ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກຣັຖມຸນຕຣີ ທີ່ໄດ້ຮັບເລືອກໃໝ່ຂອງຍີ່ປຸ່ນ ເລີ້ມແຕ່ງຕັ້ງ ຄະນະຣັຖບານຂອງທ່ານ


ຍີ່ປຸ່ນ: ສະພາແຫ່ງຊາດຂອງຍີ່ປຸ່ນໄດ້ເລືອກເອົາ ອະດີດຜູ້ນຳ ພັກຝ່າຍຄ້ານ ທ່ານ YUKIO HA TOYAMA ເຂົ້າຮັບຕຳແໜ່ງ ເປັນນາຍົກຣັຖມຸນ ຕຣີຄົນໃໝ່ ຂອງປະເທດ. ການໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນໃນການ​ເລືອກ​ຕັ້ງ​ເມື່ອເດືອນແລ້ວນີ້ ພັກປະຊາທິປະໄຕແຫ່ງຍີປຸ່ນຂອງທ່ານ HATO YAMA ໄດ້ຊະນະບ່ອນນັ່ງ 308 ບ່ອນຂອງຈຳ ນວນທັງໝົດ 480 ບ່ອນ ໃນສະພາຕ່ຳຂອງຍີ່ ປຸ່ນ ເຮັດໃຫ້ການປົກຄອງປະ​ເທດ ມາເປັນເວ ລາດົນກວ່າ 50 ປີ ຂອງພັກເສຣີປະຊາທິປັດ ທີ່ນິຍົມ ແນວທາງເດີມນັ້ນ ສິ້ນສຸດລົງ. ໃນວັນພຸດມື້ນີ້ ສະພາຕ່ຳຂອງຍີ່ປຸ່ນ ໄດ້ເປີດກອງປະຊຸມ ນັດພິເສດຂຶ້ນ ເພື່ອເລືອກເອົາ ທ່ານ HATOYAMA ເຂົ້າຮັບຕຳແໜ່ງ ຢ່າງເປັນທາງການ ຊຶ່ງທ່ານໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະຕັດການໃຊ້ຈ່າຍ ຢ່າງຟູມເຟືອຍ ຂອງຣັຖບານລົງ ແລະເຮັດໃຫ້ ເສຖກິດຍີ່ປຸ່ນ ທີ່ໃຫຍ່ເປັນອັນດັບ 2 ຂອງໂລກນັ້ນ ເຕີບໃຫຍ່ຂຍາຍໂຕຄືນອີກ. ທ່ານໄດ້ເລີ້ມ ແຕ່ງຕັ້ງຄະນະ ຣັຖບານຂອງທ່ານ ໃນທັນທີ ໂດຍ​ໄດ້​ເລືອກ​ເອົາ ສະມາຊິກ ສະພາອະວຸໂສ ທ່ານ HIROSHI FUJII ເປັນຣັຖມຸນຕຣີການເງິນ ແລະຜູ້ນຳຂອງພັກ ອີກຄົນນຶ່ງ ຄືທ່ານ KATSUYA OKADA ເປັນຣັຖມຸນຕຣີ ການຕ່າງປະເທດ.

