ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດ ຍົກເລີກການຟ້ອງ ຕໍ່ຜູ້ທີ່ຖືກກ່າວຫາວ່າ ວາງແຜນ ກໍ່ຣັຖປະຫານ ໃນລາວ


ຊີໄອເອ - ໂອບາມາ: ອະດີດຜູ້ອຳນວຍການ ຂອງອົງການສືບລັບ CIA ເຈັດທ່ານໄດ້ຮຽກຮ້ອງ ໃຫ້ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຢຸດເຊົາການສືບສວນ ກ່ຽວກັບການ ກ່າວຫາທີ່ວ່າ ໄດ້ມີການປະຕິບັດແບບບໍ່ຖືກຕ້ອງ ຕໍ່ພວກນັກໂທດ ໂດຍເຈົ້າໜ້າທີ່ສືບສວນ ຂອງ ອົງການ CIA ໃນລະຫວ່າງສມັຍ ຣັຖບານປະ ທານາທິບໍດີ BUSH. ຜູ້ອຳນວຍການ ຂອງອົງການ CIA ທີ່ເຄີຍຮັບໜ້າທີ່ ທັງໃນສມັຍ ປະທານາທິບໍດີ ຂອງພັກເດໂມແຄຣັທ ແລະພັກຣີພັບຣີກັນ ໄດ້ທຳການຮ້ອງຮຽນ ໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປຍັງ ທຳນຽບຂາວ ໃນມື້ວານນີ້. ໃນຈົດໝາຍດັ່ງກ່າວ ອະດີດຜູ້ອຳນວຍ ການຂອງອົງການ CIA ທັງ 7 ເຕືອນວ່າ ການສືບສວນ ອາດຈະເຮັດໃຫ້ ພວກເຈົ້າໜ້າທີ່ສືບລັບ ໝົດກຳລັງໃຈ ໃນການທີ່ຈະສ່ຽງ ເພື່ອປົກປ້ອງ ປະເທດຊາດ ແລະອາດຈະເປັນ ອຸບປະສັກຂັດຂວາງ ບໍ່ໃຫ້ຣັຖບານ ຕ່າງປະເທດ ຮ່ວມມືກັບ ສະຫະຣັດ. ໃນເດືອນແລ້ວນີ້ ທ່ານ ERIC HOLDER ຣັຖມຸນຕຣີ ກະຊວງຍຸຕິທັມ ຂອງສະຫະຣັດ ໄດ້ແຕ່ງຕັ້ງ ໄອຍະການ JOHN DURHAM ໃຫ້ເປັນຫົວໜ້າສືບສວນ ເພື່ອພິຈາຣະນາເບິ່ງວ່າ ເຈົ້າໜ້າທີ່ອົງການ CIA ໄດ້ລະເມີດ ກົດໝາຍຫລືບໍ່ ເວລາເຂົາເຈົ້າ ສອບປາກຄຳ ຜູ້ຕ້ອງສົງສັຍວ່າ ເປັນພວກກໍ່ການຮ້າຍ.

