ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບອັຟການີສຖານກ່າວວ່າ ກຳລັງປະສົມ ສັງຫານ ນັກຕໍ່ສູ້ ກຸ່ມຕາລີບັນ 50 ຄົນ


​ສະຖານະ​ການ​ໃນ​ອັຟກາ​ນີສຖານ: ​ເຈົ້າ​ໜ້າ​ທ່ີ​ກອງທັບ​ອັຟກາ​ນີສຖານ​ທ່ານ​ນຶ່ງ​ກ່າວ​ວ່າ ກຳ​ລັງ​ປະສົມຂອງ​ຝ່າຍ​ພັນທະ​ມິດ​ໄດ້​ສັງຫານ​ພວກ​ນັກ​ຕໍ່ສູ້​ກຸ່ມ​ຕາ​ລີ​ບັນ​ປະມານ 50 ຄົນ​ໃນ​ການ​ສູ້ຣົບກັນ​ ທ່ີ​ມີ​ຂຶ້ນ​ຫລັງ​ຈາກກຸ່ມ​ຕາ​ລີ​ບັນ​ທຳ​ການ​ດັກ​ໂຈມ​ຕີ​ລົດ ທະຫານຂອງ​ສະຫະຣັດ​ແລະ​ອັຟກາ​ນີສຖານຂະ​ບວນ​ນຶ່ງ ​ທ່ີ​ພາ​ໃຫ້​ມີ​ ຄົນ​ເສັຍຊີວິດ​ໄປ​ນັ້ນ. ພັນ​ຕີ Abdul Basir Ghori ​ໂຄສົກ​ກອງທັບ​ອັຟກາ​ນີສຖານ ກ່າວ​ວ່າ ການ​ສູ້ຣົບກັນ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ເມືອງ Bala Baluk ​ ແຂວງ Farah ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອັຟກາ​ນີສຖານ. ກ່ອນ​ໜ້ານັ້ນ ໃນ​ຕອນ​ເຊົ້າ​ວັນ​ເສົາ​ ການ​ດັກ​ສະກັດ​ໂຈມ​ຕີ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ເຂດ​ດັ່ງ ກ່​າວໄດ້ເອົາ​ຊີວິດ​ທະຫານ​ອະ​ເມຣິກັນ​ໄປ 3 ຄົນ ​ແລະ​ທະຫານ​ອັຟກາ​ນີສຖານ 7 ຄົນ. ພັນຕີ Ghori ກ່າວ​ວ່າ ກຳລັງ​ປະສົມ​ໄດ້​ທຳ​ການ​ຕອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ ​ແຕ່​ບໍ່​ມີການ​ຢືນຢັນ​ຈາກ​ແຫ​ລ່ງຂ່າວ ທ່ີ​ເປັນ​ອິດ​ສະລະ ​ກ່ຽວ​ກັບ​ການ​ຕາຍ​ຂອງ​ຝ່າຍ​ຕາ​ລີ​ບັນ. ທະຫານ​ອະ​ເມຣິກັນ​ອີກ 2 ຄົນ​ເສັຍ​ຊີວິດ​ໃນ​ວັນ​ເສົາ​ວານ​ນີ້​ ​ໃນ​ເຫດ​ການວາງ​ລະ​ເບີດ​ໂຈມ​ຕີ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ. ການ​ໂຈມ​ຕີອື່ນໆ​ອີກ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ທົ່ວປະ​ເທດ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ​ແລະ​ພວກ​ເຈົ້າ​ໜ້າ​ທ່ີຮັກສາ​ຄວາມ​ປອດ​ພັຍ ​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 28 ຄົນ. ຄວາມ​ຮຸນ​ແຮງ​ໄດ້ ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ສມ່ຳສ​ເມີ​ມາ ​ໃນ​ອັຟກາ​ນີສຖານ​ໃນ ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​ ໃນ​ຂະນະ​ທ່ີ​ພວກ​ກຸ່ມ​ຕາ​ລີ​ບັນ​ທຳ​ການ​ຕໍ່ສູ້​ເພື່ອ​ຂະຫຍາຍ​ການ​ຄວບ​ຄຸມ​ຂອງ​ພວກ​ເຂົາ​ ອອກ​ໄປ​ທົ່ວ​ເຂດ​ຊົນນະບົດ​ ຂອງ​ປະ​ເທດ. ກອງທັບ​ສະຫະຣັດ​ແລະ​ກຸ່ມ NATO ​ໄດ້​ສົ່ງ​ທະຫານ ຈຳນວນ​ຫລາຍ​ເປັນ​ປວັດ​ການ​ ​ໄປ​ປະຈຳການ​ໃນ​ອັຟກາ​ນິສຖານ​ ເພື່ອ​ພະຍາຍາມ​ຊ່ອຍ​ກຳລັງວຂອງ​ອັຟກາ​ນີສຖານ​ ທັບ​ມ້າງ​ການ​ກະບົດ​ໃນ​ປະ​ເທດ​ນັ້ນ.
ສະຫະຣັດແລະອັຟການີສຖານ: ລາຍງານໜັງ​ສື​ພິມຫລາຍສະບັບ ເວົ້າວ່າ ອີກບໍ່ດົນລັດຖະບານຂອງ ປະທານາທິບໍດີໂອບາມາ ຈະອະນຸມັດໃຫ້ພວກຖືກກັກຂັງທີ່ຄຸກຂອງ ສະຫະລັດໃນອັຟການີສຖານ ມີຄວາມສາມາດເພີ່ມຂື້ນໃນການທ້າ ທາຍ​ຕໍ່​ການຖືກຄຸມຕົວຂອງພວກເຂົາເຈົ້າ.ລາຍງານທີ່ລົງພິມ ໃນໜັງສືພິມ New York Times ແລະ Washington Post ເມື່ອວັນເສົາວານນີ້ ໄດ້ອ້າງເອົາຄຳເວົ້າຂອງ ພວກເຈົ້າ ໜ້າທີ່ທີ່ບໍ່ອອກຊື່ຂອງລັດຖະບານໂອບາມາ ທີ່ເວົ້າວ່າ ຈະ​ມີ​ການ​ມອບສິດທິພິເສດທີ່​ວ່າ​ນີ້ ໃຫ້ພວກຖືກກັກ ຂັງຈຳນວນປະມານ 600 ຄົນ ຢູ່ຄຸກທີ່ຄວບຄຸມໂດຍສະຫະລັດທີ່ຖານ​ທັບອາກາດບາກຣາມ ທາງ​ກ້ຳເໜືອຂ ອງນະຄອນຫລວງກາບູລ. ພວກເຈົ້າໜ້າທີ່ກ່າວວ່າ ພາຍໃຕ້ລະບົບໃໝ່ນີ້ ກອງທັບສະຫະລັດ ຈະ ແຕ່ງຕັ້ງ ຜູ້ຕາງໜ້າ​ໃຫ້ນັກໂທດແຕ່ລະຄົນທີ່ຄຸກບາກຣາມ ເປັນເທື່ອທຳ ອິດ. ພວກຜູ້ຕາງໜ້າດັ່ງກ່າວຈະບໍ່ ແມ່ນທະນາຍຄວາມ ແຕ່ມີຄວາມ ສາມາດທີ່ຈະຮຽກພະຍານ ແລະຍື່ນຫລັກຖານເພື່ອວ່າຄວາມ​ໃຫ້ ພວກ ຖືກກັກຂັງນັ້ນ. ກອງທັບສະຫະລັດໄດ້ຄຸມຂັງພວກນັກໂທດເຫລົ່ານັ້ນທີ່ຄຸກບາກຣາມໃນ ຂໍ້ຫາວ່າເປັນ “ພວກສູ້ລົບຂອງສັດຕູ” ຊື່​ງບາງຄົນ​ຖືກກັກຂັງມາໄດ້ 6ປີ ແລ້ວກໍມີ. ພວກນັກໂທດເຫລົ່ານີ້ ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້ມີທະນາຍ ຄວາມ ທ້າ​ທາຍການກັກຂັງຂອງພວກເຂົາເຈົ້າ ຫລືຮັບຟັງຂໍ້ກ່າວຫາ ຕ່າງໆ ຕໍ່ພວກເຂົາເຈົ້ານັ້ນ ຊຶ່ງບໍ່ຄືກັນກັບພວກຕ້ອງສົງໄສວ່າເປັນ ພວກກໍ່ການຮ້າຍທີ່ຖືກ​ກັກ​ຂັງ​ຢູ່ຄຸກຂອງສະຫະລັດ ທີ່ອ່າວກວນຕາ ນາໂມ ​ເທິງ​ເກາະຄິວບານັ້ນ.
ກ່ຽວກັບ​ບັນຫາ​ສັນຕິພາບ​ໃນ​ພາກ​ຕາ​ເວັນ​ອອກ​ກາງ: ຄາດ​ວ່າ ທ່ານ George Mitchell ທູດ​ພິ​ເສດ ວ່າ​ດ້ວຍ​ກິດຈະການ​ກ່ຽວ​ກັບ​ພາກ​ຕາ​ເວັນ​ອອກ​ກາງຂອງ​ສະຫະຣັດ ຈະ​ທຳ​ການ​ຊຸກຍູ້​ບັ້ນ​ ສຸດ​ທ້າຍ​ ເພື່ອຮື້​ຟື້ນ​ການ​ເຈຣະຈາ​ສັນຕິພາບໃນ​ພາກ​ຕາ​ເວັນ​ອອກ​ກາງ ຄືນ​ອີກ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ໃນ​ຂົງ​ເຂດ​ ກ່ອນ​ກອງ​ປະ ຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄຂ​ຂຶ້ນ​ໃນ​ສັບປະດາ​ໜ້າ. ທ່ານ Mitchell ເດີນທາງ​ໄປ ​ຮອດ​ອີສຣາ​ແອນ​ໃນ​ຕອນເດິກ​ວັນ​ເສົາ ວານ​ນີ້ ກ່ອນ​ຈະ​ທຳ​ການ​ພົບ​ປະກັນ​ຕ່າງຫາກ​ກັບ​ບັນດາ​ຜູ້ນຳ​ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌. ຫົວ​ຂໍ້​ສຳຄັນ​ທ່ີ​ສຸດ​ໃນ​ການ​ພົບ​ປະ​ຂອງ​ທ່ານ ຈະ​ແມ່ນ​ເຣື່ອງການ​ຂະຫຍາຍ​ການ​ກໍ່ສ້າງ​ບ້ານ​ເຮືອນ​ຂອງ​ອີສຣາ​ແອນ​ໃນ​ເຂດ​ຍຶດຄອງ​ນັ້ນ. ສະຫະຣັດ​ໄດ້​ຮຽກຮ້ອງ​ໃຫ້​ອີສຣາ​ແອນ​ຢຸດ​ການ​ກໍ່ສ້າງ​ ບ້ນ​ເຮືອນ​ໃນ​ເຂດຍຶດຄອງ​ ຄື​ເຂດ​ຝັ່ງ​ຕາ​ເວົນ​ຕົກ​ຂອງ​ແມ່ນ​ນ້ຳ​ຈໍ​ແດນ​ແລະເຂດກ້ຳ ຕາ​ເວັນ​ອອກຂອງ​ນະຄອນ Jerusalem​ແຕ່​ທ່າ​ງຝ່າຍ​ອີສຣາ​ແອນ​ກ່າວ​ວ່າ ການ​ກໍ່ສ້າງ​ບ້ານເຮືອນ​ໃໝ່​ແມ່ນ​ເປັນ​ສິ່ງ​ຈຳ​ເປັນ ​ເພື່ອ​ສນອງ​ບ່ອນຢູ່​ໃຫ້​ພຽງພໍ​ກັບການ​ເຕີບ​ໂຕ​ຂອງ​ພົນລະ​ເມືອງ. ຝ່າຍປາ​ເລ​ສ​ໄຕ​ນ໌ ກ່າວ​ວ່າ ພວກ​ຕົນ​ຈະ​ບໍ່​ກັບ​ຄືນ​ສູ່​ການ​ເຈຣະຈາ​ສັນ ຕິ​ພາບ​ອີກ ຈົນ​ກວ່າ​ທາງ​ອີສຣາ​ແອນ​ຢຸດ​ການ​ກໍ່ສ້າງ​ບ້ານ​ເຮືອ​ນັ້ນ​ເສັຍ​ກ່ອນ. ນາຍົກຣັຖມຸນຕີ​ອີສຣາ​ແອນ ທ່ານ​ Benjamin Netanyahu ກຳນົດ ຈະ​ທຳ​ການ​ພົບ​ປະ​ກັບ​ປະທາ​ທນາ​ທິບໍດີ Hosni Mubarark ​ແຫ່ງ​ເອ ຈິບ​ໃນ​ວັນ​ອາທິດ​ມື້​ນີ້​ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງການ​ຮື້​ຟື້ນ​ການ​ເຈຣະຈາ​ສັນຕິພາບ​ກັບ​ພວກ​ປາ​ເລ​ສ​ໄຕ​ນ໌ ກ່ອນ​ການພົບ​ປະ3ຝ່າຍ ​ທ່ີ​ອາດມີ​ຂື້ນ​ໄດ້​ກັບ​ສະຫະຣັດ ນອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ນັ້ນ.
ທີ່ກາຊັກສະຖານ: ລັດຖະບານປະເທດກາຊັກສະຖານກ່າວວ່າ ໄຟໄໝ້ທີ່ສູນກາງສາທາ ລະນະສຸກ ປິ່ນປົວພວກຕິດຢາເສບຕິດແຫ່ງນຶ່ງ ທີ່ຍັງຜົນໃຫ້ມີຜູ້ເສຍຊີ ວິດ 38 ຄົນ. ກະຊວງເຫດການສຸກເສີນ ຂອງກາຊັກສະຖານກ່າວວ່າ ໄຟໄດ້ໄໝ້ສູນ ປິ່ນປົວດັ່ງກ່າວໃນຕອນເຊົ້າວັນອາທິດມື້ນີ້ ໃນເມືອງ Taldykorgan ທາງ​ພາກຕາເວັນອອກສຽງໃຕ້ຂອງປະ​ເທດ. ທາງການກະຊວງເວົ້າ ຕື່ມວ່າ ພວກຄົນງານກູ້ພັຍໄດ້ຊ່ວຍຄົນເຈັບ​ ແລະພະນັກງານ​ແພດໃນ ຕຶກສູນກາງດັ່ງກ່າວ ໄວ້ໄດ້ 40 ຄົນ.
