ນັບແຕ່ເວລາໃນປະຫວັດສາດຈົນມາເຖິງເທົ່າທຸກວັນນີ້ ພວກ ຜູ້ຄົນໄດ້ພາກັນເຈັບໄຂ້ໄດ້ປ່ວຍ ຢູ່ເລື້ອຍມາ. ແຕ່ວ່າ ຂໍ້ມູນ ຂອງຄວາມເຈັບເປັນ ຕ່າງໆເຫລົ່ານີ້ແມ່ນມາຈາກພວກ ນັກຄົ້ນຄວ້າສະມັຍໄໝ່ ທີ່ໄດ້ລວບລວມເອົາຫລັກຖານ ຕ່າງໆ ເປັນຕົ້ນວ່າ ກະດູກ, ສິນລະປະກຳ ແລະ ບົດ ຂຽນ ບັນທຶກເກົ່າໆ. ແຕ່ຢູ່ໃນຈີນນັ້ນ ບັນທຶກກ່ຽວກັບປະຊາຄົມ ແມ່ນໄດ້ ເກັບກຳ ເລື້ອງລາວຂອງການແຜ່ລະບາດ ຂອງເຊື້ອໂຣກໄວ້ ເປັນເວລາພັນປີ.
ໃນປະເພນີຂອງຈີນ ຜູ້ຄົນມັກຈະບັນທຶກ ແລະ ຂຽນເລື້ອງ ກ່ຽວກັບບ່ອນ ຢູ່ອາໃສ ຂອງຕົນເປັນສຳຄັນ ເຊັ່ນ ພວກນັກ ຂຽນ ແລະ ສະໝຽນມັກຂຽນກ່ຽວກັບຊີວິດປະຈຳວັນທີ່ຕົນໄດ້ພົບເຫັນສິ່ງຕ່າງໆ ພ້ອມກັບ ບັນທຶກ ເຫດ ການຕ່າງໆ ທີ່ມີລັກສະນະຜິດປົກກະຕິ ຫລື ພິເສດ ເກີດຂຶ້ນ ເຊ່ນວ່າ ດິນຟ້າອາກາດ, ການເກັບກ່ຽວທີ່ບໍ່ໄດ້ຮັບຜົນດີເປັນພິເສດ, ລວມເຖິງເລື້ອງ ສົງຄາມ, ແລະ ການຍົກຍ້າຍຖິ່ນຖານບ້ານ ຊ່ອງ ໄປຢູ່ແຫ່ງອື່ນ ຂອງຜູ້ຄົນເປັນຕົ້ນ.
ບັນທຶກເຫລົ່ານີ້ ບາງກໍລະນີ ໄດ້ຖືກເກັບຮັກສາໄວ້ ນານກວ່າ 2.000 ປີ ທີ່ຕົກທອດສືບ ຕໍ່ກັນ ມາຈາກກະສັດປົກຄອງ ສະໄໝນຶ່ງ ໄປຫາ ອີກສະໄໝນຶ່ງຕໍ່ໆ ກັນໄປ.
