ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຫລ່ງຂ່າວສະຫະຣັດ ແຈ້ງວ່າ ການບຸກໂຈມຕີ ໃນໂຊມາເລັຽ ໄດ້ສັງຫານ ຊາວເຄນຢາຜູ້ນຶ່ງ ທີ່ແອັຟບີອາຍ ຕ້ອງການ


ໂຊມາເລັຽ: ເຈົ້າໜ້າທີ່ສະຫະຣັດກ່າວວ່າ ກຳ ລັງພິເສດ ຂອງສະຫະຣັດ ໄດ້ທຳການໂຈມຕີຢູ່ ທີ່ພາກໃຕ້ ຂອງປະເທດ ໂຊມາເລັຽໃນວັນຈັນ ວານນີ້ ແລະໄດ້ສັງຫານ ຜູ້ຕ້ອງສົງສັຍວ່າ ເປັນຜູ້ກໍ່ການຮ້າຍ ຊາວເຄນຢາຄົນນຶ່ງ. ພວກທີ່ເຫັນເຫດການ ໃນບໍຣິເວນດັ່ງກ່າວເວົ້າວ່າ ທະຫານ ໃນເຮືອບິນເຮຣີຄອບເຕີ້ ຢ່າງນ້ອຍ 2 ລຳ ໄດ້ຍິງໂຈມຕີ ຣົດຄັນນຶ່ງ ໃກ້ໆເມືອງ BARAWE ໃນພາກໃຕ້ໂຊມາເລັຽ ໂດຍໄດ້ສັງຫານ ຜູ້ທີ່ນັ່ງໄປໃນຣົດ ຄັນດັ່ງກ່າວ ຢ່າງນ້ອຍ 2 ຄົນ ແລະອີກ 2 ຄົນ ໄດ້ຮັບບາດເຈັບ. ເຈົ້າໜ້າທີ່ກ່າວວ່າ ການໂຈມຕີ ໃນເທື່ອນີ້ ໄດ້ສັງຫານ ນາຍ SALEH ALI SALEH NABHAN ຜູ້ທີ່ເຈົ້າໜ້າທີ່ເວົ້າວ່າ ພົວພັນກັບ ກຸ່ມກໍ່ການຮ້າຍ AL-QAIDA. ໜ່ວຍສືບລັບ ຂອງສະຫະຣັດ ຕ້ອງການໂຕນາຍ NABHAN ກໍເພື່ອຢາກ ສອບປາກຄຳຜູ້ກ່ຽວ ກ່ຽວກັບ ການໂຈມຕີໂຮງແຮມ ແລະເຮືອບິນທີ່ເມືອງ MOMBASA ໃນປະເທດເຄນ ຢາໃນປີ 2002. ເຈົ້າໜ້າທີ່ກ່າວວ່າ ກຳລັງພິເສດ ຂອງສະຫະຣັດ ໄດ້ນຳເອົາສົບ ຂອງຜູ້ກ່ຽວ ມາພ້ອມ.

ອັຟການິສຖານ: ຫົວໜ້າເລືອກຕັ້ງ ໃນອັຟກາ ນິສຖານກ່າວວ່າ ບັດຄະແນນສຽງ 10% ໃນ ການເລືອກຕັ້ງ ປະທານາທິບໍດີ ຂອງປະເທດ ເມື່ອເດືອນແລ້ວນີ້ ຕ້ອງໄດ້ມີ ການນັບຄືນໃໝ່ ຍ້ອນມີຮ່ອງຮອຍ ສະແດງໃຫ້ເຫັນ ເຖິງການສໍ້ ໂກງຄະແນນ. ປະທານຄະນະກັມມະການ ກ່ຽວກັບການຮ້ອງທຸກ ໃນການເລືອກຕັ້ງ ຂອງອັຟການິສຖານ ກ່າວໃນວັນອັງຄານມື້ນີ້ວ່າ ເຈົ້າໜ້າທີ່ ຈຳເປັນຕ້ອງ ໄດ້ກວດກາ ແລະນັບຄືນໃໝ່ ບັດຄະແນນສຽງ ຈາກໜ່ວຍປ່ອນບັດ ປະມານ 2 ພັນ 500 ໜ່ວຍ. ໃນສັບປະດາແລ້ວ ຄະນະກັມມະການດັ່ງກ່າວ ທີ່ໄດ້ຮັບການໜຸນຫລັງ ຈາກອົງການ ສະຫະປະຊາຊາດ ໄດ້ສັ່ງໃຫ້ ຄະນະກັມມະການເລືອກຕັ້ງ ທີີ່ເປັນອິສຣະ ຂອງອັຟການິສຖານ ນັບຄືນໃໝ່ ບັດຄະແນນສຽງ ຈາກໜ່ວຍປ່ອນບັດຕ່າງໆ ທີ່ມີຜູ້ໄປປ່ອນບັດ 100% ຫລືໜ່ວຍປ່ອນບັດ ບ່ອນທີ່ຜູ້ສະມັກ ໄດ້ຮັບຄະແນນສຽງ ຫລາຍກວ່າ 95%. ຄະນະກັມມະການເລືອກຕັ້ງ ທີ່ເປັນອິສຣະ ຂອງອັຟການິສຖານ ໄດ້ປະກາດ ໃນສັບປະດາແລ້ວນີ້ວ່າ ທ່ານ HAMID KARZAI ໄດ້ຮັບຄະແນນສຽງ ຫລາຍກວ່າ 50% ຂອງບັດທີ່​ປ່ອນທັງໝົດ ຊື່​ງ​ເຮັດໃຫ້ທ່ານ ​ໄດ້​ຮັບ​ໄຊຊນະ​ ຢ່າງ​ເດັດຂາດ ບໍ່ຈຳ​ເປັນຕ້ອງ ​ມີການເລືອກຕັ້ງຮອບ 2. ຜູ້ທ້າທາຍ ຄົນສຳຄັນຂອງທ່ານ ຄືອະດີດຣັຖມຸນຕຣີ ການຕ່າງປະເທດ ABDULLAH ABDULLAH ໄດ້ຮັບຄະແນນ 28%.

ອີຣັກ: ນັກຂ່າວອີຣັກ ທີ່ແກວ່ງເກີບ ໃສ່ອະດີດ ປະທານາທິບໍດີ GEORGE W. BUSH ໄດ້ ຖືກປ່ອຍ ອອກຈາກຄຸກ ອີຣັກແລ້ວ. ເຈົ້າໜ້າທີ່ອີຣັກ ໄດ້ ປ່ອຍນາຍ MUNTAZER AL-ZAIDI ຈາກຄຸກ ທີ່ນະຄອນຫລວງແບັກແດັດ ໃນວັນອັງຄານມື້ນີ້ ຫລັງຈາກລາວ ໄດ້ຮັບໃຊ້ໂທດມາ ໄດ້ 9 ເດືອນ ຍ້ອນຄວາມຜິດ ທີ່ລາວ​ໄດ້ກະທຳ. ສະມາຊິກ ໃນຄອບຄົວ ແລະສະມາຊິກ ສະພາອີຣັກ ຫລາຍໆຄົນ ໄດ້ໄປຕ້ອນຮັບລາວ ຢູ່​ທາງ​ນອກ​ຄຸກ. ໃນການກະທຳ ທີ່ເຮັດໃຫ້ລາວ ມີຊື່ສຽງ ກາຍເປັນວິຣະຊົນ ໃນໝູ່ຊາວອາຣັບນັ້ນ ນາຍ AL-ZAIDI ໄດ້ແກວ່ງເກີບ ຂອງລາວໃສ່ ປະທານາທິບໍດີ BUSH ແລະເອີ້ນທ່ານວ່າ “ໝາ” ທີ່ນະຄອນຫລວງແບັກແດັດ ໃນເດືອນທັນວາ ປີກາຍນີ້ ຂະນະທີ່ຜູ້ນ ຳຂອງສະຫະຣັດ ກຳລັງຖແລງຂ່າວ ຮ່ວມກັບນາຍົກຣັຖມຸນຕຣີອີຣັກ ທ່ານ NOURI AL-MALIKI. ເກີບບໍ່​ໄດ້ຖືກທ່ານ BUSH ​ເພາະວ່າທ່ານ ສາມາດຫລົບທັນ ​ໃນ​ທັງ​ສອງ​ຄັ້ງ.

ເກົາຫລີ: ໃນວັນອັງຄານມື້ນີ້ເກົາຫລີເໜືອແລະ ເກົາຫລີໃຕ້ ໄດ້ແລກປ່ຽນ ລາຍຊື່ບັນດາຄອບ ຄົວ ທີ່ພັດພາກຈາກກັນ ຍ້ອນສົງຄາມເກົາຫລີ ມາໄດ້ດົນກວ່າ ເຄິ່ງສັຕວັດແລ້ວນັ້ນ ສຳລັບ​ການ ​ພົບພໍ້ກັນຊົ່ວຄາວຮອບໃໝ່. ທັງສອງເກົາຫລີ ໄດ້ຕົກລົງກັນ ໃນເດືອນແລ້ວນີ້ ຈະໃຫ້ 100 ຄອບຄົວ ທີ່ພັດພາກຈາກກັນ ໄດ້ມາພົບພໍ້ກັນ ທີ່ພູ KUMGANG ບ່ອນຕາກອາກາດ ໃນເກົາຫລີເໜືອ ແຕ່ວັນທີ 26 ກັນຍາ ຫາວັນທີ 1 ຕຸລາ. ຈຳນວນຄອບຄົວເຫລົ່ານີ້ ຈະຖືກຄັດເລືອກ ຈາກບັນຊີລາຍຊື່ 200 ຄອບຄົວ ຈາກແຕ່ລະຝ່າຍ ທີ່ໄດ້ມີການແລກປ່ຽນ ໃນວັນທີ 1 ກັນຍາຜ່ານມາ. ລຸນຫລັງການພົບປະກັນ ຄັ້ງທຳອິດ ລະຫວ່າງຜູ້ນຳ​ຂອງ​ສອງ​ປະ​ເທດ ໃນປີ 2000 ເກົາຫລີທັງສອງ ກໍໄດ້ຈັດ ໃຫ້ມີການພົບພໍ້ ຂອງບັນດາຄອບຄົວ ທີ່ໄດ້ພັດພາກຈາກກັນ ເປັນປະຈຳ ຈົນຮອດທ້າຍປີ 2007 ເວລາການພົບພໍ້ທີ່ວ່ານີ້ ໄດ້ຖືກໂຈະ ທ່າມກາງຄວາມເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນ. ມີຫລາຍກວ່າ 16 ພັນຄອບຄົວ ຈາກແຕ່ລະຝ່າຍ ໄດ້ພົບພໍ້ກັນ​ເຊິ່ງໆ​ໜ້າ ເປັນການຊົ່ວຄາວ ຂະນະທີ່ອີກຫລາຍກວ່າ 3200 ຄອບຄົວ ໄດ້ເຫັນຍາດພີ່ນ້ອງເຂົາເຈົ້າ ທາງວີດີໂອ.

ໄທ - ສະຫະຣັດ: ຄະນະຕຸລາການ ທີ່ນະ ຄອນ LOS ANGELES ພົບເຫັນວ່າຜູ້ສ້າງ ຮູບເງົາຂອງສະຫະຣັດ 2 ຄົນ ໄດ້ໃຫ້ ເງິນສິນບົນ ແກ່ອະດີດ ເຈົ້າໜ້າທີ່ ຣັຖບານໄທຄົນນຶ່ງ ເພື່ອ​ໃຫ້​ໄດ້ຊະນະ ການປະມູນ ຈັດງານປະກວດ ຮູບເງົານາໆຊາດ ທີ່ບາງກອກ. ນາຍ GERALD ແລະນາງ PATRICIA GREENS ທີ່ເປັນສາມີພັລຍາກັນນັ້ນ ຕ່າງກໍອາດ ຈະໄດ້ຮັບໂທດຈຳຄຸກດົນ ເຖິງ 20 ປີ ເວລາພວກເຂົາເຈົ້າ ຖືກຕັດສິນ ໃນທ້າຍປີນີ້. ທະນາຍຄວາມ ຂອງບຸກຄົນທັງສອງ ກ່າວວ່າ ລາວຈະຍື່ນ ຂໍອຸທອນ ກ່ຽວກັບເຣື່ອງນີ້. ຄະນະຕຸລາການ ຫລືລູກຂຸນພົບເຫັນວ່າ ສາມີພັລຍາ GREEN ມີຄວາມຜິດ ຍ້ອນຈ່າຍເງິນສິນບົນ ໃຫ້ແກ່ອະດີດ ຫົວໜ້າອົງການທ່ອງທ່ຽວ ແຫ່ງປະເທດໄທ ເພື່ອແລກປ່ຽນ ກັບການໃຫ້ພວກເຂົາເຈົ້າ ໄດ້ຊະນະ ການປະມູນ ຈັດການປະກວດຮູບເງົາ. ງານບຸນຮູບເງົາທີ່​ວ່ານີ້ ນຳລາຍໄດ້ ມາໃຫ້ຄອບຄົວ GREEN ຫລາຍກວ່າ 13 ລ້ານໂດລາ.