ທ່ານຮາໂຕຢາມະ: ລາຍ​ງານ​ຂ່າວ​ກ່າວ​ວ່າ ນາຍົກຣັຖມຸນຕຣີຄົນໃໝ່ ຂອງຍີ່ປຸ່ນ ທ່ານ YUKIO HATOYAMA ວັຍ 62 ປີ ອາດ ໄດ້ຮັບເລືອກ ໃຫ້ເຂົ້າຮັບຕຳແໜ່ງຍ້ອນທ່ານ ໃຫ້ຄຳໝັ້ນສັນຍາວ່າ ຈະທຳການປ່ຽນແປງ ຢ່າງໃຫຍ່ຫລວງ ແຕ່ໃນດ້ານປະວັດສ່ວນ ໂຕຂອງທ່ານແລ້ວ ​ແມ່ນບໍ່ມີຫຍັງ ແຕກຕ່າງ ໄປຈາກ ນາຍົກຣັຖມຸນຕຣີ ຄົນອື່ນຂອງຍີ່ປຸ່ນ. ດັ່ງດຽວກັນກັບຄົນອື່ນໆ ທ່ານ HATOYAMA ເປັນທາຍາດ ຂອງວົງຕະກຸນ ທີ່ ມີອິດທິພົນ ທາງດ້ານການເມືອງ ແລະມາຈາກຄອບຄົວ ທີ່ຮັ່ງມີຂອງຍີ່ປຸ່ນ. ທ່ານເປັນສະມາຊິກ ສະພາແຫ່ງຊາດ ທີ່ຮັ່ງມີທີ່ສຸດຄົນນຶ່ງ ແລະພໍ່ເຖົ້າຂອງທ່ານ ຄືອະດີດນາຍົກຣັຖມຸນຕຣີ ICHIRO HATOYAMA ຮອດໄດ້ຊ່ອຍສ້າງຕັ້ງ ພັກເສຣີປະຊາທິປັດ ທີ່ມີອິດທິພົນ ທີ່ທ່ານ HATOYAMA ໄດ້ເອົາຊະນະ ຊຶ່ງໄດ້ປົກຄອງຍີ່ປຸ່ນມາ ເກືອບຢ່າງຕໍ່ເນື່ອງ ນັບແຕ່ໄດ້ມີການສ້າງຕັ້ງຂຶ້ນມາ ໃນປີ 1955. ຄອບຄົວຂອງທ່ານ ໄດ້ມີການພົວພັນ ຢ່າງເລິກເຊິ່ງ ກັບການເມືອງ. ບິດາຂອງທ່ານ ເປັນນາຍົກຣັຖມຸນຕຣີ ການຕ່າງປະເທດ ໃນຊຸມປີ 1970 ແລະອ້າຍຂອງທ່ານ ກໍໄດ້ເປັນຣັຖມຸນຕຣີ ໃນຣັຖບານ ທີ່ຫາກໍພົ້ນ ຈາກຕຳແໜ່ງ ຂອງທ່ານ TARO ASO.

ອອສເຕຣເລັຽ: ເຈົ້າໜ້າທີ່ອອສເຕຣເລັຽ ກ່າວວ່າ ຕົນໄດ້ຢຸດເຮືອລຳນຶ່ງ ທີ່ບັນທຸກ ພວກທີ່ສົງສັຍວ່າ ເປັນພວກຢາກລີ້ພັຍ ເກືອບ 60 ຄົນ ຢູ່ນອກແຄມ ຝັ່ງທະເລ ທາງກ້ຳຕາເວັນຕົກ ສຽງເໜືອຂອງຕົນ. ເຈົ້າໜ້າທີ່ກ່າວວ່າ ເຮືອລາຕເວນ ຂອງກອງທັບ ເຮືອລຳນຶ່ງ ໄດ້ຢຸດເຮືອລຳດັ່ງກ່າວ ໃນຕອນເຊົ້າ ວານນີ້ ແລະສົ່ງເຂົາເຈົ້າ ໄປຍັງສູນກາງ ຈັດ ການກ່ຽວກັບຄົນ ເຂົ້າເມືອງ ທີ່ມີການຍາມ ຮັກສາຄວາມປອດພັຍ ຢ່າງເຄັ່ງຄັດ ທີ່ເກາະຄຣິສຕ໌ມາສ. ໃນໄລຍະ ນຶ່ງສັບປະດາກ່ວາໆ ​ເຈົ້າໜ້າ​ທີ່​ອອສ​ເຕຣ​ເລັຽ ​ໄດ້ຈັບພວກທີ່ ປາກົດວ່າ ເປັນຄົນລັກລອບ ເຂົ້າເມືອງຜິດກົດໝາຍ ໄດ້ເຖິງ 200 ກວ່າຄົນ ຢູ່ນອກແຄມຝັ່ງທະເລ ທາງກ້ຳຕາເວັນຕົກ ສຽງເໜືອຂອງປະ​ເທດ. ປະເທດອອສເຕຣເລັຽ ໄດ້ຕົກເປັນຈຸດໝາຍປາຍທາງ ມາເປັນເວລາດົນນານແລ້ວ ຂອງ​ພວກ​ອົພຍົບ ຈາກປະເທດ ທີ່ທຸກຍາກ ຊຶ່ງສ່ວນໃຫຍ່ແລ້ວ ມັກເປັນປະເທດ ທີ່ໄດ້ເກີດສົງຄາມ ໂດຍເຂົາເຈົ້າຫວັງວ່າ ຈະໄດ້ໄປເລີ້ມ ຊີວິດໃໝ່ທີ່ນັ້ນ. ພວກຢາກຂໍລີ້ພັຍ ຈຳນວນນຶ່ງ ແມ່ນມາຈາກ ອັຟການິສຖານ ອີຣ່ານ ແລະ ສຣີລັງກາ.

ອີຣັກ: ກອງທັບສະຫະຣັດກ່າວວ່າ ທະຫານອີ ຣັກ ແລະສະຫະຣັດ ໄດ້ຈັບພວກຫົວຮຸນແຮງ 3 ຄົນ ທີ່ສົງສັຍວ່າ ເປັນຜູ້​ທຳການໂຈມຕີ ດ້ວຍປືນ ຄົກ ຢ່າງຮ້າຍແຮງໃສ່ ເຂດ GREEN ZONE ຊຶ່ງເປັນຄຸ້ມ ໂຮງການຣັຖບານ ໃນນະຄອນຫຼວງ ແບັກແດັດ. ພວກຫົວຮຸນແຮງໄ ດ້ຍິງປືນຄົກ 4 ລູກ ໃສ່ອາຄານຫລັງນຶ່ງ ໃນມື້ວານນີ້ ບໍ່ເທົ່າໃດ ຊົ່ວໂມງ ຫຼັງຈາກ ຮອງປະທານາທິບໍດີ JOSEPH BIDEN ໄດ້ເດີນທາງໄປຮອດ ນະຄອນຫລວງແບັກແດັດ ເພື່ອພົບປະ ກັບເຈົ້າໜ້າທີ່ ທະຫານສະຫະຣັດ ແລະອີຣັກ. ຕຳຣວດອີຣັກເວົ້າວ່າ ລູກປືນຄົກລູກນຶ່ງ ໄປບໍ່ຮອດເປົ້າໝາຍ ຈຶ່ງຕົກໃສ່ຄຸ້ມ ຕຶກຫໍພັກ ທີ່ຕັ້ງຢູ່ໃກ້ຄຽງ ເຮັດໃຫ້ພົລເຮືອນ 2 ຄົນເສັຽຊີວິດ. ບໍ່ມີລາຍງານໃດໆ ກ່ຽວກັບຄວາມເສັຽຫາຍ ຫລືການບາດເຈັບລົ້ມຕາຍ ຢູ່ໃນເຂດ GREEN ZONE. ກອງທັບສະຫະຣັດກ່າວວ່າ ທະຫານອີຣັກ ແລະສະຫະຣັດ ໄດ້ບຸກເຂົ້າໄປ ໃນບ່ອນທີ່ອາດຈະເປັນ ຖານຍິງປືນຄົກ ໂດຍໄດ້ຈັບກຸມ ຊາວອີຣັກ 3 ຄົນ ແລະຢຶດອຸບປະກອນ ປືນຄົກໄດ້. ໜ່ວຍຕິດຕາມຊິ້ງຊອມ ຂອງສະຫະຣັດຈຸນຶ່ງ ກ່າວວ່າ ກຸ່ມຫົວຮຸນແຮງອີຣັກ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ ຢູ່ໃນຖແລງຂ່າວ ທີ່ພິມເຜີຍແຜ່ ທາງເວັບໄຊທ໌ ຂອງກຸ່ມອິສລາມ ຫົວຮຸນແຮງ.

ພາກຕາເວັນອອກກາງ: ທູດພິເສດ ຂອງສະ ຫະຣັດໄດ້ສິ້ນສຸດ ການເຈຣະຈາຫາຣືໃນມື້ທີ 2 ກັບນາຍົກຣັຖມຸນຕຣີອິສຣາແອລ ໂດຍຍັງບໍ່ສາ ມາດ ບັນລຸການຕົກລົງ ກັບອິສຣາແອລ ກ່ຽວ ກັບການຢຸດເຊົາ ການຕັ້ງບ້ານໃໝ່ ໃສ່ດິນແດນ ທີ່ຊາວປາແລສໄຕນ໌ ຕ້ອງການຢາກຈະສ້າງຕັ້ງ ປະເທດຂອງຕົນຂຶ້ນ. ທຳນຽບຂອງ ນາຍົກຣັຖ ມຸນຕຣີ BENJAMIN NETANYAHY ກ່າວເຖິງການພົບປະຂອງທ່ານ ກັບທູດພິເສດ ຂອງສະຫະຣັດ ທ່ານ GEORGE MITCHELL ທີ່ນະຄອນ ເຈຣູຊາແລັມ ໃນວັນພຸດມື້ນີ້ວ່າ ດຳເນີນໄປດ້ວຍດີ ແລະວ່າ ພວກທ່ານທັງສອງ ມີແຜນການ ທີ່ຈະພົບປະກັນອີກ ໃນມື້ວັນສຸກຈະມານີ້ ຫຼັງຈາກທ່ານ MITCHELL ເດີນທາງກັບຄືນ ຈາກການໄປຢ້ຽມຢາມ ປະເທດອາຣັບ. ຣັຖບານສະຫະຣັດ ແລະປາແລສໄຕນ໌ ໄດ້ກົດດັນໃຫ້ ອິສຣາແອລ ຢຸດເຊົາໃນການກໍ່ສ້າງທຸກຢ່າງ ຢູ່ໃນເຂດຝັ່ງ ຕາເວັນຕົກ ຂອງແມ່ນ້ຳຈໍແດັນ ແລະກ້ຳຕາເວັນອອກ ຂອງນະຄອນເຈຣູຊາແລັມ ເພື່ອຊຸກຍູ້ໃຫ້ ການເຈຣະຈາ ສັນຕິພາບ ລະຫວ່າງອິສຣາແອລ ກັບປາແລສໄຕນ໌ ລິເລີ້ມຄືນໃໝ່.

ອີຣ່ານ: ຣັຖມຸນຕຣີ ການຕ່າງປະເທດສະຫະ ຣັດທ່ານນາງ HILLARY CLINTON ກ່າວ ວ່າ ອີຣ່ານ ຕ້ອງໄດ້ແກ້ໄຂ ບັນຫາຄວາມວິຕົກ ກັງວົນ ກ່ຽວກັບໂຄງການ ນິວເຄລັຽຂອງຕົນ ໂດຍກົງເວລາອີຣ່ານ ພົບປະກັບພວກນັກການ ທູດ ຂອງ 6 ປະເທດ ມະຫາອຳນາດຂອງໂລກ ໃນເດືອນໜ້ານີ້. ທ່ານນາງ CLINTON ກ່າວໃນວັນອັງຄານ ວານນີ້ວ່າ ບັນຫານິວເຄລັຽ ບໍ່ແມ່ນ​ເຣື່ອງ ທີ່ຈະ​ເພີກ​ເສີຍ ​ບໍ່​ສົນ​ໃຈໄດ້ ໃນການເຈຣະຈາ ໃນວັນທີ 1 ຕຸລາຈະມານີ້ ທີ່ສະຫະຣັດ ຈະເຂົ້າຮ່ວມ ຢ່າງເຕັມທີ່ ເປັນເທື່ອທຳອິດ. ສະຫະພາບຢູໂຣບ ກ່າວວ່າ ການພົບປະ ທີ່ວ່ານີ້ ເບິ່ງຊົງວ່າ ຈະມີຂຶ້ນ ທີ່ປະເທດເຕີກກີ. ບັນດາປະເທດ ຕາເວັນຕົກ ໄດ້ກ່າວຫາ ອີຣ່ານວ່າ ພັທນາອາວຸດນິວເຄລັຽ ແຕ່ອີຣ່ານຢືນຢັດວ່າ ກິຈການນິວ ເຄລັຽຂອງຕົນ ແມ່ນມີຈຸດປະສົງ ໃນທາງສັນຕິ ແລະບໍ່ແມ່ນເຣື່ອງທີ່ຈະມາເຈຣະຈາກັນ. ທ່ານນາງ CLINTON ກ່າວວ່າ ການຕັດສິນໃຈ ຂອງສະຫະຣັດ ທີ່ຈະເຂົ້າ ຮ່ວມການເຈຣະຈາ ແມ່ນເພື່ອປະຕິບັດ ຕາມຄຳໝັ້ນສັນຍາ ໃນການໂຄສະນາຫາສຽງ ຂອງປະທານາທິບໍດີ BARACK OBAMA ທີ່ຈະຕິດຕໍ່ ພົວພັນກັບອີຣ່ານ ຫລັງຈາກໄດ້ມີ ຄວາມສັມພັນ ແບບເຄັ່ງຕຶງ ກັນມາເປັນເວລາ ຫລາຍໆທົສວັດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG