ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂອບາມາຈະພະຍາຍາມນຳ ບັນດາຜູ້ນຳ ອິສຣາແອນແລະປາເລສໄຕນ໌ ມາພົບປະກັນ


​ການ​ເຈຣະຈາ​ສັນຕິພາບ​ລະຫວ່າງ​ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌: ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດຈະ​ພະຍາຍາມ​ລິ​ເລີ່​ມການ​ພົບ​ປະ​ເຈລະຈາ​ສັນຕິພາບ​ໃນ​ພາກ​ ຕາ​ເວັນ​ອອກ​ກາງຄືນ​ໃໝ່​ໃນ ສັບປະດາ​ນີ້ ​ເພື່ອ​ທຳການ​ພົບ​ປະ ກັນ​ກັບຜູ້ ນຳ​ອີສຣາ​ແອນ​ແລະປາ​ເລ​ສ​ໄຕ​ນ໌. ທຳນຽບຂາວ​ກ່າວ​ວ່າ ການ​ພົບ​ປະກັນ​ດັ່ງກ່າວ​ກຳນົດ​ຈະ​ມີຂຶ້ນ​ໃນ​ວັນ​ອັງຄານ​ສັບປະດາ​ນີ້​ຢູ່​ນອກ​ກອງ​ປະຊຸມ​ສະມັດ ຊາ​ໃຫຍ່​ສະຫະ​ປະຊາ​ຊາດໃນ​ນະຄອນ​ ນີວຢອກ​ນັ້ນ. ທ່ານ​ໂອ​ບາ​ມາ​ຈະ​ທຳ​ການ​ພົບ​ປະກັນ​ຕ່າງ ຫາກ​ກັບ​ນາຍົກຣັຖມຸນຕີ ອີສຣາ​ແອນ ທ່ານBenjamin Netanyahu ​ແລະ​ປະທານາທິບໍດີ Mahmoud Abbas ແຫ່ງ​ປາ​ເລ​ສ​ໄຕ​ນ໌ນັ້ນ ກ່ອນ​ຈະ​ນຳ​ພວກ​ທ່ານ​ມາ​ພົບ​ປະ​ຕໍ່ໜ້າ​ກັນນັ້ນ.ທາງ​ການ​ຂອງ​ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌ ຕ່າງ​ຝ່າຍ​ຕ່າງ​ຮັບ​ເອົາຄຳ​
ເຊື້​ອ​ເຊີນ​ຂອງ​ທ່ານ​ໂອ​ບາ​ມາ​ນັ້ນ. ທ່ານ George Mitchell ທູດ​ພິ​ເສດ​ຂອງ​ສະຫະຣັດກ່ຽວ​ກັບ​ບັນຫາ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ວ່າ ການ​ພົບ​ປະ​ຮ່ວມ​ກັນ​ທ່ີ​ວ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໝາຍ​ຢ່າງ​ເລິກ​ເຊິ່ງຂອງ​ປະທາ ນາທິບໍດີ​ໂອ​ບາ​ມາ​ໃນ​ການ​ນຳ​ສັນຕິພາບ​ຢ່າງຮອບດ້ານ​ມາສູ່​ຂົງ​ເຂດ​ນັ້ນ. ທ່ານ Mitchell ​ເດີນທາງ​ ກັບ​ຄືນ​ສູ່​ສະຫະຣັດ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຫລັງ​ຈາກ​ທຳ​ການ​ພະຍາຍາມ​ທ່ີ​ບໍ່​ສຳ​ເຣັດຜົນ​ໃນ​ການ​ແກ້​ໄຂ​ອຸບປະສັກ​ກີດ​ກັນ​ທ່ີ​ສຳຄັນ​ໃນ​ການ​ນຳ​ມາ​ຊຶ່ງ​ສັນຕິພາບ​ໃນ​ຂົງ​ເຂດ​ນັ້ນ​ ກໍ​ຄືການ​ສ້າງ​ບ້ານ​ເຮືອນ​ຂຶ້ນ​ຂອງ​ອີສຣາ​ແອນ​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ແລະ​ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ນະຄອນ Jerusalem ນັ້ນ.
ທ່ານ​ໂອ​ບາ​ມາ​ກ່າວ​ປ້ອງ​ກັນ​ນະ​ໂຍບາຍ​ຂອງ​ທ່ານ: ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ສະຫະຣັດກາດ​ໂຕ​ຢູ່​ໃນ​ຊ່ອງຂ່າວ​ໂທຣະພາບ 5 ຊ່ອງ​ຫລາຍ​ເປັນ​ປວັດ​ການ​ໃນ​ວັນ​ອາທິດ​ມື້​ນີ້
ໃນ​ຂະນະ​ທ່ີ​ທ່ານ​ພະຍາຍາມ​ຫັນ​ເຫ​ພວກ​ທ່ີ​ຕຳ​ໜິຕິຕຽນ​ນະ​ໂຍບາຍຂອງ​ທ່ານ. ທ່ານ​ຈະ​ໃຫ້​ສັມ ພາດ​ຕໍ່​ລາຍການ​ຂ່າວ​ໂທຣະພາບ​ໃນ​ຕອນ​ເຊົ້າ​ທັງ​ໝົດ​ໃນ​ສະຫະຣັດ​ນອກຈາກ​ຕາໜ່າງ​ໂທຣະພາບ​ Fox ຊຶ່ງ​ເປັນຊ່ອງ​ທ່ີ​ນິຍົມ​ແນວທາງ​ເດີມ ທ່ີ​ຕຳ​ໜິຕິ​ຕຽນຣັຖບານ​ຂອງ​ທ່ານຢ່າງ​ແຂງ​ແຮງນັ້ນ. ປະທານາທິບໍດີ​ໂອ​ບາ​ມາ​ພະຍາຍາມ​ທຳ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​ລະບົບ​ຮັກສາ​ສຸກຂະພາບ​ຂອງ​ສະຫະຣັດ​ໃນ​ປັດຈຸບັນ​ໃນ​ຂະນະ​ດຽວ​ກັນ​ກຳລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ ​ເສດຖະ ກິດແລະສົງຄາມ ​ຢູ່ 2​ແຫ່ງ. ​ແຜນການ​ຮັກສາ​ສຸກຂະພາບ​ຂອງ​ປະທານ​ທິບໍດີ​ສັງກັດ​ພັກ​ເດ​ໂມກຣັດ ​ໄດ້​ ປະ​ເຊີນ​ກັບການ​ຄັດຄ້ານ​ຢ່າງ ​ແຂງ​ແຮງ​ຈາກ​ພວກສະມາຊິກ​ສະພານິຕິບັນຍັດ​ສັງກັດ​ພັກ Republican ຊຶ່ງ​ພວກ​ສະມາຊິກ​ເຫລົ່າ​ນີ້ຫລາຍ​ ທ່ານ​ກ່າວ​ວ່າ ​ເປັນ​ແຜນການ​ແບບ​ສັງຄົມ​ນິຍົມ.ພວກ​ຊາວ​ອະ​ເມຣິກັນ​ນິຍົມ​ແນວທາງ​ເດີມ​ຫລາຍ​ໝື່ນ​ຄົນ​ພາກັນ​ໂຮມຊຸມນຸມ​ກັນ​ໃນ​ກຸງ​ວໍ​ຊິງ​ຕັນ​ຄັດຄ້ານ​ແຜນການ​ດັ່ງກ່າວ​ແລະ​ນະ​ ໂຍບາຍຕ່າງໆ​ຂອງ​ທ່ານ​ໂອ​ບາ​ມາ​ໃນ​ສັບປະດາ​ຜ່ານ​ມາ. ບັນດາ​ນັກວິ​ເຄາະ ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ພະຍາຍາມ​ປ່ຽນ​ການ​ຄັດຄ້ານ​ເຫລົ່າ​ນີ້ໂດຍ​ຜ່ານ​ ທາງສື່​ມວນ​ຊົນ​ໃນ​ວັນ​ອາທິດ​ມື້​ນີ້.
ສະຫະຣັດຈັບ​ຜູ້​ຕ້ອງ​ຫາ​ເປັນ​ຜູ້​ກໍ່​ການ​ຮ້າຍ: ​ເຈົ້າ​ໜ້າ​ທ່ີຣັຖບານ​ກາງ​ສະຫະຣັດ​ໄດ້​ຈັບ​ກຸມ​ຜູ້​ຊາຍ 3 ຄົນ​ໃນ​ຂໍ້​ຫາ​ໃຫ້ຂ່າວ​ຂໍ້​ມູນຜິດພາດ​ໃນ​ການ​ສືບສວນ​ໃນ​ການ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ນັ້ນ. ​ທາງ​ການ​ສະຫະຣັດ ​ໄດ້​ຈັບ​ກຸມ​ນາຍ Najibullah Zazi ​ແລະ​ພໍ່​ຂອງ​ລາວໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້​ທ່ີຣັດ Colorado ​ໃນ​ພາກ​ຕາ​ເວັນ​ຕົກຂອງ​ສະຫະຣັດຫລັງ​ຈາກນາຍ Zazi ລົບ​ລ້າງ​ແຜນການ​ພົບ​ປະ​ກັບ​ເຈົ້າ
ໜ້າ​ທ່ີ​ຣັຖບານ​ກາງ​ສຳລັບ​ການ​ສືບ​ປາກຄຳ​ເປັນ​ມື້​ທີ4.
ຊາຍ​ຜູ້​ທີ​ສາມ​ແມ່ນ​ນາຍ Ahmad Wais Afzali ຖືກ​ຈັບ​ກຸມ​ຕ່າງຫາກທ່ີ​ນະຄອນ​ນີວຢອກ.ກະຊວງ​ຍຸຕິ​ທັມ​ສະຫະຣັດກ່າວ​ຢູ່​ ໃນ
​ຖ​ແລງ​ການ​ສະບັບ​ນຶ່ງ​ວ່າ ຜູ້​ຊາຍແຕ່ລະຄົນ​ຖືກ​ກ່າວ​ຫາ​ໃນ​ຖານ ​ທຳ​ການ​ໃຫ້​ຂ່າວ​ຂໍ້​ມູນ​ຜິດ​ໂດຍ​ເຈດ​ຕະນາ​ແລະ​ດ້ວຍ​ຄວາມ​ສັມກ​ໃຈ​ຕໍ່​ການ​ສືບສວນ​ຂອງ​ຕຳຫລວດ​ສັນຕິ​ບານ​ກາງສະຫະຣັດຫລື FBI ​ໃນ​ການ​ສືບ ສວນ​ທ່ີ​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ​ໃນລະຫວ່າງ​ຊາດ​ແລະ​ພາຍ​ ໃນ​ປະ​ເທດ. ພວກ​ຜູ້​ຊາຍ​ທັງ​ສາມ​ຄົນ​ນິ້ີ້ກຳນົດ​ຈະ​ໄປ​ປາກົດ​ໂຕ​ຕໍ່​ສານ​ໃນ​ວັນ​ຈັນມື້​ອື່ນ ​ແລະ​ສາມາດ​ປະ​ເຊີນ​ກັບ ​ການ​ລົງ​ໂທດ​ຈຳ​ຄຸກເຖິງ 8 ປີ​ໄດ້ຖ້າ​ທາງ​ສານ​ຕັດສິນ​ວ່າ​ພວກ​ຜູ້​ກ່ຽວ​ມີ​ຄວາມ​ຜິດ​ແທ້.
ທາງ​ການ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ ນາຍ Zazi ​ເປັນ​ຜູ່​ຕ້ອງ​ສົງ​ໄສ​ໃນການວາງ​ແຜນ​ເຮັດ​ລະ​ເບີດ ​ແຕ່​ຜູ້​ ກ່າວ​ປະຕິ​ເສດ​ວ່າ​ ລາວ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ກັບ​ການ​ກໍ່​ການ​ຮ້າຍ.