ສະຫະຣັດ: ເຈົ້າໜ້າທີ່ປະຕິບັດກົດໝາຍ ອະວຸໂສ ທ່ານນຶ່ງ ຂອງສະຫະຣັດ ກ່າວວ່າ ຊາວອັຟການິສ ຖານຄົນນຶ່ງ ທີ່ຖືກສອບປາກຄຳ ໂດຍເຈົ້າໜ້າທີ່ ຣັຖບານກາງ ໃນສັບປະດານີ້ ກ່ຽວກັບການກ່າວ ຫາທີ່ວ່າ ໄດ້ມີການວາງແຜນ ໂຈມຕີຂອງພວກກໍ່ ການຮ້າຍນັ້ນ ໄດ້ສາຣະພາບວ່າ ມີຄວາມສັມພັນ ກັບອົງການ ກໍ່ການຮ້າຍ AL-QAIDA ແທ້. ເຈົ້າໜ້າທີ່ອະວຸໂສ ທີ່ຂໍສງວນຊື່ ຂອງສະຫະຣັດ ທ່ານນີ້ ກ່າວໃນມື້ວານນີ້ວ່າ ຜູ້ຊາຍຄົນນີ້ ກໍຄືນາຍ NAJIBULLAH ZAZI ຊຶ່ງໃນເວລານີ້ ກຳລັງເຈ ຣະຈາຕໍ່ຮອງ ກ່ຽວກັບການຟ້ອງຮ້ອງ ທີ່ອາດມີຂຶ້ນ ໃນຂໍ້ຫາກໍ່ການຮ້າຍນັ້ນ. ນາຍ ZAZI ຍັງບໍ່ທັນ ຖືກຈັບ ຫລືຖືກຟ້ອງ ຢ່າງເປັນທາງການເທື່ອ ແຕ່ເຈົ້າໜ້າທີ່ ຣັຖບານກາງ ຂອງສະຫະຣັດ ໄດ້ສອບປາກຄຳຂອງລາວ ໃນສັບປະດານີ້ 3 ເທື່ອດ້ວຍກັນ ຢູ່ທີ່ເຮືອນຂອງຜູ້ກ່ຽວ ໃນນະຄອນ DENVER ຣັດ CORO LADO. ນາຍ ZAZI ໄດ້ຖືກສອບປາກຄຳ ພົວພັນກັບ ການບຸກເຂົ້າໄປ ກວດຄົ້ນຢູ່ທີ່ຫໍພັກ ໃນນະຄອນນິວຢອກ ເມື່ອຕົ້ນອາທິດນີ້. ເຈົ້າໜ້າທີ່ ໄດ້ກວດຄົ້ນຫໍພັກ ຂອງນາຍ ZAZI ໃນເຂດຊານເມືອງ ຂອງນະຄອນແດນເວີ ໃນມື້ວັນພຸດຜ່ານມາ.

ອິນໂດເນເຊັຽ: ເຈົ້າໜ້າທີ່ອິນໂດເນເຊັຽ ໃຫ້ ການຢືນຢັນວ່າ ຜູ້ຊາຍທີ່ຖືກຂ້າຕາຍ ໃນການ ຍິງຕໍ່ສູ້ ກັບຕຳຣວດ ໃນສັບປະດານີ້ ແມ່ນຫົວ ໜ້າຜູ້ກໍ່ການຮ້າຍ ນາຍ NOORDIN TOP ແທ້. ໂຄສົກຂອງ ອົງການຕຳຣວດແຫ່ງຊາດ ອິນໂດເນເຊັຽ ທ່ານ NANAN SUKARNA ກ່າວໃນວັນເສົາ ມື້ນີ້ວ່າ ການກວດ DNA ໃຫ້ການສນັບສນຸນ ຕໍ່ການກວດລາຍນິ້ວມື ທີ່ໄດ້ມີການພົບເຫັນ ກ່ອນໜ້ານີ້ວ່າ ຜູ້ກ່ຽວແມ່ນໃຜ. ນາຍ NOORDIN ແມ່ນນຶ່ງໃນຈຳນວນ 4 ຄົນ ທີ່ຖືກຂ້າຕາຍ ໃນການບຸກເຂົ້າໄປກວດຄົ້ນ ບ່ອນຫລົບລີ້ ຂອງພວກຫົວຮຸນແຮງ ໃນມື້ວັນພະຫັດຜ່ານມາ ຢູ່ໃນເຂດພາກກາງ ຂອງເກາະ JAVA. ນອກນັ້ນ ຍັງມີອີກ 3 ຄົນ ຖືກຈັບ.ໃນເດືອນແລ້ວ ຕຳຣວດໄດ້ປະກາດ ຢ່າງຜິດພາດໄປວ່າ ນາຍ NOORDIN ໄດ້ຖືກຂ້າຕາຍ ໃນບຸກເຂົ້າໄປກວດຄົ້ນ ຢູ່ອີກບ່ອນນຶ່ງ. ສະຫະຣັດ ກ່າວໃນວັນພະຫັດ ຜ່ານມານີ້ວ່າ ອິນໂດເນເຊັຽ ອາດໄດ້ດຳເນີນ ບາດກ້າວທີ່ສຳຄັນ ໃນການປາບປາມ ພວກຫົວຮຸນແຮງ. ນາຍ NOORDIN ເປັນຜູ້ນຳຂອງກຸ່ມ ທີ່ແຍກອອກຈາກ ຕາໜ່າງກໍ່ການຮ້າຍ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ JEMAAH ISLAMIYAH.

ໄທ: ພວກປະທ້ວງເສື້ອແດງ ຈຳນວນຫລາຍ ພັນຄົນ ໄດ້ໄປເຕົ້າໂຮມກັນທີ່ຈະຕຸຣັດແຫ່ງນຶ່ງ ໃນນະຄອນຫລວງ ຂອງໄທ ເພື່ອລະລຶກເຖິງ ວັນຄົບຮອບ ປີທີ 3 ໃນການກໍ່ຣັຖປະຫານ ຂອງພວກທະຫານ ໂຄ່ນລົ້ມອະດີດນາຍົກ ຣັຖມຸນຕຣີທັກສິນ ຊິນນະວັດ. ພວກປະທ້ວງ ທີ່ຖືກຈັບຕາເບິ່ງ ຢ່າງໃກ້ຊິດ ໂດຍຕຳຣວດ ແລະທະຫານ ຈຳນວນຫລາຍພັນຄົນນັ້ນ ໄດ້ຮຽກຮ້ອງ ໃຫ້ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ລາອອກ ແລະຈັດໃຫ້ມີ ການເລືອກຕັ້ງໃໝ່. ໃນມື້ວານນີ້ ທ່ານສຸເທບ ເທືອກສຸບັນ ຮອງນາຍົກ ຣັຖມຸນຕຣີ ຮັບຜິດຊອບກ່ຽວກັບ ກິຈການ ຄວາມປອດພັຍ ຂອງໄທກ່າວວ່າ ຄະນະຣັຖບານ ຈະອອກດຳຣັດສຸກເສີນ ຖ້າການປະທ້ວງ ທີ່ວ່ານີ້ ໄດ້ມີການຜັນຂຍາຍ ຈົນຄວບຄຸມບໍ່ໄດ້. ຄະນະຣັຖບານໄທ ໄດ້ໃຫ້ການອະນຸມັດ ກ່ຽວກັບ ກົດໝາຍພິເສດ ວ່າດ້ວຍຄວາມໝັ້ນຄົງ ທີ່ອະນຸຍາດໃຫ້ ພວກທະຫານ ເຂົ້າຄວບຄຸມ ການເຄື່ອນໄຫວ ຂອງພວກປະທ້ວງ ຢູ່ໃນເຂດບາງກອກ ບ່ອນທີ່ຕຶກຣັຖສະພາ ແລະຕຶກໂຮງການ ຣັຖບານອື່ນໆ ຕັ້ງຢູ່ນັ້ນ. ກົດໝາຍດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ ໃນມື້ວັນຈັນຈະມາ.

ສະຫະຣັດ - ຜູ້ນຳຊາວມົ້ງ: ເຈົ້າໜ້າທີ່ກະຊວງຍຸ ຕິທັມ ຂອງສະຫະຣັດ ກ່າວວ່າ ການຟ້ອງຮ້ອງຕໍ່ຜູ້ ນຳຄົນສຳຄັນ ຂອງພວກອົພຍົບຊາວມົ້ງທີ່ຖືກກ່າວ ຫາວວ່າ ວາງແຜນໂຄ່ນລົ້ມ ຣັຖບານລາວຄອມ ມູນິສນັ້ນ ໄດ້ຖືກຍົກເລີກແລ້ວ. ຖແລງຂ່າວສະບັບນຶ່ງ ຂອງທ່ານ LAWRENCE BROWN ທະນາຍຄວາມ ຂອງສະຫະຣັດ ກ່າວວ່າ ຂະນະທີ່ອີກ 12 ຄົນ ຈະຖືກດຳເນີນຄະດີ ຍ້ອນໄດ້ພະຍາຍາມ ທີ່ຈະໂຄ່ນລົ້ມ ຣັຖບານລາວນັ້ນ ແຕ່ຂໍ້ຫາຕໍ່ທ່ານວັງປາວ ອາຍຸ 79 ປີໄດ້ຖືກຍົກເລີກ. ຖແລງຂ່າວເວົ້າວ່າ ອີງຕາມພາບລວມ ຂອງຫລັກຖານ ໃນຄະດີນີ້ແລ້ວ ການສືບຕໍ່ ດຳເນີນຄະດີ ທ່ານວັງປາວນັ້ນ ແມ່ນບໍ່ໄດ້ ເປັນທີ່ຮັບປະກັນ. ກະຊວງຍຸຕິທັມ ຂອງສະຫະຣັດ ກ່າວວ່າ ສ່ວນພວກຈຳເລີຍ ທີ່ຍັງເຫລືອ ໄດ້ຖືກກ່າວຫາວ່າ ສົມຮູ້ຮ່ວມຄິດກັນ ເພື່ອໃຫ້ໄດ້ມາ ຊຶ່ງອາວຸດ ກະສຸນ ພະນັກງານ ແລະເງິນ ສຳລັບພວກກະບົດ ຢູ່ໃນລາວ ທີ່ກຳລັງຊອກຫາຊ່ອງທາງ ເພື່ອເຮັດສົງຄາມ ຕໍ່ຕ້ານຣັຖບານ. ການສືບສວນ ໄດ້ເລີ້ມຂຶ້ນ ຫລັງຈາກການພົບປະ ຫລາຍໆຄັ້ງ ລະຫວ່າງພວກທີ່ຖືກກ່າວຫາ ແລະເຈົ້າສືບລັບ ນອກເຄື່ອງແບບ ຂອງຣັຖບານກາງ ສະຫະຣັດ.

ເກົາຫລີເໜືອ: ນັກການທູດ ອະວຸໂສທ່ານນຶ່ງ ຂອງສະຫະຣັດ ສະແດງຄວາມຊົມເຊີຍຕໍ່ລາຍ ງານຂ່າວທີ່ວ່າ ຜູ້ນຳຂອງ ເກົາຫຼີເໜືອ ທ່ານ KIM JONG IL ເຕັມໃຈ ທີ່ຈະເຂົ້າຮ່ວມ ການເຈຣະຈາສອງຝ່າຍ ແລະການເຈຣະຈາ ຫລາຍຝ່າຍ ກ່ຽວກັບ ໂຄງການນິວເຄລັຽ ທີ່ ເປັນບັນຫາ ຖົກຖຽງໂຕ້ແຍ້ງ ຂອງເກົາຫລີ ເໜືອ. ທ່ານ KURT CAMPBELL ຣັຖມຸນຕຣີຊ່ອຍ ວ່າການກະຊວງ ການຕ່າງປະເທດ ສະຫະຣັດ ຮັບຜິດຊອບ ກິຈການເອເຊັຽ ຕາເວັນອອກ ແລະປາຊີຟິກ ກ່າວຕໍ່ ພວກນັກຂ່າວ ທີ່ກຸງໂຕກຽວ ໃນມື້ວານນີ້ວ່າ ເປັນທີ່ປາກົດວ່າ ເກົາຫລີເໜືອ ເຕັມໃຈ ທີ່ຈະຮັບເອົາ ພັນທະທີ່ຕົນໄດ້ໃຫ້ໄວ້ ໃນລະຫວ່າງການເຈຣະຈາ ປົດອາວຸດຮອບກ່ອນໆ. ນອກນັ້ນ ທ່ານ CAMPBELL ຍັງເວົ້າວ່າ ການເຈຣະຈາ ສອງຝ່າຍໃດໆກໍຕາມ ລະຫວ່າງສະຫະຣັດ ແລະເກົາຫລີເໜືອ ສາມາດມີຂຶ້ນ ໄດ້ພາຍໃຕ້ຂອບ ຂອງການເຈຣະຈາ 6 ຝ່າຍທີ່ກຳລັງດຳເນີນຢູ່ ເທົ່ານັ້ນ. ໃນຕອນເຊົ້າ ຂອງມື້ວານນີ້ ອົງການຂ່າວຊິນຫວາ ຂອງທາງການຈີນ ລາຍງານວ່າ ທ່ານ KIM ກ່າວຕໍ່ທ່ານ DAI BINGGUO ທີ່ປຶກສາ ຂອງຣັຖບານ ຈີນວ່າ ເກົາຫລີເໜືອ ຈະສືບຕໍ່ ຊອກຫາຊ່ອງທາງ ເພື່ອເຮັດໃຫ້ແຫລມເກົາຫຼີ ເປັນເຂດປອດນິວເຄລັຽ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG