ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວາງແຜນກໍ່ການຮ້າຍ ນົວດິນທ໊ອບ ຖືກຂ້າຕາຍ ໃນລະຫວ່າງ ການປະທະກັນ ກັບຕຳຣວດ


ອິນໂດເນເຊັຽ: ຜູ້ບັນຊາການ ຕຳຣວດແຫ່ງ ຊາດ ຂອງອິນໂດເນເຊັຽກ່າວວ່ານາຍ NOOR DIN TOP ມຸສລິມຫົວຮຸນແຮງ ທີ່ທາງການ ຕ້ອງການໂຕຫລາຍທີ່ສຸດນັ້ນ ໄດ້ຖືກຂ້າຕາຍ ແລ້ວ ໃນການບຸກເຂົ້າໄປກວດຄົ້ນ ແລະຍິງຕໍ່ ສູ້ກັນ ກັບເຈົ້າໜ້າທີ່ ໃນຕອນເຊົ້າ ຂອງວັນພະ ຫັດມື້ນີ້ ໃນເຂດພາກກາງ ຂອງເກາະ JAVA. ທ່ານ BAMBANG HENDARSO DANURI ກ່າວວ່າ ລາຍມືຈາກສົບ ຂອງຄົນຕາຍ ທີ່ພົບເຫັນ ຫລັງຈາກການບຸກ ເຂົ້າໄປກວດຄົ້ນ ແມ່ນຄືກັນ ກັບຂອງນາຍ NOORDIN. ທ່ານກ່າວຕື່ມວ່າ ນອກນັ້ນ ຍັງຈະມີການກວດ DNA ເພື່ອໃຫ້ການຢຶຶນຢັນ ຜົນຂອງການ ກວດລາຍມືຜູ້ກ່ຽວ. ເມື່ອຫລາຍໆອາທິດກ່ອນ ຕຳຣວດໄດ້ເຂົ້າໃຈຜິດ ກ່າວວ່າ ນາຍ NOORDIN ໄດ້ເສັຽຊີວິດ ໃນການບຸກເຂົ້າໄປກວດຄົ້ນ ຢູ່ອີກບ່ອນນຶ່ງ. ມີການກ່າວຫາວ່າ ນາຍ NOORDIN ເປັນຜູ້ວາງແຜນ ໃນການໂຈມຕີສະລະຊີບ ທີ່ໂຮງແຮມ 2 ແຫ່ງ ໃນນະຄອນຫຼວງ ຈາກາຕ້າ ເມື່ອເດືອນກໍຣະກົດ ຜ່ານມາທີ່ເຮັດໃຫ້ ມີຜູ້ເສັຽຊີວິດ 7 ຄົນ ແລະໄດ້ຮັບບາດເຈັບ ອີກຫລາຍກວ່າ 50 ຄົນ.

ຈີນ - ຊິນຈຽງ: ສານແຫ່ງນຶ່ງ ທີ່ເຂດຊິນຈຽງ ໃນພາກຕາເວັນຕົກ ຂອງຈີນ ໄດ້ຕັດສິນໂທດ ຜູ້ຊາຍ 4 ຄົນ ໃຫ້ຈຳຄຸກແຕ່ 8 ຫາ 15 ປີ ຍ້ອນມີ​ຄວາມ​ຜິດ​ ໃນຂໍ້ຫາວ່າ ເອົາເຂັມສັກຢາ ແທງຜູ້ຄົນທີ່ຍ່າງ​ໄປມາ. ສື່ມວນຊົນ ຂອງທາງ ການຈີນ ລາຍງານວ່າ ສານທີ່ເມືອງອູຣຸມຈີ ເມືອງເອກຂອງ ເຂດຊິນຈຽງ ໄດ້ອອກຄຳພິ ພາກສາດັ່ງກ່າວ ຊື່​ງເຮັດໃຫ້ຈຳນວນພວກ ທີ່ໄດ້ຮັບໂທດ ຍ້ອນທຳການໂຈມຕີ ໂດຍໃຊ້ເຂັມສັກຢາ ແບບລຶກລັບນີ້ ເພີ້ມຂຶ້ນເປັນ 7 ຄົນ​. ພວກທີ່ໄດ້ຮັບໂທດທັງໝົດ ແມ່ນເປັນຊົນເຜົ່າວີເກີ້ ຊຶ່ງເປັນຊົນກຸ່ມນ້ອຍ ຂອງຈີນ. ເຈົ້າໜ້າທີ່ ໄດ້ດຳເນີນການ ຢ່າງວ່ອງໄວ​ ໃນການຕັດສິນໂທດ ທີ່ວ່ານີ້ ຊື່​ງ​ແລ​ເຫັນ​ໄດ້ວ່າ ເປັນພາກສ່ວນນຶ່ງ ໃນອັນທີ່ປາກົດວ່າ ເປັນຄວາມພະຍາຍາມ ເພື່ອບໍ່ຢາກໃຫ້ ມີການແຕກຕື່ນ. ການຈະລາຈົນ ລະຫວ່າງພວກຊົນເຜົ່າວີເກີ້ ຊຶ່ງເປັນຊົນເຜົ່າພື້ນເມືອງ ທີ່ນັບຖືສາສນາອິສລາມ ແລະຊາວຮັນ ຊຶ່ງເປັນຊົນກຸ່ມໃຫຍ່ຂອງຈີນ ໄດ້ເກີດຂຶ້ນ ຢູ່ທີ່ເຂດຊິນຈຽງ ໃນຕົ້ນເດືອນ ກໍຣະກົດຜ່ານມາ. ອີງຕາມເຈົ້າໜ້າທີ່ ທາງການແລ້ວ ເຫດຮ້າຍດັ່ງກ່າວ ເຮັດໃຫ້ມີຜູ້ເສັຽຊີວິດ ເກືອບ 200 ຄົນ ສ່ວນໃຫຍ່ ເປັນຊາວຮັນ ແລະຫລາຍກວ່າ 1700 ຄົນ ໄດ້ຮັບບາດເຈັບ.

ອັຟການິສຖານ: ຣະເບີດຂນາດແຮງໄດ້ສ້າງ ຄວາມສັ່ນສະເທືອນ ທີ່ນະຄອນຫລວງກາບູລ ໃນວັນພະຫັດມື້ນີ້ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງ ນ້ອຍ 6 ຄົນແລະໄດ້ຮັບບາດເຈັບອີກຈຳນວນ ນຶ່ງ ຮວມທັງພົລເຮືອນນຳດ້ວຍ. ເຈົ້າໜ້າທີ່ເວົ້າ ວ່າ ຣົດຣະເບີດ ສະລະຊີບຄັນນຶ່ງ ​ໄດ້ແລ່ນເຂົ້າ ຕຳຣົດ 2 ຄັນ ໃນຂະບວນຣົດ ທະຫານອີຕາລີ ທີ່ສັງກັດ ພາຍໃຕ້ອົງການນາໂຕ້ ຫລັງ​ເວລາທ່ຽງໜ້ອຍນຶ່ງ ເທິງເສັ້ນທາງ ທີ່ເນັ່ງໄປສນາມບິນ ໃກ້ໆສະຖານທູດ ສະຫະຣັດ. ພວກຫົວຮຸນແຮງ ທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າ​ວ. ກະຊວງ ປ້ອງກັນປະເທດ ອີຕາລີ ກ່າວວ່າ ມີທະຫານຂອງຕົນ ຢ່າງນ້ອຍ 1 ຄົນ ຮວມຢູ່ໃນຈຳນວນ ພວກທີ່ເສັຽຊີວິດ. ພວກທີີ່ເຫັນເຫດການ ກ່າວວ່າ ຍັງມີຣົດ ອີກຫລາຍໆຄັນ ໄດ້ຮັບຄວາມເສັຽຫາຍ ໃນການໂຈມຕີຄັ້ງນີ້ ຮວມທັງຣົດຫຸ້ມເກາະ ຢ່າງນ້ອຍ 1 ຄັນທີ່ປັກທຸງອີຕາລີ. ນີ້ແມ່ນເຫດຮ້າຍລ່າສຸດ ທີ່ເກີດຂຶ້ນເມື່ອໄວໆມານີ້ ຢູ່ທີ່ນະຄອນຫລວງກາບູລ. ໃນວັນທີ 8 ກັນຍາ ຜ່ານມານີ້ ພວກຫົວຮຸນແຮງ ທາລີບານ ກໍໄດ້ໂຈມີໃກ້ໆ ສນາມບິນຂອງທະຫານ ເຮັດໃຫ້ພົລເຮືອນ 3 ຄົນ ເສັຽຊີວິດ.

ອັຟການິສຖານ - ເລືອກຕັ້ງ: ປະທານາທິບໍ ດີອັຟການິສຖານ ກ່າວວ່າ ສື່ມວນຊົນ ໄດ້ເວົ້າ ໂຍກເກີນຄວາມເປັນຈິງ ກ່ຽວກັບລາຍງານການ ສໍ້ໂກງ ຄະແນນສຽງ ໃນການເລືອກຕັ້ງ ປະທາ ນາທິບໍດີ ໃນເດືອນສິງຫາ ຜ່ານມາ. ທ່ານ HAMID KARZAI ກ່າວຕໍ່ພວກນັກຂ່າວໃນ ວັນພະຫັດ ມື້ນີ້ວ່າ ຖ້າຫາກມີການສໍ້ ໂກງຄະແນນ ຈຳເປັນຕ້ອງ ໄດ້ມີການສືບສວນເບິ່ງ ແຕ່ການສືບສວນ ໄດ້ດຳເນີນໄປ ຢ່າງຍຸຕິທັມ ແລະປາສຈາກ ອະຄະຕິ. ທ່ານກ່າວວ່າ ທ່ານເຊື່ອວ່າ ໄດ້ມີການສໍ້ໂກງ ຄະແນນສຽງ ໜ້ອຍກວ່າ ຕາມທີ່ໄດ້ ມີການລາຍງານ. ຄະແນນສຽງລ່າສຸດ ຈາກຄະນະກັມມະການເລືອກຕັ້ງ ທີ່ເປັນອິສຣະ ຂອງອັຟການິສຖານ ສະແດງໃຫ້ເຫັນວ່າ ທ່ານ KARZAI ໄດ້ຮັບຄະແນນ 54% ຂອງບັດ ຄະແນນສຽງທັງໝົດ. ແຕ່ຄະນະກັມມະການ ຮ້ອງທຸກ ກ່ຽວກັບການເລືອກຕັ້ງທີ່ ໄດ້ຮັບການສນັບສນຸນ ໂດຍອົງການ ສະຫະປະຊາຊາດ ໄດ້ສັ່ງໃຫ້ນັບຄືນ ຄະແນນສຽງບາງສ່ວນ ຊຶ່ງອາດຈະເຮັດໃຫ້ ມີການຊັກຊ້າ ໃນການປະກາດ ຜົນການນັບຄະແນນສຽງ ຢ່າງເປັນທາງການ ອອກໄປຫລາຍໆອາທິດ.

ມຽນມາ: ສື່ມວນຊົນ ຂອງທາງການມຽນມາ ໄດ້ກ່າວປ້ອງກັນ ກ່ຽວກັບການຕັດສິນໃຈຫ້າມ ບໍ່ໃຫ້ຜູ້ນຳ ພັກຝ່າຍຄ້ານ ຂອງມຽນມາ ທ່ານ ນາງອອງຊານ ຊູຈີ ເຂົ້າຮັບຟັງ ການພິຈາລະ ນາ​ຄຳຂໍອຸທອນກ່ຽວກັບການຕັດສິນຂອງ​ສານ ​ໃຫ້ທ່ານນາງມີ ຄວາມຜິດທາງອາຍາເມື່ອໄວໆ ມານີ້. ບົດບັນນາທິການ ຂອງໜັງສືພິມທາງ ການຫລາຍໆສະບັບ ທີ່ອອກໃນວັນພະຫັດ ມື້ນີ້ກ່າວວ່າ ຈຳເລີຍບໍ່ມີສິດ ທີ່ຈະໄປປາກົດໂຕ ໃນການພິຈາລະນາ​ ຄຳ​ອຸທອນ ຖ້າ​ຫາກວ່າ ຜູ້ກ່ຽວກຳລັງ ຮັບ​ໃຊ້​ໂທດ​ຈຳ​ຄຸກຢູ່. ເຈົ້າໜ້າທີ່ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງທ່ານນາງ ອອງຊານ ຊູຈີ ທີ່ຢາກຈະໄປຮັບຟັງ ການພິຈາລະນາ ​ຄຳ​ອຸທອນ ໃນວັນສຸກມື້ອື່ນ ທີ່ສານເຂດ ໃນນະຄອນຢ່າງກຸ້ງ. ໃນເດືອນແລ້ວນີ້ ທ່ານນາງໄດ້ຖືກຕັດສິນ ວ່າມີຄວາມຜິດ ໃນການລະເມີດ ເງື່ອນໄຂກ່ຽວກັບ ການກັກບໍຣິເວນ ຂອງທ່ານນາງ ​ໂດຍໄດ້ອະນຸຍາດໃຫ້ ຜູ້ຊາຍຊາວອະເມຣິກັນຄົນນຶ່ງ ພັກຢູ່ເຮືອນ ຂອງທ່ານນາງ ທີ່ຕັ້ງຢູ່ແຄມບຶງ ໃນນະຄອນຢ່າງກຸ້ງ ເປັນເວລາ 2 ມື້ ໃນເດືອນພຶສະພາ ຜ່ານມາ ຫລັງຈາກທີ່ຜູ້ກ່ຽວ ໄດ້ລອຍນ້ຳ ໄປທີ່ນັ້ນ ໂດຍບໍ່ໄດ້ຮັບ ການເຊື້ອເຊີນ.

ເຢເມນ: ພວກທີ່ເຫັນເຫດການກ່າວວ່າ ການ ໂຈມຕີ ທາງອາກາດຂອງກອງທັບເຮັດໃຫ້ພົລ ເຮືອນ ຫລາຍກວ່າ 80 ຄົນ ເສັຽຊີວິດ ທີ່ສູນ ອົພຍົບແຫ່ງນຶ່ງ ໃນພາກເໜືອ ຂອງປະເທດ. ເຂົາເຈົ້າເວົ້າວ່າ ກອງທັບເຢເມນ ໄດ້ໂຈມຕີ ປະຊາຊົນຈຸນື່ງ ທີ່ໄດ້ໄປເຕົ້າໂຮມກັນ ຢູ່ກ້ອງ ຕົ້ນໄມ້ແຫ່ງນຶ່ງ ໃນສູນ​ທີ່ເມືອງ ADI. ກອງທັບເຢເມນ ບໍ່ໄດ້ໃຫ້ການຢືນຢັນ ກ່ຽວກັບການໂຈມຕີ ສູນຊົ່ວຄາວທີ່ວ່ານີ້ ແຕ່ເວົ້າວ່າ ຕົນໄດ້ແນເປົ້າໝາຍ ໃສ່ພວກກະບົດຊີໄອທ໌ ໂດຍໄດ້ສ້າງ ຄວາມເສັຽຫາຍຢ່າງໜັກ ໃຫ້ແກ່ພວກເຂົາ. ກຸ່ມປົກປ້ອງສິດທິມະນຸດ HUMAN RIGHTS WATCH ທີ່ມີສຳນັກງານ ຢູ່ນະຄອນນິວຢອກ ຮຽກຮ້ອງໃຫ້ເຢເມນ ສືບສວນເບິ່ງ ກ່ຽວກັບການໂຈມຕີດັ່ງກ່າ​ວ ຕາມ​ທີ່​ມີລາຍງານນັ້ນ ແລະກ່າວ​ເນັ້ນວ່າ ບໍ່​ຄວນ​ທີ່​ຈະ​ແນເປົ້າໝາຍ ໃນການໂຈມຕີ​ ໃສ່ພົລເຮືອນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG