ສະຖານະການໃນປາກີສຖານ: ບັນດາເຈົ້າໜ້າທ່ີປາກີສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟທີ່ ສົງໄສວ່າມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະຣັດ ໄດ້ສັງຫານພວກ ນັກຕໍ່ສູ້ຫົວຮຸນແຮງຢ່າງນ້ອຍ 4 ຄົນໃນເຂດWaziristan ເໜືອຕິດກັບ ຊາຍແດນອັຟການີສຖານ. ບັນດາເຈົ້າໜ້າທ່ີກ່າວວ່າ ການຍິງລູກສອນໄຟໃນຕອນເຊົ້າວັນຈັນມື້ນີ້ ແມ່ນແນໃສ່ລົດຂອງກຸ່ມຕາລີບັນຄັນນຶ່ງ ໃນໝູ່ບ້ານແຫ່ງນຶ່ງໃກ້ໆກັບ Miran Shah ເມືອງໃຫຍ່ຂອງເຂດດັ່ງກ່າວ. ບັນດາເຈົ້າໜ້າທ່ີປາກີສຖານກ່າວວ່າ ເຊື່ອກັນວ່າ ໃນຫວ່າງບໍ່ເທົ່າໃດເດືອນຜ່ານມານີ້ ເຮືອບິນທ່ີບໍ່ມີຄົນຂັບຂອງສະຫະຣັດ ໄດ້ຍິງລູກສອນໄຟຈຳນວນຫລາຍກວ່າ 40 ລູກໃສ່ທ່ີໝັ້ນແຫ່ງຕ່າງໆທ່ີສົງໄສວ່າເປັນຂອງເຄືອຂ່າຍ al-Qaida ແລະກຸ່ມຕາລີບັນ ໃນພາກຕາເວັນຕົກສຽງເໜືອຂອງປາກີສຖານ.
ພວກເຈົ້າໜ້າທ່ີອະເມຣິກັນບໍ່ສູ້ເວົ້າເຖິງເຣື່ອງການໂຈມຕີດ້ວຍລູກສອນໄຟນີ້ ຊຶ່ງທາງຝ່າຍປາກີສຖານໄດ້ຕຳໜິຕິຕຽນຢ່າງເປີດເຜີຍວ່າ ຕ້ານກັບຜົນປະໂຫຍດ ແລະເປັນການລະເມີດຕໍ່ອະທິປະໄຕຂອງຕົນ.
ກ່ຽວກັບນາຍບິນ ລາເດິນ: ເວບໄຊທ໌ແຫ່ງນື່ງ ໄດ້ນຳເອົາສຽງທ່ີອັດໄວ້ໃນເທບ ທ່ີກ່າວກັນວ່າເປັນສຽງຂອງນາຍ Osama bin Laden ຜູ້ນຳເຄືອຂ່າຍ al-Quaida ອອກມາເຜີຍແຜ່ ຊື່ງສຽງນັ້ນກ່າວອ້າງວ່າປະທານາທິບໍດີບາຣັກໂອບາມາ ແຫ່ງສະຫະຣັດ ຈະບໍ່ມີອຳນາດຫຍັງເລີຍ ທ່ີຈະຢຸດສົງຄາມໃນອັຟ ການີສຖານໄດ້. ເທບອັດສຽງຍາວປະມານ 11 ນາທີ ໄດ້ຖືກນຳອອກເຜີຍແຜ່ຢູ່ໃນ Web site ອີສລາມແຫ່ງນື່ງ ໃນວັນອາທິດວານນີ້. ສຽງໃນເທບທ່ີກ່າວກັນວ່າແມ່ນສຽງຂອງນາຍໂອຊາມາບິນລາເດັນ ນັ້ນເວົ້າວ່າ ທ່ານໂອບາມາ ອ່ອນແອລົງແລ້ວ ເພາະວ່າທຳນຽບຂາວກຳລັງຖືກກົດດັນ ຈາກກຸ່ມຕ່າງໆ ແລະວ່າ ສົງຄາມໃນອັຟການີສຖານ ບໍ່ສາມາດຈະປ່ຽນແປງທິດທາງໄດ້ ເພາະວ່າມັນຖືກຂັບດັນ ໂດຍພວກທ່ີວິ້ງເຕັ້ນຕໍ່ສູ້ເພື່ອ ອີສຣາແອນ ແລະຜົນປະໂຫຍດຂອງພວກບໍລິສັດໃນສະຫະຣັດ. ບັນດານັກຊ່ຽວຊານດ້ານຂ່າວລັບກ່າວວ່າ ຕາມທ່ີເຄີຍເປັນມານັ້ນ ນາຍບິນລາເດັນ ມັກຈະອອກຖ້ອຍຖແລງປະຈຳປີ ໃນເດືອນກັນຍາຫລືບໍ່ກໍ ເດືອນຕຸລາ.
ທີ່ອິຣ່ານ: ສື່ມວນຊົນຂອງລັດກ່າວວ່າ ທາງການໄດ້ດຳເນີນຄະດີພວກຄັດຄ້ານ ຣັຖບານ 6 ຄົນ ໃນຂໍ້ຫາປະກອບສ່ວນໃນການເດີນຂະບວນປະທ້ວງ ຄັ້ງໃຫຍ່ຂອງມວນຊົນ ຕໍ່ຕ້ານການເລືອກຕັ້ງເອົາປະທານາທິບໍດີ Mahmoud Ahmadinejad ຄືນມາດຳຣົງຕຳແໜ່ງອີກສໄມນຶ່ງ ທ່ີ ເປັນບັນຫາຂັດແຍ່ງກັນໃນເດືອນມິຖຸນາຜ່ານມານັ້ນ. ອົງການຂ່າວ IRNA ທາງການຂອງອິຣ່ານກ່າວວ່າ ພວກຄັດຄ້ານ ຣັຖບານ 6 ຄົນ ທີ່ຖືກດຳເນີນຄະດີໃນວັນຈັນມື້ນີ້ ມີຮວມທັງຜູ້ນຳນັກສຶກສາທ່ີມີຊື່ສຽງ ນາຍ Abdollah Momeni.
ຣັຖບານອິຣ່ານ ໄດ້ດຳເນີນຄະດີ ພວກທຳການປະທ້ວງລຸນຫລັງການເລືອກຕັ້ງ ຈຳນວນຫລາຍກວ່າ 100 ຄົນ ໃນຂໍ້ຫາວາງແຜນການ ໂຄ່ນລົ້ມລະບອບອີສລາມຂອງປະເທດ ຊື່ງພວກຈຳເລີຍນັ້ນແມ່ນຮວມທັງນັກການເມືອງຫົວການປະຕິຮູບຊັ້ນນຳຫລາຍຄົນ. ພວກຝ່າຍຄ້ານອິຣ່ານກ່າວວ່າ ການເລືອກຕັ້ງໃນເດືອນມິຖຸນາຜ່ານມາ ໄດ້ມີການສໍ້ໂກງບັດເລືອກຕັ້ງ ເພື່ອຮັບປະກັນໃຫ້ທ່ານAhmadinejad ໄດ້ຖືກເລືອກຕັ້ງໃໝ່ ແຕ່ທາງຣັຖບານອິຣ່ານປະຕິເສດຕໍ່ຂໍ້ກ່າວຫານັ້ນ.
ທີ່ໄຕ້ຫວັນ: ຫ້ອງການຂອງອະດີດ ປະທານາທິບໍດີ Chen Shui-bian ແຫ່ງໄຕ້ຫວັນ ປະກາດໃຫ້ຮູ້ ໃນວັນຈັນມື້ນີ້ວ່າ ທ່ານ Chen Shui-bian ໄດ້ອຸທອນຕໍ່ສານແລ້ວ ກ່ຽວກັບການຕັດສິນ ລົງໂທດ ຈຳຄຸກທ່ານຕລອດຊີວິດຍ້ອນມີຄວາມຜິດໃນຂໍ້ຫາສໍ້ຣາດບັງຫລວງນັ້ນ. ສານໄດ້ຕັດສິນວ່າ ທ່ານມີຄວາມຜິດໃນວັນສຸກຜ່ານມານີ້ ໃນຂໍ້ຫາຖານຍັກຍອກເງິນ ແລະຮັບສິນບົນເປັນເງິນຈຳນວນຫລາຍລ້ານດອນລ້າ ແລະຟອກເງິນບາງສ່ວນຜ່ານບັນຊີເງິນໃນທະນາຄານຫລາຍແຫ່ງທີ່ ປະເທດ Swiss ນັ້ນ. ສ່ວນນາງ Wu Shuchen ພັນລະຍາຂອງທ່ານ ທ່ີຍ່າງບໍ່ໄດ້ ຕ້ອງນັ່ງໃນລໍ້ລ່ຽນນັ້ນ ກໍຖືກຕັດສິນໃຫ້ຈຳຄຸກຕລອດຊີວິດເຊັ່ນກັນ. ສານໄດ້ຕັດສິນວ່າ ອະດີດຜູ້ນຳໄຕ້ຫວັນ ວັຍ 58 ປີ ມີຄວາມຜິດແທ້ ໃນຂໍ້ຫາທັງໝົດ 6 ກະທົງ ແລະທ່ານກັບພັນລະຍາໄດ້ຖືກປັບໄໝເປັນຈຳນວນເງິນຫລາຍກວ່າ 15 ລ້ານດອນລ້າ. ບັນດາເຈົ້າໜ້າທ່ີກ່າວວ່າ ສານໄດ້ຕັດສິນໂທດທ່ານ Chenໃນຂັ້ນໜັກທ່ີສຸດ ເພາະວ່າທ່ານໄດ້ສ້າງຄວາມເສັຍຫາຍຢ່າງຮ້າຍແຮງໃຫ້ແກ່ໄຕ້ຫວັນ. ທ່ານ Chen Shui-bian ກ່າວວ່າ ທ່ານໄດ້ຖືກດຳເນີນຄະດີ ຍ້ອນທັດສະນະຕໍ່ຕ້ານຈີນຂອງທ່ານ ໂດຍທ່ານ Ma Ying-jeou ຜູ້ຂຶ້ນດຳຣົງຕຳແໜ່ງປະທານາທິບໍດີແທນທ່ານ ທ່ີສນັບສນຸນຢ່າງແຂງແຮງ ໃຫ້ຜູກສາຍພົວພັນທ່ີດີຂຶ້ນກັບກຸງປັກກິງນັ້ນ.
ກ່ຽວກັບການຈັກຢາເສບຕິດທີ່ມຽນມ້າ: ສື່ມວນຊົນແຫ່ງຣັດຂອງມຽນມ້າ ກ່າວໃນວັນຈັນມື້ນີ້ວ່າ ທາງການຍຶດ ຢາບ້າໄດ້ເກືອບ 3 ລ້ານເມັດ ໃນການບຸກເຂົ້າກວດຄົ້ນແຫລ່ງລັກລອບ ຄ້າຢາເສບຕິດສອງແຫ່ງ ຢູ່ໃກ້ໆກັບຊາຍແດນໄທໃນເດືອນນີ້. ໜັງສືພິມທາງການ New Light of Myanmar ກ່າວວ່າໜ່ວຍປາບປາມຢາເສບຕິດໄດ້ພົບເຫັນຢາບ້າຈຳນວນ 220 ພັນເມັດ ຊຸກເຊື່ອງໄວ້ໃນຢາງລົດສຳຮອງຂອງລົດຄົນນຶ່ງ ໃນລະຫວ່າງການກວດຄົ້ນລົດຄັນດັ່ງກ່າວ ທ່ີດ່ານກວດກາແຫ່ງນຶ່ງໃນວັນສຸກຜ່ານມາທ່ີເມືອງທ່າຂີ້ເຫລັກໃນພາກຕາເວັນອອກສຽງເໜືອຂອງປະເທດ ແລະຄົນຂັບລົດກໍຖືກຈັບໄວ້ເຊັ່ນກັນ. ແລະໃນວັນສຸກແລ້ວນີ້ໃນເມືອງດຽວກັນ ພວກຕຳ ຫລວດແລະທະຫານໄດ້ບຸກເຂົ້າກວດຄົ້ນເຮືອນຫລັງນຶ່ງ ແລະຍຶດຢາບ້າໄດ້ຈຳນວນຫລາຍກວ່າ 2 ລ້ານກັບ 630 ພັນເມັດແລະລູກກະສູນປືນ ຫລາຍໂຄ້ງ ແລະໄດ້ຈັບກຸມຜູ້ຕ້ອງຫາໄວ້ 3 ຄົນ. ໜັງສືພິມກ່າວຕື່ມວ່າ ເວລານີ້ຕຳຫລວດກຳລັງທຳການສືບສວນເຫດ ການທັງສອງບ່ອນນີ້ຢູ່ ແລະກຳລັງຊອກຫາພວກທ່ີຮ່ວມມືກັບພວກຜູ້ ຕ້ອງສົງໄສເຫລົ່ານັ້ນ.