ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເນັ້ນຢ້ຳອີກວ່າຈະດຳເນີນການຮັບເອົາມົ້ງຫ້ວຍນ້ຳຂາວ  ໃຫ້ໝົດໃນທ້າຍປີນີ້


ເອກອັກຄະລັດຖະທູດລາວປະຈຳບາງກອກ ຢິນຢັນວ່າທາງການລາວ ມີຄວາມພ້ອມສະ ເໝີທີ່ຈະຮັບຮອງເອົາຊາວມົ້ງທຸກຄົນຈາກ ບ້ານຫ້ວຍນ້ຳຂາວກັບຄືນໄປລາວ, ຊຶ່ງໃນປັດ, ຈຸບັນ ກໍ່ໄດ້ປະສານງານກັບທາງການໄທຢ່າງ ໃກ້ຊິດ ເພື່ອດຳເນີນການດັ່ງກ່າວໃຫ້ເສັດສິ້ນ ໃນທ້າຍປີນີ້.

ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ບາງກອກ​ປະ​ເທດ​ໄທ​ໄດ້​ໃຫ້ການ ຢືນຢັນ​ກັບ VOA ວ່າ​ ທາ​ງການລາວ​ໄດ້​ຈັດ​ກຽມຄວາມ​ພ້ອມໃນ​ທຸກໆ​ດ້ານ​ເພື່ອ​ທີ່​ວ່າ​ຈະ​ໄດ້​ຮອງ​ຮັບ​ເອົາ​ ຊາວ​ມົ້ງທຸກ​ຄົນ​ທີ່​ພັກ​ອາ​ໃສ​ຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍນ້ຳຂາວ, ໃນເຂດອຳເພີເຂົາຄໍ້ ຈັງຫວັດເພັດສະບູນ, ທາງພາກ​ເໜືອຕອນຫ​ລ່າງ​ ຂອງປ​ະ​ເທດໄທ​ນັ້ນກັບ​ຄືນ​ໄປ​ລາວ​ໄດ້​ທຸກ​ເວລາ​ທີ່​ທາງການ​ໄທຈະ​ດຳ​ເນີນ​ການ​ສົ່ງ​ມອບ​ຊາວ​ມົ້ງ​ໃຫ້ແກ່ລາວ.

ທັງນີ້ ໂດຍທາງການລາວຍັງຄົງຢືນຢັນທີ່ຈະດຳເນີນການດັ່ກງ່າວໃກ້ແລ້ວ ພາຍໃນທ້າຍ ປີ 2009 ນີ້ ຊຶ່ງ​ກໍ່ເປັນ​ໄປ​ຕາມ​ການ​ຕົກລົງຮ່ວມ​ລະຫວ່າງຄະນະກຳມະການ​ຮັກສາ​ຄວາ​ມ ສະງົບຮຽບຮ້ອຍ​ໃນ​ເຂດ​ຊາຍ​ແດນ​ທົ່ວໄປ​ ລະຫວ່າງ​ ລາວ-​ໄທ​ ນັ້ນ​ເອງ. ກ່ອນ​ໜ້າ ນີ້ ກໍ່​ຄື​ເມືອ​ວັນ​ທີ່ 30 ກໍລະ​ກົດ ທີ່​ຜ່ານ​ມາ ຄະນະ​ຜູ້​ແທນ​ຂອງ​ກະຊວງການ​ຕ່າງປະ​ເທດສະ ຫະລັດອາເມຣິກາກໍ​ໄດ້​ເດີນທາງ​ໄປກວດ​ຢ້ຽມ ​ແລະ​ ຮັບຊາບ​ຂໍ້​ມູນ​ກ່ຽວ​ກັບ​ມາດ​ຕະການ ​ຕ່າງໆ ທີ່​ກອງທັບ​ພາກ​ທີ່ 3 ຂອງ​ໄທ ​ໄດ້​ປະຕິບັດ​ຕໍ່ບັນດາ​ຊາວ​ມົ້ງຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ​ດັ່ງກ່າວ ແລະ ​ກໍ່​ໄດ້​ໃຫ້ການ​ຢືນຢັນກັບແກນ​ນຳ​ຊາວ​ມົ້ງວ່າ​ລັດຖະບານ​ສະ​ຫະ​ລັດ ບໍ່​ມີ ນະ​ໂຍບາຍ ​ທີ່ຈະ​ຮັບ​ເອົາ​ຊາວມົ້ງ​ໄປ​ຕັ້ງຖິ່ນຖານໃໝ່​ຢູ່​ໃນ​ສະຫະ​ລັດ​ແຕ່​ຢ່າງ​ໃດ. ຊຶ່ງ​ກໍ່​ໝາຍ​ ຄວາມ​ວ່າ ບັນດາ​ຊາງ​ມົ້ງລາວ​ທີ່​ພັກ​ອາ​ໃສ​ຢູ່​ສູນຮອງ​ຮັບ​ຊົ່ວຄາວບ້ານຫ້ວຍນ້ຳຂາວ,ໃນທຸກ,ມື້ນີ້.

ນອກຈາກ​ຈະ​ບໍ່​ມີ​ໂອກາດ,​ໄດ້​ເດີນທາງໄປ​ຕັ້ງຖິ່ນຖານ​ໃໝ່​ຢູ່​ໃນສະ​ຫະລັດ​ອາເມຣິກາແລ້ວ ​ກໍ່​ຍັງ​ຈະ​ຕ້ອງ​ຖືກ​ສົ່ງກັບ​ຄືນ​ໄປ​ຍັງ​ພູ​ມ​ລຳ​ເນົາ​ເດີມ​ຢູ່​ໃນ​ປະ​ເທດ​ລາວ​ ຕາມແຜນ​ການ​ທີ່​ທາງການ​ລາວ ​ແລະ​ ໄທ​ ໄດ້​ກຳ​ນົດ​ໄວ້​ວ່າ​ຈະ​ຮ່ວມ​ກັນດຳເນີນການ​ດັ່ງ​ກ່າວນີ້ ໃຫ້​ແລ້ວ​ທັງ​ໝົດ ພາຍ​ໃນ​ທ້າຍ​ປີ 2009 ນີ້ນັ້ນເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມທ້າວ ຈົງ ​ເຈີ ​ລໍ້ ​ໃນ ຖານະ​ແກນນຳ​ຂອງ​ຊາວມົ້ງທີ່​ພັກ​ອາໃສ ຢູ່ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ, ນັ້ນ ກໍໄດ້ຖະແຫລງຮຽກຮ້ອງວ່າ ທາງ ການລາວ ແລະ ໄທ ຄວນທີ່ຈະເປີດໂອ ກາດໃຫ້ສຳນັກນຂ້າຫລວງໃຫຍ່ ຜູ້ລີ້ ໄພແຫ່ງອົງການສະຫະປະຊາຊາດ ຫລື UNHCR ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ພິ ຈາລະນາເຖິງ​ສະຖານະ​ພາບ​ຂອງ​ຊາວ​ມົ້ງກ່ອນ​ທີ່ຈະດຳ​ເນີນ​ການ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ດ້ວຍ.

ທັງນີ້ ກໍ​ເພາະວ່າ​ໃນ​ຄວາມ​ເປັນ​ຈິງ​ແລ້ວມີ​ຊາວ​ມົ້ງລາວ​ຢູ່​ສອງ​ກຸ່ມ​ດ້ວຍ​ກັນ​ ທີ່​ພັກ​ອາ​ໃສ​ຢູ່ໃນສູນ​ຮອງ​ຮັບ​ຊົ່ວຄາວດັງກ່າວ ຊຶ່ງກໍຄື ຊາວມົ້ງປ່າ ແລະ ຊາວ​ມົ້ງທີ່​ເປັນ​ອາ​ດີດທະ ຫານ​ຂອງ CIA ກັບ​ອີກ​ກຸ່ມໜຶ່ງຊຶ່ງ​ເປັນ​ຊາວ​ມົ້ງລາວ​ທີ່​ເປັນ​ຊາວບ້ານ​ທຳ​ມະ​ດາຊຶ່ງ​ໃນປະ​ເພດ ທີ່ສອງ​ນີ້ສາມາດ​ທີ່​ຈະ​ສົ່ງ​ກັບຄືນໄປລາວ​ໄດ້​ຢູ່​ແລ້ວ.

ສ່ວນ​ຊາວ​ມົ້ງໃນ​ປະ​ເພດ​ ທຳ​ອິດ ຫລື ກຸ່ມ​ທຳ​ອິດຊຶ່ງ​ມີ​ຢູ່​ປະມານ​ 2.000 ກວ່າ​ຄົນ​ນັ້ນ ຍ່ອມບໍ່ສາມາດ​ທີ່​ຈະ​ຖືກສົບ​ກັບ​ຄືນ​ໄປ​ປະ​ເທດ​ລາວໄດ້ ​ເນື່ອງ​ຈາກ​ວ່າ​ໄດ້​ຖືກ​ທາງ​ການ​ລາວ ​ດຳ​ເນີນ​ມາດ​ຕະການ​ປາບ​ປາມ​ມາ​ຢ່າງ​ຕໍ່ ເນື່ອງຈຶ່ງ​ໄດ້​ພາກັນ​ອົບ​ພະ​ຍົບໜີ​ໄພ​ສົງ ຄາມມາຢູ່​ໃນ​ປະ​ເທດ​ໄທ​ນັ້ນ​ເອງ.

ຫາກ​ແຕ່​ວ່າທາງ​ການ​ລາວກໍ​ໄດ້​ຖະ​ແຫລ​ງການປະຕິ​ເສດມາ​ໂດຍ​ຕະຫລອດ​ເຊັ່ນ​ກັນ​ວ່າ ບໍ່ມີການ​ປາບ​ປາມຊາວ​ມົ້ງຢູ່​ໃນ​ລາວ ແລະ ກະ​ແສຂ່າວ​ທີ່​ເກີດ​ຂຶ້ນດັ່ງກ່າວ​ນີ້ກໍ​ເປັນ​ຍ້ອນ ວ່າ ກຸ່ມຄົນ​ບໍ່ດີ​ໃນ​ຕ່າ​ງປະ​ເທດ ຕ້ອງການ​ທີ່​ຈະບ່ອນທຳລາຍ​ພາ​ບພົດຂອງ​ລັດຖະບານ ລາວ​ໃນເວທີ​ສາກົນ. ສ່ວ​ນ​ໃນ​ຊ່ວງ​ເດືອນ​ກຸມພາ​ປີນີ້ ທ່ານ ພົນຈັດຕະວາ ບົວສ້ຽງ ຈຳປາ ພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຊຶ່ງ​ໄດ້​ເດີນທາງ​ໄປກວດ ຢ້ຽມສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍນ້ຳຂາວ,​ເຊັ່ນດຽວກັນ ແລະ ກໍໄດ້​ຢືນຢັນ​ກັບ​ບັນດາ ແກນນຳ​ຊາວ​ມົ້ງວ່າຈະ​ໃຫ້ການ​ເບິ່ງ​ແຍງຊາວ​ມົ້ງທຸກຄົນ​ເປັນ​ຢ່າງ​ດີກັບ​ ທັງ​ຍັງ​ຈະ​ລົບ​ລ້າງ ​ບັນດາ​ຄວາ​ມຜິດ​ຕ່າງ​ໆ ​ໃຫ້​ແກ່ຊາວມົ້ງໃນ​ທຸກ​ກໍລະນີ​ອີກ​ດ້ວຍ.

ໂດຍໃນປັດຈຸບັນນີ້ ຍັງເຫລືອຊາວມົ້ງຢູ່ສູນຮອງຮັບຈຳນວນ 4.000 ກວ່າຄົນ ທີ່ທາງ ການໄທຈະສົ່ງກັບຄືນໄປລາວທັງໝົດພາຍໃນທ້າຍປີນີ້ຕໍ່ໄປ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 05 ກັນຍາ 2009. ຟັງສຽງລາຍ ງານເພື່ອລາຍລະອຽດເພິ່ມຕື່ມ

XS
SM
MD
LG