ສາເຫດໄຟໄໝ້ຄັ້ງນີ້ ຍັງບໍ່ຮູ້ໄດ້​ໃນທັນທີນີ້​ເທື່ອ. ການຝ່າຝືນກົດຕ່າງໆດ້ານຄວາມປອດພັຍນັ້ນ ຖືວ່າເປັນເລຶ່ອງປົກກະຕິ ທຳມະດາໃນປະເທດກາ​ຊັກ​ສະຖານ ຊື່​ງ​ເຄີຍ​ເປັນລັດ​ນື່ງຂອງອະດີດ ສະຫະພາບໂຊວຽດນັ້ນ ​ເຮັດ​ໃຫ້​ສະຖານ​ທີ່​ອຳນວຍ​ຄວາມ​ສະດວກ​ຕ່າງໆ ທີ່ບໍລິຫານໂດຍ​ລັດຖະບານ​ນັ້ນ ມັກເກີດໄຟໄໝ້ຢູ່​ເລື້ອຍໆ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ອິຣ່ານ: ສະຫະຣັດກ່າວ​ວ່າ ຕົນ​ວາງ​ແຜນທີ່​ຈະເພ່ງ​ເລັງ​ໃສ່​ເຣື່ອງ​ໂຄງການ​ນີວ​ເຄລັຍ​ຂອງ​ອິຣ່ານ​ໃນ​ການ​ໂອ້​ລົມ​ສົນທະນາ​ກັບ​ກັບ​ກຸງ​ເຕຮິຣ່ານ ທ່ີ​ຈະ​ມາ​ເຖິງນີ້ ​ເຖິງ​ແມ່ນ​ທາງ​ອິຣ່ານ​ໄດ້​ປະຕິ​ເສດ​ທີ່​ຈະສົນທະນາ​ກ່ຽວ​ກັບ​ເຣື່ອງນີ້​ກໍ​ຕາມ. ທ່ານ Robert Gibbs ​ໂຄສົກ​ປະຈຳ​ທຳນຽບຂາວ ກ່າວ​ວ່າ ອິຣ່ານມີ​ຄວາມ​ຮັບຜິດຊອບ​ ທ່ີ​ຈະ​ຕ້ອງປະ​ຖິ້ມ​ ​ອັນ​ທ່ີ​ທ່ານ​ບັນ​ລະ​ຍາຍ​ວ່າ ​ເປັນ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ​ທ່ີ​ຜິດ​ກົດໝາຍຂອງ​ອິຣ່ານນັ້ນ ​ແລະ​ວ່າ ເຣືອງນີ້​ຈະ​ເປັນ​ເປົ້າ​ໝາຍ​ຂອງ​ສະຫະຣັດ​ໃນ​ການ​ເຈຣະຈາ​ກັບ​ອິຣ່ານ.
​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ສະຫະຣັດ​ແລະ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ​ໄດ້ຮັບ​ເອົາ​ຂໍ້​ສະ​ເໜີ​ໃໝ່​ຂອງ​ອິຣ່ານສຳລັບ​ການ​ເຈຣະຈາ​ກັນ​ນັ້ນ ​ເຖິງແມ່ນທາງ​ ກຸງ​ເຕຮິຣ່ານກ່າວ​ວ່າຕົນ​ຈະ​ບໍ່​ເຈຣະຈາເຣື່ອງ​ໂຄງການ​ນີວ​ເຄລັຍ​ກໍຕາມ.
ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣ່ານກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ທ່ີ​ສະຫະຣັດ ​ແລະ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ອິຣ່ານ​ ​ແຕ່ທ່ານ Manouchehr Mottaki ຣັຖມຸນຕີ​ການ​ຕ່າງປະ​ເທດ​ຂອງ​ອິຣ່ານກ່າວ​ວ່າ ອິຣ່ານຈະ​ບໍ່​ທຳ​ການ​ປະນີປະນອມ​ໃດໆ​ກ່ຽວ​ກັບ​ ເຣື່ອງສິດທິ​ທ່ີແຍກ​ອອກ​ບໍ່​ໄດ້ ຂອງ​ຕົນ.

XS
SM
MD
LG