ໃນໝໍ່ໆມານີ້ທ່ານ Alfredo Morabia ນັກຄົ້ນຄວ້າດ້ານການແຜ່ລະບາດຂອງພະຍາດ ຈາກມະຫາ ວິທະຍາໄລ Queens College ທີ່ New Yorkໄດ້ເລີ້ມຄົ້ນຄິດໄຕ່ຕອງ ເບິ່ງບັນທຶກ ໃນໜັງສືເຫລົ່ານີ້ ແລະ ກໍໄດ້ພົບວ່າ ພວກໜັງສື ແລະ ບັນທຶກເກົ່າໆ ເຫລົ່ານີ້ ໄດ້ບັນຈຸຂໍ້ມູນກ່ຽວກັບ ການເຈັບເປັນ ແລະ ການ ແຜ່ລະບາດຂອງພະຍາດ ທີ່ໄດ້ເກີດຂຶ້ນ ໃນຫລາຍໆພາກສ່ວນຂອງຈີນ ໃນເວລານັ້ນ ຊຶ່ງທ່ານ Morabia ເວົ້າວ່າ:
“ ແລະ ຕໍ່ມາ ໃນລະຫວ່າງສະໄໝແມນຈູ ແລະ ຣາຊວົງ ຈິ໋ງນັ້ນ ພວກເພິ່ນໄດ້ຂຽນສາລະນຸກົມຂະໜາດໃຫຍ່. ແລະ ໃນ ສາລະນຸກົມດັ່ງກ່າວນີ້ ພວກເພິ່ນໄດ້ປະສົມປະສານກັບປະ ຫວັດສາດ ຣາຊວົງໄວ້ນຳ. ດັ່ງນັ້ນ ຢູ່ໃນຈີນ ເຮົາຈະມີສູນກາງຂໍ້ມູນກ່ຽວກັບການລະບາດຂອງພະຍາດຕ່າງໆ ໃນທຸກໆສະໄໝ ຈັກກະ ພັດຈີນ ຊຶ່ງເລີ້ມຕົ້ນມາຕັ້ງແຕ່ສະໄໝປີ 200 ກ່ອນຄຣິສຕະສັກກະຣາດ ຈົນມາຮອດປີ ຄຣິສຕະສັກກະຣາດ 1911 ໃນສະໄໝເຮົານີ້.”
ແຕ່ບັນທຶກເຫລົ່ານີ້ ບໍ່ໄດ້ບອກວ່າການແຜ່ລະບາດຂອງໂຣກ ຫລື ພະຍາດຕ່າງໆ ນັ້ນແມ່ນເຊື້ອໂຣກຫຍັງ, ພຽງແຕ່ບອກວ່າມັນເກີດຂຶ້ນໃນເວລາໃດ ແລະ ມີຈັກຄົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະ ບາດ ດັ່ງກ່າວ ເທົ່ານັ້ນ. ຈາກການສຶກສາເບິ່ງບົດບັນທຶກທ່ານ Morabia ເຫັນວ່າ ໃນໄລຍະ ກວ່າ ນຶ່ງພັນປີ ອາດໄດ້ມີການແຜ່ລະບາດຂອງເຊື້ອໂຣກຢູ່ 3-4 ຄັ້ງເທົ່ານັ້ນ.
ສະນັ້ນ, ຄົນໃນສະໄໝກ່ອນສ່ວນໃຫຍ່ໃນຊີວິດເຂົາເຈົ້າ ແມ່ນປາສຈາກການປະສົບພົບພໍ້ກັບການແຜ່ລະບາດຂອງພະ ຍາດຄັ້ງໃຫຍ່ໆ. ນີ້ກໍຄືວ່າ ຄົນໃນຍຸກນັ້ນໃນຊົ່ວ ຊີວິດນຶ່ງອາດສາມາດ ດຳລົງຊີວິດ ຢູ່ໂດຍທີ່ບໍ່ໄດ້ປະເຊີນກັບການແຜ່ລະບາດຂອງໂຣກຈັກເທື່ອເລີຍ ກໍມີ.
ພົລເມືອງຂອງໂລກ ໃນສະໄໝນັ້ນ ກໍຂ້ອນຂ້າງຈະໜ້ອຍ ແລະ ຜູ້ຄົນກໍດຳລົງຊີວິດຢູ່ເປັນກຸ່ມ ແລະ ຢູ່ໂດດດ່ຽວຫ່າງໄກກັນ, ເຊິ່ງເຂົາເຈົ້າກໍບໍ່ມີການໄປມາຫາສູ່ກັນ. ແຕ່ວ່າສະພາບແບບນັ້ນ ກໍໄດ້ປ່ຽນແປງໄປ ໃນປະມານໃນສັດຕະວັດ ທີ 12.
ທ່ານ Morabia ກ່າວເພີ້ມເຕີມວ່າ:
“ແລະ ຕໍ່ມາ ດ້ວຍເຫດຜົນຫລາຍປະການ
ຈຳນວນປະຊາກອນໄດ້ເລີ້ມຂະຫຍາຍ ຕົວຂຶ້ນຢ່າງວ່ອງໄວ ແລະ ເມື່ອເລີ້ມຕົ້ນສະຖິຕິເກັບກຳຈຳນວນປະຊາ ກອນຂະຫຍາຍຕົວອອກ
ພວກເຮົາກໍໄດ້ເຫັນການເຕີບໂຕ ໃນຄວາມຖີ່ຂອງ ການລະບາດຂອງພະຍາດ ແລະ ໂຣກຕ່າງໆນັ້ນ.”
ທ່ານ Morabia ໄດ້ຕິດຕາມເບິ່ງການທະວີຄູນຂຶ້ນ
ຂອງການແຜ່ລະບາດຂອງພະຍາດ ໂດຍມີການເຊື່ອມໂຍງໃສ່ກັບການເພີ້ມຂຶ້ນຂອງພົລເມືອງ
ແລະ ທ່ານພົບວ່າ ເນື່ອງຈາກ ຄົນເຮົາໄດ້ດຳລົງຊີວິດຢູ່ນັບມື້ ນັບໃກ້ກັບສັດ,
ດ້ວຍເຫດນີ້ ຈຶ່ງພາໃຫ້ມີການແຜ່ລະບາດຂອງເຊື້ອໂຣກ ຈາກສັດໄປຫາຄົນ ແລະ ກໍຈາກຄົນໄປຫາສັດຄືກັນ.
ທ່ານ ອະທິບາຍເພີ້ມເຕີມວ່າ ໃນຫລາຍໆສັດຕະວັດກ່ອນໜ້າ ນີ້ ໝໍປົວພະຍາດພື້ນເມືອງ ແລະ ທ່ານໝໍ ທັງຫລາຍບໍ່ໄດ້ມີມຸມມອງທີ່ເຫັນວ່າຄົນປ່ວຍຜູ້ນຶ່ງ ສາມາດນຳໂຣກຕິດຕໍ່ໃສ່ກັບຄົນເຈັບຜູ້ອື່ນໆແຕ່ຢ່າງໃດເລີຍ. ພວກເພິ່ນພາກັນເຊື່ອວ່າ ຖ້າຫາກຄົນຜູ້ນຶ່ງປ່ວຍ, ມັນກໍເປັນບັນຫາຂອງພຽງແຕ່ຄົນຜູ້ນັ້ນ ແມ້ນແຕ່ວ່າ ມີພະຍາດແຜ່ລະບາດຢູ່ອ້ອມຕົວຄົນພວກນັ້ນ ຢູ່ເຕັມໄປກໍຕາມ.
ທ່ານ Morabia ຍັງໄດ້ເວົ້າອີກວ່າ ມາເຖິງສັດຕະວັດທີ 18 ແລະ 19 ພີ້ ທີ່ທ່ານໝໍ ຊາວຕາເວັນຕົກ ຫລື ຢູໂຣບ ແລະ ຕໍ່ມາກໍແມ່ນພວກນັກວິທຍາສາດ ຈຶ່ງສາມາດເຂົ້າໃຈກ່ຽວກັບ ການແຜ່ລະບາດຂອງເຊື້ອໂຣກ ແລະ ຄວາມຮ້າຍແຮງຂອງມັນ, ແລະ ຈາກນັ້ນກໍຈຶ່ງຮູ້ຈັກວ່າຈະປ້ອງກັນມັນໄດ້ແນວໃດ. ແລະ ຂໍ້ມູນຢູ່ໃນບັນທຶກຂອງຈີນ ກໍໄດ້ສະແດງໃຫ້ເຫັນວ່າ ຢູ່ເອເຊຍ ກໍເປັນເຊັ່ນນັ້ນຄືກັນ.