ກ່ຽວ​ກັບ​ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ສະຫະຣັດ: ທ່ານ Robert Gates ຣັຖມຸນຕີ​ປ້ອງ ​ກັນ​ປະ​ເທດ​ສະຫະຣັດປະຕິ​ເສດຕໍ່​ການ​ຕຳ​ໜິຕິຕຽນ​ກ່ຽວ​ກັບ​ແຜນການ​ປ້ອງ​ກັນ​ລູກ​ສອນ​ໄຟ​ໃໝ່​ສຳລັບ​ຢູໂຣບ ​ໂດຍ​ບໍ່ຍອມຮັບ​ເອົາ​ການ​ກ່າວ​ອ້າງທ່ີ​ວ່າ ​ເປັນ​ການ​ຍິນ​ຍອມ​ໃຫ້​ແກ່ຣັດ​ເຊັຍ​ນັ້ນ. ທ່ານ Gates ກ່າວ​ປ້ອງ​ ກັນ​ຍຸດ​ທະ​ສາດ​ຂອງຣັຖບານ​ທ່ານ​ໂອ​ບາ​ມາ​ຢູ່​ໃນ​ບົດ​ຄວາມ​ທ່ີ​ອອກ​ຄວາມ​ເຫັນ​ທ່ີ​ພິມ​ເຜີຍ​ແຜ່​ໃນ​ໜັງສື​ພິມ New York Times ​ໃນ​ວັນ​ເສົາ​ວານ​ນີ້. ຣັຖບານ​ຂອງ​ທ່ານ​ໂອ​ບາ​ມາ​ປະຕິບັດ​ຕາມ​ຄຳ​ແນະນຳ​ຂອງ​ທ່ານ Gates​ໃຫ້​ ປ່ຽນ​ແຜນການ​ຈາກ​ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ​ທາງ​ພາກພື້ນ​ດິນ ​ໄປ​ໃສ່ໂຄງການ​ປ້ອງ​ກັນ​ທາງ​ທະ​ເລ​ແລະ​ພາກ​ພື້ນ​ດິນນັ້ນ. ທ່ານ Gates ກ່າວ​ວ່າ ​ແຜນການ​ໃໝ່​ຈະ​ເຮັດ​ໃຫ້​ສະຫະຣັດສາມາດປ້ອງ​ກັນ​ຕົນ​ເອງ​ໄດ້ ​ແລະ​ປ້ອງ​ກັນ​ ພວກ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ​ໄດ້​ໃນ​ການ​ຕໍ່ຕ້ານ​ການ ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ອິຣ່ານ​ເປັນ​ເວລາຫລາຍ​ປີ​ກ່ອນ​ແຜນການ​ທຳ​ອິດ​ທຳ​ອໍ່ຂອງ​ສະຫະຣັດນັ້ນ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກ​ທ່ີ​ກ່າວ​ວ່າ ຣັຖບານ​ກຳລັງ​ປະລະ​ຖິ້ມ​ແຜນການ​ປ້ອງ​ກັນລູກ​ສອນ​ໄຟ​ໃນ​ຢູ​ໂຣບນັ້ນ ​ແມ່ນບໍ່​ໄດ້​ຮັບ​ຂໍ້ມູນຖືກຕ້ອງ ຫລື​ເຂົ້າ​ໃຈ​ຜິດກ່ຽວ​ກັບ​ແຜນການ​ໃໝ່​ນີ້. ທ່ານ Gates ກ່າວ​ຕໍ່​ໄປ​ວ່າ ​ແຜນການ​ໃໝ່​ຈະ​ສົ່ງ​ເຄື່ອງ​ຈັບ​ລູກ​ສອນ​ໄຟ​ໄດ້​ຈາກທາງ​ທະ​ເລ ພາຍ​ໃນ​ປີ2011 ​ແລະ​ຈະ​ຕິດ​ຕັ້ງ​ເທັກ​ໂນ​ໂລ​ຈີຄ້າຍໆ ​ກັນ​ທາງ​ພາກ​ພື້ນ​ດິນ​ໃນ​ພາກ​ໃຕ້​ແລະ​ພາກ​ກາງຂອງ​ຢູ​ໂຣບ​ໃນ​ເວລາ​ຕໍ່​ໄປ​ອີກ 4 ປີ.
ການ​ເລືອກ​ຕັ້ງ​ທ່ີ​ອັຟກາ​ນີສຖານ:ດິນ​ຟ້າ​ອາກາດ​ຍາມ​ໝາ​ວຂອງ​ອັຟກາ​ນີສຖານ​ທ່ີ​ກຳລັງ​ ຫຍັບ​ໃກ້​ເຂົ້າ​ມາ
ອາດ​ຈະ​ເປັນ​ໄພ​ຂົ່ມຂູ່​ຮວມກັບ​ຄວາມ​ວຸ້ນວາຍ​ແລະ​ການ​ກ່າວ​ຫາ​ໃນ​ການສໍ້​ໂກງ​ການ​ເລືອກ​ຕັ້ງ​ຕ່າງໆ ຊຶ່ງ​ຈະ​ເປັນ​ບັນຫາ​ໃຫຍ່​ໃນ​ການ​ເລືອກ​ເອົາປະທານາທິບໍດີ​ຂອງ​ປະ​ເທດ​ໄດ້. ​ໃນ​ການ​ໃຫ້​ສັມພາດ​ກັບ​ອົງການ​ຂ່າວ Reuters ຫົວໜ້າ​ກຳກັບ​ການ​ເລືອກ​ຕັ້ງ​ຂອງ​ອັຟກາ​ນີສຖານ​ກ່າວ​ວ່າ ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ເລືອກ​ຕັ້ງ
ຂັ້ນ​ຊີ​ຂາດ​ນັ້ນ ການ​ເລືອກ​ຕັ້ງ​ຈະ​ຕ້ອງ​ມີ​ຂຶ້ນ​ກ່ອນ​ສັບປະດາ​ທີ​ສາມ​ຂອງ​ເດືອນ​ຕຸລາ​ໜ້າ​ນີ້.
ທ່ານ Daoud Ali Najafi ກ່າວ​ວ່າ ຫິມະ​ຍາມໜາວ​ຈະ​ເຮັດ​ໃຫ້​ເລືອກຕັ້ງ​ທ່ີ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ​ເປັນ​ໄປ​ບໍ່​ໄດ້.
ຜົນ​ການນັບ​ບັດ​ຄະ​ແນນ​ສຽງ​ຂັ້ນ​ຕົ້ນ​ທ່ີ​ເປັ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ Hamid Karzai ​ໄດ້​ຮັບ​ສຽງ​ສນັບ​ສນຸນ 54 ​ເປີ​ເຊັນ​ຈາກ​ຈຳນວນ​ບັດ​ຄຕະ​ແນນ​ສຽງ​ທັງ​ໝົດ ຊຶ່ງ​ເປັນ​ຈຳນວນ ​ທ່ີ​ເກີນ​ກວ່າ 50 ​ເປີ​ເຊັນ​ທ່ີ​ຕ້ອງ​ການເພື່ອ​ຫລີກ​ເວັ້ນການ​ປ່ອນ​ບັດ​ຮອບ​ສອງ​ຫລື​ຮອບ​ຊີ້​ຂາດ​ນັ້ນ. ​ແຕ່​ກຸ່ມ​ທ່ີ​ຕິດ ຕາມ​ເບິ່ງ​ການ​ເລືອກ​ຕັ້ງ​ທ່ີ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະປະຊາ​ຊາດ​ໄດ້​ສັ່ງ​ໃຫ້​ທຳ​ການ​ນັບ​ບັດ​ເລືອກ ​ຕັ້ງ​ຄືນ​ອີກ​ເປັນ​ບາງ​ສ່ວນຍ້ອນ​ມີ​ການ​ກ່ອນ​ຫາ​ວ່າ​ມີ​ການ​ສໍ້​ໂກງ​ການ​ປ່ອນ​ບັດ​ນັ້ນ. ​ແລະ​ທ່ານNajafi ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ຄວນ​ຈະ​ທຳ​ການ​ເລັ່ງລັດ​ການ​ສືບ​ສວນກ່ຽວ​ກັບ​ການ​ສໍ້​ໂກງ​ການ​ປ່ອນ​ບັດ​ຂອງ ​ຕົນ​ຂຶ້ນ ຫລື​ສະພາບ​ດິນ​ຟ້າ​ອາກາດ​ໃນ​ຂົງ​ເຂດ​ຊົນນະບົດ​ຈະ​ບັງຄັບ​ໃຫ້ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ນັ້ນ​ຊັກຊ້າ​ໄປ​ອີກ​ດົນ​ຖ້າ​ຫາກ​ມີ​ນັ້ນ.
​ໃນ​ຂະນະ​ດຽວ​ກັນ ​ໂຄສົກ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ ທ່ານ​ມີ​ ຄວາມ​ໝັ້ນ​ໃຈ​ວ່າການ​ບັນ​ບັດ​ຄະ​ແນນ​ສຽງ​ຄືນ​ນີ້ສາມາດເສັດ​ສິ້ນ​ລົງ​ໄດ້​ທັນ​ກັບ​ເວລາ​ໃນ​ປີ​ນີ້​ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ເລືອກ
ຕັ້ງ​ຮອບ​ຊີ້​ຂາດ​ນັ້ນ.

XS
SM
MD
LG