດີ​ໂອ​ບາ​ມາ​ກຳລັງ​ພະຍາຍາມ​ຕັດສິນ​ໃຈ​ວ່າ ຈະ​ສົ່ງທະຫານ​ສະຫະຣັດ​ໄປ​ເພ່ີມ​ອີກ​ຫລື​ບໍ​ໃນ​ອັຟກາ​ນີສ ຖານ​ນັ້ນ ​ແລະທ່ານ​ ກ່າວ​ວ່າ ທ່ານ​ຈະ​ບໍ່​ຕັດສິນ​ໃຈ​ເຣື່ອງສົງຄາມ​ໃນ​ ອັຟກາ​ນີສຖານ​ໂດຍ​ອິງ​ໃສ່ເຣື່ອງການ​ເມືອງ​ໃນ​ປັດຈຸ​ບັນ ​ໃນ​ຂະນະ​ທ່ີ​ທ່ານ​ກຳລັງ​ປະ​ເຊີນ​ກັບ​ການ​ຄັດຄ້ານ​ຈາກ​ປະຊາຊົນ​ຫລາຍ​ຂຶ້ນ​ຢູ່​ໃນ​ສະຫະຣັດກ່ຽວ​ກັບ​ສົງຄາມ​ໃນ​ອັຟກາ​ນີສຖານ​ນີ້.
​ໃນ​ການ​ໃຫ້​ສັມພາດ​ຕໍ່​ໂທຣະພາບ​ຫລາຍ​ຊ່ອງ​ຕິດຕໍ່​ກັນ​ຫລາຍ​ບັ້ນ​ທ່ີ
ອອກ​ອາກາດ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ບໍ່
ມີ​ກຳນົດ​ເວລາ​ຕາຍ​ໂຕ​ໃນ​ການ​ຖອນ​ທະຫານ​ສະຫະຣັດອອກ​ຈາກ
ອັຟກາ​ນີສຖານ​ ​ແຕ່​ບໍ່​ເຊື່ອ​ວ່າສະຫະຣັດຈະ​ທຳ​ການ​ຄອບ​ຄອງ​ຢູ່​ທ່ີ​ນັ້ນ​ຕລອດ​ໄປ.
ກ່ຽວ​ກັບ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ໃນ​ສະຫະຣັດ:
ຜູ້​ຊາຍ​ອັຟກາ​ນີສຖານ 3 ຄົນ​ກຳນົດ​ຈະ​ໄປ​ປາກົດໂຕ​ຕໍ່​ສານຣັຖບານ​ກາງສະຫະຣັດ​ໃນ​ວັນ​ຈັນມື້​ນີ້​ເພື່ອ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ຖານ​ໃຫ້ການ​ຜິດພາດຕໍ່​ເຈົ້າ​ໜ້າ​ທ່ີ​ໃນ​ການ​ສືບສວນ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຂອງສະຫະ
ຣັດ ນັ້ນ. ພວກ​ຜູ້​ຊາຍ 3 ຄົນ​ທ່ີ​ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ຜ່ານ​ມາ ສາມາດ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຈຳ​ຄຸກ
​ເຖິງ 8 ປີ​ໄດ້ ຖ້າ​ສານ​ຕັດສິນ​ວ່າ​ພວກ​ຜູ້ກ່ຽວມີ​ຄວາມ​ຜິດ​ແທ້​ນັ້ນ. ນາຍ Najibullah Zazi ຊຶ່ງ​ເປັນ​ອົບ​
ພະຍົບຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະຣັດ​ແລະ​ພໍ່​ຂອງ​ລາວ​ທ່ີ​ເປັນ​ພົນລະ​ເມືອງ​ສະຫະຣັດ ຈະ​ໄປ​ປາກົດ​ໂຕ​ຕໍ່​ສານ​ທ່ີ​ນະຄອນ Denver ຣັດ Colorado ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະຣັດ ​ແລະ​ຜູ້​ຊາຍ​ຄົນທີ​ສາມ​ຄື​ນາຍ Ahmad Wais Afzali ຈະ​ໄປ​ປາກົດ​ຕໍ່​ສານ​ທ່ີ​ນະຄອນ​ນີວຢອກ ​ແລະ​ນາຍ Afzali ກໍ​ເປັນ​ອົບ​ພະຍົບທ່ີຖືກຕ້ອງ​ຕາມ​ກົດໝາຍ​ແລະ​ຢູ່ໃນ​ສະຫະຣັດ​ໄດ້​ຢ່າງຖາວອນ​ນັ້ນ. ທ່ານ Raymond Kelly
ຫົວໜ້າ​ຕຳຫລວດ​ທ່ີ​ນະຄອນ​ນີວຢອກ ​ເຊື່ອ​ວ່າ ນາຍ Zazi​ໄດ້​ຕົວະ​ເຈົ້າ​ໜ້າ​ທ່ີ​ເວລາ​ລາວ​ປະຕິ​ເສດ​ວ່່າລາວ​ບໍ່
​ຮູ້​ເຣື່ອງຫຍັງ​ກ່ຽວ​ກັບ​ໜັງສື​ແນະນຳ​ກ່ຽວ​ກັບ​ວິທີ​ເຮັດ​ລະ​ເບີດທ່ີ​ເຈົ້າ​ໜ້າ ​ທ່ີ​ສືບ​ລັບຣັຖບານ​ກາງ​ພົບ​ເຫັນ​ຢູ່ໃນ ​ລົດ​ຂອງ​ລາວ​ນັ້ນ.
ກ່ຽວ​ກັບ​ເງິນຕາ​ຕ່າງປະ​ເທດ​ຂອງ​ອິຣ່ານ: ສື່​ມວນ​ຊົນ​ທາງ​ການ​ອິຣ່ານກ່າວ​ວ່າ ອິຣ່ານຈະ​ປ່ຽນ​ເງິນຕາ​ສຳຮອງຕ່າງປະ​ເທດ​ຂອງ​ຕົນ​ຈາກ​ເງິນ​ດອນ​ລາ​ສະຫະຣັດ​ໄປ​ເປັນເງິນ​ຢູ​ໂຣ. ລາຍ​ງານ​ກ່າວ​ວ່າ ປະທານາທິບໍດີ Mahmoud Ahmadinejad ​ໄດ້ສັ່ງ​ໃຫ້​ທຳ​ການ​ປ່ຽນ​ແປງ​ດັ່ງກ່າວ​ຫລັງ​ຈາກ​ການ​ຕັດສິນ​ໃຈ ​ໂດຍຄນະກັມມະການກຳກັບ​ເງິນຕາ​ສຳຮອງ ​ຕ່າງປະ​ເທດ​ຂອງ​ປະ​ເທດ. ອິຣ່ານ​ໄດ້​ປ່ຽນ​ຈາກ​ການ​ຮັບ​ເງິນ​ດອນ​ລາ​ສະຫະຣັດ​ໄປ​ເປັນ​ເງິນ​ຢູ​ໂຣ​ແລ້ວໃນ​ການ​ຂາຍ​ນ້ຳມັນ​ຂອງ​ຕົນ​ ອັນ​ເປັນ​ແຫ​ລ່ງລາຍ​ໄດ້​ຈາກ​ຕ່າງປະ​ເທດ​ນັ້ນ. ອິຣ່ານ​ໄດ້​ເອົາ​ບາດກ້າວ ​ຫລາຍ​ຢ່າງ​ມາ​ແລ້ວ ​ເພື່ອ​ຕີ​ໂຕ​ຫ່າງ​ຈາກ​ລະບົບທະນາຄານ​ສະຫະຣັດ​ໃນ​ຂະນະ ​ທ່ີຣັຖບານ​ກຸງ​ວໍ​ຊິງ​ຕັນ​ທຳ​ການ​ເຄື່ອນ​ໄຫວ​ໂດດດ່ຽວ​ທາງ​ດ້ານ​ເສດຖະກິດ​ຕໍ່ຣັຖບານ​ກຸງ​ເຕຮິຣ່ານ​ເນື່ອງ​ຈາກ
​ໂຄງການ​ນີວ​ເຄລັຍ​ຂອງ​ອິຣ່ານທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ.