ຈີນ: ພວກຜູ້ນຳ ພັກຄອມມູນິສຈີນ ທີ່ປົກຄອງປະ ເທດ ຢູ່ໃນເວລານີ້ ໄດ້ເປີດກອງປະຊຸມ ປະຈຳປີ ໃນວັນອັງຄານມື້ນີ້ ຊຶ່ງຄາດກັນ​ວ່າ ໃນລະຫວ່າງ ກອງ​ປະຊຸມ​ຄັ້ງນີ້ ຜູ້ທີ່ຈະໄດ້ເປັນທາຍາດ ທາງ ການເມືອງ ຂອງປະທານ ປະເທດຈີນ ທ່ານ HU JINTAO ນັ້ນ ຈະໄດ້ຮວບຮວມອຳນາດຂອງທ່ານ ໃຫ້ເຂັ້ມແຂງຕື່ມຂຶ້ນ. ເປັນທີ່ຄາດກັນວ່າ ຮອງປະ ທານປະເທດ ທ່ານ XI JINPING ຈະໄດ້ ຖືກແຕ່ງຕັ້ງ ໃຫ້ເປັນຄະນະກັມມະການ ທາງທະຫານ ທີ່ມີອິດທິພົນ ໃນລະຫວ່າງ ການປະຊຸມ ທີ່ວ່ານີ້ ຊື່ງການແຕ່ງຕັ້ງດັ່ງກ່າວ ຈະ​ເຮັດ​ໃຫ້​ທ່ານ ເປັນບຸກຄົນແຖວໜ້າ ຫລື​ຜູ້​ທຳ​ອິດ ທີ່ຈະໄດ້ສືບທອດ ຕຳແໜ່ງຕໍ່ຈາກ ທ່ານ HU ໃນປີ 2012. ຖ້າຄະນະກັມມະການ ສູນກາງພັກ ຫາກບໍ່ແຕ່ງຕັ້ງ ໃຫ້ທ່ານ XI ເຂົ້າຮັບໜ້າທີ່ ຢູ່ໃນຄະນະ ກັມມະການດັ່ງກ່າ​ວ ໃນລະຫວ່າງ ການປະຊຸມອາທິດນີ້ ມັນກໍອາດ ຈະສົ່ງສັນຍາ​ນບອກ​ເຖິງ ການບໍ່ລົງຮອຍກັນ ພາຍໃນຄະນະນຳພາ ຂອງຈີນ ກ່ຽວກັບຜູ້ທີ່ຈະສືບທອດອຳນາດ ຕໍ່ຈາກທ່ານ HU ນັ້ນ. ການປະຊຸມເປັນເວລາ 4 ມື້ຂອງຄະນະກັມມະການສູງກາງ ມີຂຶ້ນບໍ່ເທົ່າໃດອາທິດ ກ່ອນວັນຄົບຮອບ 60 ປີ ໃນການສ້າງຕັ້ງ ປະເທດຈີນຄອມມູນິສ ໃນວັນທີ 1 ຕຸລາ ທີ່ຈະມາເຖິງນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG