ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແຊງໜ້າໄທໃນການເປັນປະເທດລົງທຶນລາຍໃຫຍ່ທີ່ສຸດໃນລາວ


ທາງ​ການ​ລາວ​ຢືນຢັນ​ວ່າ ກຸ່ມ​ທຸລະ​ກິດ​ຈາກ​ຈີນ ​ໄດ້​ແຊງໜ້າ​ໄທ ​ແລະ ກໍ​ໄດ້​ກ້າວ​ຂຶ້ນມາເປັນ​ກຸ່ມ​ທຸລະ​ກິດ​ທີ່​ມີ​ມູນຄ່າການ​ລົງທຶນ​ລວມຢູ່​ໃນ​ລາວ​ຫລາຍ​ທີ່​ສຸດ​ແລ້ວ​ໃນ​ປະຈຸ​ບັນນີ້. ສ່ວນ​ໃນ​ດ້ານ​ການ​ຄ້າລະຫວ່າງ​ລາວກັບຈີນນັ້ນ ກໍ​ຍັງ​ຄົງ​ມີ​ມູນ​ຄ່າທີ່​ພື້ມສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ລັດຖະມົນຕີ​ວ່າ ການ​ກະຊວງແຜນ​ການ ​ແລະ ການ​ລົງທຶນ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ລົງທຶນ​ສະ​ສົມ ຂອງ​ກຸ່ມ​ທຸລະ​ກິດ​ຈາກ​ຈີນ​ຢູ່​ໃນ​ລາວ ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 3.577 ລ້ານ ​ໂດ​ລ້າ​ສະຫະລັດ ແລ້ວ​ໃນ​ປະຈຸ​ບັນນີ້, ​ໂດຍ​ສຳລັບ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ທີ່​ຜ່ານ​ມາ​ຂອງ​ປີ 2009 ນີ້ ກໍ​ປາກົດ​ວ່າ ກຸ່ມ​ທຸລະ​ກິດ​ຈາກ​ຈີນ ກໍ​ໄດ້​ລົງທຶນ​ໃນ​ລາວ​ເພີ້ມຕື່ມ​ຂຶ້ນອີກ​ເຖິງ 187 ລ້ານ ​ໂດ​ລ້າ​ສະຫະລັດ ຊຶ່ງ​ກໍ​ເປັນ​ການ​ລົງທຶນ​ໃນ 12 ພາກ​ ການ​ຜະຫລິດ​ດ້ວຍ​ກັນກ ຫາກ​ແຕ່​ວ່າ​ພາກ​ການ​ຜະຫລິດ​ທີ່​ກຸ່ມ​ທຸລະ​ກິດ​ຈາກ​ຈີນ ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ນັ້ນ ກໍ​ແມ່ນ​ການ​ລົງທຶນ​ໃນ​ ພາກ​ອຸດສາ​ຫະກຳ​ການ​ກະ​ເສດ, ພາກ​ອຸດສາ​ຫະກຳຂຸດ​ຄົ້ນບໍ່​ແຮ່ ​ແລະ ພາກ​ ອຸດສາ​ຫະກຳ​ໃນ​ດ້ານ​ພະລັງງານ. ​

ພາຍໃຕ້ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ເຮັດ​ໃຫ້ ທ່ານ ສິນ​ລະ​ວົງ ລະບຸ​ວ່າ ການ​ລົງທຶນ​ສະ​ສົມ​ຂອງ​ຈີນ​ຢູ່​ໃນ​ລາວ​ໃນ​ປະຈຸ​ບັນນີ້ ​ໄດ້​ກ້າວ​ຂຶ້ນມາ​ເປັນອັນ​ດັບ 1 ທີ່​ມີ​ມູນ​ຄ່າ​ການ​ລົງທຶນ​ສະ​ສົມ​ຫລາຍ​ທີ່​ສຸດແລ້ວ ຊຶ່ງ​ກໍໝາຍຄວາມ​ວ່າ ການ​ລົງທຶນ​ຂອງ​ຈີນ​ຢູ່​ໃນ​ລາວ ​ໄດ້​ແຊງໜ້າປະ​ເທດ​ໄທໄປ​ແລ້ວ ຢ່າງ​ເປັນ​ທາງ​ການ​ນັ້ນ​ເອງ.

ສ່ວນ​ໃນ​ດ້ານ​ການ​ຄ້ານັ້ນ ທ່ານ ສິນ​ລະ​ວົງ ກໍ​ໄດ້​ຢືນຢັນ​ວ່າ ການ​ຄ້າ​ລະຫວ່າງ​ລາວ ກັບ ຈີນ ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ໃນ​ປີນີ້ ​ໄດ້​ປັບ​ຕົວ​ເພີ້ມສູງ​ຂຶ້ນ​ເຖິງ 62% ​ເມື່ອ​ທຽບ​ໃສ່​ກັບ​ໃນ​ໄລຍະ​ດຽວ ກັນ​ຂອງ​ປີ​ກາຍ. ​ໂດຍ​ການ​ຄ້າ​ລະຫວ່າງ ສອງຝ່າຍ ມີ​ມູນ​ຄ່າ​ລວມ​ເກີນກວ່າ 326 ລ້ານ ​ໂດ​ລ້າ​ສະຫະລັດ ​ໂດຍ​ໃນ​ຈຳນວນ​ນີ້ ​ເປັນ​ການ​ສົ່ງ​ອອກ​ຂອງ​ລາວໄປ​ຈີນ ​ໃນ​ມູນ​ຄ່າ​ເກີນ​ກວ່າ 173 ລ້ານ ​ໂດ​ລ້າ​ສະຫະລັດ, ຊຶ່ງ​ກໍ​ເຮັດ​ໃຫ້​ທາງ​ການ​ລາວ​ເຊື່ອໝັ້ນວ່າ ຈົນ​ເຖິງ​ທ້າຍ​ປີນີ້ ການ​ຄ້າ​ລະຫວ່າງ​ລາວ ກັບ​ ຈີນ ຈະ​ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 500 ລ້ານ ​ໂດ​ລ້າ​ສະຫະລັດ ຢ່າງ​ແນ່ນອນ ກັບ​ທັງ​ຍັງ​ເປັນ​ພື້ນຖານ​ອັນ​ແຂງ​ແຮງ ໃຫ້​ແກ່​ການເພີ້ມມູນ​ຄ່າ​ການ​ຄ້າ​ລະຫວ່າງ ລາວ ກັບ ຈີນ ຂຶ້ນ​ເປັນ 1.000 ລ້ານ ​ໂດ​ລ້າ​ສະຫະລັດ ໃຫ້​ໄດ້ພາຍ​ໃນ​ສາມ​ປີ​ຂ້າງໜ້າອີກ​ດ້ວຍ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ພາກ​ລວມ​ໃນ​ດ້ານ​ການຄ້າ​ຕ່າງປະ​ເທດ​ຂອງ​ລາວ ​ໃນ​ໄລຍະ 8 ​ເດືອນ​ ທີ່ຜ່ານ​ມາ ຂອງແຜນ​ກາ​ນປະຈຳ​ປີ 2008 ຫາ 2009 ນີ້ ກໍ​ປາກົດ​ວ່າ ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຕ່າງປະ​ເທດ​ນັ້ນ ​ໄດ້​ຕົກ​ຕ່ຳລົງ​ຢ່າງໜັກຫນ່ວງ. ​ໂດຍ​ສະ​ເພາະ​ແມ່ນ ການ​ສົ່ງ​ອອກ​ແຮ່​ທອງ​ແດງ ໄດ້​ຕົກ​ຕ່ຳລົງ​ເກີນ​ກວ່າ 60% ​ເມື່ອ​ທຽບ​ໃສ່​ກັບ​ໃນ​ໄລຍະ​ດຽວກັນ ຂອງ​ແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາ. ສ່ວນການ​ສົ່ງ​ອອກ​ກະ​ແສ​ໄຟຟ້າ ກໍ​ປາກົດ​ວ່າ​ໄດ້​ຕົກ​ຕ່ຳລົງ​ເກີນ​ກວ່າ 30% ຕິດຕາມ​ດ້ວຍ​ການ​ສົ່ງ​ອອກ​ກາເຟທີ່​ ຫລຸດ​ລົງ​ເກືອບ 20% ​ແລະ ການ​ສົ່ງ​ອອກ​ເສື້ອ ຜ້າ​ສຳ​ເລັດ​ຮູບ​ທີ່​ຫລຸດ​ລົງ​ຫລາຍ​ກວ່າ 10%.

ສ່ວນການ​ສົ່ງ​ອອກສິນຄ້າ​ຫັດຖະ​ກຳ​ລາວ ​ໄປ​ຍັງ​ຕະຫລາດ​ຫລັກ ກໍ​ຄື ຍີ​ປຸ່ນ ​ແລະ ສະຫະ ພາບຢູ​ໂຣບ ນັ້ນ ກໍ​ປາກົດ​ວ່າ​ໄດ້​ຕົກ​ຕ່ຳລົງ​ເກີນ​ກວ່າ 70% ​ໃນ​ໄລຍະ​ດຽວກັນນີ້. ຫາກ​ແຕ່​ວ່າ ທາງ​ດ້ານ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້​ປະຈຳການ ​ຄະນະ​ລັດຖະບານ​ລາວນັ້ນ ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ທາງ​ການ​ລາວ​ຈະ​ດຳ​ເນີນ​ມາດ​ຕະການ​ໃນ​ທຸກວິທີ​ທາງ ​ເພື່ອ​ຫລຸດ​ຜ່ອນ​ບັນຫາ​ຜົນ​ກະທົບ​ດັ່ງກ່າວ​ນີ້. ​ໂດຍ​ແນວທາງ​ນຶ່ງ​ທີ່​ຈະ ນຳມາ​ປະຕິບັດ ກໍ​ຄື ການຈັດ​ສັນ​ງົບປະມານ​ເງິນ​ທຶນ​ເພື່ອ​ຊຸກ​ຍູ້​ຜົນ​ຜະຫລິດ​ໃນ​ພາກ​ກະສິກຳ, ການ​ຊຸ​ກຍູ້​ການ​ຂຸດ​ຄົ້ນ​ແຮ່​ຄຳ ​ແລະ ທອງ​ແດງ ​ເພື່ອ​ສົ່ງ​ອອກ​ໃຫ້​ຫລາ​ຍຂຶ້ນ. ລວມ​ໄປ​ເຖິງ ການ​ທວງ​ເອົາສິນໜີ້ທີ່​ຄົງ​ຄ້າງ ຈາກ​ບັນດາ​ບໍລິສັດ​ຕ່າງໆ.

XS
SM
MD
LG