ການ​ປະ​ທ້ວງ​ທີ່ໄທ: ທາງ​ການ​ໄທ​ໄດ້​ອະນຸຍາດ​ໃຫ້​ພວກ​ປະ​ທ້ວງ​ໄປ​ໂຮມ​ຊຸມນຸມ​ກັນທ່ີ​ບໍລິວັດແຫ່ງ​ນຶ່ງ​ທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ໃນ​ເຂດ​ຊາຍ​ແດນ​ທ່ີ​ຕິດ​ກັບ​ກຳປູ​ເຈັຍ 1 ມື້​ຫລັງ​ຈາກ​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ຊຶ່ງ​ເຮັດ​ໃຫ້​ປະຊາຊົນ 20 ຄົນ​ໄດ້​ຮັບ​ບາດ​ເຈັບ​ນັ້ນ. ພວກ​ນິຍົມ​ຊາດ​ໄທ
​ໄດ້​ພາກັນ​ໄປ​ໂຮມ​ຊຸມນຸມ​ກັນ​ໃນ​ວັນ​ອາທິດ​ວານ​ນີ້​ຢູ່ໃກ້ໆ​ກັບ​ວັດ​ຂ​ເມນ​ແຫ່ງ​ນຶ່ງ​ທ່ີ​ສ້າງ​ຂຶ້ນ​ໃນ​ສັດ​ຕວັດ​ ທີ11 ທ່ີ​ໄດ້​ເປັນຈຸດໃຈກາງ​ຂອງ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ໄທ​ແລະ​ກຳປູ​ເຈັຍ​ໃນ​ປີຜ່ານມາ​. ພວກ​ປະ​ທ້ວງ​ຈາກ​ກຸ່ມ​ພັນ ທະ​ມິດປະຊາຊົນ​ເພື່ອ​ປະຊາທິປະ​ໄຕ​ ທ່ີ​ຮູ້​ກັນ​ວ່າ​ພວກ​ເສື້ອເຫລືອງ ​ໄດ້​ຮຽກຮ້ອງ​ໃຫ້ຣັຖບານ​ໄທ​ຮັບປະກັນ​ອະທິປະ​ໄຕຂອງ​ໄທ​ເໜືອ​ເຂດ​ດັ່ງກ່າວ​. ການ​ຊຸມນຸມ​ປະ​ທ້ວງ​ຢ່າງສັນຕິ​ນີ້​ມີ​ຂຶ້ນ ຫລັງ​ຈາກ​ການ​ປະ​ທ້ວງ​ທ່ີ​ມີ​ຂຶ້ນ ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ຊຶ່ງ​ໄດ້​ກາຍ​ເປັນ​ເຫດການ​ຮຸນ​ແຮງ​ ​ເວລາ​ພວກ​ເສື້ອ​ເຫລືອງ​ປະມານ 5 ພັນ​ຄົນ​ປະ​ທະ​ກັບ​ພວກ​ປະຊາຊົນ​ແລະຕຳຫລວດ​ໃນ​ທ້ອງ​ຖິ່ນ. ສານ​ນາໆ​ຊາດ​ໄດ້​ຕັດສິນ​ໃຫ້​ກຳປູ​ເຈັຍ​ເປັນ​ຜູ້​ຄວບ​ຄຸມບໍລິ​ເວນ​ເຂົາ​ ພຣະວິຫານ​ໃນ​ປີ1962 ​ແຕ່​ທ່ີ​ດິນ​ບາງ​ແຫ່ງ​ຢູ່​ໃກ້​ກັບ​ຂົງ​ເຂດ​ຍັງ​ເປັນບັນຫາ​ຂັດ​ແຍ່ງ​ກັນ​ຢູ່. ພວກ​ປະ​ທ້ວງ​ເສື້ອ​ເຫລືອງ​ຢາກ​ໃຫ້ຣັຖບານຊຸກຍູ້​ກຳລັງ​ຂອງ​ກຳປູ​ເຈັຍ​ອອກ​ຈາກ​ເຂດ​ເຂົາ​ພຣະວິຫານ​ນັ້ນ.

XS
SM
MD
LG